ຈຸດສຳຄັນ
- ຖ້າຫາກວ່າ ເພື່ອນບ້ານກໍາລັງເຮັດໃຫ້ທ່ານ ມີຄວາມກັງວົນ ຫຼືມີປັນຫາ, ການສື່ສານໂດຍກົງ ແລະການເຈຣະຈາສ່ວນຕົວ ແມ່ນມີວິທີການເລືອກ ທີ່ຈະແກ້ໄຂບັນຫາ ແທນທີ່ຈະເປັນຂະບວນການຂອງສານ ຢ່າງເປັນທາງການ.
- ໃນອອສເຕຣເລັຍ, ຫນ່ວຍງານຂອງຣັຖບານ ແລະຜູ້ໃຫ້ບໍຣິການໄກ່ເກັ່ຍ ສາມາດໃຫ້ຂໍ້ມູນ ແລະການສນັບສນູນໃນການແກ້ໄຂຂໍ້ຂັດແຍ່ງ.
- ກວດເບິ່ງ ເທດສະບານທ້ອງຖິ່ນຂອງທ່ານ ເພື່ອຊອກຫາກ່ຽວກັບຂໍ້ບັງຄັບ (bylaws) ທີ່ກ່ຽວຂ້ອງ ກັບການຮ້ອງຮຽນຂອງທ່ານ ແລະບ່ອນທີ່ທ່ານ ສາມາດຂໍຄວາມຊ່ວຍເຫຼືອ.
ບໍ່ວ່າ ທ່ານຈະອາສັຍຢູ່ໃນພູມີພາກ, ຢູ່ໃນເຮືອນຫລັງໃຫຍ່ ທີ່ມີຫລັງບ້ານ, Apartment ໃນເມືອງ ຫຼື Townhouse ໃນເຂດນອກເມືອງ, ຄວາມແຕກຕ່າງ ແລະການໂຕ້ຖຽງກັນ ກັບເພື່ອນບ້ານອາດຈະເກີດຂຶ້ນໄດ້.
ການຂັດແຍ່ງອາດເກີດຂຶ້ນ ດ້ວຍເຫດຜົນຫຼາຍຢ່າງ ເມື່ອຄົນເຮົາຢູ່ໃກ້ກັນ. ບັນຫາກ່ຽວກັບສຽງ, ຮົ້ວ, ຂອບເຂດຊັບສິນ, ສັດລ້ຽງ, ຕົ້ນໄມ້ທີ່ປູກເກີນຂອບເຂດ ແລະບ່ອນຈອດຣົດ ແມ່ນບາງສ່ວນ ຂອງການຂັດແຍ່ງທົ່ວໄປຂອງເພື່ອນບ້ານ.
ບາງເທື່ອ, ການກະທໍາ ຫຼືການລະເລີຍຂອງເພື່ອນບ້ານ ອາດເປັນການລົບກວນ. ແຕ່ພາຍໃຕ້ກົດຫມາຍທົ່ວໄປ ຂອງອອສເຕຣເລັຍ, ມັນບໍ່ພຽງພໍ ສໍາລັບພຶດຕິກັມ ທີ່ຈະເປັນທີ່ຫນ້າລໍາຄານ, ທີ່ຈະເປັນສິ່ງທີ່ເອີ້ນວ່າ 'ຄວາມລໍາຄານສ່ວນຕົວ': ຊຶ່ງແມ່ນການໂຕ້ຖຽງກັນ ລະຫວ່າງສອງບຸກຄົນ.
ທ່ານນາງ Barbara McDonald, ອາຈານ ໂຮງຮຽນກົດຫມາຍ ຂອງມະຫາວິທະຍາໄລ Sydney ອະທິບາຍວ່າ "ກົດຫມາຍທົ່ວໄປຂອງອອສເຕຣເລັຍ ວ່າ ມັນຈະເປັນການ ລົບກວນສ່ວນຕົວ ຖ້າຫາກວ່າທ່ານ ຖືກແຊກແຊງຢ່າງບໍ່ມີເຫດຜົນ ໃນການນໍາໃຊ້ ແລະຄວາມຊື່ນຊົມກັບຊັບສົມບັດທີ່ທ່ານຄອບຄອງ."

