ລາຍງານວ່າດ້ວຍຄວາມພິການໃນອອສເຕຣເລັຍ.
ຫຼັງຈາກການໄຕ່ສວນເປັນເວລາ 4 ປີເຄິ່ງ, ຄນະກັມມາທິການ ວ່າດ້ວຍຄວາມຮຸນແຮງ, ການລ່ວງລະເມີດ, ການລະເລີຍ ແລະການສແວງຫາຜົນປໂຍດ ຈາກຄົນພິການ ໄດ້ສົ່ງມອບລາຍງານສະບັບສຸດທ້າຍ.
ລາຍງານໄດ້ໃຫ້ຄໍາແນະນໍາຫລາຍກວ່າ 200 ຂໍ້ໃນລະດັບກາງ, ຣັດ ແລະເຂດປົກຄອງ ທີ່ຄອບຄຸມການເຂົ້າເຖິງການສນັບສນູນ, ການສຶກສາ ແລະຊາດທໍາອິດ ແລະຊາວ ທີ່ແຕກຕ່າງກັນ ທາງດ້ານວັດທະນະທັມ ທີ່ມີຄວາມພິການ.
ລາຍງານກ່າວວ່າ ຄໍາແນະນໍາຈະນໍາໄປສູ່ ວິໄສທັດທີ່ມີສ່ວນຮ່ວມຫຼາຍຂຶ້ນ ຂອງອອສເຕຣເລັຍ ຊຶ່ງໃນນັ້ນ ຄົນພິການສາມາດດໍາລົງຊີວິດ ຢ່າງເປັນອິດສຣະ ແລະສິດທິມະນຸດຂອງເຂົາເຈົ້າ ໄດ້ຮັບການປົກປ້ອງ.
ຫລັງຈາກສີ່ປີ ຂອງການໄຕ່ສວນ ແລະຫລັກຖານ ທີ່ມາຈາກຊາວອອສເຕຣເລັຍ ເກືອບ 10,000 ຄົນ ໃນຄຳໃຫ້ການສາທາຣະນະ, ການຍື່ນເອກກະສານ ແລະຄຳໃຫ້ການສ່ວນບຸກຄົນ, ຄນະຄນະກັມມາທິການ ຄວາມພິການ (Disability Royal Commission) ໄດ້ມອບລາຍງານສຸດທ້າຍ.
ລາຍງາຍຫົວທໍາອິດໃນຈໍານວນ 13 ສະບັບ ທີ່ມີຫຼາຍກວ່າ 5000 ຫນ້າ, ໄດ້ຖືກເຜີຍແພ່ ໃນວັນສຸກ (ວັນທີ 29 ກັນຍາ), ໂດຍໃຫ້ບົດສະຫຼຸບ ຂອງຜູ້ບໍຣິຫານ ປະກອບດ້ວຍຄໍາແນະນໍາ 222 ຂໍ້ຂອງຄນະກັມມາທິການ.
ສໍາລັບຜູ້ສນັບສນູນ ຜູ້ພິການທີ່ໃຫ້ຫລັກຖານ ແກ່ຄນະກັມມາທິການ, ເຊັ່ນ Carolyn Frohmader, CEO ຂອງ Women with Disabilities Australia, ມັນເປັນມື້ຂອງ "ຄວາມຮູ້ສຶກສັບສົນ".
"ຂ້ອຍຕ້ອງທຳຄວາມເຂົ້າໃຈທຸກຢ່າງ. ຂ້ອຍມີຄວາມກັງວົນ, ແຕ່ກໍມີຄວາມຫວັງ. ບັດນີ້ ລາຍງານຫຼ້າສຸດໄດ້ອອກແລ້ວ, ໜ້າທີ່ຂອງພວກເຮົາໄດ້ເລີ່ມຕົ້ນແລ້ວເວລານີ້ ເພາະວ່າພວກເຮົາຕ້ອງແນ່ໃຈວ່າ ຄໍາແນະນໍາ ໄດ້ຖືກນໍາໃຊ້. ເຮົາບໍ່ຢາກໃຫ້ລາຍງານ ຂອງຄນະກັມມາທິການນີ້ ບໍ່ໄດ້ຖືກນຳໃຊ້ເລີຍ."
