DNA Cancer RNF

cancer

ການກວດ D-N-A ຟຣີເພື່ອລະບຸວ່າ ຄົນທີ່ມີຄວາມສ່ຽງສູງ ຕໍ່ມະເຮັງບາງຊະນິດແລະໂຣກຫົວໃຈ Source: Pixabay

ໂຄງການກວດສອບ D-N-A ໄດ້ຮັບທຶນຈາກຣັຖບານເພື່ອກວດສອບການກາຍພັນຂອງ GENES ທີ່ເປັນສາເຫດຂອງມະເຮັງແລະໂຣກຫົວໃຈ. ນອກຈາກນັ້ນ ຍັງສາມາດປະຢັດຄ່າໃຊ້ຈ່າຍຈຳນວນຫຼາຍຕໍ່ ລະບົບສຸຂະພາບໂດຍຜ່ານການມາດຕະການປ້ອງກັນ.


ການກວດ D-N-A ຟຣີແມ່ນຈະຖືກສເນີໃຫ້ເຍົາວະຊົນ ອອສເຕຣເລັຍ ຫຼາຍພັນຄົນ ເພື່ອລະບຸວ່າຄົນທີ່ມີຄວາມສ່ຽງສູງ ຕໍ່ມະເຮັງບາງຊະນິດແລະໂຣກຫົວໃຈ-ຊຶ່ງອາດຈະຊ່ວຍຊີວິດ ຫຼາຍຄົນ ໂດຍຜ່ານການກວດຫາເບື້ອງຕົ້ນ ແລະມາດຕະການ ລ່ວງຫນ້າຕ່າງໆ

ໂຄງການທົດລອງຍັງສາມາດປະຢັດຄ່າໃຊ້ຈ່າຍຈຳນວນຫຼາຍຕໍ່ ລະບົບສຸຂະພາບໂດຍຜ່ານການມາດຕະການປ້ອງກັນ.

ໃນຖານະທີ່ເປັນ AshkenaziJew, ChayaGoldman ຮູ້ວ່ານາງ ມີຄວາມສ່ຽງສູງ ທີ່ຈະມີ ການກາຍພັນ ຂອງ BRCA gene, ຊຶ່ງຈະເຮັດໃຫ້ນາງກາຍເປັນ ຜູ້ສົ່ງຕໍ່ມະເຮັງໃນເຕົ້ານົມ.

ຕອນອາຍຸໄດ້ 26 ປີ ນາງໄດ້ຮັບການທົດສອບ D-N-A ແລະ ຮູ້ວ່ານາງມີ Gene ທີ່ກາຍພັນ.

“ແລະ ມັນກໍເປັນສິ່ງທີ່ດີແທ້ໆເພາະວ່າມັນໄດ້ໃຫ້ ເວລາ ແກ່ຂ້ອຍທີ່ຈະຄິດກ່ຽວກັບມັນ ໂດຍບໍ່ຈໍາເປັນຕ້ອງຕັດສິນໃຈ ຢ່າງເດັດຂາດໃນຕອນນັ້ນ. ສະນັ້ນມັນພຽງແຕ່ຫມາຍຄວາມ ວ່າ ຂ້ອຍມີໂອກາດທີ່ຈະໄດ້ຮັບການກວດຕອນອາຍຸຍັງອ່ອນກວ່າທີ່ຄົນສ່ວນຫລາຍຈະໄດ້ຮັບການກວດ.'

 ຕາມທັມດາແລ້ວ, ການທົດສອບທາງກັມພັນ ທີ່ໄດ້ຮັບທຶນ ຈາກສາທາຣະນະມີຢູ່ພຽງເລັກນ້ອຍເທົ່ານັ້ນ, ສຳຣັບ ຜູ້ທີ່ມີ ປະຫວັດຄອບຄົວວ່າມີໂຣກ ຫຼືວ່າເຄີຍມີໂຣກມາກ່ອນແລ້ວ.

ທ່ານນາງ JaneTiller ຫົວໜ້າຮ່ວມຂອງໂຄງການ D-N-A Screen ກ່າວວ່າ ນັ້ນຫມາຍຄວາມວ່າຫຼາຍພັນຄົນທົ່ວອອສເຕຣເລັຍທີ່ມີຄວາມສ່ຽງສູງ ບໍ່ໄດ້ຖືກກວດເບິ່ງ.

'ຫຼາຍຄົນບໍ່ມີປະຫວັດຄອບຄົວ ຫຼືເຂົາເຈົ້າບໍ່ຮູ້ຈັກ ປະຫວັດ ຄອບຄົວ ຂອງເຂົາເຈົ້າ. ແຕ່ພວກເຂົາເຈົ້າ ມີການປ່ຽນແປງ ຢ່າງໃດຢ່າງໜຶ່ງ ແລະພວກເຂົາເຈົ້າຍ່ອມມີຄວາມສ່ຽງ. ມັນເປັນລະເບີດເວລາ ທີ່ພວກເຂົາເຈົ້າກໍາລັງນັ່ງທັບຢູ່ ໂດຍທີ່ພວກເຂົາບໍ່ຮູ້ໂຕ”

ບັດນີ້ການກວດ D-N-A ໂດຍບໍ່ເສັຍຄ່າ ທີ່ມີຄົນຢ່າງຫນ້ອຍ 10ພັນຄົນ ທີ່ມີອາຍຸ 18 ຫາ 40ປີ- ທັງມີ ແລະບໍ່ມີປະຫວັດ ຂອງພະຍາດ-ກໍາລັງໄດ້ຮັບທຶນຊ່ວຍເຫຼືອ ຈາກຣັຖບານກາງ ໂດຍຜ່ານກອງທຶນຄົ້ນຄວ້າການແພດໃນອະນາຄົດ.

