ເຄື່ອງຫມາຍຊີວະພາບ ມະເຮັງຕ່ອມລູກໝາກ.
ໄດ້ມີການຄົ້ນພົບໃໝ່ ສໍາລັບໂຣກມະເຮັງທີ່ພົບຫຼາຍທີ່ສຸດອອສເຕຣເລັຍ.
ເຄື່ອງຫມາຍໃຫມ່ໃນໂມເລກູນຈຸລັງມະເຮັງ (Cancer Cell Molecules) ສາມາດໃຊ້ເພື່ອໃຫ້ພາບ ທີ່ຖືກຕ້ອງກວ່າ ຂອງມະເຮັງຕ່ອມລູກໝາກ (Prostate cancer), ແລະຊ່ວຍກໍານົດວິທີການປິ່ນປົວ ທີ່ເຫມາະສົມທີ່ສຸດ.
Catriona Stirrat ລາຍງານ.
ພວກນັກຄົ້ນຄວ້າ ໄດ້ທຳການຄົ້ນພົບໃໝ່ ສໍາລັບໂຣກມະເຮັງທີ່ພົບຫຼາຍທີ່ສຸດ ໃນອອສເຕຣເລັຍ.
ພວກເຂົາເຈົ້າໄດ້ລະບຸຕົວເຄື່ອງຫມາຍຊີວະພາບ (Biomarkers) ໃຫມ່ ສາມຢ່າງ ໃນມະເຮັງຕ່ອມລູກໝາກ ຊຶ່ງເປັນໂມເລກຸນພາຍໃນ ຈຸລັງມະເຮັງ (Cancer cells) ທີ່ຊ່ວຍກໍານົດວ່າຄົນເຈັບໃດທີ່ ຕ້ອງການການປິ່ນປົວທັນທີ ແລະແຮງ ເມື່ອທຽບກັບ ຜູ້ທີ່ຕ້ອງການການຕິດຕາມຢ່າງໃກ້ຊິດ.
ສາດສະດາຈານ Doug Brooks ເປັນສາດສະດາຈານ ດ້ານການແພດໂມເລກຸນ (Molecular Medicine) ທີ່ມະຫາວິທະຍາໄລ South Australia, ແລະເປັນຜູ້ນຳນັກຄົ້ນຄວ້າ ທີ່ຢູ່ເບື້ອງຫຼັງຄວາມສໍາເລັດນີ້.
"ພວກເຮົາໄດ້ຄົ້ນພົບເຄື່ອງຫມາຍຊີວະພາບ (Biomarkers) ສາມຢ່າງ: ຫນຶ່ງ ແມ່ນຕົວທີ່ຊ່ອຍໃຫ້ພວກເຮົາເບິ່ງມະເຮັງທັງຫມົດ ແລະເຮັດແຜນທີ່ມະເຮັງນັ້ນ ເພື່ອໃຫ້ສາມາດເຫັນໂຄງສ້າງທັງຫມົດ ຂອງມະເຮັງ ໃນຕົວຢ່າງຂອງແພຈຸລະພາກ (Tissue Samples) ຂອງຄົນເຈັບ; ແລະ ອີກສອງເຄື່ອງຫມາຍ ຊ່ວຍໃຫ້ທ່ານ ສາມາດກໍານົດວ່າ ມະເຮັງຢູ່ໃນລະດັບຕໍ່າ ຫຼືລະດັບສູງ ແລະນັ້ນ ເຮັດໃຫ້ທ່ານ ສາມາດກຳໜົດລະດັບຂອງ ຄົນເຈັບໄດ້ຢ່າງຖືກຕ້ອງ ແລະຄາດຄະເນວ່າ ຜົນຂອງຄົນເຈັບເຫຼົ່ານັ້ນຈະເປັນແນວໃດ."
ສາດສະດາຈານ Brooks ກ່າວວ່າ ເຄື່ອງຫມາຍຊີວະພາບ (Biomarkers) ມີຄວາມຮູ້ສຶກໄວ ແລະສະເພາະເຈາະຈົງຢ່າງຫນ້າອັດສະຈັນ ໃນການຄາດຄະເນ ຄວາມຄືບຫນ້າຂອງມະເຮັງ.