ລາຍງານດັ່ງກ່າວ ໄດ້ຍອມຮັບຄວາມຮຸນແຮງ ແລະການລ່ວງລະເມີດ,ການລະເລີຍ ແລະການຫາຜົນປໂຍດ ໃນລະດັບສູງ ທີ່ປະສົບໂດຍຄົນພິການໃນອອສເຕຣເລັຍ, ແລະຮຽກຮ້ອງໃຫ້ມີ "ການປ່ຽນແປງຄັ້ງໃຫຍ່".
ໃນການປະຕິຮູບທີ່ສໍາຄັນ ທີ່ສເນີນັ້ນ ແມ່ນການຈັດຕັ້ງກົດຫມາຍ ວ່າດ້ວຍສິດທິຄົນພິການສະບັບໃຫມ່ ແລະການຕໍ່ຕ້ານການຫມິ່ນປມາດ,ພ້ອມທັງການເຂົ້າເຖິງ ການສນັບສນູນຄົນພິການ ແກ່ຊົນຊາດທໍາອິດ ແລະຊາວອອສເຕຣເລັຍ ຈາກວັດທະນະທັມ ທີ່ແຕກຕ່າງ.
Damian Griffis, CEO ຂອງ First Peoples Disability Network, ຜູ້ທີ່ໄດ້ໃຫ້ຫລັກຖານ ແກ່ຄນະກັມມາທິການກ່າວວ່າ ການມີສ່ວນຮ່ວມກັບຊາວ First Nations ໂດຍຄນະກັມມາທິການນັ້ນ "ເຂັ້ມແຂງ".
"ພວກເຮົາມັກຈະເວົ້າວ່າ ມັນເປັນສິ່ງຍາກ ທີ່ຈະຄິດເຖິງຄົນອອສເຕຣເລັຍທີ່ດ້ອຍໂອກາດ ຫລາຍກວ່າຄົນອອສເຕຣເລັຍ ຊາດທຳອິດ ທີ່ມີຄວາມພິການ. ແລະພວກເຮົາໄດ້ຄິດມາ ເປັນເວລານານແລ້ວ ກ່ຽວກັບວ່າ ນະໂຍບາຍຈະຕອບສນອງແນວໃດ, ການຕອບຮັບຂອງການບໍຣິການ ຈະເປັນແນວໃດ. ແລະການມີໂອກາດນັ້ນ ກໍເປັນປໂຍດຢ່າງແນ່ນອນ. ແນ່ນອນວ່າ ພວກເຮົາໄດ້ມີການພົວພັນ ຢ່າງເຂັ້ມງວດກັບຄນະກັມມາທິການ ແລະກັມມາທິການຈໍານວນຫນຶ່ງ, ແລະພວກເຮົາ ໄດ້ຮັບການສນັບສນູນ ຈາກກັມມາທິການ ຂອງປະເທດທໍາອິດໃນຄນະ: ທ່ານນາງ Andrea Mason."
ໃນຈໍານວນ 222 ຄໍາແນະນໍາ ຂອງກັມມາທິການ ເຈັດທ່ານ, 99 ຂໍ້ແມ່ນຈາກ Commonwealth ເທົ່ານັ້ນ, 67 ຂໍ້ແມ່ນຈາກຣັດ ຮ່ວມກັບເຂດປົກຄອງ ແລະ Commonwealth, ແລະ 55 ຂໍ້ມາຈາກແຕ່ລະຣັດ ແລະເຂດປົກຄອງ.
ຣັຖມົນຕີກະຊວງບໍຣິການສັງຄົມ (Social Services), Amanda Rishworth ໄດ້ຕອບຮັບລາຍງານ ດ້ວຍການຮັບຮູ້ ກ່ຽວກັບຄວາມຫຼົ້ມເຫຼວ ທີ່ຜ່ານມາ ແລະສັນຍາວ່າ ຈະຕັ້ງຫນ່ວຍງານໃຫມ່ສະເພາະ ຂອງ ຄນະກັມມາທິການ ຄົນພິການຂອງ Commonwealth.
