ອັບເດດ ໂຄວິດ-19 : ຄີວນສ໌ແລນດ໌ມີຄົນເປັນ ໂຄວິດ-19 ໃໜ່ຫຼາຍສຸດ

ນີ້ແມ່ນອັບເດດກຽວກັບໂຄໂຣນາໄວຣັສ໌ໃນອອສເຕຼເລັຍຂອງວັນີທ 1 ສິງຫາ 2021 ສຳຮັບທ່ານ.

Dr Jeannette Young, afisa mkuu wa afya wa Queensland azungumza na waandishi wa habari mjini Brisbane, Jumapili, 1 Agosti, 2021

Dr Jeannette Young, afisa mkuu wa afya wa Queensland azungumza na waandishi wa habari mjini Brisbane, Jumapili, 1 Agosti, 2021 Source: AAP Image/Jason O'Brien

* ທາງການນີວຊາວແວນລ໌ດັນໃຫ້ມີຈຳນວນຄົນຖຶກສັກຢາວັນຊີນ ໂຄວິດ-19 ໃຫ້ໄດ້ເຖິງ 80%
* ຈຳນວນຄົນເປັນ ແດນຕາ ທັງໜົດໃນຄີວນສ໌ແລນດ໌ມີ 18 ຄົນ
* ກໍຣະນີໃໜ່ສີ່ຄົນທີ່ເປັນ ໂຄວິດ-19 ໃນວິກຕໍເຣັຍມີສາຍພົວພັນເຖິງການແຜ່ຣະບາດທີ່ມີຢູ່ແລ້ວ
* ຫຼາຍກ່ວາ 40% ຂອງຄົນອອສເຕຼເລັຍທີ່ແກ່ກ່ວາ 16 ປີຖຶກສັກຢາວັກຊິນ ໂຄວິດ-19 ເຂັມທຳອິດໃຫ້ໄປແລ້ວ.

 

ໃນຣັດນີວຊາວແວນລ໌

ນີວຊາວແວນລ໌ມີ 239 ຄົນເປັນ ໂຄວິດ-19 ຈາກການຕິດແປດໃນທ້ອງຖິ່ນໂດຍທີ່ມີເປັນຢ່າງໜ້ອຍ 61 ລາຍທີ່ເປັນ ໂຄວິດ-19ຢູ່ ຢູ່ໃນຊຸມຊົນເປັນບາງຄັ້ງຫຼືເຕັມສ່ວນຂອງການກຳລັງເປັນມັນຢູ່. ຫຼາຍກ່ວາເຄີ່ງນຶ່ງຂອງກໍຣະນີໃໜ່ ມີການຮູ້ເຖິງບໍ່ເກີດຂອງການຕິດແປດກັນ.

Dr Jeremy McAnulty ຜູ້ນຳພະນັກງານສາທາຣະນະສຸກນີວຊາວແວນລ໌ເວົ້າວ່າຈາກ 54 ຄົນໃນການດູແລປິ່ນປົວຢ່າງໜັກໜ່ວງ 49 ຄົນບໍ່ຖຶກສັກຢາວັກຊີນ ໂຄວິດ-19.

ນາຍົກ Gladys Berejiklian ຢັ້ງຢືນວ່າຣັຖບານນີວຊາວແວນລ໌ຈະຮັບເອົາຈຸດປະສົງຂອງຄະນະຣັຖບານແຫ່ງຊາດສຳຮັບການສັກຢາວັກຊີນ ໂຄວິດ-19 ໃຫ້ໄດ້ຣະຫວ່າງ 70 ຫາ 80% ຂອງພົນລະເມືອງທີ່ເຕັມກະສຽນ.

ໃຫ້ກົດເບິ່ງລາຍຊື່ຄຼີນິກການສັກຢາວັກຊີນ  list of vaccination clinics.

 

ໃນຣັດຄີວນສ໌ແລນດ໌

ຄີວນສ໌ແລນດ໌ມີເກົ້າຄົນໃໜ່ເປັນ ໂຄວິດ-19 ຈາກການຕິດແປດໃນທ້ອງຖິນ, ທີ່ເປັນຈຳນວນຫຼາຍທີ່ສຸດຂອງກໍຣະນີຊຸມຊົນທີ່ເປັນໃນຣະຍະປີນຶ່ງ.

 Dr Jeanette Young ຜູ້ນຳພະນັກງານສາທາຣະນະສຸກຄີວນສ໌ແລນດ໌ເວົ້າວ່າ, "ກໍຣະນີຕ່າງໆທະວີຂຶ້ນຢ່າງວາອງໄວ" ແລະຍານາງຮຽກຮ້ອງສະມາຊິກຂອງຊຸມຊົນຈົ່ງໄປໃຫ້ກວດເບິ່ງ.

ເຂດການປົກຄອງທ້ອງຖິ່ນສິບເອດແຫ່ງໃນ South East Queensland ຢູ່ໃນລ໋ອກດາວສາມມື້ແລະບັດນີ້ຖຶກພິຈາຣະນາວ່າເປັນເຂດຮ້ອນວົນແຫ່ງຊາດ national hotspots, ທີ່ມີສິດໄດ້ຮັບການຊ່ວຍເຫຼືອໃນດ້ານການເງິນ.

ໃຫ້ກົດ list of exposure sites ເບິ່ງລາຍຊື່ບອນເປັນ ໂຄວິດ-19.

 

ໃນ 24 ຊົ່ວໂມງຫຼ້າສຸດທົ່ວອອສເຕຼເລັຍ

* ວິກຕໍເຣັຍມີຄົນເປັນ ໂຄວິດ-19 ອີກໃໜ່ສີ່ຄົນຈາກການຕິດແປດໃນທ້ອງຖິ່ນ ທີ່ທຸກລາຍມີສາຍພົວພັນເຖິງການແຜ່ຣະບາດທີ່ມີຢູ່ແລ້ວແລະທຸກຄົນຢູ່ໃນ quarantine ເມື່ອຕິດແປດຄົນອື່ນໄດ້ຢູ່.
* ໂຕເລກໃໜ່ສະແດງໃຫ້ເຫັນວ່າຫຼາຍກ່ວາ 40% ຂອງຄົນອອສເຕຼເລັຍທີ່ແກ່ກ່ວາ 16 ປີ ບັດນີ້ຖຶກສັກຢາວັກຊີນ ໂຄວິດ-19 ເຂັມທີນຶ່ງແລ້ວ.



Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

ACT Transport ແລະ Quarantine
NT Travel ແລະ Quarantine
QLD Travel ແລະ Quarantine
SA Travel ແລະ Quarantine
TAS Travel ແລະ Quarantine
WA Travel ແລະ Quarantine

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ Click here  ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ Smart Traveller.

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  COVID-19 vaccine in your language.

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

NSW 
ACT 
 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

NSW 
ACT 

Share

Published

Updated

By SBS/ALC Content
Source: SBS

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ອັບເດດ ໂຄວິດ-19 : ຄີວນສ໌ແລນດ໌ມີຄົນເປັນ ໂຄວິດ-19 ໃໜ່ຫຼາຍສຸດ | SBS Lao