ນີ້ເປັນປໂຍດໃນການສ້າງຄວາມໝັ້ນໃຈ ໃນທາງເລືອກຂອງການປິ່ນປົວ ທີ່ເຫມາະສົມ ແລະມີປະສິດທິພາບທີ່ສຸດ.
"ມັນເປັນການປ່ຽນແປງ ໃນການປະຕິບັດທາງຄລີນິກ ເພາະສິ່ງທີ່ກໍາລັງເກີດຂຶ້ນ ແມ່ນທ່ານສາມາດ ກໍານົດໄດ້ຢ່າງຖືກຕ້ອງ ກວ່າເກົ່າ ວ່າຄົນເຈັບ ຄວນໄດ້ຮັບການຜ່າຕັດ ຫຼືວ່າພວກເຂົາ ຄວນຈະໄດ້ຮັບການປິ່ນປົວ ດ້ວຍລັງສີ (Radiation) ຫຼືຍຸດທະສາດ ການປິ່ນປົວທີ່ແຮງຢ່າງອື່ນ. ດັ່ງນັ້ນ ທ່ານຈຶ່ງຈະໄດ້ຮັບຜົນ ການປິ່ນປົວທີ່ດີຂຶ້ນ ສໍາລັບຜູ້ປ່ວຍ ເພື່ອເພີ່ມ ການຢູ່ລອດຂອງຜູ້ປ່ວຍ ແລະທ່ານຍັງໃຫ້ຄວາມຫມັ້ນໃຈ ກັບຜູ້ປ່ວຍວ່າ ພວກເຂົາເຈົ້າ ໄດ້ຮັບການປິ່ນປົວ ທີ່ຖືກຕ້ອງ. ດັ່ງນັ້ນ ພວກເຂົາເຈົ້າ ບໍ່ໄດ້ຮັບການປິ່ນປົວຫຼາຍເກີນໄປ ຫຼືບໍ່ໄດ້ຮັບການປິ່ນປົວ ຢ່າງພຽງພໍ, ຊຶ່ງເປັນບັນຫາ."
ໃນແຕ່ລະປີ ມີຜູ້ຊາຍຫລາຍກວ່າຫນຶ່ງລ້ານຄົນ ຖືກກວດພົບວ່າ ເປັນມະເຮັງຕ່ອມລູກໝາກ ທົ່ວໂລກ.
ມັນເປັນຄວາມກ້າວໜ້າ ທີ່ສໍາຄັນ ສໍາລັບໂຣກທີ່ຍັງເຮັດໃຫ້ມີຜູ້ຊາຍ ເສັຍຊີວິດ ຫຼາຍກວ່າ 300,000 ຄົນທົ່ວໂລກ ໃນແຕ່ລະປີ.
Anne Savage, CEO ຂອງ ມູນນິທິ ມະເຮັງຕ່ອມລູກໝາກ (Prostate Cancer Foundation of Australia) ຂອງ ອອສເຕຣເລັຍ.
"ມະເຮັງຕ່ອມລູກໝາກ ເປັນມະເຮັງທີ່ພົບເຫັນຫຼາຍທີ່ສຸດໃນ ອອສເຕຣເລັຍໃນປັດຈຸບັນ. ຜູ້ຊາຍປະມານ 25,000 ຄົນ ໃນອອສເຕຣເລັຍຖືກກວດພົບວ່າ ເປັນໂຣກນີ້ ທຸກໆປີ. ປະມານນຶ່ງ ໃນສີ່ ລ້ານຄົນ ຂອງອອສເຕຣເລັຍ ຍັງມີຊີວິດຢູ່ ໃນມື້ນີ້ ຫລັງຈາກ ໄດ້ຮັບການກວດພົບວ່າ ເປັນໂຣກມະເຮັງຕ່ອມລູກໝາກແລະຜູ້ຊາຍເຫຼົ່ານັ້ນ ຍັງໃຊ້ຊີວິດຢູ່ກັບໂຣກນີ້ ແລະໄດ້ຮັບການປິ່ນປົວ."
