ການແຂ່ງຂັນເຕະບານໂລກຍິງກຳລັງຈະເລີ້ມຂຶ້ນໃນອອສເຕຣເລັຍ

WWCup Australia Soccer

People participate during a Unity Celebration event on the Sydney Harbour Bridge in Sydney, Sunday, June 25, 2023, as part of the lead up to the FIFA Women's World Cup soccer tournament. Australia and New Zealand will co-host the women's World Cup starting on July 20. (AP Photo/Rick Rycroft) Source: AP / Rick Rycroft/AP

ແຟນບານຫຼາຍພັນຄົນ ໄດ້ເດີນຂະບວນຂ້າມຂົວ Sydney Harbour (ວັນທີ 25 ມິຖຸນາ) ຊຶ່ງເປັນສ່ວນຫນຶ່ງ ຂອງການນໍາໄປສູ່ ການເລີ້ມຕົ້ນການແຂ່ງຂັນ ເຕະບານໂລກຍິງ ຊຶ່ງຍັງອີກບໍ່ຮອດຫນຶ່ງເດືອນ. ການແຂ່ງຂັນກິລາຍິງທີ່ໃຫຍ່ທີ່ສຸດໃນປວັດສາດນີ້ ແມ່ນອອສເຕຣເລັຍ ຈະເປັນເຈົ້າພາບ.


ການແຂ່ງຂັນເຕະບານໂລກຍິງກຳລັງຈະເລີ້ມຂຶ້ນໃນອອສເຕຣເລັຍ.

ຍັງອີກບໍ່ຮອດຫນຶ່ງເດືອນ ການແຂ່ງຂັນກິລາຍິງທີ່ໃຫຍ່ທີ່ສຸດໃນປວັດສາດ ກໍຈະເລີ້ມຂຶ້ນອສເຕຣເລັຍ ຈະເປັນເຈົ້າພາບ.

ແຟນບານຫຼາຍພັນຄົນ ໄດ້ເດີນຂະບວນຂ້າມຂົວ Sydney Harbour (ວັນທີ 25 ມິຖຸນາ) ຊຶ່ງເປັນສ່ວນຫນຶ່ງ ຂອງການນໍາໄປສູ່ ການເລີ້ມຕົ້ນການແຂ່ງຂັນ ເຕະບານໂລກຍິງ.

ເຫຼືອເວລາອີກບໍ່ເຖິງຫນຶ່ງເດືອນ ກ່ອນທີ່ການແຂ່ງຂັນທີ່ໃຫຍ່ທີ່ສຸດ ໃນກິລາຍິງ ຈະເລີ່ມຕົ້ນ ໃນອອສເຕຣເລັຍ.

ແລະຄວາມຄາດຫວັງນັ້ນ ໄດ້ເຮັດໃຫ້ຜູ້ຄົນລຸກອອກຈາກຕຽງ ກ່ອນຕາເວັນຂຶ້ນ ໃນວັນອາທິດ.

ທັງຍ່າງ, ທັງເຕັ້ນ ແລະທັງເຕັ້ນລໍາ ຂ້າມຂົວ Sydney Harbour, ຝູງຊົນຈາກທົ່ວໂລກ ໄດ້ສເລີມສລອງ ກິລາເຕະບານຍິງ.

ແຟນຊາວ Uruguay ຄົນນຶ່ງກ່າວວ່າ ກິລາເຕະບານມີພະລັງ ທີ່ຈະນໍາຜູ້ຄົນມາເຕົ້າໂຮມກັນ.

"Soccer ເປັນສິ່ງອັດສະຈັນ, soccer ຄືຄວາມສາມັກຄີ...ຄືກັນກັບທີ່ພວກເຮົາກໍາລັງເຮັດຢູ່ໃນມື້ນີ້. ພວກເຮົາທຸກຄົນ ກໍາລັງຍ່າງນໍາກັນ ຢູ່ເທິງຍ່າງຂົວແຫ່ງນີ້. ຂ້າພະເຈົ້າຄິດວ່າ ມັນເປັນສິ່ງທີ່ດີທີ່ສຸດທີ່ເຮົາສາມາດເຮັດໄດ້ ເພາະວ່າຢູ່ໃນອອສເຕຣເລັຍນັ້ນ ແມ່ນຕົວຕົນຂອງເຮົາ, ເຮົາເຮັດພ້ອມກັນ, ບິນໄປນໍາກັນ, ມ່ວນຊື່ນນໍາກັນ..., ຫວັງວ່າທີມທີ່ດີທີ່ສຸດຈະຊະນະ.

