ການຄຸມຕລາດການບິນໂດຍ ສອງບໍຣິສັດ ເຮັດໃຫ້ຜູ້ບໍຣິໂພກເສັຍປຽບ

Boeing 737-800 Qantas and Virgin

ຍົນຂອງ Qantas ແລະ Virgin airline Source: YouTube

ACCC ກ່າວວ່າ ອຸດສາຫະກັມ ການບິນພານິດ ຍັງຖືກຄຸມໂດຍສອງບໍຣິສັດ (duopoly) ຊຶ່ງບໍ່ດີ ສໍາລັບຜູ້ບໍຣິໂພກ, ເຮັດໃຫ້ລາຄາສູງຂຶ້ນ ແລະການບໍຣິການລູກຄ້າ ຫນ້ອຍລົງ. ການຂາດການແຂ່ງຂັນ ໄດ້ເຮັດໃຫ້ສາຍການບິນຂນາດໃຫຍ່ ໄດ້ປຽບຕື່ມອີກ.


ການຄຸມຕລາດການບິນໂດຍ ສອງບໍຣິສັດ ເຮັດໃຫ້ຜູ້ບໍຣິໂພກເສັຍປຽບ.

ໜ່ວຍງານຄວບຄຸມການແຂ່ງຂັນ ຂອງກ່າວວ່າ ການຂາດການແຂ່ງຂັນ ໃນອຸດສາຫະກັມການບິນ ແມ່ນພາໃຫ້ມີລາຄາສູງ ແລະການບໍຣິການທີ່ບໍ່ດີ.

ຄນະກັມມະການ ການແຂ່ງຂັນ ແລະຜູ້ບໍຣິໂພກ ຂອງອອສເຕຣເລັຍ (The Australian Competition and Consumer Commission-ACCC) ກ່າວວ່າ ຜູ້ໂດຍສານພາຍໃນປະເທດ ຫລາຍກວ່າ 90ເປີເຊັນ ກໍາລັງບິນ ກັບສາຍການບິນ Virgin ຫລືກຸ່ມ Qantas. Mahnaz Angury ລາຍງານ.

ລາຍງານໃຫມ່ຂອງ ACCC ພົບວ່າ ໃນເດືອນເມສາປີນີ້, Virgin ໄດ້ບັນທຸກ 33.2 ເປີເຊັນ ຂອງຜູ້ເດີນທາງ ພາຍໃນປະເທດຂອງອອສເຕຣເລັຍ.

ກຸ່ມ Qantas ຊຶ່ງຮວມເຖິງ Jetstar ໄດ້ບັນທຸກ 60.8 ເປີເຊັນ ຂອງຜູ້ໂດຍສານ, 4.8 ເປີເຊັນ ເລືອກທີ່ຈະເດີນທາງກັບ Rex ໃນຂນະທີ່ ມີພຽງ 1.2 ເປີເຊັນເທົ່ານັ້ນທີ່ ເດີນທາງກັບສາຍການບິນໃໝ່: Bonza.

ທ່ານນາງ Gina Cass-Gottlieb ຈາກ ACCC ກ່າວວ່າ ອຸດສາຫະກັມ ການບິນພານິດ ຍັງຖືກຄຸມໂດຍສອງບໍຣິສັດ (duopoly) ຊຶ່ງບໍ່ດີ ສໍາລັບຜູ້ບໍຣິໂພກ.

"ມີການແຂ່ງຂັນທີ່ບໍ່ມີປະສິດທິພາບ ເຮັດໃຫ້ລາຄາສູງຂຶ້ນ ແລະການບໍຣິການລູກຄ້າ ຫນ້ອຍລົງ ຊຶ່ງຜູ້ໂດຍສານ ອອສເຕຣເລັຍ ສົມຄວນໄດ້ຮັບ."

ທ່ານ Greg Bamber ຜູ້ຊ່ຽວຊານດ້ານການບິນ ກ່າວວ່າ ການຂາດການແຂ່ງຂັນ ໄດ້ເຮັດໃຫ້ສາຍການບິນຂນາດໃຫຍ່ ໄດ້ປຽບຕື່ມອີກ.

