* ນີວຊາວທ໌ແວນລ໌ຍັງມີຈຳນວນຄົນທີ່ຕິດແປດໃຫ້ ໂຄວິດ-19 ໄດ້ຢູ່ໃນຊຸມຊົນຫຼາຍຢູ່
* ສ່ວນໃຫຍ່ຂອງກໍຣະນີ ໂຄວິດ-19 ໃນຄີວນສ໌ແລນດ໌ແມ່ນເດັກໆ
* ວິກຕໍເຣັຍມີຄົນເປັນ ໂຄວິດ-19 ໃໜ່ສອງຄົນ
* ເຊົາທ໌ອອສເຕຼເຣັຍຜ່ອນຄາຍການຕ້ອງຫ້າມ ໂຄວິດ-19 ແດ່.
ໃນຣັດນີວຊາວທ໌ແວນລ໌
ນີວຊາວທ໌ແວນລ໌ມີ 207ຄົນ
ໃໜ່ເປັນ ໂຄວິດ-19 ຈາກການຕິດແປດໃນທ້ອງຖິ່ນ ໂດຍມີເປັນຢ່າງໜ້ອຍ 50 ຄົນຢູ່ໃນຊຸມຊົນເມື່ອຕິດແປດຄົນອື່ນໄດ້ຢູ່. ຊາຍຄົນນຶ່ງໃນວັຍເກົ້າສິບທີ່ຖອກສັກຢາວັນຊີນ ໂຄວິດ-19 ອັສຕຼາຊີນິກາໃຫ້ເຂັມນຶ່ງຕາຍຢູ່ໃນໂຮງພະຍາບານ Liverpool Hospital.
ທະຫານອອສເຕຼເລັຍເຖິງ 300 ຄົນກຳລັງຊົດຊ່ວຍຕຳຣວດນີວຊາວທ໌ແວນລ໌ "ນຳສົ່ງອາຫານ, ກະທຳການສະຫວັດການໂດຍການໄປເຄາະປະຕູບ້ານເຮືອນແລະກວດເບິ່ງການປະຕິບັດຕາມຄຳສັ່ງ" ໃນແປດເຂດຂອງການປົກຄອງທ້ອງຖິ່ນ. ກອງທັບນັ້ນບໍຖືອາວຸດ.
ນາຍົກ Gladys Berejiklian ຮຽກຮ້ອງໃຫ້ຄົນທັງຫຼາຍໄປໃຫ້ສັກຢາວັກຊີນ ໂຄວິດ-19. ໃຫ້ຊອກເບິ່ງລາຍຊື່ຄຼີນກໂດຍກົດໃ່ສ list of vaccination clinics.
ໃນຄີວນສ໌ແລນດ໌
ຄີວນສ໌ແລດນດ໌ມີຄົນເປັນ ໂຄວິດ-19 ຄົນໃໜ່ຈາກການຕິດແປດໃນທ້ອງຖິ່ນ 13 ຄົນ ໂດຍທີກໍຣະນີສ່ວນໃຫຍ່ເປັນເດັກໆທີ່ອ່ອນກ່ວາ 10 ປີ. ທຸກກໍຣະນີມີສາຍພົວພັນກັບບ່ອນທີ່ເປັນຢູ່ ແລະຈຳນວນກໍຣະນີທີ່ມີຊີວິດຊີວ່າຢູ່ ມີ 13 ຄົນ.
Dick announces ນາຍຄັງໃຫຍ່ຂອງຄີວນສ໌ແລນດ໌ປະກາດເງິນການຊ່ວຍເຫຼືອທຸຣະກິດຄີວນສ໌ແລນດ໌ $260 million package to support Queensland businesses, ໂດຍສະເພາະສຳຮັບທຸຣະກິດຂັ້ນນ້ອຍແລະກາງ.
ລ໋ອກດາວໃນຄີວນສ໌ແລນດ໌ນັ້ນ ທີ່ບັດນີ້ຖຶກຕໍ່ດົນອອກໄປເຖິງວັນອາທິດ 08 ສິງຫາ 2021 ຖຶກບັນຍັດໃສ່ Brisbane, the Gold Coast, Ipswich, Lockyer Valley, Logan, Moreton Bay, Noosa, Redland, Scenic Rim, Somerset ແລະ the Sunshine Coast.
ໃນ 24 ຊົ່ວໂມງຫຼ້າສຸດທົ່ວອອສເຕຼເລັຍ
* ວິກຕໍເຣັຍມີຄົນເປັນ ໂຄວິດ-19 ໃໜ່ສອງຄົນຈາກກໍຣະນີທ້ອງຖິ່ນທີ່ມີສາຍພົວພັນກັບການແຜ່ຣະບາດທີ່ມີຢູ່ ແລະຂະເຈົ້າຢູ່ໃນ quarantine ເມື່ອຍັງຕິດແປດກັນໄດ້ຢູ່.
* ໃນເຊົາທ໌ອອສເຕຼເລັຍການຈຳຕ້ອງໃສ່ໜ້າກາກອານາມັຍຍັງມີຢູ່ຕໍ່ໄປເມື່ອທີ່ກີລາສາມາດແຂ່ງຂັນກັນໄດ້ໂດຍມີຂໍ້ຕ້ອງຫ້າມບາງຢ່າງໃສ່ຈຳນວນຜູ້ເຂົ້າຊົມເບິ່ງ.
Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.
Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.
ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ Click here ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ Smart Traveller.
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service :
ມີຄຼີນິກການກວດໃນແຕ່ລະຣັດແລະ territory :
ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :