ຈຸດສຳຄັນ
- ກະແສນ້ຳທີ່ພັດແຮງ (Rip) ເປັນອັນຕະຣາຍຕາມແຄມຝັ່ງອັນດັບຫນຶ່ງຂອງ ອອສເຕຣເລັຍ
- ບ່ອນທີ່ປອດພັຍທີ່ສຸດໃນການລອຍນໍ້າ ແມ່ນຢູ່ຕາມຫາດທີ່ມີການລາດຕະເວນ ລະຫວ່າງທຸງສີແດງ ແລະສີເຫຼືອງ
- ອອສເຕຣເລັຍ ມີຍຸດທະສາດການຫຼຸດຜ່ອນ ປາສລາມ(ທຳຮ້າຍ) ທີ່ມີປະສິດທິພາບທີ່ສຸດໃນໂລກ
- ເຄື່ອງມືເພື່ອຈະເຮັດໃຫ້ເຮົາ 'ສລາມ-ສລາດ-shark smart’
ປີກາຍນີ້ Surf Life Saving Australia (SLSA) ໄດ້ດໍາເນີນການຊ່ວຍເຫຼືອ 10,000 ເທື່ອ, ຊຶ່ງມີເປີເຊັນສູງ ເນື່ອງຈາກກະແສນ້ຳທະເລ (Rip) ທີ່ເປັນອັນຕະຣາຍ.
ທ່ານ Shane Daw ຜູ້ຈັດການໃຫຍ່ ດ້ານຄວາມປອດພັຍແຄມຝັ່ງທີ່ SLSA ກ່າວວ່າ "ກະແສນ້ຳທະເລ (Rip) ເປັນອັນຕະລາຍອັນດັບທີຫນຶ່ງ ຢູ່ແຄມຝັ່ງທະເລຂອງພວກເຮົາ, ແລະມີຈໍານວນເກືອບຫນຶ່ງສ່ວນສີ່ ຂອງການ ຈົມນ້ຳຕາຍທົ່ວ ອອສເຕຣເລັຍ"
ປີກາຍນີ້ ພວກເຮົາໄດ້ມີການຕາຍຢູ່ແຄມຝັ່ງທະເລ 141 ຄົນ, ແລະປະມານ 36 ຄົນໃນນັ້ນ ແມ່ນຍ້ອນກະແສນ້ຳ(Rip).Shane Daw, General Manager of Coastal Safety at SLSA.

ເປັນຫຍັງກະແສນ້ຳທະເລ (Rip) ຈຶ່ງເປັນອັນຕະຣາຍ?
ກະແສນ້ຳທະເລ (Rip) ເປັນຊ່ອງທາງນ້ຳ ທີ່ມີພະລັງທີ່ເຄື່ອນທີ່ ໄປໃນທິດທາງກົງກັນຂ້າມກັບຄື້ນ, ມັນດຶງທ່ານອອກຈາກຊາຍຫາດ ແລະອອກສູ່ທະເລ.
ເຖິງຢ່າງໃດກໍ່ຕາມ, ພວກມັນຍາກທີ່ຈະສັງເກດເຫັນ.
ເມື່ອທ່ານເຫັນນໍ້າທີ່ບໍ່ມີຟອງຄື້ນສີຂາວ ທ່ານອາດຈະຄິດວ່າ ມັນເປັນບ່ອນທີ່ປອດພັຍທີ່ສຸດທີ່ຈະລອຍນ້ຳ, ແຕ່ທ່ານອາດກຳລັງເຫັນກະແສນ້ຳທະເລ (Rip).
ທ່ານ Daw ກ່າວວ່າ "ພວກເຮົາມີຄໍາເວົ້າວ່າ: ຂາວແມ່ນດີ–ສະນັ້ນທ່ານເຫັນການຫມູນກິ້ງຂອງນ້ຳສີຂາວ; ສີຂຽວແມ່ນ ບໍ່ດີ. ແລະນັ້ນກໍຫມາຍຄວາມວ່າ ນ້ຳສີຂຽວໂດຍທົ່ວໄປແລ້ວ ແມ່ນນ້ຳທີ່ເລິກ ແລະເຄື່ອນຍ້າຍໄປໃນທິດທາງອື່ນ."
ຖ້າຫາກວ່າທ່ານຕິດຢູ່ໃນກະແສນ້ຳທະເລ (Rip):
- ຢູ່ໃນຄວາມສງົບ ແລະຮັກສາພະລັງງານຂອງທ່ານ
- ຍົກແຂນຂຶ້ນ ແລະຮ້ອງຂໍຄວາມຊ່ວຍເຫຼືອ
- ລອຍກັບກະແສນ້ຳ – ມັນສາມາດສົ່ງທ່ານກັບຄືນສູ່ ສັນຊາຍຕື້ນໆ
- ລອຍໄປຄຽງຄູ່ກັບຫາດຊາຍ ຫຼື ລອຍໄປຫາຄື້ນທີ່ແຕກເປັນສີຂາວເພື່ອຫຼົບຫນີຈາກກະແສນ້ຳທະເລ.
ລອຍລະຫວ່າງທຸງສີແດງແລະສີເຫຼືອງ
ຫນ້າເສັຍໃຈທີ່ 76 ເປີເຊັນ ຂອງການ ຈົມນ້ຳຕາຍໃນປີກາຍນີ້ ໄດ້ເກີດຂຶ້ນຫນຶ່ງກິໂລແມັດ ຈາກການບໍຣິການຊ່ວຍຊີວິດ.
ພິຈາຣະນາຄວາມສາມາດຂອງທ່ານເອງ ແລະຖ້າເປັນໄປໄດ້, ໃຫ້ລອຍຢູ່ໃກ້ຫາດຊາຍ ທີ່ມີການລາດຕະເວນ ລະຫວ່າງທຸງສີແດງ ແລະສີເຫລືອງ. ທຸງຫມາຍເຖິງເຂດທີ່ປອດພັຍ ທີ່ຖືກດູແລ ໂດຍຜູ້ຊ່ວຍຊີວິດທາງນ້ຳ ຫຼືຜູ້ຊ່ວຍຮັກສາຊີວິດ.

