ສັບປະດາສຸຂະພາບສຳຣັບຜູ້ຊາຍ

Pedestrians hold umbrellas as they walk in heavy rain in Sydney's CBD, Friday, January 17, 2020. Sydney is expected to receive 10-25 mms of rain today, while up to 50mm is forecasted for parts of NSW. (AAP Image/Bianca De Marchi) NO ARCHIVING

ການຮັກສາສຸຂະພາບບໍ່ແມ່ນເລື້ອງຍາກ...ພຽງແຕ່ຍ່າງສມ່ຳສເມີ... ຍ່າງຫຼິ້ນ ແລະການຝຶກຊ້ອມຮ່ວມກັນ, ເປັນເລື້ອງມ່ວນຊື່ນ, ເປັນການດີທາງສັງຄົມ ແລະເປັນປໂຍດຕໍ່ຮ່າງກາຍ. Source: AAP

ເຖິງແມ່ນວ່າ ຜູ້ຊາຍອອສເຕຣເລັຍຈະມີອາຍຸຍືນໂດຍສເລັ່ຍແລ້ວປະມານ 75 ປີ ແຕ່ ຜູ້ຊ່ຽວຊານກ່າວວ່າ ຍັງຕ່ຳກວ່າຜູ້ຍິງ ປະມານ 7 ປີ. ແຕ່ວ່າອາຍຸຂອງຜູ້ຊາຍຊາວພື້ນເມືອງ ແລະຊາວ Torres Strait Islander ແມ່ນຫຼາຍກວ່າສິບປີທີ່ຕ່ຳກວ່າຜູ້ຊາຍ ທີ່ບໍ່ແມ່ນຊາວພື້ນເມືອງ. ອີງຕາມ the Australian Men's Health Forum (AMHF) ການທີ່ມີຮ່າງກາຍ ທີ່ບໍ່ແຂງແຮງ ຈະຂ້າຜູ້ຊາຍຫລາຍກວ່າ ໂຣກມະເຮັງຕ່ອມລູກໝາກ, ຫຼືການຂ້າຕົວຕາຍ ຫລືອຸປະຕິເຫດການເດີນທາງ.


ສັບປະດາສຸຂະພາບສຳຣັບຜູ້ຊາຍ.

ອີກພຽງບໍ່ເທົ່າໃດອາທິດ ກໍຈະຮອດການສເລີມສລອງວັນພໍ່ແລ້ວ, ມັນເປັນເວລາທີ່ດີ ທີ່ຈະເຕືອນ ແລະສນັບສນູນໃຫ້ຜູ້ຊາຍໃນຊີວິດຂອງເຮົາ ໃຫ້ກວດເບິ່ງສຸຂະພາບ ຂອງເຂົາເຈົ້າ.

ມັນອາດຈະງ່າຍ ເທົ່າກັບການຕິດຕາມ ການທົດສອບທີ່ສໍາຄັນ ເພື່ອປ້ອງກັນຄວາມເປັນຫ່ວງ ທີ່ສໍາຄັນໃນອະນາຄົດ.

The Australian Men's Health Forum ກໍາລັງສົ່ງເສີມ ນິດສັຍທີ່ດີຕໍ່ສຸຂະພາບ.

Kuntamari Crofts ລາຍງານ.

The Australian Men's Health Forum ສນັບສນູນ ສຸຂະພາບ ຂອງຜູ້ຊາຍ ທົ່ວ.

ຫົວຂໍ້ຂອງເຂົາເຈົ້າ ສໍາລັບປີ 2023 ແມ່ນການເບິ່ງນິສັຍທີ່ດີ ຕໍ່ສຸຂະພາບ ຊຶ່ງພວກເຂົາເຈົ້າຈະແນໃສ່ ສາມດ້ານ ແລະສິ່ງທີ່ເຂົາເຈົ້າສາມາດເຮັດໄດ້ ເພື່ອປັບປຸງສຸຂະພາບ ຂອງຜູ້ຊາຍ ໃນລະດັບສັງຄົມ, ຊຸມຊົນ ແລະບຸກຄົນ.

