Watch FIFA World Cup 2026™

LIVE, FREE and EXCLUSIVE

ຄົບຮອບ 30 ປີ ກຳແພງ ເບີລິນ ຖຶກເຈາະມ້າງຄຸລົງ ພາໃຫ້ມີ ເຢັຍລະມັນ ດຽວ ເສຣີປະຊາທິປະໄຕ

Berlin Wall
Source: AAP

ພາຍຫຼັງສົງຄາມໂລກຄັ້ງທີ່ສອງສຸດສິ້ນລົງ ປະເທດເຢັຍລະມັນກັບກາຍເປັນປະເທດ ເຢັຍລະມັນຕາເວັນຕົກແລະຕາເວັນອອກ. ເຢັຍລະມັນຕາເວັນອອກເປັນປະເທດສັງຄົມນິຍົມຄອມມຸຍນິສຕ໌ພະເດັດການ. ເຢັຍລະມັນຕາເວັນຕົກເປັນປະເທດເສຣີປະຊາທິປະໄຕ. ຣະບົບຣະບອບເຢັຍລະມັນຕາເວັນອອກ ເພ່ື່ອປ້ອງກັນແລະກັ້ນບໍ່ໃຫ້ປະຊາຊົນຂອງ ຕົນໂຕນປົບຣົບໜີຂ້າມແດນໄປຢູ່ໃນປະເທດເຢັຍລະມັນຕາເວັນຕົກ ເລີຍສ້າງກຳ ແພງແລະຮົ້ວອັນໜ້າແໜ້ນປິດລ້ອມໂຕເອັງຂຶ້ນໃນວັນທີ 13 ສິງຫາ 1961. ໂດຍນ້ຳມືຂອງປະຊາຊົນເຢັຍລະມັນທັງສອງນັ້ນ ກຳແພງດັ່ງກ່າວຖຶກເຈາະເກ່ື່ອນ ມ້າງເພພັງລົງໃນຄາວເມື່ອ 30 ກ່ອນນີ້ ຄືໃນວັນພະຫັດ 09 ພຶດສະຈິກາ 1989. ນີ້ພາໃຫ້ເຢັຍລະມັນທັງສອງນັ້ນຮວມເຂົ້າກັນເປັນປະເທດດຽວຢູ່ພາຍໃຕ້ຣະບົບ ຣະບອບເສຣີປະຊາທິປະໄຕ ແຕ່ມັນກໍພາໃຫ້ຫຼາຍໆປະເທດທີ່ເປັນປະເທດສັງຄົມ ນິຍົມຄອມມຸຍນິສ໌ຕຄຸລົ້ມເພພັງລົງຕາມໆກັນໄປເປັນປະເທດເສຣີປະຊາທິປະໄຕ ເຫຼືອຢູ່ພຽງແຕ່ 5 ປະເທດສັງຄົມນິຍົມຄອມມຸຍນິສຕ໌ຢູ່ໃນໂລກນີ້ເທົານັ້ນ ຄື ປະເທດ ສປປລາວ, ວຽດນາມ, ກຸຍບາ, ເກົ້າຫຼີເໜືອ, ແລະສປຈີນ ໂດຍທີວາ 5 ປະເທດເຫຼົານີ້ ໃນຫຼັກເລີກໆແລ້ວຫ້າວຫັນໄປໃຊ້ຣະບອບນາຍທຶນໜົດແລ້ວ ແຕ່ຍັງກຳແໜ້ນການ ປົກຄອງໂດຍທີ່ວ່າປະຊາຊົນຍຶກບໍ່ໄດ້ຢູ່ຕລອດມາຢູ່...


Published

Updated

By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ), Nicola Canning

Source: SBS



Share this with family and friends


ພາຍຫຼັງສົງຄາມໂລກຄັ້ງທີ່ສອງສຸດສິ້ນລົງ ປະເທດເຢັຍລະມັນກັບກາຍເປັນປະເທດ ເຢັຍລະມັນຕາເວັນຕົກແລະຕາເວັນອອກ. ເຢັຍລະມັນຕາເວັນອອກເປັນປະເທດສັງຄົມນິຍົມຄອມມຸຍນິສຕ໌ພະເດັດການ. ເຢັຍລະມັນຕາເວັນຕົກເປັນປະເທດເສຣີປະຊາທິປະໄຕ. ຣະບົບຣະບອບເຢັຍລະມັນຕາເວັນອອກ ເພ່ື່ອປ້ອງກັນແລະກັ້ນບໍ່ໃຫ້ປະຊາຊົນຂອງ ຕົນໂຕນປົບຣົບໜີຂ້າມແດນໄປຢູ່ໃນປະເທດເຢັຍລະມັນຕາເວັນຕົກ ເລີຍສ້າງກຳ ແພງແລະຮົ້ວອັນໜ້າແໜ້ນປິດລ້ອມໂຕເອັງຂຶ້ນໃນວັນທີ 13 ສິງຫາ 1961. ໂດຍນ້ຳມືຂອງປະຊາຊົນເຢັຍລະມັນທັງສອງນັ້ນ ກຳແພງດັ່ງກ່າວຖຶກເຈາະເກ່ື່ອນ ມ້າງເພພັງລົງໃນຄາວເມື່ອ 30 ກ່ອນນີ້ ຄືໃນວັນພະຫັດ 09 ພຶດສະຈິກາ 1989. ນີ້ພາໃຫ້ເຢັຍລະມັນທັງສອງນັ້ນຮວມເຂົ້າກັນເປັນປະເທດດຽວຢູ່ພາຍໃຕ້ຣະບົບ ຣະບອບເສຣີປະຊາທິປະໄຕ ແຕ່ມັນກໍພາໃຫ້ຫຼາຍໆປະເທດທີ່ເປັນປະເທດສັງຄົມ ນິຍົມຄອມມຸຍນິສ໌ຕຄຸລົ້ມເພພັງລົງຕາມໆກັນໄປເປັນປະເທດເສຣີປະຊາທິປະໄຕ ເຫຼືອຢູ່ພຽງແຕ່ 5 ປະເທດສັງຄົມນິຍົມຄອມມຸຍນິສຕ໌ຢູ່ໃນໂລກນີ້ເທົານັ້ນ ຄື ປະເທດ ສປປລາວ, ວຽດນາມ, ກຸຍບາ, ເກົ້າຫຼີເໜືອ, ແລະສປຈີນ ໂດຍທີວາ 5 ປະເທດເຫຼົານີ້ ໃນຫຼັກເລີກໆແລ້ວຫ້າວຫັນໄປໃຊ້ຣະບອບນາຍທຶນໜົດແລ້ວ ແຕ່ຍັງກຳແໜ້ນການ ປົກຄອງໂດຍທີ່ວ່າປະຊາຊົນຍຶກບໍ່ໄດ້ຢູ່ຕລອດມາຢູ່...



Latest podcast episodes

Follow SBS Lao

Download our apps

Listen to our podcasts

Get the latest with our exclusive in-language podcasts on your favourite podcast apps.

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now