ຍົນອິນເດັຍບຸກໂຈມຕີກອງກຳລັງຈໍຣະຈົນໃນ ແກດຊ໌ເມັຍ ຂອງປະຄິດຖານ

Locals are painting red crosses on hospital roofs in Srinagar as tensions in Kashmir escalate between India and Pakistan (AAP) Source: AAP
ປະເທດອິນເດັຍແລະປະຄິດຖານບໍ່ສອດຄ່ອງກັນກ່ຽວກັຍແກສເມັຍມານານແສນນານແລ້ວ ທັງກໍມີການປະທະສູ້ຣົບກັນແລະຈ້ອງກຳລັງໃສ່ກັນຢູ່ສເມີມາ. ໃນຫວ່າງນຶ່ງນີ້ຍົນສູ້ຣົບອິນເດັຍຈຳນວນນຶ່ງຈູ່ໂຈມຕີກຳລັງ ເຈອິດຊ໌-ອີ-ໂມຮຳເມັດ ທີ່ອິນເດັຍຖືວ່າເປັນກອງກຳລງຈໍຣະຈົນທີ່ອາໄສຢູ່ໃນເຂດ ແກສເມັຍຂອງປະຄິສຖານ. ປະຄິສຖານຍິງຍົນລຳນຶ່ງນັ້ນຕົກ ທັງກໍອ້າງວ່າຍິງຕົກສອງລຳ. ອິນເດັຍກໍຖແລງວ່າຕົນຍິງຍົນສູ້ຣົບຂອງປະຄິສຖານຕົກລຳນຶ່ງດ້ວຍ. ນີ້ສ້າງຄວາມຮ້ອນວົນແລະຄວາມເຄັ່ງຕຶງຂຶ້ນຣະຫວ່າງປະເທດແຂກທັງສອງນັ້ນ. ໃນຂັ້ນຕໍ່ໄປສະຖານະການດັ່ງກ່ວາຈະເປັນແນວໃດ?
Share