"ຂໍ້ຄວາມຂອງລາຍງານນີ້ ແມ່ນຊັດເຈນ-ພວກເຮົາຕ້ອງເຮັດໃຫ້ດີ ກວ່າ. ໃນໄລຍະສີ່ປີ ທີ່ຜ່ານມາ, ປະສົບການຂອງຄວາມຮຸນແຮງ, ການຂົ່ມເຫັງ, ການລະເລີຍ ແລະການຫາຜົນປໂຍດ ໄດ້ສ້າງຄວາມຕົກຕະລຶງ ໃຫ້ຊາວອອສເຕຣເລັຍ. ປະມານ 55% ຂອງຄົນພິການ ທີ່ມີອາຍຸລະຫວ່າງ 18 ຫາ 64 ປີ ຖືກທໍາຮ້າຍທາງຮ່າງກາຍຫຼື ທາງເພດຕັ້ງແຕ່ອາຍຸ 15 ປີ. ນີ້ແມ່ນສູງກວ່າຜູ້ໃຫຍ່ ທີ່ບໍ່ມີຄວາມພິການ ໃນກຸ່ມອາຍຸນັ້ນ. ແຕ່ແນ່ນອນວ່າ ສິ່ງເຫຼົ່ານີ້ ບໍ່ແມ່ນພຽງແຕ່ສະຖິຕິເທົ່ານັ້ນ. ນັ້ນແມ່ນປະສົບການ ຂອງຄົນແທ້ໆ."
ທ່ານນາງ Frohmader ກ່າວວ່າ ສໍາລັບພວກແມ່ຍິງພິການ ຫລາຍຄົນທີ່ Women with Disabilities Australia ໄດ້ໃຫ້ການສນັບສນຸນ ໃນຂນະທີ່ພວກເຂົາເຈົ້າ ໃຫ້ຫລັກຖານກ່ຽວກັບເຫດການທີ່ເຈັບປວດນັ້ນ, ມັນເປັນຄວາມຮູ້ສຶກດີຂຶ້ນ ເມື່ອການໄຕ່ສວນໄດ້ສິ້ນສຸດລົງ.
"ແມ່ຍິງທີ່ເຄີຍຢູ່ໃນສະຖາບັນຕລອດຊີວິດຂອງເຂົາເຈົ້າ. ຍົກຕົວຢ່າງ, ແມ່ຍິງທີ່ໄດ້ຖືກບັງຄັບ ໃຫ້ຄຸມກໍາເນີດເປັນເວລາ 45 ປີຂອງພວກເຂົາ, ທ່ານຮູ້ບໍ, 50 ປີທີ່ຖືກບອກວ່າ ມັນແມ່ນການສັກຢາໄຂ້ຫວັດ. ພວກເຮົາ ໄດ້ອໍານວຍຄວາມສະດວກ ໃຫ້ແມ່ຍິງໃນສະຖານະການເຫຼົ່ານັ້ນ,ແບບຊັດເຈນ ແລະບໍ່ປິດບັງ, ເລື່ອງລາວຂອງຄວາມຮຸນແຮງທາງເພດຊົ່ວຊີວິດ ແລະບໍ່ສາມາດເຂົ້າເຖິງຄວາມຍຸຕິທັມໄດ້ຈັກໜ້ອຍ ເພາະວ່າພວກເຂົາມີຄວາມພິການ ທາງສະຕິປັນຍາ."
ຄນະກັມມາທິການ ມີຄວາມມຸ່ງໝັ້ນທີ່ຈະເຂົ້າໃຈສາເຫດ ແລະປັດໄຈແລະຮັບຟັງທັດສະນະ ຂອງຊາວອອສເຕຣເລັຍທີ່ແຕກຕ່າງ ດ້ານວັດທະນະທັມ.
ນອກນັ້ນ ຍັງໄດ້ຟັງກ່ຽວກັບການຖືກກີດກັນ ທີ່ຄົນພິການຈາກ First Nations ໄດ້ປະເຊີນ, ແລະຄວາມຫຍຸ້ງຍາກ ໃນການເຂົ້າເຖິງ ການ ສນັບສນູນ ໃນຊຸມຊົນທີ່ຫ່າງໄກ.