ລາວເວົ້າວ່າ ຕົວຢ່າງຫນຶ່ງຄື ສູນໂທຂອງ Qantas ສ່ວນຫຼາຍ ແມ່ນມີແຕ່ຄົນນອກ ບໍຣິສັດ (outsourcing).

"ພະນັກງານເບິ່ງຄືວ່າບໍ່ ໄດ້ຮັບການຝຶກອົບຮົມມາຢ່າງດີພໍ, ໃຊ້ເວລາລໍຖ້າດົນ...ແຕ່ຍິ່ງໄປກວ່າການໃຊ້ເວລາລໍຖ້າທີ່ຍາວນານ ແມ່ນພະນັກງານທີ່ຕອບໂທຣະສັບ ບໍ່ສາມາດ ໃຫ້ບໍຣິການລູກຄ້າ ໄດ້ດີພໍ.''

ACCC ກ່າວວ່າ ການຄຸມຕລາດໂດຍສອງບໍຣິສັດ (duopoly) ທີ່ມີປະສິດທິພາບນັ້ນ ຍັງນຳໄປສູ່ ຄວາມບໍ່ໜ້າເຊື່່ອຖືເຊັ່ນກັນ.

"ໃນເດືອນເມສາທີ່ຜ່ານມາ, ມີລະດັບການຍົກເລີກຖ້ຽວບິນ ພາຍໃນປະເທດສອງເທົ່າ ຫຼາຍກວ່າອັດຕາສະເລັ່ຍ ໄລຍະຍາວ ແລະເກືອບຫນຶ່ງສ່ວນສາມ ຂອງຖ້ຽວບິນ ມາຮອດຊ້າ ຊຶ່ງຍັງເກືອບສອງເທົ່າ ຂອງອັດຕາສະເລັ່ຍ ໄລຍະຍາວ ອີກດ້ວຍ."

ແຕ່ທັງ Virgin Airlines ແລະກຸ່ມ Qantas ອ້າງວ່າ ໄດ້ຮັກສາຄວາມເອົາໃຈໃສ່ ຕໍ່ຜູ້ບໍຣິໂພກຂອງເຂົາເຈົ້າ ໂດຍQantas ກ່າວວ່າ ມັນເປັນສາຍການບິນ ທີ່ສໍາຄັນທີ່ຮັກສາເວລາໄດ້ດີ ໃນເວລາເກົ້າເດືອນ ທີ່ຜ່ານມາຕິດຕໍ່ກັນ.

ແລະ Virgin ກ່າວວ່າ ຕົນມີອັດຕາການຍົກເລີກຖ້ຽວບິນທີ່ຕ່ຳທີ່ສຸດຂອງສາຍການບິນໃຫຍ່ ໃນປະເທດ ຂອງອອສເຕຣເລັຍໃນເດືອນເມສາ.

ແຕ່ ACCC ກ່າວວ່າ ຍັງຈໍາເປັນຕ້ອງມີການປ່ຽນແປງ. ມັນຮຽກຮ້ອງ ໃຫ້ສາຍການບິນທີ່ນ້ອຍກວ່າ ເພື່ອໃຫ້ໄດ້ຮັບການເຂົ້າເຖິງ ໂອກາດໃນການຈັດຖ້ຽວບິນ ທີ່ດີຂຶ້ນ ແລະການແຊກແຊງ ຂອງ ເພື່ອຈັດຕັ້ງຜູ້ຈັດການລະງັບຂໍ້ຂັດແຍ່ງ ທີ່ເປັນອິດສຣະ ເພື່ອຈັດການກັບການຮ້ອງຮຽນຂອງລູກຄ້າ.

"ມັນກໍ່ໃຫ້ເກີດຄວາມຮັບຜິດຊອບຫຼາຍຂຶ້ນ ສໍາລັບທຸກສາຍການບິນ ແລະມີຄວາມສາມາດຫຼາຍຂຶ້ນສໍາລັບພວກເຂົາ ທີ່ຈະມີແຮງຈູງໃຈ ໃນການປັບປຸງປັດຈັຍການບໍຣິການຂອງຕົນເອງ ເຊິ່ງຈາກນັ້ນ ຈະເຮັດໃຫ້ມີການແຂ່ງຂັນວ່າ ສາຍການບິນໃດຈະດີແທ້"

Mahnaz Angury ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service