ລອຍ ຫຼື ຂີ່ແປ້ນໂຕ້ຄື້ນ ກັບເພື່ອນສເມີ.
ທ່ານສາມາດຊອກຫາຫາດທີ່ມີການລາດຕະເວນ ໄດ້ທີ່ ເວັບໄຊທ໌ SLSA. ໃນທີ່ນີ້, ທ່ານຍັງສາມາດຊອກຫາຄໍາແນະນໍາຄວາມປອດພັຍໃນ 100 ພາສາ.
ປາສລາມເປັນພັຍຂົ່ມຂູ່ທີ່ແທ້ຈິງ ຢູ່ຕາມນ້ຳທະເລຂອງເຮົາຫຼືບໍ?
ການໂຈມຕີຂອງປາສລາມ ບໍ່ແມ່ນເລື່ອງທັມມະດາ ແລະເປັນເຫດການທີ່ບໍ່ເກີດຂຶ້ນເລື້ອຍໆ.
ເຖິງຢ່າງໃດກໍຕາມ, ອອສເຕຣເລັຍ ມີສະຖິຕິຈໍານວນປາສລາມກັດທີ່ສູງສຸດ ເປັນທີສອງຂອງໂລກ ຮອງຈາກທີ່ສະຫະຣັດອາເມຣິກາ, ໂດຍສເລັ່ຍ 22 ເທື່ອຕໍ່ປີ ໃນໄລຍະ ສິບປີທີ່ຜ່ານມາ.
ທ່ານຫມໍ Phoebe Meagher ເຈົ້າຫນ້າທີ່ອະນຸລັກສັດປ່າ ທີ່ Taronga Conservation Society ກ່າວວ່າ "ໂຊກດີທີ່ການຖືກກັດທັງໝົດນັ້ນ, ໂດຍສເລັ້່ຍມີຜູ້ເສັຍຊີວິດພຽງຄັ້ງດຽວ ຕໍ່ປີເທົ່ານັ້ນ."
Dr Meagher ຜູ້ດູແລຖານຂໍ້ມູນເຫດການ ປາສລາມ ຂອງອອສເຕຣເລັຍ (Australian Shark Incident Database) ທີ່ໄດ້ບັນທຶກເຫດການລະຫວ່າງ ມະນຸດ –ປາສລາມ ຕັ້ງແຕ່ປີ 1800.

