ການກະທໍາຂອງພັກຄອມມິວນິສຈີນຕໍ່ ຊາວ Uyghur ແລະຊົນກຸ່ມນ້ອຍ.

Young Muslims read from official Chinese language textbooks in classrooms at the Hotan Vocational Education and Training Center in Hotan, Xinjiang.

ເຍົາວະຊົນຊາວມຸສລິມອ່ານຈາກປື້ມຮຽນພາສາຈີນ ທີ່ເປັນທາງການ ໃນຫ້ອງຮຽນທີ່ສູນການສຶກສາ ແລະການຝຶກອົບຮົມວິຊາຊີບ Hotan ໃນເມືອງ Hotan, Xinjiang. Source: AAP / AAP/CCTV

ສຳນັກງານສິດທິມະນຸດ ຂອງສະຫະປະຊາຊາດໄດ້ເຜີຍແພ່ລາຍງານກ່ຽວກັບການ ກະທໍາຂອງພັກຄອມມິວນິສຈີນຕໍ່ ຊາວ Uyghur ແລະຊົນກຸ່ມນ້ອຍ ແຕ່ໄດ້ຖືກປະຕິເສດ ໂດຍກະຊວງການຕ່າງປະເທດຂອງ ຈີນວ່າ ເປັນການ ໂຄສະນາຊວນເຊື່ອ ເພື່ອຜົນປໂຍດທາງການເມືອງຂອງຝ່າຍຕາເວັນຕົກ.


ຊົນຊາວ Uyghurs ແລະຊົນເຜົ່າອື່ນໆ ສ່ວນໃຫຍ່ໄດ້ຊົມເຊີຍລາຍງານ ຂອງອົງການສະຫະປະຊາຊາດ ທີ່ປະນາມ ການ ປະຕິບັດ ຕໍ່ຄົນກຸ່ມນ້ອຍໃນຈີນ.

ລາຍງານທີ່ລໍຄອຍມາເປັນເວລານານນັ້ນ ຊີ້ວ່າພັກຄອມມູນິສຈີນ ສົມຮູ້ຮ່ວມຄຶດ ໃນການທໍລະມານ ແລະອາດຊະຍາກັມຕໍ່ມະນຸດຊາດ, ທີ່ເອີ້ນວ່າ ຄ້າຍ “ສຳມະນາ” Lucy Murray ລາຍງານ.

ອາສັຍຢູ່ໃນການຖືກເນລະເທດໃນນະຄອນ New York, RayhanAsat ແມ່ຍິງຊາວ Uyghur ຄິດເຖິງນ້ອງຊາຍຂອງນາງ ໃນຂນະທີ່ນາງອ່ານ ລາຍງານຂອງກັມມາທິການສິດທິມະນຸດ ຂອງອົງການສະຫະປະຊາຊາດ.

“ຂ້ອຍອ່ານ ແລະພະຍາຍາມຕໍ່ສູ້ກັບການກັ້ນນ້ຳຕາຂອງຂ້ອຍ. ມັນເປັນຄວາມຮູ້ສຶກສະເທືອນໃຈຫຼາຍ. ແລະຕອນຂ້ອຍອ່ານເລື່ອງນີ້, ຂ້ອຍກໍຫວັງວ່າ, ຖ້າຫາກຂ້ອຍມີອໍານາດເວດມົນບາງຢ່າງ, ຂ້ອຍສາມາດບອກນ້ອງຂອງຂ້ອຍວ່າ, ເຂົາເຈົ້າເຫັນເຈົ້າ ແລະໄດ້ຮັບຮູ້ຄວາມທຸກທໍລະມານຂອງເຈົ້າ”

ຄວາມເສັຍໃຈ ແລະຄວາມຫວັງຂອງນາງ ກໍຄືກັນກັບຄົນອີກຫຼາຍຄົນ ທີ່ຄອບຄົວຫາຍສາບສູນໄປ ນັບແຕ່ ພັກຄອມມິວນິສຈີນ ໄດ້ທໍາການປາບປາມຊົນກຸ່ມນ້ອຍໃນປີ 2016.

ອົງການສະຫະປະຊາຊາດ ໄດ້ພົບວ່າຊາວ Uyghurs ແລະຊົນເຜົ່າອື່ນໆ ຖືກທໍລະມານ, ຖືກປັບທັສນະຄະຕິ ແລະບັ່ນທອນສິດເສຣີພາບ ໃນຄ້າຍທີ່ຣັຖບານ ຈີນ ອ້າງວ່າ ແມ່ນສໍາລັບການສຶກສາ ແລະປ່ຽນຄວາມເຊື່ອ (De-redicalisation).

