ລາຍງານກ່ຽວກັບການຮຽນລອຍນ້ຳຂອງເດັກ

Swimming teacher and children at a Melbourne pool November 20 2023 SBS.jpg

ຄູສອນລອຍນ້ຳໃນສະນ້ຳທີ່ Melbourne. Source: SBS / SBS

ມີເດັກນ້ອຍຈໍານວນຫຼາຍ ທີ່ບໍ່ໄດ້ລົງທະບຽນ ໃນການຮຽນລອຍນໍ້າ ໃນອອສເຕຣເລັຍ ເພາະວ່າພໍ່ແມ່ຂອງເຂົາເຈົ້າຄິດວ່າ ອາຍຸພວກເຂົາຍັງນ້ອຍເກີນໄປ. ການຣົນນະຣົງໃຫມ່ ມີຈຸດປະສົງ ເພື່ອເພີ່ມຈໍານວນໃຫ້ຜູ້ທີ່ມີອາຍຸຕໍ່າກວ່າ 5 ປີ ໄປຮຽນລອຍນໍ້າ ໂດຍມີຫຼັກຖານ ທີ່ສະແດງວ່າ ຄ່າໃຊ້ຈ່າຍຍັງພິສູດໃຫ້ເຫັນ ເຖິງອຸບປະສັກຕໍ່ຄ່າຮຽນ.


ລາຍງານກ່ຽວກັບການຮຽນລອຍນ້ຳຂອງເດັກ.

ມີເດັກນ້ອຍຈໍານວນຫຼາຍ ທີ່ບໍ່ໄດ້ລົງທະບຽນ ໃນການຮຽນລອຍນໍ້າອອສເຕຣເລັຍ ເພາະວ່າພໍ່ແມ່ຂອງເຂົາເຈົ້າຄິດວ່າ ອາຍຸພວກເຂົາຍັງນ້ອຍເກີນໄປ.

ການຣົນນະຣົງໃຫມ່ ມີຈຸດປະສົງ ເພື່ອເພີ່ມຈໍານວນໃຫ້ຜູ້ທີ່ມີອາຍຸຕໍ່າກວ່າ 5 ປີ ໄປຮຽນລອຍນໍ້າ ໂດຍມີຫຼັກຖານ ທີ່ສະແດງວ່າ ຄ່າໃຊ້ຈ່າຍຍັງພິສູດໃຫ້ເຫັນ ເຖິງອຸບປະສັກຕໍ່ຄ່າຮຽນ.

Tys Occhiuzzi ລາຍງານ.

ເດັກຝາແຝດ ອາຍຸສີ່ປີ Chase ແລະ Cynthia ມີຄວາມກະຕືລືລົ້ນ ໃນໂຮງຮຽນລອຍນ້ຳ ໃນ Melbourne ແຫ່ງນີ້.

ພວກເຂົາເຈົ້າ ແມ່ນສ່ວນຫນຶ່ງ ຂອງກຸ່ມທີ່ສໍາຄັນ ທີ່ກຳລັງຮຽນລອຍນ້ຳ.

ບົດຮຽນເຫຼົ່ານີ້ ບໍ່ພຽງແຕ່ໄດ້ຮັບຄວາມເຫັນດີ ຈາກພວກເຂົາເທົ່ານັ້ນ,ແຕ່ຍັງຮວມເຖິງ Cherry Li ຜູ້ເປັນແມ່ເຊັ່ນກັນ.

'ຂ້ອຍຄິດວ່າ ການລອຍນໍ້າ ບໍ່ແມ່ນພຽງແຕ່ອອກກໍາລັງກາຍ, ມັນບໍ່ແມ່ນພຽງແຕ່ ເພື່ອຄວາມມ່ວນຊື່ນ. ມັນເປັນທັກສະ ທີ່ຊ່ວຍຊີວິດໄດ້ ຕລອດຊີວິດຂອງເຂົາເຈົ້າ. ມັນສໍາຄັນຫຼາຍ. ຂ້ອຍເວົ້າສເມີວ່າ ຖ້າຫາກວ່າກິລາດຽວ ທີ່ຂ້ອຍສາມາດເລືອກ ສໍາລັບລູກຂອງຂ້ອຍ, ຂ້ອຍຈະເລືອກການລອຍນ້ຳ.'

ກຸ່ມຄວາມປອດພັຍທາງນ້ຳ AUST SWIM ກ່າວວ່າ ຫຼາຍກວ່າເຄິ່ງຫນຶ່ງ ຂອງເດັກນ້ອຍທັງຫມົດ ໃນອອສເຕຣເລັຍ ບໍ່ໄດ້ລົງທະບຽນຮຽນລອຍນ້ຳ.

