ກະຣຸນາເຂົາຟັງດ້ວຍນະທີ່ https://www.sbs.com.au/language/
lao/audio/how-lao-in-western-melbourne-suvies-covid-19?fbclid=IwAR3RmR6TmLhRNZqjfLmxbhHf3NA5BiLHBFzC
19jqYWNjCiO1rAahsO_OpQ8 ໃນເຟສບຸກ.
ສຳພາດທ່ານ ມີໄຊ ຈິຕພົງ ອະດີດປະທານຄົນລາວຄົນນຶ່ງ ຫຼາຍສະໄໜ.
ຄົນລາວທຸກຊັ້ນສັງຄົມແລະວັຍ ທີ່ຖຶກຄ້ອນກັນກ່ຽວລັ່ນທັບຫົວ ອົພຍົບ
ຣົບພັຍເຂົ້າສູ່ແດນໄທຍ໌ ໜີ້ຮ້ອຍໄປເພິ່ງເຢັນ.ຕໍ່ນັັ້ນມາກໍກະຈູ້ກະຈາຍກັນ
ໄປຢູ່ໃນທົ່ວໂລກນີີີ້ ອັນມີດ້ວຍອອສເຕຼເລັຍ.
ລາວເຮົາມາຢູ່ອອສເຕຼເລັຍຮວດແລກໆປະມານ 150 ຄົນ ທີຈຸທະອິດມາ
ຮອດນະຄອນ ແມນລ໌ເບິນ ໂດຍສາຍການບິນ ຄັວນຕັສ ໃນເວລາປະມານ
3 ໂມງແຈ້ງ ຂອງວັນພຸດ ທີ 19 ມີນາ 1976.
ຕົກມາເຖິງທຸກໆມື້ນີ້ແມ່ນທະວີຂຶ້ນເປັນເຖິງປະມານ 10ພັນ ຄົນ.
10ພັນ ນີ້ກະຈູ້ກະຈາຍກັນໄປຢູ່ໃນທຸກມູມແຈງຂອງປະເທດອອສເຕຼເລັຍ.
ຫຼາຍທີສຸດແມ່ນຢູ່ໃນຂົງແຄ້ວນ ຊິດນີ ຣັດ ນີວຊາວແວນ. ຮອງລົງມາແມ່ນ
ຢູ່ໃນຣັດ ວິກຕໍເຣັຍ. ສຳຮັບຣັດ ວິດຕເລັຍ ສ່ວນໃຫ່ຍແມ່ນຢູ່ໃນຂົງແຄ້ວນ
ຂອງນະຄອນ ແມນລ໌ເບີນ.
ໃນນີີ້ສ່ວນນຶ່ງຕັັ້ງພູມລຳເນົາຢູ່ໃນພາກຕາເວັນຕົກຂອງ ແມນລ໌ເບີນ.
ອອສເຕຼເລັຍຖຶກບຸກຣຸກໂດຍ ໂກວິດ-19 ທີ່ໃນຫວ່າງນຶ່ງກ່ອນນີ້້ແມນຮ້າຍ
ແຮງໃນນະຄອນ ແມນລ໌ເບີນແລະຄຸ້ມຕ່າງຕລອດເຖິງບາງເຂດແດນທີ່ໃກ້
ຄຽງດ້ວຍ. ນີ້ໄດ້ເຮັດໃຫ້ ແມນລ໌ເບີນ ຖຶກບັນຍັດມາຕການສຸກເສີນຣະດັບ
4 ໃສ່ ແຕ່ບັດນີ້ນັັ້ນຖຶກຜ່ອນຜັນລົງໃນບາດກ້າວທີສອງແລ້ວແຕ່ກໍຍັງເຂັ້ມ
ຮວດມາກມາຍຢູ່.