ປາສລາມ ຈະບໍ່ພົບວ່າມະນຸດນັ້ນເປັນຕາແຊບ ແຕ່ຖ້າໂອກາດມາຮອດ, ມັນກໍບໍ່ເລືອກDr Phoebe Meagher, Wildlife Conservation Officer at Taronga Conservation Society
ດຣ Meagher ກ່າວວ່າ "ຂ້າພະເຈົ້າບໍ່ຄິດວ່າ ພວກເຂົາເຈົ້າມີຄວາມສລາດ ທີ່ຈະສາມາດແຍກ ລະຫວ່າງສັດລ້ຽງລູກດ້ວຍນ້ຳນົມຊະນິດຕ່າງໆ " "ຈາກມຸມມອງຂອງປາສລາມ ມັນບໍ່ສໍາຄັນວ່າທ່ານເປັນມະນຸດ, ແມວນ້ຳ ຫຼືເຕົ່າ."
ຕາມຄວາມຈິງແລ້ວ ມີບໍ່ເທົ່າໃດຊະນິດຂອງປາສລາມ 400 ຊະນິດທີ່ເປັນອັນຕະຣາຍຕໍ່ມະນຸດ.
ສາມຊະນິດມີອັນຕະຣາຍ ຢູ່ທົ່ວ New South Wales, Western Australia ແລະ Queensland: ສລາມຂາວ (white shark), ສລາມເສືອ (tiger shark) ແລະສລາມກະທິງ (bull shark). ສລາມສາມຊະນິດ ນີ້ ຄາດເດົາໄດ້ຍາກ ແລະສາມາດສົ່ງຜົນໃຫ້ມີຜູ້ເສັຍຊີວິດ.
ທ່ານ Marcel Green ຜູ້ນໍາໂຄງການ ປາສລາມ ກັບຜແນກອຸດສາຫະກັມພື້ນຖານ (Department of Primary Industries) NSW ກ່າວວ່າ "ພວກມັນເປັນຄືກັບພວກເດັກນ້ອຍໄວລຸ້ນໃນບາງດ້ານ."
"ປາສລາມທຸກໂຕ ມີພຶດຕິກັມທີ່ຕ່າງກັນ. ແຕ່ເຮົາມີສິ່ງທີ່ພວກເຮົາອະທິບາຍ ວ່າເປັນຮູບແບບການເຄື່ອນໄຫວທົ່ວໄປ."
ຕົວຢ່າງເຊັ່ນ: ສລາມເສືອ ແລະສລາມກະທິງ ເຄື່ອນໄຫວໃນຕອນເຊົ້າ ແລະຕອນຄໍ່າ, ດັ່ງນັ້ນການລອຍນ້ຳໃນເວລານີ້ ຈະມີຄວາມສ່ຽງຫຼາຍກວ່າ.
ສລາມຊະນິດອື່ນໆ ອາດຈະກັດເຮົາເປັນບາງຄັ້ງຄາວ ໂດຍສະເພາະຖ້າຖືກກະຕຸ້ນ. ທ່ານອາດຈະຢຽບ 'wobbegong' ທີ່ນອນຢູ່ໃຕ້ພື້ນທະເລໂດຍບັງເອີນ, ແຕ່ມັນບໍ່ມີອັນຕະຣາຍປານໃດ.

ຢູ່ແບບ shark smart
ອອສເຕຣເລັຍ ມີໂຄງການຫຼຸດຜ່ອນປາສລາມ(ທຳຮ້າຍ) ທີ່ມີປະສິດທິພາບທີ່ສຸດ ເພື່ອປົກປ້ອງຜູ້ໄປຫຼິ້ນນ້ຳທະເລ ໃນຂນະທີ່ຫຼຸດອັນຕະຣາຍຕໍ່ປາສລາມ.
ທ່ານຈະພົບຫາດຊາຍທີ່ມີຕາໜ່າງ, ການເຝົ້າລະວັງ ປາສລາມ ທາງອາກາດເຊັ່ນເຮລິຄອບເຕີ ແລະໂດຣນ, ແລະ ສັນຍານຫວໍ (sirens) ຫາດຊາຍ ໃຫ້ທ່ານອອກຈາກນ້ຳຖ້າຫາກວ່າເຫັນປາສລາມ.
Shark tagging ຍັງຖືກນໍາໃຊ້ ເພື່ອສົ່ງຕຳແໜ່ງຂອງປາສລາມ ໄປຫາແອັບ SharkSmart ໃນເວລາທີ່ແທ້ຈິງ. ແອັບ SharkSmart ທີ່ອາສັຍລັດສົ່ງການແຈ້ງເຕືອນປາສລາມ, ສະຖານທີ່ ຫາດຊາຍທີ່ມີການລາດຕະເວນ ແລະຄໍາແນະນໍາຄວາມປອດພັຍ ໂດຍກົງ ກັບໂທລະສັບຫຼື smart watches ຂອງທ່ານ.
ແຫຼ່ງຂໍ້ມູນ SharkSmart ແມ່ນມີຢູ່ໃນອິນເຕີເນັດໃນ NSW, WA ແລະ Queensland, ມີການຣົນນະຣົງ ທີ່ຄ້າຍຄືກັນໃນຣັດອື່ນໆ:

ຫຼີກເວັ້ນການລອຍນ້ຳຕອນເຊົ້າ ແລະຕອນຄໍ່າ, ແລະຢ່າ ລອຍຫຼື surf ໃກ້ກັບ 'bait ball'. ປາສລາມ ຈະຕ້ອນປາໄປຫາຫນ້ານ້ຳບ່ອນທີ່ມັນສະສົມແລະດຶງດູດນົກ.
ທ່ານ Marcel Green ກ່າວວ່າ "ປານ້ອຍດຶງດູດປາໃຫຍ່, ແລະປາໃຫຍ່ດຶງດູດປາສລາມ."
Surfers ຄວນໃສ່ອຸປະກອນປ້ອງກັນປາສລາມສ່ວນຕົວ. ການໃຫ້ເງິນອຸດຫນູນຂອງຣັຖບານມີຢູ່ໃນ WA.