ການຟ້ອງຮ້ອງ ຫຼືການໄກ່ເກັ່ຍ?
ຖ້າສານ ຖືກຂໍໃຫ້ແກ້ໄຂບັນຫາ ຢ່າງເປັນທາງການ, ສານຈະພິຈາຣະນາຫຼາຍປັດຈັຍ, ລວມທັງວ່າ ສິ່ງທີ່ທ່ານຮ້ອງຮຽນນັ້ນ ເປັນເລື່ອງເລັກນ້ອຍ ຫຼືມີບໍ່ມີເຫດຜົນ ແລະສະພາບການ ຂອງສິ່ງແວດລ້ອມຂອງທ່ານ.
ຕົວຢ່າງ ທີ່ສະແດງເຖິງເລື່ອງນີ້ກໍຄື: ເພື່ອນບ້ານລ້ຽງສັດ ທີ່ເຮັດໃຫ້ມີແມງວັນຫຼາຍ, ນີ້ສາມາດເປັນການຮ້ອງຮຽນທີ່ຖືກຕ້ອງຫຼືບໍ່.
ທ່ານ Prof McDonald ອະທິບາຍວ່າ "ເຫັນໄດ້ຢ່າງຊັດເຈນວ່າ ນີ້ຈະບໍ່ເປັນແນວນັ້ນ ຖ້າຫາກທ່ານຢູ່ໃນບ້ານນອກ ແລະພື້ນທີ່ກະເສດຕະກັມ, ແຕ່ມັນອາດຈະເປັນກໍລະນີ ໃນທ້ອງຖິ່ນທີ່ອາສັຍທົ່ວໄປ."
ສ່ວນຫຼາຍ ມັນຂຶ້ນກັບມາດຕະຖານ ຂອງຄວາມສະດວກສະບາຍທີ່ສາມາດຄາດຫວັງໄດ້ ໃນບາງທ້ອງຖິ່ນ.Barbara McDonald, Professor at the University of Sydney Law School

ການມີການຂັດແຍ່ງ ກັບເເພື່ອນບ້ານ ທີ່ຕ້ອງໃຫ້ສານຕັດສິນຄວນເປັນທາງອອກສຸດທ້າຍ.
ກ່ອນທີ່ຈະດໍາເນີນການທາງກົດຫມາຍ ໃຫ້ຕິດຕໍ່ຫາ ເພື່ອນບ້ານໂດຍກົງ. ແລະຖ້າສິ່ງຕ່າງໆບໍ່ດີຂຶ້ນ, ແລ້ວທ່ານຄວນພິຈາລະນາການໄກ່ເກັ່ຍ. ການສນັບສນູນ ຍັງມີໃຫ້ ຈາກຫນ່ວຍງານຂອງຣັດ ເຊັ່ນສູນກາງຍຸຕິທັມຊຸມຊົນ (ໄປເບິ່ງທີ່ທ້າຍຂອງບົດຄວາມ ສໍາລັບທາງເລືອກທີ່ຣັດ ຫຼືເຂດປົກຄອງຂອງທ່ານ).
Prof McDonald ກ່າວວ່າ "ການຟ້ອງຮ້ອງ ແມ່ນມີມີຄ່າໃຊ້ຈ່າຍສູງ, ມັນຕ້ອງໃຊ້ເວລາດົນ, ມັນສາມາດນໍາໄປສູ່ ຄວາມຜິດໃຈກັນຫລາຍຂຶ້ນ ລະຫວ່າງຜູ້ຄົນ."
