ສຳພາດປະທານຂອງສະມາຄົມບານເຕະ EZRA

EZRA -  One Team. One Mission..

One Team. One Mission... Credit: EZRA Football Club

ທ່ານຮູ້ບໍ່ວ່າມີຄົນເກົາຫຼີຜູ້ໜຶ່ງທີ່ມາຕັ້ງຖິ່ນຖານຢູ່ເມືອງລາວພ້ອມຄອບຄົວແລະເປັນຜູ້ໜຶ່ງທີ່ມີສ່ວນຮ່ວມໃນການສົ່ງເສີມວົງການບານເຕະລາວ. ຄິມ ແຈ ຢັງ (Kim Jae Young) ແມ່ນໃຜ? ຄົນຜູ້ນີ້ໄດ້ສ້າງນັກເຕະບານຣະດັບຊາດໃຫ້ແກ່ທີມລາວຫຼາຍຄົນ....ແລະຈະມີເພີ່ມຂຶ້ນອີກໃນອະນາຄົດ.


ສຳພາດ ປະທານຂອງ ສະມາຄົມບານເຕະ EZRA
EZRA Logo
Credit: EZRA Football Club
ໃນໄລຍະ 3-4 ອາທິດທີ່ຜ່ານມາ, ທີມເຕະບານລາວໄດ້ສ້າງຄວາມສັ່ນສະເທືອນຕໍ່ວົງການບານເຕະໃນອາຊຽນ ໂດຍ ທີມເຕະບານອາຍຸຕ່ຳກວ່າ 19 ປີໄດ້ ຕຳແໜ່ງຮອງຊນະເລີດໂດຍພຽງແຕ່ເສັຍໄຊໃຫ້ແກ່ທີມເຈົ້າພາບ ມາເລເຊັຍ. ແຕ່ເຖິງຢ່າງໃດກໍຕາມ, ທີມເຕະບານລາວເຄີຍຖືກຕັ້ງຊື່ວ່າ “ທີມກະຖາງດອກໄມ້” ເພາະເປັນພຽງແຕ່ການເອົາໄປຕັ້ງເອ້ເທົ່ານັ້ນ ໄດ້ກາຍເປັນທີມທີ່ທີມອື່ນໆຕ້ອງຈັບຕາເບິ່ງຫຼາຍຂຶ້ນ. ບໍ່ພຽງແຕ່ເທົ່ານັ້ນ, ທີມອື່ນໆກໍໄດ້ສ້າງວີຣະກັມຢູ່ຕ່າງປະເທດຄືກັນ ບໍ່ວ່າຈະເປັນ U19, U16-17, U12 ຫຼືທີມອື່ນໆ.


Kim and wife
Mr. Kim and his wife Credit: Ezra Football Club

ຄວາມສຳເຣັດນີ້ບໍແມ່ນຈະໄດ້ມາໂດຍງ່າຍ, ມັນຈະຕ້ອງມີການຝຶ້ກ, ການອົບຣົມ, ການສນັບສນຸນ ແລະອື່ນໆອີກຫຼາຍຢ່າງ.

ມື້ນີ້ SBS ພາກພາສາລາວ ຈະນຳທ່ານໄປຟັງການສຳພາດຂອງຜູ້ທີ່ຢູ່ເບື້ອງຫຼັງຂອງຄວາມສຳເຮັດຂອງວົງການບານເຕະລາວຜູ້ໜຶ່ງ. ຄວາມພິເສດຢ່າງໜຶ່ງກ່ຽວກັບຄົນຜູ້ນີ້ກໍຄື ທ່ານບໍ່ແມ່ນຄົນລາວ.

ສຳພາດເມື່ອວັນທີ 17 ສິງຫາ. ສຳພາດໂດຍ ສັກ ພູມິຣັຕນ໌ ວິທຍຸ SBS ພາກພາສາລາວ

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service