"ໃນພາສາດັ້ງເດີມ, ພວກເຮົາບໍ່ມີຄໍາເວົ້າ ທີ່ປຽບທຽບໄດ້ ສໍາລັບຄວາມພິການ. ແລະນັ້ນເປັນສິ່ງທີ່ດີຫຼາຍ. ແນວຄິດໃນການໃສ່ຊື່ຄົນ, ໂດຍສະເພາະ ແມ່ນກ່ຽວກັບຄວາມພິການ, ແມ່ນວິຖີຂອງທາງຕາເວັນຕົກ. ພວກເຮົາ ເປັນຊຸມຊົນຢ່າງຕລອດມາສເມີ. ແລະພວກເຮົາ ໄດ້ມີຫລັກຖານ ມາເປັນເວລາດົນນານ ເປັນເວລາຫລາຍປີ, ຫລາຍພັນປີຂອງຊາວ First Nations ທີ່ມີຄວາມພິການ ແມ່ນສະມາຊິກ ທີ່ມີຄ່າຂອງຊຸມຊົນຂອງເຂົາເຈົ້າ. ແທ້ຈິງແລ້ວ ພວກເຮົາເວົ້າວ່າ ພວກເຮົາຖືກຄິດວ່າເປັນຜູ້ນໍາໃນການເຂົ້າຮ່ວມ, ແລະພວກເຮົາ ຢາກແບ່ງປັນປະສົບການ ແລະຄວາມຮູ້ນັ້ນ ກັບຄົນອື່ນໆຂອງອອສເຕຣເລັຍ"
ຄນະກັມມາທິ ການໄດ້ຮຽກຮ້ອງໃຫ້ຣັຖບານ ຕອບຄຳແນະນຳ ເປັນລາຍລັກອັກສອນ ໃນເດືອນມິຖຸນາ ປີຫນ້າ.
ຣັຖມົນຕີ ວ່າການກະຊວງ ໂຄງການປະກັນຄວາມພິການແຫ່ງຊາດ(National Disability Insurance scheme) ທ່ານ Bill Shorten ໄດ້ກ່າວປ້ອງກັນ ຣັຖບານຈາກການວິພາກວິຈານ ວ່າຕົນບໍ່ໄດ້ດຳເນີນການໄວພໍ ທີ່ຈະປົກປ້ອງຄົນພິການ ຈາກຄວາມເສັຍຫາຍຕື່ມອີກ.
"ຄນະກັມມາທິການຊຸດນີ້ ເປັນຊ່ວງເວລາທາງປວັດສາດຢ່າງແທ້ຈິງ ແລະມັນເຕືອນ ຊາວອອສເຕຣເລັຍວ່າ ມີຄົນພິການຫລາຍເກີນໄປ ທີ່ຕ້ອງໄດ້ຮັບຄວາມຮຸນແຮງ, ການລ່ວງລະເມີດ, ການຫາຜົນປໂຍດ, ການລະເລີຍ ແລະການກີດກັນ. ມັນຕ້ອງໃຊ້ເວລາ ແລະຂ້າພະເຈົ້າຄິດວ່າ ມັນຈະສ້າງຄວາມເສັຍຫາຍໃຫ້ແກ່ 9,000 ເລື່ອງ ຕໍ່ການໃຊ້ເງິນ ຂອງຜູ້ເສັຍພາສີ ຕໍ່ການເຮັດວຽກຫນັກຂອງຄນະກັມມາທິການ ຖ້າພວກເຮົາເຮັດແບບພໍແລ້ວມື ຢ່າງໄວໆໃນໄລຍະສັ້ນນັ້ນ ແມ່ນສິ່ງທີ່ຣັຖມົນຕີ Rishworth ເວົ້າວ່າ ພັກແຮງງານຈະບໍ່ເຮັດແນວນັ້ນ."
ຄນະກັມມາທິການ ໄດ້ແນະນໍາໃຫ້ດໍາເນີນການ ຢ່າງທັນທີ ເພື່ອເຮັດໃຫ້ແນ່ໃຈວ່າ ການປະຕິບັດທີ່ຈໍາກັດ ໃນການສນັບສນູນຄົນພິການເຊັ່ນ:ການຈໍາກັດທາງຮ່າງກາຍ ຫຼືການແຍກຕົວ ບໍ່ໄດ້ຖືກນໍາໃຊ້ເພື່ອລົງໂທດຫຼືຂົ່ມຂູ່.