"ມັນເປັນຄວາມຄິດທີ່ດີ ທີ່ຈະຂຽນຂໍ້ຄວາມທີ່ສຸພາບໄປຫາເພື່ອນບ້ານ, ເພື່ອໃຫ້ທ່ານມີຫຼັກຖານເປັນລາຍລັກອັກສອນ... ແລະແຈ້ງໃຫ້ຊາບວ່າມີບັນຫາ, ເຊິ່ງເຮັດໃຫ້ເພື່ອນບ້ານຂອງທ່ານ ມີໂອກາດ ທີ່ຈະເຮັດບາງສິ່ງບາງຢ່າງ ກ່ຽວກັບເລື່ອງນີ້. ຖ້າສິ່ງຕ່າງໆບໍ່ດີຂຶ້ນ ຫຼືຖ້າວ່າເພື່ອນບ້ານບໍ່ເຮັດຫຍັງກ່ຽວກັບເລື່ອງນັ້ນ ຂ້ອຍຄິດວ່າເຈົ້າຄວນພະຍາຍາມຫາທາງໄກ່ເກັ່ຍ "
Melissa Haley, CEO ຂອງການບໍຣິການແກ້ໄຂຂໍ້ຂັດແຍ່ງ (Conflict Resolution Service) ຊຶ່ງເປັນຜູ້ໃຫ້ບໍຣິການ ທີ່ບໍ່ຫວັງຜົນກໍາໄລທີ່ Canberra.

ລາວກ່າວວ່າ ການໄກ່ເກັ່ຍ ມີຜົນກະທົບໃນທາງບວກ, ເພາະເພື່ອນບ້ານຈະເຂົ້າໃຈວ່າເປັນຫຍັງ ຂໍ້ຂັດແຍ່ງຈຶ່ງເກີດຂຶ້ນຕັ້ງແຕ່ຕອນທຳອິດ, ມັນມີຜົນກະທົບແນວໃດຕໍ່ທັງສອງຝ່າຍ, ຈະແກ້ໄຂແນວໃດໃນຕອນນີ້ ແລະວິທີ ທີ່ພວກເຂົາສາມາດ ຮັບມືກັບຂໍ້ຂັດແຍ່ງໃນອະນາຄົດ.
"ແລະມັນບໍ່ແມ່ນ ສິ່ງທີ່ທ່ານສາມາດເຮັດໄດ້ ເມື່ອທ່ານເຂົ້າໄປໃນ ຂະບວນການ ທີ່ເປັນສັດຕູຕໍ່ກັນ, ບ່ອນທີ່ທ່ານມີຄົນຫນຶ່ງ ທີ່ຕັດສິນໃຈ ກ່ຽວກັບສິ່ງທີ່ຫາກໍຖືກນໍາສເນີຕໍ່ພວກເຂົາ."
ທ່ານນາງ Haley ກ່າວວ່າ ຄວາມເຈດຕະນາດີ ແລະຄວາມຕັ້ງໃຈ ທີ່ຈະທໍາງານຜ່ານຂໍ້ຂັດແຍ່ງ ແມ່ນມີຄວາມຈໍາເປັນ ທີ່ທຸກຄົນມີສ່ວນກ່ຽວຂ້ອງ.
ມັນຍັງເປັນເລື່ອງທັມມະດາ ສໍາລັບຫຼາຍຄົນ ທີ່ພວກລູກໆທີ່ສນັບສນູນພໍ່ແມ່ຜູ້ສູງອາຍຸຂອງເຂົາເຈົ້າ ມີສ່ວນຮ່ວມ ໃນການ.