ການຣົນນະຣົງນີ້ ແມ່ນເນັ້ນໃສ່ຮ່າງກາຍທີ່ແຂງແຮງ, ການອອກກໍາລັງກາຍ ແລະການກິນອາຫານທີ່ດີ.

ທ່ານ Glen Poole, CEO ຂອງອົງການກ່າວວ່າ ອອສເຕຣເລັຍເປັນປະເທດ ທີ່ມີສຸຂະພາບດີທີ່ສຸດໃນໂລກ ທີ່ມີອັດຕາອາຍຸຍືນສູງ-ເຖິງຢ່າງໃດກໍຕາມ ໂດຍສເລັ່ຍແລ້ວ ຜູ້ຊາຍຈະຕາຍກ່ອນແມ່ຍິງ ດ້ວຍອາຍຸທີ່ອ່ອນກວ່າ ເຈັດປີ.

“ຜູ້ຊາຍຫ້າສິບຄົນ ຕໍ່ມື້ ກໍາລັງຕາຍຍ້ອນສາເຫດ ທີ່ສາມາດຫຼີກລ້ຽງໄດ້ ກ່ອນທີ່ອາຍຸພວກເຂົາ ຈະເຖິງເຈັດສິບຫ້າປີ ແລະອີກບັນຫາໃຫຍ່ອື່ນໆ ທີ່ພວກເຮົາເປັນຫ່ວງ ແມ່ນໂຣກຫົວໃຈ, ໂດຍ 4 ໃນ 5 ຄົນ ທີ່ເສັຍຊີວິດຍ້ອນໂຣກຫົວໃຈ ກ່ອນອາຍຸເຈັດສິບຫ້າປີ ແມ່ນຜູ້ຊາຍ ແລະການຂ້າຕົວຕາຍຊຶ່ງ 3 ໃນ 4 ຄົນຂ້າຕົວຕາຍໃນຜູ້ຊາຍ.”

ເອກະສານຍຸດທະສາດ ສຸຂະພາບຜູ້ຊາຍ ແຫ່ງຊາດ 2020-2030 (The National Men's Health Strategy 2020-2030) ສະແດງໃຫ້ເຫັນວ່າ ອອສເຕຣເລັຍ ເປັນຫນຶ່ງໃນ 12 ປະເທດ ທີ່ເພດຊາຍຈະມີອາຍຸຫຼາຍກວ່າ 80ປີ- ແຕ່ວ່າອາຍຸຂອງຜູ້ຊາຍຊາວພື້ນເມືອງ ແລະຊາວ Torres Strait Islander ແມ່ນຫຼາຍກວ່າສິບປີທີ່ຕ່ຳກວ່າຜູ້ຊາຍ ທີ່ບໍ່ແມ່ນຊາວພື້ນເມືອງ.

ຜູ້ຊາຍ ມັກຈະຖືກກວດພົບວ່າ ເປັນໂຣກມະເຮັງລໍາໄສ້ ເນື່ອງຈາກການບໍ່ມີສ່ວນຮ່ວມ ໃນໂຄງການກວດສອບ ເມື່ອທຽບໃສ່ກັບແມ່ຍິງ.

ສະມາຊິກຂອງຊຸມຊົນ LGBTIQ+ ມີຄວາມເປັນໄປໄດ້ 4 ຫາ 6 ເທົ່າທີ່ຈະມີອາການຊຶມເສົ້າ ຫຼາຍກວ່າຊຸມຊົນທົ່ວໄປ.

