ອອສເຕຣເລັຍ ໄດ້ລົງຄະແນນສຽງ 'ບໍ່-No' ໃນການລົງປະຊາມະຕິ ຂອງສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ.

ຂໍ້ສເນີ ສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ ເສັຍໄຊໃນການລົງປະຊາມະຕິ ຄັ້ງທໍາອິດຂອງອອສເຕຣເລັຍ ໃນຮອບຫຼາຍກວ່າສອງທົດສະວັດ.

VOICE REFERENDUM COUNTING

Ballot papers are seen at a counting centre in Melbourne, Saturday, October 14, 2023. Australians will vote in a referendum on October 14 on whether to enshrine an Indigenous voice in the country's constitution. (AAP Image/Con Chronis) NO ARCHIVING Source: AAP / CON CHRONIS/AAPIMAGE

ຈຸດສໍາຄັນ
  • ການລົງປະຊາມະຕິ ຂອງ ສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ ມີຜົນໃຫ້ ມີການລົງຄະແນນສຽງ 'ບໍ່-No' ຢ່າງຖ້ວມທົ້ນ.
  • ການລົງປະຊາມະຕິ ຂອງ ສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ ມີຜົນໃຫ້ ມີການລົງຄະແນນສຽງ 'ບໍ່-No' ຢ່າງຖ້ວມທົ້ນ.
  • ນາຍົກ ຣັຖມົນຕີ Anthony Albanese ໄດ້ຊຸກຍູ້ຊາວອອສເຕຣເລັຍໃຫ້ຮວມກັນ.
ຊາວອອສເຕຣເລັຍ ໄດ້ປະຕິເສດ ຕໍ່ຂໍ້ສເນີ ສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ ໃນຣັຖທັມມະນູນ.

ການລົງຄະແນນສຽງ 'ບໍ່-No' ໄດ້ຖືກບັນທຶກໄວ້ ໃນທັງຫົກຣັດ ແລະ the Northern Territory ໃນລະຫວ່າງ ການລົງປະຊາມະຕິ ຄັ້ງປວັດສາດໃນວັນເສົາ.

ການລົງຄະແນນສຽງ 'ບໍ່-No' ກໍນໍາຫນ້າໃນການນັບຄະແນນ ທົ່ວປະເທດ.

ACT ເປັນເຂດດຽວ ທີ່ບັນທຶກການລົງຄະແນນສຽງ 'ແມ່ນ-Yes '

ນາຍົກຣັຖມົນຕີ Anthony Albanese ຜູ້ທີ່ຜິດຫວັງ ໄດ້ຢືນຢັນວ່າ ຜົນການລົງປະຊາມະຕິ "ບໍ່ໄດ້ກໍານົດພວກເຮົາ ແລະມັນຈະບໍ່ແບ່ງແຍກພວກເຮົາ".

"ຕອນນີ້ ມັນຂຶ້ນກັບພວກເຮົາທຸກຄົນ ທີ່ຈະມາຮວມກັນ ແລະຊອກຫາວິທີອື່ນ ເພື່ອໄປສູ່ຈຸດຫມາຍ ໃນການປອງດອງກັນ."
PM Anthony Albanese .jpg
Australian Prime Minister Anthony Albanese delivers a statement on the outcome of the Voice Referendum at Parliament House.
ຜູ້ນໍາຝ່າຍຄ້ານ, ທ່ານ Peter Dutton, ໄດ້ຮຽກຮ້ອງໃຫ້ປະເທດ ຮວມໂຕກັນ ໂດຍລະບຸການລົງປະຊາມະຕິວ່າ ເປັນສິ່ງທີ່ອອສເຕຣເລັຍ "ບໍ່ຈໍາເປັນຕ້ອງມີ".