"ຂະບວນການທັງຫມົດຂອງການໄກ່ເກັ່ຍ ຈະນໍາທ່ານຂຶ້ນສູ່ຈຸດຈົບ ບ່ອນທີ່ທ່ານສາມາດເລີ່ມຕົ້ນການເຈຣະຈາ, ແລະເຫັນດີກັບການຕົກລົງ. ທ່ານຂຽນມັນດ້ວຍຄໍາເວົ້າຂອງທ່ານເອງ, ເພື່ອໃຫ້ທຸກຄົນ ມີຄວາມເປັນເຈົ້າຂອງວ່າຂໍ້ຕົກລົງແມ່ນຫຍັງ; ແລະມັນຄວນໃຫ້ທ່ານ ມີເສັ້ນທາງທີ່ຊັດເຈນວ່າ ຈະເຮັດແນວໃດຕໍ່ໄປ." Ms Haley ກ່າວ.

ການພິພາດຂອງເພື່ອນບ້ານ ອາດຈະຊັບຊ້ອນຫລາຍຂຶ້ນ ເມື່ອມີຫລາຍຄົນ ທີ່ມີຜົນປໂຍດທີ່ແຕກຕ່າງກັນ. ຕາມປົກກະຕິແລ້ວ ມັນສາມາດເກີດຂຶ້ນ ໃນກໍລະນີຂອງ Units ຫຼື Apartments.
ຕອນ Chaminda Kiriwattuduwa ອາສັຍຢູ່ Sydney, apartment ຂອງລາວ ໄດ້ຮັບຜົນກະທົບຈາກການຮົ່ວ ຂອງລະບຽງຂອງເພື່ອນບ້ານ. ມື້ຫນຶ່ງ, ໄດ້ມີການທົດສອບ ໂດຍບໍ່ມີການແຈ້ງໃຫ້ຜູ້ເຊົ່າຄົນອື່ນໆ ໃນອາຄານຊາບລ່ວງໜ້າ.
"ຕອນພວກເຮົາກັບບ້ານ ຫລັງຈາກເຮັດວຽກ ແລະເພດານເປັນສີແດງ, ມີຂອງແຫຼວສີແດງ ໄຫຼລົງມາຈາກເພດານຮອດພື້ນ. ມັນເປັນຕາຢ້ານຫນ້ອຍຫນຶ່ງ, ແລະພວກເຮົາ ບໍ່ແນ່ໃຈວ່າເກີດຫຍັງຂຶ້ນ. ສະນັ້ນ, ມັນເປັນເລື່ອງທີ່ຫນ້າຕົກໃຈ.
ທ່ານ Kiriwattuduwa ກ່າວວ່າ ທ່ານໄດ້ຕິດຕໍ່ ຫາຫນ່ວຍງານຄຸ້ມຄອງຊັບສິນກ່ອນ. ແຕ່ທ່ານຍັງໄດ້ຂໍຄໍາແນະນໍາຈາກ NSW Fair Trading
ການແກ້ໄຂປັນຫາແມ່ນມີຄວາມເຄັ່ງຕຶງ, ໃນຂນະທີ່ເພື່ອນບ້ານ ຜູ້ທີ່ໄດ້ດໍາເນີນການທົດສອບການຮົ່ວນັ້ນ ກໍເປັນສະມາຊິກຂອງຄນະກັມມະການຂອງ Strata ເຊັ່ນກັນ.
"ໂຕແທນ (Agency) ເອງບໍ່ຮູ້ວ່າ ແມ່ນໃຜເປັນຜູ້ໃຫ້ເຮັດມັນ(ການທົດສອບ). ມັນກາຍເປັນວ່າ ແມ່ນສະມາຊິກຄົນນຶ່ງຂອງຄນະກັມມະການ Strata ແລະດັ່ງນັ້ນ Agency ຈຶ່ງບໍ່ສາມາດແຈ້ງໃຫ້ຜູ້ອາສັຍຊາບໄດ້."
"ແລ້ວ Agency ກໍຕ້ອງໄດ້ຕິດຕາມເບິ່ງວ່າ ຜູ້ໃດເປັນຜູ້ຮັບຜິດຊອບ ໃນການແກ້ໄຂຄວາມຮົ່ວໄຫລ ທີ່ເກີດຂຶ້ນນັ້ນ."