ທຸງຊາດຂອງ 32 ປະເທດທີ່ແຂ່ງຂັນກັນໃນປີນີ້ ໄດ້ຖືກນໍາຂ້າມຂົວ.

Michelle ຜູ້ທີ່ເປັນແຟນຂອງ Matildas ກ່າວວ່າ ໃນທີ່ສຸດ ຊາວອອສເຕຣເລັຍ ກໍຮູ້ເຖິງຄຸນຄ່າຂອງກິລານີ້.

"ເກມມີຄວາມຫມາຍທຸກຢ່າງສໍາລັບຂ້ອຍ. ຂ້ອຍໄດ້ສນັບສນູນເກມນີ້ ເປັນເວລາດົນນານແລ້ວ-ຂ້ອຍຫຼິ້ນເກມນີ້, ຂ້ອຍເບິ່ງມັນ, ເດີນທາງໄປທົ່ວໂລກ ເພື່ອສນັບສນູນມັນ, ບໍ່ວ່າໃນລະດັບສະໂມສອນ ຫຼືປະເທດ.ມັນແມ່ນທຸກສິ່ງທຸກຢ່າງ, ມັນເປັນຫຼາຍກວ່າກິລາ, ມັນເກີນກວ່າຄວາມຫຼົງໃຫຼ, ມັນເປັນວິຖີຊີວິດທີ່ສົມບູນ. ບານເຕະໃນອອສເຕຣເລັຍຂາດຫຼາຍຢ່າງ ທີ່ບ່ອນອື່ນຂອງໂລກມີ. ຂ້ອຍຄິດວ່າ ພວກເຮົາມີຫລາຍສິ່ງຫລາຍຢ່າງທີ່ຖືກຕ້ອງ ແຕ່ຂ້ອຍຄິດວ່າ ພວກເຮົາຍັງຂາດຫຼາຍຢ່າງຢູ່ທີ່ນີ້ ແລະຂ້ອຍຄິດວ່າ ໃນທີ່ສຸດ ຫຼາຍຄົນກໍກໍາລັງເລີ່ມຕົ້ນ ທີ່ຈະນຳທັນ ແລະຮູ້ວ່າກິລານີ້ ແທ້ຈິງແລ້ວ ມັນໃຫຍ່ພຽງໃດ."

Julie Dolan ຫົວໜ້າທີມຄົນທໍາອິດຂອງ Matildas ກ່າວວ່າ ເປັນຫນ້າປະທັບໃຈ ທີ່ເຫັນການລົງທຶນໃນກິລາເຕະບານເພີ່ມຂຶ້ນ.

"ມັນໄດ້ໄປຈາກ ສູນ ຫາ ຈຸດສູງສຸດ. ທ່ານຮູ້ບໍ່ວ່າ ພວກເຮົາໄດ້ອອກຈາກການເຮັດເຂົ້າຫນົມ ແລະລ້າງຣົດ ພຽງແຕ່ເພື່ອຫາເງິນ ເພື່ອເດີນການທາງໄປແຂ່ງຂັນ ຈົນມາຮອດສິ່ງໃດສິ່ງຫນຶ່ງໃນລະດັບນີ້. ການເຕີບໂຕແບບໄວ ຢ່າງບໍ່ໜ້າເຊື່ອ."

Joy Fawcett ຜູ້ເປັນ US Football Hall of Famer ກ່າວວ່າ ມີການຍອມຮັບຂອງເກມຫຼາຍຂຶ້ນ ເມື່ອທຽບໃສ່ຕອນທີ່ນາງຫລິ້ນ.