ໃນຂນະທີ່ ການປິ່ນປົວສາມາດປະສົບຜົນສໍາເລັດ ໃນໄລຍະຕົ້ນຂອງ ການກວດພົບ, ການຂາດຄວາມຮູ້ ກ່ຽວກັບສາເຫດ ຂອງມະເຮັງຕ່ອມລູກໝາກ ເຮັດໃຫ້ການປ້ອງກັນມີຄວາມຫຍຸ້ງຍາກຫຼາຍຂຶ້ນ.
ທ່ານ David Smith ຮອງສາດສະດາຈານ ຈາກ Daffodil Centre ຊຶ່ງເປັນສູນຄົ້ນຄວ້າ ກ່ຽວກັບການຄວບຄຸມ ແລະນະໂຍບາຍ ໂຣກມະເຮັງ ຊຶ່ງເປັນການຮ່ວມມື ຂອງສະພາໂຣກມະເຮັງ New South Wales ແລະມະຫາວິທະຍາໄລ Sydney.
ລາວເວົ້າວ່າ ຜູ້ຊາຍຫຼາຍຄົນຍັງບໍ່ຮູ້ກ່ຽວກັບ ຕ່ອມລູກໝາກ (Prostate) ຂອງເຂົາເຈົ້າຊ້ຳ.
"ຕ່ອມລູກໝາກ ເປັນອະໄວຍະວະທີ່ຊັບຊ້ອນ, ມັນຖືກເຊື່ອງໄວ້ເລິກ ຢູ່ທາງໃນທ້ອງນ້ອຍ (Pelvis). ຊາຍຫນຸ່ມສ່ວນຫລາຍ ອາດບໍ່ໄດ້ຄິດກ່ຽວກັບ ຕ່ອມລູກໝາກ ຂອງເຂົາເຈົ້າ ແລະບໍ່ຮູ້ວ່າ ພວກເຂົາມີມັນຢູ່. ດັ່ງນັ້ນ ເມື່ອມັນເລີ່ມມີບັນຫາ ໂດຍສະເພາະໃນເວລາທີ່ອາຍຸສູງຂຶ້ນ, ຄວາມຄິດເລື່ອງຕ່ອມລູກໝາກ ອາດຈະມາເປັນເລື່ອງທີ່ຫນ້າຕົກໃຈ ຫນ້ອຍຫນຶ່ງ."
ນີ້ເຮັດໃຫ້ການປ້ອງກັນໂຣກມະເຮັງເປັນສິ່ງທ້າທາຍ.
Professor Smith ກ່າວວ່າ ໄດ້ມີການສຶກສາ ກ່ຽວກັບປັດຈັຍວິຖີຊີວິດ ທີ່ອາດຈະເກີດຂຶ້ນເຊັ່ນ: ມີນ້ຳຫນັກຫຼາຍເກີນໄປ ຫລືເປັນຄົນອ້ວນ, ປັດຈັຍທາງເພດ ແລະບັນຫາເລື່ອງການກິນອາຫານ ແລະອາຊີບ.
ແຕ່ຍັງມີຄວາມບໍ່ແນ່ນອນ.
"ພວກເຮົາບໍ່ຮູ້ວ່າ ອັນໃດເປັນສາເຫດ ຂອງມະເຮັງຕ່ອມລູກໝາກ ເຮົາຮູ້ວ່າ ມັນສາມາດມີໃນຄອບຄົວໄດ້, ເຮົາຮູ້ວ່າ ມັນເປັນເລື່ອງທັມມະດາຫລາຍຂຶ້ນ ເມື່ອຜູ້ຊາຍມີອາຍຸສູງຂຶ້ນ ແລະມີຫລັກຖານໃໝ່ບາງຢ່າງ ກ່ຽວກັບປັດຈັຍຄວາມສ່ຽງ ໃນການດຳເນີນຊີວິດ. ແຕ່ມີຫນ້ອຍຄົນ ທີ່ໄດ້ສະແດງສາເຫດທົ່ວໄປ ໃນສິ່ງທີ່ເຮົາຮູ້ ກ່ຽວກັບມະເຮັງຕ່ອມລູກໝາກ, ຊຶ່ງເຮັດໃຫ້ມັນເປັນສິ່ງຍາກ ທີ່ຈະແນະນຳຢ່າງຊັດເຈນແກ່ຜູ້ຊາຍ ກ່ຽວກັບສິ່ງທີ່ເຂົາເຈົ້າ ສາມາດເຮັດໄດ້ ເພື່ອຫລີກເວັ້ນມັນ."
ແມ່ນແຕ່ການທົດສອບ ແລະກວດພົບໂຣກມະເຮັງຕ່ອມລູກໝາກກໍຍັງບໍ່ຊັດເຈນ ສເມີໄປ.
"ການທົດສອບມະເຮັງຕ່ອມລູກໝາກ ເປັນເລື້ອງຊັບຊ້ອນ, ເພາະການທົດສອບ Antigen ສະເພາະ ເຊິ່ງເປັນການກວດເລືອດທີ່ງ່າຍຫຼາຍ ແຕ່ບໍ່ແມ່ນຕົວຊີ້ບອກ ຂອງມະເຮັງຕ່ອມລູກໝາກ. ມັນເປັນພຽງແຕ່ ຕົວຊີ້ວັດວ່າ ຕ່ອມລູກໝາກ ມີບັນຫາ. ແລະສ່ວນຫລາຍແລ້ວ ບັນຫາຕ່ອມລູກໝາກ ເຫຼົ່ານັ້ນ ແມ່ນການຂຍາຍຕົວ ທີ່ບໍມີອັນຕະຣາຍຫຼືການຂຍາຍຕົວຕາມປົກກະຕິ ຂອງອາຍຸທີ່ສູງຂຶ້ນ. ດັ່ງນັ້ນ ຜູ້ຊາຍສາມາດຖືກນໍາສູ່ການວິນິສັຍ ແລະການທົດລອງເພື່ອຈະສະແດງໃຫ້ເຫັນວ່າ ພວກເຂົາບໍ່ມີມະເຮັງຕ່ອມລູກໝາກເຊິ່ງໃນທີ່ສຸດ ແມ່ນຂ່າວດີຫຼາຍ. ແຕ່ມັນຫມາຍຄວາມວ່າ ມັນບໍ່ແມ່ນລະບົບການທົດສອບທີ່ງ່າຍ ແລະຊັດເຈນ ຫລືລະບົບການກວດສອບ ແບບທີ່ເຮົາອາດມີ ສໍາລັບມະເຮັງເຕົ້ານົມ ຫລືມະເຮັງປາກມົດລູກ ຫລືມະເຮັງໃນລຳໄສ້."
ນັ້ນແມ່ນສິ່ງທີ່ຫວັງວ່າ ການຄົ້ນພົບໃຫມ່ ຈະສາມາດສ້າງຄວາມ ແຕກຕ່າງໄດ້.
ສາດສະດາຈານ Brooks ອະທິບາຍວິທີ ທີ່ເຄື່ອງຫມາຍຊີວະພາບ(Biomarker) ໃຫມ່ເຫຼົ່ານີ້ ສາມາດໃຫ້ແນ່ໃຈວ່າ ຄົນເຈັບ ບໍ່ໄດ້ຮັບການປິ່ນປົວຫຼາຍເກີນໄປ ຫຼືບໍ່ມີປະສິດທິພາບ.