ໃນລອນດອນ, ແມ່ຍິງຊາວ Uyghur, Rahima Mahmut ຮູ້ສຶກໄດ້ຮັບການບັນເທົາທີ່ລາຍງານທີ່ຄອຍຖ້າມາດົນແລ້ວ ໄດ້ຖືກເຜີຍແພ່ໃນທີ່ສຸດ.

“ການເຜີຍແພ່ລາຍງານນີ້ ແມ່ນການຕົບຫນ້າຣັຖບານຈີນ ແລະຈາກປະຕິກິຣິຍາຂອງຣັຖບານຈີນ ທີ່ພວກເຮົາເຫັນ...ທ່ານຮູ້ບໍ, ນີ້ແມ່ນເລື່ອງໃຫຍ່.”

ນາງແມ່ນຜູ້ອໍານວຍການສະພາ Uyghur ໂລກ ທີ່ສະຫະຣາຊອານາຈັກອັງກິດ.

ໃນຂນະທີ່ນາງພໍໃຈກັບຜົນວິຈັຍຂອງຣາຍງານ, ນາງກໍຫວັງວ່າຈະມີການໃຊ້ພາສາທີ່ແຮງກວ່ານີ້.

“ເຖິງຢ່າງໃດກໍ່ຕາມ, ພວກເຮົາຍັງເຊື່ອວ່າ ມັນບໍ່ແຮງ ເທົ່າທີ່ພວກເຮົາໄດ້ຄາດຫມາຍໄວ້ ແລະພວກເຮົາຕ້ອງການ. ສະນັ້ນ, ພວກເຮົາຈະຣົນນະຣົງຢ່າງຕໍ່ເນື່ອງ ເພື່ອຮັບຮູ້ວ່າສິ່ງທີ່ກໍາລັງເກີດຂຶ້ນກັບປະຊາຊົນ ຂອງເຮົາແມ່ນການຂ້າລ້າງເຊື້ອຊາດ.”

ນີ້ບໍ່ແມ່ນເທື່ອທໍາອິດ ທີ່ການກະທໍາຂອງຣັຖບານຈີນ ໃນ ຊິນຈຽງ (Xinjiang) ຖືກວິພາກວິຈານ.

ແຕ່ນີ້ແມ່ນຄັ້ງທໍາອິດ ທີ່ເປັນການວິພາກວິຈານ ທີ່ເປັນນອິດສຣະ ຈາກສຳນັກງານສິດທິມະນຸດ ຂອງສະຫະປະຊາຊາດ.

ການສືບສວນໂດຍສື່ຕາເວັນຕົກ ຫຼືຄໍາເຫັນ ຂອງພວກຜູ້ນໍາຕາເວັນຕົກ ໄດ້ຖືກປະຕິເສດ ໂດຍພັກຄອມມິວນິສຈີນວ່າ ເປັນການໂຄສະນາຊວນເຊື່ອ ເພື່ອຜົນປໂຍດທາງການເມືອງ.

ລາຍງານສະບັບນີ້ຖືກປະຕິເສດໄວເກີນໄປ ໂດຍກະຊວງການຕ່າງປະເທດຂອງຈີນ, ແຕ່ອົງການສະຫະປະຊາຊາດ ໄດ້ຢືນຢັດດ້ວຍຄວາມເປັນອິດສຣະ.

ທ່ານ Stephan Dujarric ເລຂາທິການສະຫະປະຊາຊາດ ກ່າວວ່າ:

“ສິດທິມະນຸດຕ້ອງໄດ້ຮັບການເຄົາລົບ ແລະວ່າຊຸມຊົນ Uyghur ຕ້ອງໄດ້ຮັບການເຄົາລົບ ແລະອາດຮູ້ສຶກວ່າເປັນສ່ວນນຶ່ງຂອງປະເທດໂດຍບໍ່ມີການຈໍາແນກ. ທ່ານເລຂາທິການຫວັງຢ່າງຍິ່ງວ່າ ຣັຖບານຈີນຈະຮັບເອົາຄໍາແນະນໍາຕ່າງໆ ທີ່ໄດ້ວາງອອກໃນການປະເມີນ ໂດຍຄະນະຜູ້ແທນຂັ້ນສູງເພື່ອ ສິດທິມະນຸດ.”

ປະເທດຍີ່ປຸ່ນ ທີ່ວິຈານກ່ຽວກັບເຣື້ອງນີ້ເປັນເວລານານແລ້ວ ໄດ້ຍິນດີກັບຜົນວິຈັຍຂອງລາຍງານນີ້.