"ຂໍ້ສເນີ ແລະຂະບວນການນີ້ ຄວນຖືກອອກແບບ ເພື່ອໃຫ້ຊາວອອສເຕຣເລັຍ ເປັນອັນຫນຶ່ງອັນດຽວກັນ, ບໍ່ແມ່ນ ເພື່ອແບ່ງແຍກພວກເຮົາ." ທ່ານກ່າວ.
PETER DUTTON VOICE REFERENDUM ADDRESS
Opposition Leader Peter Dutton and Shadow Minister for Indigenous Australians Senator Jacinta Price address the media following the referendum. Source: AAP / JONO SEARLE/AAPIMAGE
ຊາວພື້ນເມືອງອອສເຕຣເລັຍບາງຄົນ ກໍາລັງໃຊ້ "ສັບປະດາແຫ່ງຄວາມງຽບ (week of silence)" ຫຼັງຈາກຜົນຂອງການລົງຄະແນນສຽງ, ໃນຂນະທີ່ ບາງຄົນກໍກໍາລັງ ເບິ່ງໄປໃນສິ່ງທີ່ຈະເກີດຂຶ້ນຕໍ່ໄປແລ້ວ.

ທ່ານນາງ Linda Burney, ຣັຖມົນຕີກະຊວງຊາວພື້ນເມືອງ ອອສເຕຣເລັຍ (Indigenous Australians) ແລະຜູ້ສນັບສນູນ 'ແມ່ນ-Yes'' ໄດ້ກ່າວວ່າ ທ່ານນາງຫມັ້ນໃຈວ່າ ພວກຜູ້ນໍາຊາວຊາວພື້ນເມືອງລຸ້ນໃຫມ່ ຈະເກີດຂຶ້ນ ຫລັງຈາກການລົງຄະແນນສຽງ.

ນັກຣົນນະຣົງ 'ບໍ່-No'' ຊື່ດັງ, ທ່ານ Nyunggai Warren Mundine, ໄດ້ກ່າວວ່າ ຜົນໄດ້ຊີ້ໃຫ້ເຫັນວ່າ ຊາວອອສເຕຣເລັຍ "ຢາກເຮັດໃຫ້ສິ່ງຕ່າງໆສໍາເລັດ" ກ່ຽວກັບບັນຫາ ທີ່ກໍາລັງປະເຊີນ ໃນຊຸມຊົນຊົນພື້ນເມືອງ.

"ຜູ້ຄົນ ຕ້ອງຢຸດການເບິ່ງຂ້າມຄວາມຮຸນແຮງ, ການລ່ວງລະເມີດ, ການຄວບຄຸມບັງຄັບ ແລະພຶດຕິກັມ ທີ່ກໍ່ຄວາມເສັຍຫາຍ ທີ່ເກີດຂຶ້ນໃນຊຸມຊົນຊາວພື້ນເມືອງບາງແຫ່ງ." ທ່ານກ່າວ.

ຮັບຊາບຂໍ້ມູນກ່ຽວກັບການລົງປະຊາມະຕິຂອງສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ (Indigenous Voice to Parliament) ໃນປີ 2023 ຈາກທົ່ວເຄືອຂ່າຍ SBS ລວມທັງມຸມມອງ ຂອງ First Nations ຜ່ານ NITV.

ເຂົ້າຊົມເວັບໄຊທ໌ SBS Voice Referendum ເພື່ອເຂົ້າເຖິງບົດຄວາມ, ວິດີໂອ ແລະ podcasts ໃນຫຼາຍກວ່າ 60 ພາສາ, ຫຼື stream ຂ່າວຫຼ້າສຸດ ແລະການວິເຄາະ, ສາຣະຄະດີ ແລະການບັນເທີງ ໂດຍບໍ່ເສັຍຄ່າ, ທີ່ສູນ Voice Referendum on SBS On Demand


Share

Published

Presented by Sak Phoumirath
Source: SBS

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ອອສເຕຣເລັຍ ໄດ້ລົງຄະແນນສຽງ 'ບໍ່-No' ໃນການລົງປະຊາມະຕິ ຂອງສຽງຂອງຊາວພື້ນເມືອງຕໍ່ຣັຖສະພາ. | SBS Lao