ໃນຣະຍະ ໂກວິດ-19 ນັັ້ນຊຸມຊົນຊາວລາວໃນພາກຕາເວັນຕົກຂອງ ແມນລ໌
ເບີນ ນັັ້ນເປັນແນວໃດ?ກ່ຽວກັບເຣື່ອງນີ້ປາກົດວ່າພວກຂະເຈົ້າຕລອດປອດ
ພັນທຸກທົ້ວໜ້າ ດັ່ງທ່ານ ມີໄຊ ຈິຕພົງ ທີ່ເປັນອະດິດປະທານຊຸມົຊນລາວຄົນ
ນຶ່ງເວົົົ້າວ່າ ທຸກຄົນຕລອດປອດພັຍ.
ແຕ່ພວກຂະເຈົ້າມີບັນຫາລື້ບໍ?
ອີງຕາມການຊີ້ແຈງຂອງທ່ານ ມີໄຊ ແມ່ນວ່າພວກຂະເຈົ້າກໍມີບັນຫາຢູ່ ທັງກໍ
ມີການຢ້ານກົວ ໂກວິດ-19 ນຳດ້ວຍ.
ທ່ານ ມີໄຊ ເລົ່າສູ່ຟັງວ່າຜູ້ເຖົ້າຜູ້ແກ່ລາວນັ້້ນຢ້ານກົວພະຍາດ ໂກວິດ-19 ແລະ
ບໍ່ອອກບ້ານອອກທີ່ນອກຈາກທີ່ຈະຈຳເປັນທີ່ສຸດ.ເຖິງປະຈຸບັນນີ້ ໃນອອສເຕຼເລັຍ
ຍັງບໍ່ມີຂ່າວວ່າມີຄົນລາວຕາຍຍ້ອນ ໂກວິດ-19 ເທື່ອແຕ່ກໍຊາກັນວ່າໃນຣັດ ນີວ
ຊາວແວນລ໌ມີຄົນລາວເປັນມັນປະມານ 10 ຄົນ ອັນມີດ້ວຍອະດີດພະສົງ 2 ຄົນ.
ໃນດ້ານພາສາ ເມື່ອໄປຫາແພດຫາຫໜໍ ແມ່ນມີບັນຫາແດ່ແຕ່ຖືກແພດໜໍຫາ
ນາຍແປພາສາໃຫ້ໄດ້ຢ່າງວ່ອງໄວແລະບໍ່ໄດ້ເສັຍຄ່າຫັນງຈັກດີ້.
ໃນດ້ານອື່ນໆແລ້ວແມ່ນລູກຫຼານເຫຼັນຊົດຊ່ວຍພວກຂເຈົ້າໄດ້ຕລອດມາແລະພວກ
ຂະເຈົ້າກໍບໍ່ມີບັນຫາຫັຍງໃນດ້ານເບັ້ຍລ້ຽງສົງເຂາະສວັດດີການສັງຄົມ...
ທ່ານ ມີໄຊ ກໍບອກໃຫ້ຮູ້ວ່າ ພ້ອມກັນນັ້ນໃນດ້ານສາສນາແລ້ວແມ່ນໄປວັດໄປວາບໍ່
ໄດ້ຍ້ອນການຕ້ອງຫ້າມກ່ຽວກັບຈຳນວນຄົນທີ່ຈະເຕົ້າໂຮມກັນໃນດ້ານສາສນາແລະ
ການເດີນທາງທີ່ບໍ່ໃຫ້ກາຍ 5 ຫຼັກກິໂລແມດ.
ສະຣຸບແລ້ວທ່ານ ມີໄຊ ຊີ້ແຈງວ່າຄົນລາວໃນພາກຕາເວັນຕົກຂອງ ແມນລ໌ເບີນ
ບໍ່ຄ່ອຍຈະມີບັນຫາຫັຍງເທື່່ອເຖິງປັດຈຸບັນນີ້.
how-lao-in-western-melbourne-suvies-covid19?fbclid=IwAR3Rm
R6TmLhRNZqjfLmxbhHf3NA5BiLHBFzC19jqYWNjCiO1rAahsO_OpQ8