ຄຳໃຫ້ການຂອງທ່ານ Malcolm Turnbull ຕໍ່ຄນະກັມມາທິການ Robodebt.

Prime Minister Malcolm Turnbull.

ອະດີດນາຍົກຣັຖມົນຕີ, ທ່ານ Malcolm Turnbull Source: AAP

ອະດີດນາຍົກຣັຖມົນຕີ, ທ່ານ Malcolm Turnbull ບອກຄນະກັມມາທິການ Robodebt ວ່າ ທ່ານເຊື່ອວ່າ ໂຄງການເອີ້ນຄືນຫນີ້ສິນ ນັ້ນຖືກຕ້ອງຕາມກົດຫມາຍ ເມື່ອທ່ານຢູ່ໃນຕໍາແຫນ່ງ. ທ່ານວ່າທ່ານມີຄວາມໝັ້ນໃຈໃນຣັຖມົນຕີໃນຣັຖບານຂອງທານທີ່ຈະມີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງແຕ່ລະຄົນ.


ຄຳໃຫ້ການຂອງທ່ານ Malcolm Turnbull ຕໍ່ຄນະກັມມາທິການ Robodebt.

ອະດີດນາຍົກຣັຖມົນຕີ, ທ່ານ Malcolm Turnbull ໄດ້ບອກຄນະກັມມາທິການ Robodebt (Robodebt Royal Commission) ວ່າ ທ່ານເຊື່ອວ່າ ໂຄງການເອີ້ນຄືນຫນີ້ສິນ ນັ້ນຖືກຕ້ອງຕາມກົດຫມາຍ ເມື່ອທ່ານຢູ່ໃນຕໍາແຫນ່ງ.

ທ່ານ Turnbull ຍັງໄດ້ກ່າວອີກວ່າ ທ່ານໄດ້ສະແດງ ຄວາມເປັນຫ່ວງ ກ່ຽວກັບແຜນການ ຊຶ່ງໃນເວລາຕໍ່ມາກໍໄດ້ຖືກຕັດສິນວ່າ ຜິດກົດຫມາຍ. Peggy Giakoumelos ແລະ Stefan Armbruster ລາຍງານ.

ສັບປະດາສຸດທ້າຍ ຂອງການໄຕ່ສວນຂອງ ຄນະກັມມາທິການ Robodebt ໄດ້ເລີ່ມຂຶ້ນ, ໂດຍອະດີດນາຍົກຣັຖມົນຕີ Malcolm Turnbull ໄດ້ປາກົດຕົວ ເປັນພະຍານຄົນທໍາອິດ.

ທ່ານ Turnbull ກ່າວວ່າ ທ່ານບໍ່ເຄີຍສົງສັຍ ຄວາມຖືກຕ້ອງຕາມກົດຫມາຍ ຂອງໂຄງການນັ້ນ ເພາະວ່າຂໍ້ສເນີ ໄດ້ຖືກນໍາສເນີຕໍ່ຄນະກັມມາທິການ ໃນເບື້ອງຕົ້ນ ວ່າບໍ່ຈຳເປັນຈະຕ້ອງ ໃຫ້ມີການປ່ຽນແປງກົດຫມາຍໃດໆ.

ແຕ່ທ່ານກ່າວວ່າ ທ່ານໄດ້ຕັ້ງຄຳຖາມ ວ່າ ຜແນກທີ່ຮັບຜິດຊອບ ໃນການດູແລ Robodebt ນັ້ນໄດ້ໃຫ້ຂໍ້ມູນທີ່ຖືກຕ້ອງແກ່ຣັຖມົນຕີ ກ່ຽວກັບການ ດໍາເນີນງານ ຂອງຕົນຫລືບໍ່.

"ຫນ້າທີ່ພື້ນຖານຂອງຣັຖບານ ແລະຣັຖມົນຕີ ຄືປະຕິບັດຕາມກົດຫມາຍ. ດັ່ງນັ້ນ ຖ້າຫາກມີຄໍາຖາມ ກ່ຽວກັບຄວາມຜິດກົດຫມາຍ ໃນດ້ານໃດໆ ຂອງກິດຈະການ ຂອງຣັຖບານ ນັ້ນກໍຄົງຕ້ອງ -ມັນຕ້ອງໄດ້ການຈັດການ."

ຄນະກັມມາທິການ ກໍາລັງກວດສອບວ່າ Robodebt ເອີ້ນຄືນ ເກືອບ ຫນຶ່ງພັນລ້ານໂດລາ ຈາກ 380,000 ກວ່າຄົນຢ່າງຜິດກົດຫມາຍໄດ້ແນວໃດ.

ພະຍານໄດ້ບອກກັບ ຄນະກັມມາທິການວ່າ ເຂົາເຈົ້າເຊື່ອວ່າ ການແຈ້ງ ຫນີ້ໄດ້ສົ່ງຜົນ ໃຫ້ມີການຂ້າຕົວຕາຍຈຳນວນນຶ່ງ.

ທ່ານ Turnbull ເປັນນາຍົກຣັຖມົນຕີ ໃນໄລຍະທີ່ມີໂຄງການ ເອີ້ນຄືນຫນີ້ສິນ ເຊິ່ງດໍາເນີນການແຕ່ປີ 2015 ຫາ 2019 ແລະໄດ້ໃຊ້ລາຍຮັບສະເລັ່ຍ ຂອງຂໍ້ມູນສຳນັກງານພາສີ ເພື່ອຄິດໄລ່ຫນີ້ສິນ.