ຜູ້ຈັດການ ຣັດ Victoria ຂອງ AUST SWIM, Angus Milner ກ່າວວ່າ:

"ພວກເຮົາປະເມີນວ່າ 53 ເປີເຊັນ ຂອງຄອບຄົວ ທີ່ໄດ້ຖອນໂຕ ອອກຈາກບົດຮຽນ ແມ່ນຍ້ອນສະພາບການທາງດ້ານການເງິນ. ສະນັ້ນ,ພວກເຮົາຈຶ່ງເຂົ້າໃຈວ່າ ນັ້ນເປັນອຸປະສັກທີ່ສໍາຄັນ. ແຕ່ມັນເປັນສິ່ງທີ່ໜ້າຍິນດີ ທີ່ພວກເຮົາໄດ້ເຫັນຂໍ້ມູນວ່າ ຄອບຄົວຕັດຄ່າໃຊ້ຈ່າຍ ໃນດ້ານອື່ນໆ ເພື່ອພະຍາຍາມໃຫ້ລູກຂອງຕົນ ໄດ້ຮຽນລອຍນ້ຳ. ນັ້ນແມ່ນດີຫຼາຍ."

ຂໍ້ມູນ ທີ່ຮວບຮວມໂດຍ SWIM Australia ສະແດງໃຫ້ເຫັນວ່າ ສອງໃນຫ້າ ຄອບຄົວ ບໍ່ມີລູກເຂົ້າຮຽນລອຍນ້ຳ ເພາະເຂົາເຈົ້າເຊື່ອວ່າ ລູກເຂົາເຈົ້າ ຍັງນ້ອຍເກີນໄປທີ່ຈະລອຍນ້ຳ.

ເຖິງຢ່າງໃດກໍຕາມ, ພໍ່ແມ່ຫລາຍກວ່າເຄິ່ງຫນຶ່ງ ບໍ່ຫມັ້ນໃຈ ໃນຄວາມຊໍານານ ຂອງລູກ ຖ້າຫາກເຂົາປະສົບບັນຫາໃນນ້ຳ.

ຄ່າຄອງຊີບທີ່ສູງຂຶ້ນ ກໍສົ່ງຜົນກະທົບເຊັ່ນກັນ. ໂດຍທີ່ເກືອບ ສີ່ໃນສິບ ເຊື່ອວ່າ ບົດຮຽນລອຍນ້ຳນັ້ນ ມີລາຄາແພງເກີນໄປ.

ແຕ່ສໍາລັບ Cherry Li, ຄ່າໃຊ້ຈ່າຍໃນການລົງທະບຽນລູກຝາແຝດຂອງນາງ ແມ່ນເງິນທີ່ໃຊ້ໄດ້ກຸ້ມຄ່າ ເນື່ອງຈາກຄວາມອຸ່ນໃຈ ທີ່ມັນນໍາມາ.

'ມັນຈະງ່າຍກວ່າ ສຳລັບໄວຫນຸ່ມ ທີ່ຈະສ້າງຄວາມຫມັ້ນໃຈກັບນ້ຳ, ຄຸ້ນເຄີຍກັບນ້ຳ, ແລະຫຼຸດຄວາມຢ້ານກົວ ຂອງນ້ຳເຊັ່ນກັນ, ເພາະເມື່ອທ່ານເຕີບໃຫຍ່ຂຶ້ນ, ທ່ານອາດຈະຄິດຫຼາຍເກີນໄປ ແລະອາດຈະເປັນການຍາກຫນ້ອຍຫນຶ່ງ ສໍາລັບທ່ານ ທີ່ຈະຄຸ້ນເຄີຍກັບນ້ຳ. ຕ້ອງໃຊ້ເວລາດົນກວ່າ ທີ່ທ່ານຈະສ້າງຄວາມຫມັ້ນໃຈ ທີ່ຈະລົງໄປໃນນ້ຳ.'

ເປົ້າຫມາຍຂອງ Swimsafer Week ຄືການໃຫ້ເດັກນ້ອຍໄປລອຍນ້ຳ ຫຼາຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້.

ແຕ່ດັ່ງທີ່ Ms Li ເວົ້າວ່າ ມັນບໍ່ເຄີຍຊ້າເກີນໄປ ສຳລັບທຸກຄົນ, ທຸກວັຍ, ທີ່ຈະຟື້ນທັກສະທາງນ້ຳ ຂອງເຂົາເຈົ້າ.

"ຂ້ອຍຮູ້ພຽງແຕ່ຮູ້ທັກສະ ການລອຍນ້ຳຂັ້ນພື້ນຖານເທົ່ານັ້ນ ແຕ່ຢາກຈະຮຽນລອຍນ້ຳ ແບບອື່ນອີກເຊັ່ນກັນ. ສະນັ້ນ, ຂ້ອຍຈຶ່ງຄິດທີ່ຈະຫາເວລາໃຫ້ຕົນເອງ ໃນການຮຽນລອຍນ້ຳເຊັ່ນກັນ."

ໂອກາດທີ່ຈະໃຊ້ເວລາຫຼາຍຂຶ້ນ ໃນສະນໍ້ານັ້ນ, ບໍ່ຕ້ອງສົງສັຍເລີຍວ່າແມ່ນສິ່ງທີ່ລູກຝາແຝດຂອງນາງ ຈະຍິນດີຕ້ອນຮັບ.

ເນື້ອເລື່ອງໂດຍ  Tys Occhiuzzi ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service