'ການສເນີການສຶກສາປະເພດນີ້, ເຊິ່ງເງື່ອນໄຂທີ່ບໍ່ມີໃນລະດັບ ປະຊາກອນ ແມ່ນວິທີການໃຫມ່ແທ້ໆໃນການສເນີການທົດສອບ ປະເພດນີ້. ແລະມັນເປັນເທື່ອທໍາອິດ ທີ່ໄດ້ຮັບການສເນີ ນີ້ຢູ່ໃນໂລກ ໃນສະພາບການດ້ານສາທາຣະນະສຸກ.'

ຜູ້ເຂົ້າຮ່ວມໄດ້ຮັບການກວດຫາໂຣກມະເຮັງເຕົ້ານົມແລະມະ ເຮັງ ໃນຮັງໄຂ່; Lynch Syndrome -ຊຶ່ງສົ່ງຜົນໃຫ້ ມີຄວາມ ສ່ຽງສູງ ຕໍ່ການເປັນມະເຮັງລໍາໄສ້ ແລະມະເຮັງໃນເຍື່ອມົດລູກ ແລະ ໂຣກໄຂມັນສູງໃນເລືອດທາງກັມພັນ (Genetic High Cholesterol) ທີ່ສາມາດນໍາໄປສູ່ອາການ ຫົວໃຈວາຍໃນຕອນຕົ້ນ.

 ຄົນເຮົາສາມາດລົງທະບຽນ ກັບ D-N-A Screen ອອນໄລນ໌

 ການທົດສອບແມ່ນໂດຍການວາງຕົວຢ່າງນ້ຳລາຍ ໃສ່ໃນຫຼອດຂະຫນາດນ້ອຍ ທີ່ໄດ້ຮັບທາງໄປສະນີ, ແລະສົ່ງຄືນທາງໄປສະນີຄືກັນ.

 ຜົນຂອງການກວດກັບໃນເວລາປະມານສາມເດືອນ.

 ຂໍ້ມູນ D-N-A ຂອງທຸກຄົນຈະຖືກເກັບຮັກສາໄວ້ຢ່າງປອດພັຍ.

 ປະມານ 1 ໃນ 75 ຄົນທີ່ຖືກທົດສອບຈະພົບວ່າມີຄວາມສ່ຽງສູງ.

ພວກເຂົາເຈົ້າຈະມີຜູ້ຊ່ຽວຊານທີ່ຈະອະທິບາຍສະຖານະການ ຂອງເຂົາເຈົ້າ,ແລະໄດ້ຮັບຄໍາປຶກສາທາງພັນທຸກັມ ລວມທັງມາດຕະການປ້ອງກັນເຊັ່ນ: ການກວດ(regular scans), ການກວດສອບທົ່ວໄປ ແລະການຜ່າຕັດ.

 JaneTiller ເວົ້າຕື່ມອີກວ່າ:

'ບາງຄົນຈະເອົາຫນ້າເອິກອອກແລະມີການເສີມແຕ່ງໃໝ່ແລະ ຫຼັງຈາກອາຍຸຂອງການມີລູກ ແລະ ປະມານ 40ປີ ພວກເຂົາ ມັກຈະໄດ້ຮັບການແນະນໍາໃຫ້ຕັດມົດລູກ ແລະ  ທໍ່ຮັງໄຂ່ ຂອງພວກເຂົາ ເຊັ່ນດຽວກັນ ເພື່ອຫຼຸດຜ່ອນຄວາມສ່ຽງ ຂອງມະເຮັງໃນມົດລູກ.'

ແມ່ລູກອ່ອນ Eve Olsson ມີຜົນກວດເປັນບວກບວກກ່ຽວກັບ Lynch Syndrome ໃນໄວລຸ້ນ, ຫຼັງຈາກການການວິນິດສັຍໃນພໍ່ຂອງລາວ.

 'ເຫັນໄດ້ຢ່າງຊັດເຈນວ່າ ການທົດສອບແບບນັ້ນ ອາດຈະບໍ່ແມ່ນສໍາລັບທຸກຄົນ. ແຕ່ແນ່ນອນວ່າ ມັນຈໍາເປັນ ຕ້ອງສາມາດເຂົ້າເຖິງທຸກຄົນໄດ້. ຫມາຍຄວາມວ່າ ຂ້າພະເຈົ້າສາມາດເຂົ້າເຖິງການທົດສອບ ທີ່ຜູ້ຄົນ ທົ່ວໄປຈະບໍ່ໄດ້ຮັບ ຕາມປົກກະຕິ. ແລະຂ້ອຍສາມາດ ຮູ້ໄດ້ໄວຂຶ້ນຖ້າຫາກວ່າມີສິ່ງທີ່ຜິດປົກກະຕິເກີດຂຶ້ນ.'

ຕອນນີ້ JaneTiller ອາຍຸ 31ປີ ແລະເວົ້າວ່າ ການມີຄວາມຮູ້ ທາງພັນທຸກັມທີ່ຈະແບ່ງປັນກັບລູກຫຼານ ແລະອ້າຍເອື້ອຍນ້ອງ ອາດຊ່ວຍ ຊີວິດໄດ້.

 ເນື້ອເລື່ອງໂດຍ Phillippa Carisbrooke ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ



Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service