ຫລັງລາຍງານຈາກສື່ມວນຊົນໃນທາງລົບ ກ່ຽວກັບຫນີ້ສິນ ທີ່ບໍ່ຖືກຕ້ອງ ໃນເດືອນມັງກອນປີ 2017, ທ່ານ Turnbull ໄດ້ບອກກັບຄນະກັມມາທິການວ່າ ທີ່ເພິ່ນໄດ້ຮຽກຮ້ອງໃຫ້ທ່ານ AlanTudge ຣັຖມົນຕີກະຊວງບໍຣິການມະນຸດ (Human Services) ໃນເວລານັ້ນ ດໍາເນີນການປະເມີນວ່າມີຫຍັງເກີດຂຶ້ນ.

ມີຄວາມກັງວົນ ກ່ຽວກັບຜູ້ທີ່ບໍ່ໄດ້ຮັບຈົດຫມາຍ ກ່ຽວກັບຫນີ້ສິນ ທີ່ອາດຈະເກີດຂຶ້ນ, ແຕ່ Mr Turnbull ມີຄວາມຄາດຫວັງວ່າ ຣັຖມົນຕີ ໃນຄນະຣັຖບານຂອງເພິ່ນ ແມ່ນຢູ່ໃນຂອບເຂດຄວາມຮັບຜິດຊອບຂອງເຂົາເຈົ້າ.

"ຂ້າພະເຈົ້າບໍຣິຫານແລະຕັ້ງໃຈທີ່ຈະບໍຣິຫານ ເມື່ອຂ້າພະເຈົ້າ ໄດ້ກາຍເປັນນາຍົກຣັຖມົນຕີ ຕາມທັມມະດາ. ຣັຖບານ ບໍ່ແມ່ນຈະຖືກສັ່ງມາຈາກຫ້ອງການຂອງນາຍົກຣັຖມົນຕີ, ຄືກັບນາຍົກຣັຖມົນຕີ ບາງຄົນ ພະຍາຍາມທີ່ຈະເຮັດ. ຂ້າພະເຈົ້າມີຄວາມຄາດຫວັງຢ່າງຊັດເຈນວ່າ ຣັຖມົນຕີທຸກຄົນຈະຮັບຜິດຊອບຕໍ່ໜ້າທີ່ ແລະກະຊວງຂອງເຂົາເຈົ້າ.

ຂໍ້ຄວາມໃນ WhatsApp ທີ່ສົ່ງເຖິງ Mr Tudge, Mr Turnbull ໄດ້ຖາມວ່າ: "ທ່ານແນ່ໃຈບໍວ່າຜແນກ ຂອງທ່ານ ກໍາລັງໃຫ້ຄໍາແນະນໍາ ທີ່ຖືກຕ້ອງກ່ຽວກັບສິ່ງທີ່ກໍາລັງເກີດຂຶ້ນ?"

ທ່ານ Turnbull ກ່າວວ່າ ທ່ານຖືວ່າ ທ່ານ Tudge ເປັນ "technocrat" ຜູ້ທີ່ມີປະສົບການຫຼາຍ, ແລະບໍ່ໄດ້ຖືວ່າ ທ່ານເປັນຣັຖມົນຕີ ທີ່ລະເລີຍ ຫລືບໍ່ມີຄວາມສາມາດ ຫລືບໍ່ມີຄວາມຣະມັດຣະວັງ.

ທ່ານ Turnbull ກ່າວວ່າ ທ່ານໄດ້ຂໍ ຄວາມຫມັ້ນໃຈຈາກ ທ່ານ Tudge ວ່າຖແລງການຂອງສື່ຂອງທ່ານເອງ ແມ່ນຖືກຕ້ອງ ກ່ຽວກັບຄວາມເປັນຫ່ວງ ກ່ຽວກັບໂຄງການນັ້ນ.

"ຄວາມເປັນຫ່ວງຂອງຂ້າພະເຈົ້າ ແມ່ນຄວາມຖືກຕ້ອງ ແລະຄວາມເປັນທັມ. ນັ້ນຄືຄວາມເປັນຫ່ວງ ຈາກຂ້າພະເຈົ້າ ແລະຫ້ອງການຂອງຂ້າພະເຈົ້າ. ພວກເຮົາບໍ່ໄດ້ຫັນ ໄປເບິ່ງຄວາມຖືກຕ້ອງຕາມກົດຫມາຍ ເພາະພວກເຮົາຄິດວ່າ ນັ້ນແມ່ນວິທີທີ່ມັນຖືກສເນີ."

ທ່ານ Tudge ໄດ້ລາອອກຈາກຣັຖສະພາ ໃນເດືອນແລ້ວນີ້ ໂດຍອ້າງເຖິງເຫດຜົນທາງຄອບຄົວ-ຫລາຍມື້ຫລັງຈາກໄດ້ໃຫ້ຫລັກຖານຕໍ່ ຄນະກັມມາທິການ ກະຊ່າງຊຶ່ງ ທ່ານໄດ້ປະຕິເສດຄວາມຮັບຜິດຊອບຕໍ່ໂຄງການນັ້ນ.

ຄນະກັມມາທິການ ຈະສິ້ນສຸດໄຕ່ສວນ ໃນວັນສຸກນີ້ ໂດຍລາຍງານສະບັບສຸດທ້າຍ ທີ່ຈະຖືກມອບໃນວັນທີ 30 ມິຖຸນານີ້.

ຜູ້ຟັງທີ່ຕ້ອງການຄວາມຊ່ອຍເຫຼືອ ສາມາດຕິດຕໍ່ Lifeline ໄດ້ທີ່ 131 114 ຫຼື beyondblue 1300 224 636

ເນື້ອເລື່ອງໂດຍ Peggy Giakoumelos and Stefan Armbruster
ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service