ປະມານ 55% ຂອງຄົນພິການ ທີ່ມີອາຍຸລະຫວ່າງ 18 ຫາ 64 ປີ ຖືກທໍາຮ້າຍທາງຮ່າງກາຍຫຼື ທາງເພດຕັ້ງແຕ່ອາຍຸ 15 ປີ. ນີ້ແມ່ນສູງກວ່າຜູ້ໃຫຍ່ ທີ່ບໍ່ມີຄວາມພິການ ໃນກຸ່ມອາຍຸນັ້ນ. ແຕ່ແນ່ນອນວ່າ ສິ່ງເຫຼົ່ານີ້ ບໍ່ແມ່ນພຽງແຕ່ສະຖິຕິເທົ່ານັ້ນ. ນັ້ນແມ່ນປະສົບການ ຂອງຄົນແທ້ໆAmanda Rishworth, ຣັຖມົນຕີກະຊວງບໍຣິການສັງຄົມ (Social Services),
ທ່ານນາງ Frohmader ກ່າວວ່າ ຄໍາແນະນໍາເຫຼົ່ານີ້ ແລະຄໍາແນະນໍາອື່ນໆຮວມທັງການສິ້ນສຸດ ການແບ່ງແຍກເດັກນ້ອຍ ທີ່ມີຄວາມພິການ ໃນໂຮງຮຽນ, ແລະການຍົກເລີກເຮືອນກຸ່ມ, ຈໍາເປັນຕ້ອງປະກາດໃຊ້ ຢ່າງຮີບດ່ວນ.
"ພວກເຮົາເປັນປະເທດທີ່ຮັ່ງມີ, ບໍ່ມີຂໍ້ແກ້ຕົວຢ່າງແນ່ນອນ ທີ່ພວກເຮົາຍັງເຫັນການປະຕິບັດ ເຊັ່ນການບັງຄັບໃຫ້ເຮັດໝັນ ເພື່ອການຄຸມກໍາເນີດ, ຄົນພິການຖືກແຍກອອກໄປຢູ່ໂຮງຮຽນພິເສດ, ບ້ານກຸ່ມ. ມັນເປັນການຍອມຮັບບໍ່ໄດ້."
ຄນະກັມມາທິການ ຍັງໄດ້ແນະນໍາ ໃຫ້ຈັດຕັ້ງ First Nations Disability Forum, ການລົງທຶນຫຼາຍຂຶ້ນ ໃນແຮງງານຄົນພິການຂອງ First Nations.
ຫລັງຈາກການພິຈາຣະນານານກວ່າສີ່ປີ ຊຶ່ງຫລາຍຄົນເວົ້າວ່າ ເກີນກຳໜົດໄປຫລາຍສິບປີແລ້ວນັ້ນ ທ່ານ Griffis ກ່າວວ່າ ສໍາລັບຄົນພິການFirst Nations ການປ່ຽນແປງເຫລົ່ານີ້ມາຊ້າເກີນໄປ
"ການສ້າງຕັ້ງ First Nations Disability Forum ແມ່ນຄວາມຄິດທີ່ດີ, ເປັນຄວາມຄິດທີ່ສໍາຄັນແທ້ໆ ເພາະວ່າ ພວກເຮົາກໍາລັງເລີ່ມຕົ້ນຈາກພື້ນຖານ ໃນແງ່ຂອງການຕອບສນອງທີ່ເຫມາະສົມ ສໍາລັບຄົນພິການຊາວ First Nations. ຄໍາແນະນໍາແມ່ນວ່າ ຄວນຈະເລີ່ມຕົ້ນໃນເດືອນມີນາປີຫນ້າ, ແລະພວກເຮົາ ມີຄວາມກະຕືລືລົ້ນຢ່າງແນ່ນອນ ທີ່ຈະເລີ່ມຕົ້ນເລື່ອງນັ້ນ ໂດຍໄວເທົ່າທີ່ຈະໄວໄດ້."
ເນື້ອເລື່ອງໂດຍ Penry Buckley ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao