ວິທີປ້ອງກັນຄວາມຮຸນແຮງໃນຄອບຄົວໃນຊຸມຊົນອົບພະຍົບໃນ ອອສເຕຣເລັຍ

Services say the lockdown measures are placing women at increased risk.

Source: Press Association

ຄວາມຮຸນແຮງໃນຄອບຄົວ ແລະຄວາມຮຸນແຮງ ທາງເພດ ແມ່ນບັນຫາສຸຂະພາບ ແລະ ສວັດດີການທີ່ສໍາຄັນໃນອອສເຕຣເລັຍເນື່ອງຈາກສອງໃນຫ້າຄົນໄດ້ປະສົບກັບຄວາມຮຸນແຮງທາງດ້ານຮ່າງ ກາຍ ຫຼືທາງເພດຕັ້ງແຕ່ອາຍຸ 15 ປີ. ຄວາມຮຸນແຮງໃນຄອບຄົວ ສາມາດສົ່ງຜົນກະທົບຕໍ່ທຸກຄົນ, ແຕ່ຜູ້ຍິງທີ່ຍົກຍ້າຍຖິ່ນຖານ ປະເຊີນກັບອຸປະສັກເພີ່ມເຕີມ ເມື່ອພວກເຂົາຕ້ອງການຄວາມ ຊ່ວຍເຫຼືອ.


ຈົນມາຮອດມໍ່ໆນີ້, ຄວາມຮຸນແຮງໃນຄອບຄົວ ຖືວ່າເປັນບັນຫາສ່ວນຕົວ, ບໍ່ແມ່ນບັນຫາທາງສັງຄົມ. ແຕ່ສະຖິຕິຢືນຢັນວ່າ ຫຼາຍຄົນໃນອອສເຕຣເລັຍ ເປັນຜູ້ເຄາະຮ້າຍ ຈາກຄວາມຮຸນແຮງຈາກມື ຂອງສະມາຊິກໃນຄອບຄົວ.

ຜູ້ເຄາະຮ້າຍຈາກຄວາມຮຸນແຮງໃນຄອບຄົວ ແລະທາງເພດ ແມ່ນແມ່ຍິງເກືອບທັງໝົດ. ຜູ້ຍິງຫນຶ່ງໃນຫົກຄົນ ແລະຜູ້ຊາຍ ຫນຶ່ງໃນສິບແປດຄົນ ໄດ້ປະສົບກັບຄວາມຮຸນແຮງ ທາງຮ່າງກາຍ ຫລືທາງເພດໂດຍຄູ່ຄອງທີ່ຢູ່ນຳກັນ.

Dr Nada Ibrahim ຜູ້ຊ່ຽວຊານດ້ານຄວາມຮຸນແຮງໃນຄອບຄົວ ທີ່ສູນປົກປ້ອງເດັກ ຂອງມະຫາວິທະຍາໄລ South Australia ອະທິບາຍວ່າ "ຄວາມຮຸນແຮງໃນຄອບຄົວ ແມ່ນຄໍາສັບກວມເອົາຄວາມຮຸນແຮງທຸກປະເພດ ທີ່ເກີດຂຶ້ນໃນສະພາບການໃນບ້ານ ຫຼືສະພາບແວດລ້ອມຂອງຄອບຄົວ."
ເມື່ອເຮົາເວົ້າເຖິງຄວາມຮຸນແຮງໃນຄອບຄົວ, ມັນບໍ່ແມ່ນພຽງແຕ່ ທາງຮ່າງກາຍເທົ່ານັ້ນ. ຄວາມຮຸນແຮງ ສາມາດມີຮູບແບບອື່ນໆ ອີກຫຼາຍຮູບແບບ ແລະລວມເຖິງ ການຖືກທໍາຮ້າຍທາງຈິດໃຈ, ການທໍາຮ້າຍທາງການເງິນ, ການລົບກວນ, ຫຼືການຄວບຄຸມ ໂດຍການບັງຄັບ.

Dr Ibrahim ກ່າວວ່າ ບາງຄົນຍັງມີຄວາມຄິດເລື້ອງຮຸນແຮງທີ່ລ້າຫຼັງ ແລະບໍ່ສາມາດຮັບຮູ້ໄດ້ວ່າ ຄວາມຮຸນແຮງສາມາດສະແດງອອກ ໂດຍບໍ່ເຈດຕະນາ ຫຼືເກີດຂື້ນໄດ້ຫຼາຍວິທີ, ນອກເໜືອຈາກທາງຮ່າງກາຍ.

"ບາງເທື່ອ, ບາງວັດທະນະທັມ ອາດຈະບໍ່ລະບຸຄວາມຮຸນແຮງໃນຄອບຄົວ ນອກເໜືອຈາກຄວາມຮຸນແຮງທາງຮ່າງກາຍ. ເຂົາເຈົ້າອາດລະບຸເຖິງ ຄວາມຮຸນແຮງທາງຮ່າງກາຍ, ຊຶ່ງບໍ່ໄດ້ຖືກປ່ອຍປະຫລືຖືກຍອມຮັບ ໃນຊຸມຊົນ ເນື່ອງຈາກການເບິ່ງເຫັນຂອງມັນ, ແຕ່ເຂົາເຈົ້າ ອາດພົບວ່າມັນຍາກທີ່ຈະລະບຸ ຄວາມທ້າທາຍບາງຢ່າງ ຂອງຄວາມຮຸນແຮງໃນຄອບຄົວ ໂດຍສະເພາະການລະບຸສິ່ງຕ່າງໆ ເຊັ່ນການລ່ວງລະເມີດທາງວາຈາ, ການຂົ່ມເຫັງທາງຈິດໃຈ ຫລືການລ່ວງລະເມີດ ທາງການເງິນ ຫລືການລ່ວງລະເມີດທາງສັງຄົມ ຊຶ່ງພວກເຂົາຖືກແຍກອອກຈາກຊຸມຊົນ."

ໃນບາງກໍຣະນີ ຄວາມເຊື່ອທາງສາສນາ ຫຼືຄວາມກົດດັນຂອງຍາດພີ່ນ້ອງສາມາດ ເພີ່ມຄວາມຊັບຊ້ອນ ໃຫ້ແກ່ສະຖານະການຄວາມຮຸນແຮງໃນຄອບຄົວ.
ເນື່ອງຈາກວ່າ ບໍ່ແມ່ນທຸກຫນ່ວຍງານຄວາມຮຸນແຮງໃນຄອບຄົວ ມີຄວາມພ້ອມ ທີ່ຈະຮັບມືກັບຄວາມແຕກຕ່າງດ້ານວັດທະນະທັມ, ຈຶ່ງມີຫຼາຍອົງກອນໃນອອສເຕຣເລັຍເຊັ່ນ inTouch, ທີ່ຊ່ຽວຊານໃນບັນຫາ ຄວາມຮຸນແຮງ ໃນຄອບຄົວໃນຊຸມຊົນອົບພະຍົບ ແລະຜູ້ລີ້ພັຍ.

Anu Krishnan ຜູ້ອໍານວຍການຂອງ Kulturebrille, ເປັນບໍຣິສັດທີ່ປຶກສາ ຂ້າມວັດທະນະທັມ ເຊິ່ງຍັງຊ່ວຍໃຫ້ອົງກອນມີສ່ວນຮ່ວມ ກັບລູກຄ້າທີ່ມີຄວາມແຕກຕ່າງ ດ້ານວັດທະນະທັມ ແລະພາສາ ໃນການປ້ອງກັນ ຄວາມຮຸນແຮງໃນຄອບຄົວ ແລະບັນຫາອື່ນໆໄດ້ດີຂຶ້ນ.

ນາງເຕືອນວ່າ ຄວາມກົດດັນຂອງການຍົກຍ້າຍຖິ່ນຖານ ບາງເທື່ອອາດກາຍເປັນສິ່ງກະຕຸ້ນ ຂອງການລ່ວງລະເມີດໃນຄອບຄົວ.

"ໃນຊຸມຊົນຜູ້ຍົກຍ້າຍຖິ່ນຖານ, ພວກເຂົາເຈົ້າມີຄວາມເຄັ່ງຕຶງເພີ່ມຂຶ້ນ ໃນການຮັບມືກັບຊີວິດ ໃນວັດທະນະທັມໃຫມ່, ບັນຫາການຊອກຫາວຽກ ແລະໂອກາດໃນອາຊີບ. ສ່ວນຫລາຍແລ້ວ ພວກເຂົາເຈົ້າຈະຖືກທ້າທາຍ ໂດຍຄວາມສົມດູນທາງເພດ ທີ່ແຕກຕ່າງຈາກບ້ານເກີດຂອງພວກເຂົາເຈົ້າ ແລະການປະເຊີນກັບ ວັດທະນະທັມໃຫມ່ ແລະອິດສຣະຢ່າງສົມບູນ."
Ms Krishnan ຍັງເນັ້ນຫນັກ ເຖິງການປ້ອງກັນຄວາມຮຸນແຮງ ໃນຄອບຄົວ ຈະມີປະສິດທິພາບ ກໍເມື່ອຊຸມຊົນທັງຫມົດ ມີສ່ວນກ່ຽວຂ້ອງ.

"ຕ້ອງໄດ້ຮັບການສນັບສນູນຫຼາຍ ທີ່ຈະເຮັດໃຫ້ແມ່ຍິງມີຄວາມກ້າຫານ ຫຼືຫມັ້ນໃຈ ພໍທີ່ຈະຂໍຄວາມຊ່ວຍເຫຼືອ... ຫຼາຍຄັ້ງ, ຍ້ອນຄວາມອັບອາຍ ແມ່ຍິງຈຶ່ງບໍ່ລາຍງານຄວາມຮຸນແຮງຂອງຄູ່ຄອງທີ່ໃກ້ຊິດ.ພວກເຮົາຕ້ອງກຳຈັດ ຄວາມອັບອາຍນັ້ນ ແລະບອກເຂົາເຈົ້າວ່າ ບໍ່ເປັນຫຍັງ ທີ່ຈະເວົ້າເຖິງເລື່ອງນີ້, ເຂົາເຈົ້າຈະບໍ່ຖືກຕິຕຽນ."
[ພວກເຮົາ] ຍັງຕ້ອງການໂຄງການ ເພື່ອສ້າງຄວາມຕື່ນໂຕຈາກພາຍໃນຊຸມຊົນ, ເພື່ອວ່າ ສະມາຊິກຊຸມຊົນອື່ນໆ ສາມາດສນັບສນຸນແລະຊ່ວຍເຫຼືອແມ່ຍິງ ທີ່ກໍາລັງປະສົບກັບຄວາມຮຸນແຮງໃນຄອບຄົວ, ດັ່ງນັ້ນນາງຈຶ່ງບໍ່ຮູ້ສຶກວ່າຕົນເອງຖືກປະຖິ້ມ.
Anu Krishnan, Director of Kulturebrille
Ms Krishnan ກ່າວວ່າ ພວກແມ່ຍິງອົບພະຍົບ ຍັງປະເຊີນກັບອຸບປະສັກເພີ່ມເຕີມ ເມື່ອພວກເຂົາເຈົ້າພະຍາຍາມຂໍຄວາມຊ່ອຍເຫລືອ. ພວກເຂົາມັກຖືກໂດດດ່ຽວ ແລະບໍ່ຮູ້ວ່າຈະໄປໃສ.

"ພວກເຂົາເຈົ້າ ຢ້ານທີ່ຈະລາຍງານ, ແລະເຖິງແມ່ນວ່າ ພວກເຂົາເຈົ້າຈະລາຍງານ, ພວກເຂົາເຈົ້າຈະໄປໃສ? ພວກເຂົາເຈົ້າບໍ່ເຄີຍໄດ້ຮັບຄວາມຊ່ວຍເຫຼືອຈາກຜູ້ຄົນ ຫຼືເຂົ້າໄປ ໃນບ່ອນພັກເຊົາຂອງແມ່ຍິງ. ເຂົາເຈົ້າມັກຈະມີຄວາມຄິດໄວ້ກ່ອນ ກ່ຽວກັບບ່ອນພັກເຊົາເຫລົ່ານີ້ເປັນແບບໃດ.

"ແມ່ຍິງຫຼາຍຄົນ ມີບັນຫາກ່ຽວກັບ visa ຂອງພວກເຂົາ, ສະນັ້ນ ພວກເຂົາເຈົ້າອາດຈະອາສັຍຄູ່ຄອງ ສໍາລັບຄ່າຄອງຊີບ. ບາງເທື່ອ ພວກເຂົາບໍ່ມີຄວາມສາມາດ ທີ່ຈະພາລູກຂອງພວກເຂົາ ໜີອອກຈາກເຮືອນ."
Wendy Lobwein ຜູ້ຈັດການອາວຸໂສຂອງ ໂຄງການປ້ອງກັນຄວາມຮຸນແຮງຕໍ່ແມ່ ຍິງ (Prevention of Violence Against Women Program) ຂອງ AMES Australia, ອົງກອນທີ່ສນັບສນູນ ຜູ້ຍົກຍ້າຍຖິ່ນຖານໃຫມ່ ໃນເສັ້ນທາງການຕັ້ງຖິ່ນຖານຂອງເຂົາເຈົ້າ.

ລາວເວົ້າວ່າ ມັນເປັນສິ່ງສໍາຄັນ ສໍາລັບຜູ້ຊາຍ ທີ່ຈະເຂົ້າຮ່ວມໃນໂຄງການລິເລີ່ມເຫຼົ່ານີ້ເຊັ່ນກັນ.

"ຜູ້ຊາຍ ສາມາດມີບົດບາດສໍາຄັນ ເຊັ່ນນີ້ໄດ້ແທ້ໆ ຊຶ່ງເປັນການສົ່ງເສີມ ໃຫ້ມີຄວາມສໍາພັນທີ່ເຄົາຣົບກັນ ລະຫວ່າງຊາຍແລະຍິງ ແລະທັດສນະຄະຕິ ທີ່ນັບຖືຕໍ່ແມ່ຍິງ ແລະທ້າທາຍຊຶ່ງກັນແລະກັນ ເມື່ອພວກເຂົາສະແດງທັດສນະຄະຕິເຫລົ່ານີ້ທີ່ ເຮັດໃຫ້ປະສົບການຂອງແມ່ຍິງ ຫລືຄວາມຮຸນແຮງຕໍ່ແມ່ຍິງ ເປັນເລື້ອງທີ່ບໍ່ສໍາຄັນ."