CEO, Glen Poole ເວົ້າເຖິງຄວາມເປັນຫ່ວງ ດ້ານສຸຂະພາບ ທີ່ສໍາຄັນສາມຢ່າງ ສໍາລັບຜູ້ຊາຍໃນທາງສະຖິຕິ:

“ຜູ້ຊາຍທີ່ເກີດໃນອອສເຕຣເລັຍ ກໍາລັງຕາຍ ອາຍຸນ້ອຍກວ່າຜູ້ຍິງ ທີ່ເກີດໃນປະເທດອອສເຕຣເລັຍ ໂດຍສະເລ່ຍ ເຈັດປີ. ຜູ້ຊາຍ ຫ້າສິບຄົນຕໍ່ມື້ ກໍາລັງຕາຍເນື່ອງຈາກສາເຫດ ທີ່ອາດຫຼີກລ່ຽງໄດ້ ແລະ ສີ່ ໃນ ຫ້າ ຄົນເສັຍຊີວິດ ຍ້ອນໂຣກຫົວໃຈ ກ່ອນອາຍຸເຈັດສິບຫ້າປີ.”

ຫົວຂໍ້ການມີສຸຂະພາບດີ ແມ່ນງ່າຍເປັນແກນຫຼັກ-ການຍ່າງ, ການຫຼິ້ນແລະການຝຶກຊ້ອມຮ່ວມກັນ, ເປັນເລື້ອງມ່ວນຊື່ນ, ເປັນການດີທາງສັງຄົມ ແລະເປັນປໂຍດຕໍ່ຮ່າງກາຍ.

ອີງຕາມ the Australian Men's Health Forum (AMHF) ການທີ່ມີຮ່າງກາຍ ທີ່ບໍ່ແຂງແຮງ ຈະຂ້າຜູ້ຊາຍຫລາຍກວ່າ ໂຣກມະເຮັງຕ່ອມລູກໝາກ, ຫຼືການຂ້າຕົວຕາຍ ຫລືອຸປະຕິເຫດການເດີນທາງ.

ນີ້ແມ່ນຫນຶ່ງໃນ 10 ຂໍ້ເທັດຈິງ ທີ່ສໍາຄັນກ່ຽວກັບ ການອອກກໍາລັງກາຍ ຂອງຜູ້ຊາຍ ທີ່ຖືກເຜີຍແພ່ໂດຍ ການຣົນນະຣົງຢ່າງຕໍ່ເນື່ອງ ຂອງອົງການ KNOW YOUR MAN FACTS, ເຊິ່ງເນັ້ນຫນັກຕໍ່ສຸຂະພາບຂອງຜູ້ຊາຍ ຊຶ່ງກ່ຽວກັບການເຊື່ອມຕໍ່, ການເຄື່ອນໄຫວ, ການນອນ, ການດື່ມ ແລະການກິນໄດ້ດີ.

Mr Poole ກ່າວວ່າມີກິດຈະກັມຫລາຍຢ່າງ ໃນອາທິດສຸຂະພາບຂອງຜູ້ຊາຍ ຢູ່ທົ່ວອອສເຕຣເລັຍ

“ມີຫຼາຍຮ້ອຍຢ່າງທີ່ກໍາລັງເກີດຂຶ້ນ ສ່ວນໃຫຍ່ຈະບໍ່ຖືກໂຄສະນາ ເພາະມັນເກີດຂື້ນໃນສະຖານທີ່ເຮັດວຽກ ຫຼືພື້ນທີ່ຊຸມຊົນ ເຊັ່ນບ່ອນເຮັດວຽກຂອງຜູ້ຊາຍ ແຕ່ຖ້າທ່ານຢາກຈະຮູ້ວິທີມີສ່ວນຮ່ວມ ພຽງແຕ່ໄປຄົ້ນຫາອອນໄລນ໌ ສໍາລັບອາທິດສຸຂະພາບ ຂອງຜູ້ຊາຍ ຫຼືຊອກຫາ KNOW YOUR MAN FACTS ຊຶ່ງເປັນການຣົນນະຣົງທີ່ພວກເຮົາ ກໍາລັງດຳເນີນຢູ່ ໃນລະຫວ່າງອາທິດສຸຂະພາບ ຂອງຜູ້ຊາຍ ແລະທ່ານຈະພົບກັບກິດຈະກັມ ທາງອອນໄລນ໌ ແລະກິດຈະກັມອື່ນໆ ໃນທ້ອງຖິ່ນ ທີ່ທ່ານອາດຈະມີສ່ວນຮ່ວມ.”

Kuntamari Crofts ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service