'ການຮັບຮູ້ແມ່ນຢູ່ທຸກຫົນແຫ່ງ ແລະມັນບໍ່ໄດ້ເປັນແບບນີ້ ເມື່ອຂ້າພະເຈົ້າໄດ້ເລີ່ມຫຼິ້ນ ໃນປີ 91. ພວກເຮົາໄດ້ຊະນະການແຂ່ງຂັນເຕະບານໂລກ ໃນຕອນນັ້ນ, ກັບມາບ້ານ, ບໍ່ມີໃຜຮູ້ ກ່ຽວກັບເລື່ອງນີ້. ບໍ່ມີໃຜຮູ້ວ່າ ພວກເຮົາກໍາລັງເວົ້າເຖິງຫຍັງ. ເຮົາພຽງແຕ່ຄຶດວ່າ ນັ້ນເປັນເລື່ອງແປກ ແລະພຽງແຕ່ເຫັນການເຕີບໂຕຈາກສິ່ງນັ້ນ ຈົນເຖິງຕອນນີ້ ທຸກຄົນກໍຮູ້ຈັກ ກ່ຽວກັບເລື່ອງນີ້. ທຸກຄົນຕື່ນເຕັ້ນຫຼາຍ ກ່ຽວກັບເລື່ອງນີ້, ການນໍາພາໃຫມ່ ທີ່ກໍາລັງເກີດຂຶ້ນ ໃນປະເທດຕ່າງໆ. ຂ້ອຍຕື່ນເຕັ້ນຫຼາຍ ເພາະຂ້ອຍມັກທີ່ເຂົ້າເຖິງເກມສົດ."

ມີການຂາຍບັດຫຼາຍກວ່າ 1.1 ລ້ານ ບັດແລ້ວ ຫມາຍຄວາມວ່າ ນີ້ຈະເປັນການແຂ່ງຂັນ ກິລາຍິງ ທີ່ມີຜູ້ເຂົ້າຊົມຫຼາຍທີ່ສຸດ ໃນປວັດສາດ.

Julie Dolan ກ່າວວ່າ ມັນມີກໍານົດທີ່ຈະນໍາເອົາກິລາ ໄປສູ່ລະດັບໃຫມ່ໃນປະເທດ.

"ຜົນກະທົບທີ່ວ່ານີ້ ຈະມີຕໍ່ກິລາເຕະບານແມ່ຍິງ ໃນອອສເຕຣເລັຍ ແລະ New Zealand ນັ້ນຍິ່ງໃຫຍ່ຫຼາຍ. ເພີ່ມການມີສ່ວນຮ່ວມ, ຄວາມຮັກໃນເກມ ແລະ momentum ທົ່ວໄປ ທີ່ຢູ່ເບື້ອງຫຼັງເກມ."

ແຟນໆໃນທົ່ວ 9 ເມືອງໃນອອສເຕຣເລັຍ ແລະ New Zealand ຈະໄດ້ເຫັນທຸກຢ່າງ ທີ່ເກີດຂຶ້ນ.

ຫົວຫນ້າສະຫະພັນບານເຕະຍິງ ຂອງ FIFA, Rhiannon Martin ກ່າວວ່າ ການແຂ່ງຂັນໃນປີນີ້ ຈະບໍ່ເປັນເລື່ອງງ່າຍ.

"ໃນທຸກກຸ່ມ, ເຮົາມີທີມທີ່ມີພອນສວັນຫຼາຍ. ສະນັ້ນ, ແຕ່ລະກຸ່ມ ຈະມີການແຂ່ງຂັນທີ່ຍາກ ແຕ່ຂ້າພະເຈົ້າຄິດວ່າ ພວກເຮົາຈະໄດ້ເຫັນເກມຟຸດບອນທີ່ຍິ່ງໃຫຍ່."

ການແຂ່ງຂັນເຕະບານໂລກຍິງ ເລີ່ມຂຶ້ນໃນວັນທີ 20 ກໍລະກົດ.

Adriana Wainstok ແລະ Claudia Farhart ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ການແຂ່ງຂັນເຕະບານໂລກຍິງກຳລັງຈະເລີ້ມຂຶ້ນໃນອອສເຕຣເລັຍ | SBS Lao