ເຖິງແມ່ນວ່າ ໃນທີ່ສຸດ ລາວກໍໄດ້ຮັບການຊົດເຊີຍ ສໍາລັບຄວາມເສັຍຫາຍນັ້ນ, ແຕ່ທ່ານ Kiriwattuduwa ກ່າວວ່າ ມັນມາພ້ອມກັບຄວາມຊັກຊ້າ.
Melissa Haley ເນັ້ນວ່າ ເມື່ອມີການແກ້ໄຂຂໍ້ຂັດແຍ້ງ ເກີດຂຶ້ນໃນຊຸມຊົນ Strata, ຕ້ອງໄດ້ຕັດສິນໃຈກ່ຽວກັບວິທີຈັດການ ກັບເຫດການໃນອະນາຄົດ ທີ່ຄ້າຍຄືກັນໃນອະນາຄົດ.

ແຕ່ໃນການຂັດແຍ່ງໃດໆ ຂອງເພື່ອນບ້ານ, ສະພາເທດສະບານທ້ອງຖິ່ນຂອງທ່ານ ແມ່ນບ່ອນທໍາອິດຂອງຂໍ້ມູນ ແລະການອ້າງອີງ.
"ຈະມີການບໍຣິການໄກ່ເກັ່ຍ ໃນທົ່ວອອສເຕຣເລັຍ, ບາງແຫ່ງກໍເປັນຂອງເອກກະຊົນ, ບາງແຫ່ງກໍໄດ້ຮັບທຶນຂອງ, ແຕ່ສະພາເທດສະບານຂອງທ່ານ ຈະມີຂໍ້ມູນນັ້ນ. ນອກຈາກນັ້ນ, ທ່ານຍັງມີການບໍຣິການຊ່ວຍເຫຼືອ ທາງດ້ານກົດຫມາຍເຊັ່ນກັນ."
ທ່ານນາງ Haley ກ່າວວ່າ, ມີບາດກ້າວງ່າຍໆຢ່າງນຶ່ງ ທີ່ໃຜໆກໍສາມາດເຮັດໄດ້ ເພື່ອຊ່ວຍປ້ອງກັນຄວາມຂັດແຍ່ງຂອງເພື່ອນບ້ານ.
"ຂ້າພະເຈົ້າເວົ້າກັບຜູ້ຄົນສເມີວ່າ ຄວນໄປແນະນໍາຕົວທ່ານເອງ ກັບເພື່ອນບ້ານຂອງທ່ານ, ທັນທີ ທີ່ທ່ານຍ້າຍເຂົ້າໄປຢູ່ໃນ ສະຖານທີ່ໃຫມ່ຂອງທ່ານ.
"ມັນບໍ່ໄດ້ຫມາຍຄວາມວ່າ ທ່ານຕ້ອງເປັນເພື່ອນທີ່ດີທີ່ສຸດ, ແຕ່ການສະແດງຄວາມເປັນມິດ ແລະແນະນໍາຕົວທ່ານເອງ, ຈະສ້າງຄວາມແຕກຕ່າງອັນໃຫຍ່ຫຼວງ ໃນໄລຍະຍາວ."

ຕົກຢູ່ໃນ ການຂັດແຍ່ງກັບເພື່ອນບ້ານ? ຕິດຕໍ່ເທດສະບານ ທ້ອງຖິ່ນຂອງທ່ານ ແລະໄປທີ່ ການເຊື່ອມຕໍ່ຂ້າງລຸ່ມນີ້ ເພື່ອຊອກຫາກ່ຽວກັບທາງເລືອກທີ່ມີຢູ່ໃນຣັດ/ເຂດປົກຄອງ ຂອງທ່ານ, ກ່ອນທີ່ຈະຕັດສິນໃຈວິທີການຮັບມືກັບສະຖານະການແນວໃດ.