ປະຈຸບັນ ມີການບໍຣິການຫຼາຍຢ່າງ ສຳລັບແມ່ຍິງອົບພະຍົບ ຜູ້ທີ່ຕົກເປັນເຫຍື່ອ ຂອງຄວາມຮຸນແຮງໃນຄອບຄົວ.

ການບໍຣິການຫຼາຍບ່ອນເຫຼົ່ານີ້ ເຮັດວຽກຮ່ວມກັບຜູ້ແປພາສາ ເພື່ອໃຫ້ການສນັບສນູນໃນທຸກພາສາ.

ຖ້າຫາກວ່າທ່ານກໍາລັງປະສົບກັບການຖືກລ່ວງລະເມີດ ໃນຄອບຄົວ, ທ່ານຍັງສາມາດລາຍງານນີ້ໃຫ້ ນາຍໝໍ ຂອງທ່ານ, ຜູ້ທີ່ສາມາດໃຫ້ຄຳແນະນໍາທ່ານ ແລະແນະນຳການບໍຣິການທີ່ກ່ຽວຂ້ອງທີ່ຢູ່ໃກ້ທ່ານ.

Ms Lobwein ກ່າວວ່າ ແຕ່ຖ້າຫາກວ່າທ່ານຕົກຢູ່ໃນອັນຕະຣາຍ ທ່ານຕ້ອງບໍ່ລັງເລທີ່ຈະໂທຫາ ສາມສູນ (triple zero).

"ຂ້າພະເຈົ້າຮູ້ວ່າ ແມ່ຍິງຫລາຍຄົນໄດ້ເວົ້າວ່າ ມີຄວາມຢ້ານກົວຕໍ່ຕໍາຫລວດມີສ່ວນກ່ຽວຂ້ອງ. ເຂົາເຈົ້າຄິດວ່າ ມັນຈະເປັນຈຸດເລີ່ມຕົ້ນ ຂອງການທໍາລາຍ ຫລືການແຕກແຍກ ຂອງຄອບຄົວຂອງເຂົາເຈົ້າ. ແຕ່ຕໍາຫລວດ ນັບມື້ນັບໄດ້ ຮັບການຝຶກຝົນຫຼາຍຂຶ້ນ ໃນການຕອບສນອງ ຊຶ່ງກ່ຽວກັບການໃຫ້ແນ່ໃຈວ່າ ຜູ້ຄົນປອດພັຍ, ບໍ່ແມ່ນກ່ຽວກັບການຍຸດຕິການແຕ່ງງານ ຫລືຄວາມສໍາພັນ.
  • ຖ້າຫາກວ່າທ່ານເປັນຜູ້ເຄາະຮ້າຍຈາກຄວາມຮຸນແຮງໃນຄອບ ຄົວຫຼືຮູ້ຈັກຄົນທີ່ເປັນຜູ້ເຄາະຮ້າຍ, ທ່ານສາມາດໂທຫາ 1800 RESPECT ເພື່ອຂໍຄວາມຊ່ອຍເຫຼືອ.
  • ຖ້າທ່ານຕ້ອງການການສນັບສນູນທາງອາລົມ, ທ່ານສາມາດຕິດຕໍ່ Lifeline, ທີ່ 13 11 14 ຫຼື Beyond Blue ທີ່ 1800 22 46 36.
  • ຫາກທ່ານຕ້ອງການຜູ້ແປພາສາ, ໂທ 13 14 50.
Safe Home ລະຄອນຫຼາຍຕອນຂອງ SBS ທີ່ອອກອາກາດ ສອງຕອນຊ້ອນ ໃນວັນພະຫັດທີ 11 ພຶດສະພາ ເວລາ 8.30 ໂມງ ທີ່ SBS ແລະ SBS ຕາມຄວາມຕ້ອງການ

ບ້ານປອດພັຍ (Safe Home)  ເປັນລະຄອນທີ່ຕື່ນເຕັ້ນ ເຊິ່ງສະແດງໃຫ້ເຫັນ ເບື້ອງຫຼັງຂອງການລະບາດຂອງຄວາມ ຮຸນແຮງໃນຄອບຄົວ. ຜູ້ທີ່ຢູ່ເບື້ອງຫຼັງໂຕເລກ, ເລື່ອງທີ່ຢູ່ເບື້ອງຫຼັງສະຖິຕິ.

ຊັບພະຍາກອນເພີ່ມເຕີມ:


Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service