ບຸນມະຫາກະຖິນທີ່ວັດປ່າ ພຸທລາວັນ ທີ່ Wedderburn

ການແຫ່ກະຖິນອ້ອມສິມ ສາມຮອບ.

ຜູ້ມາຮ່ວມກະຖິນພາກັນແຫ່ ອ້ອມສິມດ້ວຍຄວາມມ່ວນຊື່ນ Source: SBS / Sak Phoumirath

ບຸນມະຫາກະຖິນທີ່ວັດປ່າ ພຸທລາວັນ ທີ່ Wedderburn ທີ່ໄດ້ຖືກຈັດຂຶ້ນໃນວັນທີ 30 ຕຸລາ. ນອກຈາກຊາວພຸທລາວແລ້ວ, ຍັງມີຊາວພຸທເຊື້ອຊາດຕ່າງໆ ທີ່ໄດ້ມາຮ່ວມໃນງານນີ້ ກວ່າພັນຄົນ.


ໃນວັນທີ 30 ຕຸລາ ວິທຍຸ SBS ໄດ້ໄປຮ່ວມບຸນມະຫາກະຖິນທີ່ວັດປ່າ ພຸທລາວັນ ທີ່  Wedderburn. ມື້ນັ້ນໂຊກດີຢ່າງຫຼາຍເພາະຝົນທີ່ໄດ້ຕົກມາເປັນເວລາເກືອບອາທິດກໍໄດ້ເຊົາຕົກ ແລະເຮັດໃຫ້ມີບ່ອນຈອດຣົດໄດ້ອີກຫຼາຍຮ້ອຍຄັນ.

ສິມວັດປ່າ
ສິມຫຼັງໃໝ່ຂອງວັດປ່າທີ່ຊາວພຸທໄດ້ອອກກຳລັງຊັບ, ກຳລັງກາຍ ແລະເວລາ ມາຊ່ອຍໃຫ້ສິມນີ້ ໄດ້ກໍ່ສ້າງສຳເຣັດ. Source: SBS / Sak Phoumirath
ຕອນເຊົ້າ ກໍໄດ້ມີການໄຫວ້ພຣະ ບຳເພັນສິນ ແລ້ວກໍມີການຕັກບາດ ຕາມປະເພນີ.

ຫຼັງຈາກນັ້ນ ກໍນິມົນພຣະສັນເພນ ແລະຜູ້ມາຮ່ວມທຳບຸນ ກໍກິນເຂົ້າຮ່ວມກັນ.

ເມື່ອພຣະສັນເພນຮຽບຮ້ອຍແລ້ວ ແລະ ຜູ້ໄປທຳບຸນກໍ ກິນເຂົ້າແລ້ວໆ ກໍໄດ້ເລີກຍາມແຫ່ກອງກະຖິນ.

DSC_0054.JPGeyfgulgulwfg
ຄນະສົງ ທີ່ຖືກນິມົນມາຈາກຫຼາຍວັດ ໄດ້ມາຮ່ວມຮັບຜ້າກະຖິນ. Source: SBS / Sak Phoumirath
ການແຫ່ນີ້ ໄດ້ແຫ່ອ້ອມ ສິມທີ່ສ້າງໃໝ່ (ແຕ່ບໍ່ທັນໄດ້ສລອງເທື່ອ) ສາມຮອບ. ຫຼັງຈາກນັ້ນກໍໄດ້ກັບຄືນມາທີ່ ຫໍແຈກ ເພື່ອ ທຳພິທີມອບອົງກະຖິນແດ່ ພຣະສົງ.

ງານມະຫາກະຖິນຂອງວັດປ່າປີນີ້ ກໍເສັດສິ້ນໄປດ້ວຍດີ. ຜູ້ມາຮ່ວມທຳບຸນກໍກັບເມືອດ້ວຍຄວາມ ອີ່ມອົກອີ່ມໃຈ ທີ່ໄດ້ມາຮ່ວມບຸນທີ່ມີຂຶ້ນພຽງປີລະເທື່ອ.

ຜູ້ມາຮ່ວມງານບຸນປີນີ້, ນອກຈາກຈະມີຊາວພຸດລາວແລ້ວ ຍັງມີ ຊາວໄທ, ຊາວວຽດນາມ, ຊາວຂເມນ, ຊາວອິນເດັຍ, ຊາວ ສີລັງກາ, ຊາວ ບັງຄລາເທດ ແລະ ຊົນຊາດອື່ນທີ່ເຫຼືອມໃສໃນພຣະພຸທສາສນາ ໃດ້ພາກັນມາຮ່ວມກວ່າພັນຄົນ.

ຜູ້ມາຮ່ວມທຳບຸນກະຖິນ
ຊາວພຸທຫຼາຍເຊື້ອຊາດໄດ້ມາຮ່ວມກັນທຳບຸນທີ່ວັດປ່າ. Source: SBS / Sak Phoumirath
ຂໍອະນຸໂມທະນານຳທຸກໆທ່ານ.

ນອກຈາກນີ້, ທາງ SBS ຍັງໄດ້ສຳພາດ ທ່ານມະຫາ ອຸດົມ ພົມມະວົງສາ ກ່ຽວກັບຄວາມເປັນມາຂອງກະຖິນ ອີກດ້ວຍ.

ວິທຍຸ SBS ພາກພາສາລາວ ຂໍຂອບໃຈ ວັດພຸທລາວັນ ທີ່ໃຫ້ໂອກາດແກ່ SBS ໄດ້ມາຮ່ວມໃນງານບຸນຄັ້ງນີ້ດ້ວຍ.

ຣາຍງານ ແລະຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ບຸນມະຫາກະຖິນທີ່ວັດປ່າ ພຸທລາວັນ ທີ່ Wedderburn | SBS Lao