ທ່ານ Hirokazu Matsuno ຫົວຫນ້າເລຂາທິການຄນະຣັຖມົນຕີກ່າວວ່າ:

“ຂ້າພະເຈົ້າຂໍສັນລະເສີນທີ່ລາຍງານໄດ້ຖືກພິມອອກ. ມີລາຍງານຢ່າງຫຼວງຫຼາຍ ກ່ຽວກັບການລະເມີດສິດທິມະນຸດ ທີ່ຮ້າຍແຮງຂອງ Uyghur ໃນ Xinjiang.”

ສະຫະຣັດກໍຍິນດີກັບລາຍງານນີ້ເຊັ່ນກັນ.

ທ່ານນາງ Karine Jean-Pierre ເລຂາທິການສື່ມວນຊົນ ຂອງທໍານຽບຂາວກ່າວວ່າ ຣັຖບານ Biden ຈະສືບຕໍ່ ໃຫ້ແນ່ໃຈວ່າ ຜລິດຕະພັນ ທີ່ຜລິດໂດຍແຮງງານ ທີ່ຖືກບັງຄັບ ໃນເມືອງ Xinjiang ຈະບໍ່ໄດ້ຖືກຂາຍຢູ່ໃນປະເທດ.

“ສະຫະຣັດອາເມຣິກາຍິນດີຕ້ອນຮັບລາຍງານທີ່ສໍາຄັນນີ້, ເຊິ່ງອະທິບາຍເຖິງການໃຊ້ອຳນາດໃນການປະຕິບັດດ້ານສິດທິມະນຸດທີ່ຫນ້າລັງກຽດຕໍ່ຊາວ Uyghur ແລະຊົນກຸ່ມນ້ອຍອື່ນໆ ໂດຍຣັຖບານສາທາລະນະຣັດປະຊາຊົນຈີນ. ລາຍງານນີ້ ເຮັດໃຫ້ຄວາມເປັນຫ່ວງຂອງເຮົາເລິກລົງກວ່າເກົ່າ ກ່ຽວກັບການຂ້າລ້າງເຊື້ອຊາດ ແລະອາຊະຍາກັມ ຕໍ່ມະນຸດຊາດທີ່ຈີນກໍາລັງກະທໍາຢູ່.”

ສໍາລັບຜູ້ທີ່ຍັງລີ້ພັຍຢູ່ຕ່າງປະເທດ, ເຂົາເຈົ້າຕ້ອງການ ລາຍງານນີ້ ເພື່ອກະຕຸ້ນໃຫ້ ສະຫະປະຊາຊາດ ປົກປ້ອງເຂົາເຈົ້າ.

Dina Nurdybay ໄດ້ຖືກກັກຂັງ ເປັນເວລາຫນຶ່ງປີ. ບັດນີ້ອາສັຍຢູ່ໃນສະຫະຣັດອາເມຣິກາ, ນາງກ່າວວ່າ ທຸກເທື່ອທີ່ນາງພະຍາຍາມເວົ້າອອກມາ, ຕໍາຫຼວດຈີນກໍຈັບລຸງຂອງນາງ ແລະສອບຖາມລາວເປັນເວລາຫຼາຍມື້ໃນແຕ່ລະເທື່ອ.

“ຂ້ອຍຕ້ອງການຄວາມຊ່ວຍເຫຼືອ ແລະການປົກປ້ອງ ຈາກອົງການສະຫະປະຊາຊາດແທ້ໆ. ຄົນຄືຂ້ອຍບໍ່ມີຫຍັງເລີຍ. ຂ້ອຍບໍ່ແມ່ນຄົນຈີນອີກຕໍ່ໄປແລ້ວ ຂ້ອຍຫນີໄປແລ້ວ. ເປັນຫຍັງເຂົາຍັງລົບກວນຂ້ອຍຢູ່? ຂ້ອຍຢາກຖິ້ມ ການເປັນພົນລະເມືອງຈີນຂອງຂ້ອຍໄວ້ທາງຫຼັງພຸ້ນ”

ການປະຕິບັດຕໍ່ພວກຊົນກຸ່ມນ້ອຍໃນ Xinjiang ໄດ້ກາຍເປັນຈຸດສົນໃຈອີກ, ແຕ່ການກະທໍາຍັງຄົງບໍ່ແນ່ນອນ.

ເນື້ອເລື່ອງໂດຍ Lucy Murray ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ


Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service