ຄວາມຮູ້ສຶກແລະໂອກາດຂອງ Socceroos ໃນ FIFA World Cup 2022.

mitchell-duke-cropped_q61lh9qk369o1tfxz3h9qlwpt.jpg

Socceroos ສລອງໄຊຊນະຕໍ່ ຕູນີເຊັຍ ໃນການແຂ່ງຂັນ ເຕະບານໂລກ ທີ່ ປະເທດ ກາຕາ.

ຫຼັງຈາກສາມາດເອົາຊນະທີມຈາກ ຕູນີເຊັຍແລ້ວ, Socceroos ຍັງມີອີກນຶ່ງນັດທີ່ຈະຕ້ອງລົງແຂ່ງຂັນກ່ອນທີ່ຈະຮູ້ວ່າຈະຜ່ານເຂົ້າໄປໃນ 16 ທີມສຸດທ້າຍຫຼືບໍ່. ແຕ່ວ່າ Socceroos ຈະບໍ່ຫຼິນແບບ “ອັດປະຕູເທົ່ານັ້ນ”.


ຄວາມຮູ້ສຶກແລະໂອກາດຂອງ Socceroos ໃນ FIFA World Cup 2022.

Socceroos ກ່າວວ່າ ພວກເຂົາເຈົ້າບໍ່ໄດ້ດີໃຈຈົນເກີນໄປ ກັບການເອົາຊນະ ຕູນີເຊັຍ (Tunisia)ໃນການແຂ່ງຂັນເຕະບານ ແຊ້ມປ້ຽນໂລກຂອງພວກເຂົາເຈົ້າ ຍ້ອນວ່າ ວຽກງານຂອງພວກເຂົາເຈົ້າ ຍັງບໍ່ເສັດສິ້ນເທື່ອ.

ໄຊຊນະເຫນືອ ເດນມາກ (Denmark) ຈຶ່ງຈະເຮັດໃຫ້ພວກເຂົາ ຜ່ານເຂົ້າຮອບ 16 ທີມສຸດທ້າຍ.

ການມີຜົນສເມີກັນ ກໍອາດຈະເຮັດໃຫ້ໄດ້ເຂົ້າຮອບ 16 ທີມສຸດທ້າຍຄືກັນ, ແຕ່ ອອສເຕຣເລັຍ ບໍ່ມີແຜນທີ່ຈະຫລິ້ນຢ່າງປອດພັຍ. Ben Lewis ລາຍງານ.

ໃນຊ່ວງພັກຟື້ນແບບສບາຍໆ ສໍາລັບນັກເຕະກອງໜ້າຂອງ Socceroos, Mitch Duke ຫຼັງຈາກເກມໃນອາຊີບຂອງລາວ.

ການທຳປະຕູດ້ວຍຫົວຂອງລາວ ໄດ້ເຮັດໃຫ້ ອອສເຕຣເລັຍໄດ້ຮັບໄຊຊນະ ທີ່ສໍາຄັນຕໍ່ ຕູນີເຊັຍ (Tunisia).

ແຕ່ວ່າມັນແມ່ນການສເລີມສລອງຂອງລາວ ແລະປະຕິກິຣິຍາຂອງລູກຊາຍ Jaxson ຊຶ່ງໄດ້ເຮັດໃຫ້ເປັນຫົວຂໍ້ຂ່າວ ທົ່ວໂລກ.

"ມັນເປັນຊ່ວງເວລາທີ່ດີສໍາລັບຂ້າພະເຈົ້າທີ່ຈະແບ່ງປັນເວລານັ້ນ ກັບລູກຊາຍຂອງຂ້າພະເຈົ້າ. ບໍ່ພຽງແຕ່ແບ່ງປັນມັນ, ຂ້ອຍຄິດວ່າລາວເໜືອກວ່າຂ້ອຍ ແລະລາວເປັນ Superstar ທີ່ໃຫຍ່ກວ່າຂ້ອຍຕອນນີ້, ເຊິ່ງມັນສຸດຍອດຫຼາຍ."

ໃນຂນະທີ່ການຊນະເຕະບານແຊ້ມປ້ຽນໂລກ ນັດທີສາມ ຂອງອອສເຕຣເລັຍ ເປັນເຫດຂອງການສເລີມສລອງ, ແຕ່ຜູ້ຈັດການທີມ Socceroos, ທ່ານGraham Arnold ກ່າວວ່າຈິດໃຈຕ້ອງຍັງຄົງຢູ່ ໃນຫນ້າທີ່ ທີ່ຈະຕ້ອງເຮັດອີກ.

Mitch Duke ກ່າວອີກວ່າ:

"ລາວໄດ້ພະຍາຍາມໃຫ້ແນ່ໃຈວ່າ ພວກເຮົາບໍ່ດີໃຈຈົນເກີນໄປ,ຈິດໃຈເຕັມໄປດ້ວຍຄວາມຮູ້ສຶກ, ເພາະວ່າພວກເຮົາຍັງບໍ່ທັນປະສົບຄວາມສຳເຣັດຫຍັງເທື່ອ. ດີໃຈໃນເວລານີ້, ແຕ່ມັນບໍ່ແມ່ນເວລາທີ່ຈະສເລີມສລອງ. ບໍ່ແມ່ນເວລາທີ່ຈະພັກຜ່ອນເທື່ອ."

ຖ້າຝຣັ່ງຊນະ ຫຼືສເມີ ກັບ ຕູນີເຊັຍ ແລ້ວ ອອສເຕຣເລັຍກໍສາມາດຜ່ານເຂົ້າຮອບ 16 ທີມ ໂດຍມີພຽງແຕ່ການສເມີ ໃນນັດຕໍ່ໄປ ເທົ່ານັ້ນ.

ແຕ່ວ່າ Socceroos ບໍ່ມີແຜນທີ່ຈະ ຈອດລົດເມ -Park the Bus”, ຊຶ່ງຫມາຍຄວາມວ່າຈະຫລິ້ນໃນວິທີປ້ອງກັນຢ່າງດຽວເທົ່ານັ້ນ.

ກອງຫຼັງຂອງ Socceroos, Kye Rowles ອະທິບາຍວ່າ:

"ຂ້າພະເຈົ້າບໍ່ຄິດວ່າພວກເຮົາຜູ້ໃດ, ລວມທັງ Arnie (Graham Arnold), ຈະລົງເດີ່ນໂດຍຄິດວ່າເຣົາເຮັດໄດ້ດີແລ້ວ ແລະພະຍາຍາມຮັກສານຶ່ງຄະແນນ. ພວກເຮົາຈະລົງເດີ່ນຄືກັນກັບຢ່າງທີ່ພວກເຮົາໄດ້ເຮັດສອງນັດສຸດທ້າຍ, ແລະນັ້ນ ແມ່ນພະຍາຍາມທີ່ຈະໄດ້ຮັບສາມຄະແນນ."

Socceroos ເຂົ້າໃຈໃນຄວາມລຳບາກກ່ຽວກັບວຽກທີ່ຈະຕ້ອງເຮັດທີ່ຢູ່ຕໍ່ຫນ້າ.

ຈົນຮອດຕອນນີ້, ປະເທດເດນມາກ (Denmark) ອາດຈະຫຼິ້ນບໍ່ໄດ້ດີເທົ່າທີ່ຄວນໃນແຂ່ງຂັນເທື່ອນີ້ ແຕ່ມັນເປັນທີມ ທີ່ມີຊື່ໃຫຍ່ຈາກລີກໃຫຍ່.

"ພວກເຂົາມີຄຸນນະພາບມາຕລອດ, ພວກເຂົາສາມາດສ້າງໂອກາດ, ພວກເຂົາເຈົ້າເປັນຄົນຮ່າງກາຍໃຫຍ່, ອັນຕະຣາຍໃນຕອນບານຕັ້ງເຕະ"

Socceroos ອາດຈະບໍ່ສເລີມສລອງເທື່ອ, ແຕ່ແຟນຂອງເຂົາເຈົ້າ ໄດ້ສເລີມສລອງແລ້ວ.

BenLewis: "ທ່ານຮູ້ສຶກແນວໃດ, ມີການສລອງໃຫຍ່ບໍ່?
Voxpop: "Partyໃຫຍ່, Partyໃຫຍ່, ແຕ່ຮູ້ສຶກດີໃຈຫຼາຍ...ທຸກຢ່າງຄັກຫຼາຍ"BenLewis: "ທີ່ສໍາຄັນທີ່ສຸດ, ທ່ານຄຶດວ່າພວກເຮົາສາມາດເອົາຊນະ Denmark ໄດ້ບໍ?"
Voxpop: "ຂ້າພະເຈົ້າຄິດວ່າ ພວກເຮົາຈະເຮັດສຸດຄວາມສາມາດ. ພວກເຮົາສາມາດຊນະພວກເຂົາບໍ່, ແມ່ນແລ້ວພວກເຮົາຈະເອົາຊະນະພວກເຂົາໄດ້? ໃຜຊິຮູ້."

The Socceroos ປະທະກັບDenmark ໃນຕອນເຊົ້າວັນພະຫັດ ເວລາ 2 ໂມງເຊົ້າ A-E-D-T ແລະທ່ານສາມາດຮັບຊົມໄດ້ທາງ SBS.

ຣາຍງານໂດຍ Ben Lewis ຂ່າວ SBS News, ຈາກ Qatar

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service