"ໃນເວລານີ້, ທ່ານບໍ່ສາມາດຄາດຄະເນໄດ້ວ່າ ຜູ້ປ່ວຍຈະມີອາການທາງຄລີນິກອີກຫຼືບໍ່, ເຊິ່ງເປັນເຫດການແພ່ລາມ (Metastatic) ເຊິ່ງເປັນຮູບແບບ ທີ່ບໍ່ເພິງປະສົງທີ່ສຸດ ຂອງມະເຮັງຕ່ອມລູກໝາກ.ດ້ວຍເຄື່ອງຫມາຍເຫລົ່ານີ້ ທ່ານສາມາດທໍານາຍໄດ້ແທ້ໆວ່າ ທ່ານຈະມີການເກີດຊ້ຳອີກ ທາງຄລີນິກຫລືບໍ່. ດັ່ງນັ້ນ ຫມາຍຄວາມວ່າ ທ່ານສາມາດ ນຳຜູ້ປ່ວຍນັ້ນໄປສູ່ການແຊກແຊງການປິ່ນປົວ ໃນລະດັບແຮງຂຶ້ນ. ທ່ານຍັງສາມາດແນ່ໃຈໄດ້ວ່າ ເມື່ອທ່ານເອົາຜູ້ປ່ວຍຄົນນັ້ນ ຢູ່ໃນການຄວບຄຸມດູແລຢ່າງໃກ້ຊິດ, ທ່ານສາມາດແນ່ໃຈວ່າ ພວກເຂົາເຈົ້າ ໄດ້ຮັບການປິ່ນປົວທີ່ຖືກຕ້ອງ ແລະບໍ່ໄດ້ຮັບການປິ່ນປົວຫຼາຍເກີນໄປ, ແລະທົນທໍລະມານ ກັບຜົນກະທົບທີ່ບໍ່ດີທັງຫມົດ ເພາະວ່າ ການປິ່ນປົວນັ້ນ ອາດຮຸນແຮງ ແລະລຸກລ້ຳຫຼາຍ."
ຍັງມີອຸບປະສັກ ໃນການນໍາໃຊ້ເທັກໂນໂລຈີໃຫມ່ນີ້ ສໍາລັບຄົນເຈັບອອສເຕຣເລັຍ.
ສາດສະດາຈານ Brooks ກ່າວວ່າ ທີມງານຈະຍື່ນຂໍເງິນທຶນຈາກ ກາງ ເພື່ອດໍາເນີນການທົດລອງທາງຄລີນິກໃນປະເທດ.
ການປ່ຽນໄປສູ່ການປະຕິບັດທາງຄລີນິກ ໃນສະຫະຣັດ ອາເມຣິກາ ເຮັດໃຫ້ Professor Brooks ມີຄວາມຫວັງ ກ່ຽວກັບການນໍາໃຊ້ໃນອະນາຄົດ ໃນອອສເຕຣເລັຍ.
"ບໍ່ມີການຮັບປະກັນວ່າ ພວກເຮົາຈະໄດ້ຮັບທຶນ ທີ່ພວກເຮົາຕ້ອງການໃນການປະຕິບັດທາງຄລີນິກ, ເຖິງແມ່ນວ່າ ພວກເຮົາຮູ້ວ່າ ມັນມີປະສິດທິຜົນ. ດັ່ງນັ້ນ ຈຶ່ງເປັນສິ່ງທີ່ຫນ້າຜິດຫວັງຢ່າງນຶ່ງ ທີ່ພວກນັກຄົ້ນຄວ້າຕ້ອງປະເຊີນ ດ້ວຍວ່າ ການປະຕິບັດທາງຄລີນິກນັ້ນ ຢູ່ໃນອາເມຣິກາ ແມ່ນຂໍ້ໄດ້ປຽບອັນໃຫຍ່ຫຼວງ ເພາະວ່າມັນສະແດງໃຫ້ເຫັນ ເຖິງເຕັກໂນໂລຊີ ມີປະສິດທິພາບ ແລະ Quest ໄດ້ຜ່ານຂັ້ນຕອນ ການສຶກສາຢ້ອນຫຼັງ ແລະໃນອະນາຄົດທັງຫມົດ ເພື່ອນໍາໃຊ້ເຕັກໂນໂລຊີ ແລະບອກວ່າ ມັນໃຊ້ງານໄດ້ແທ້."
ທ່ານນາງ Savage ກ່າວວ່າ ມູນນິທິໂຣກມະເຮັງຕ່ອມລູກໝາກ (Prostate Cancer Foundation of Australia) ມີຄວາມຕື່ນເຕັ້ນ ທີ່ໄດ້ຮ່ວມສນັບສນູນທຶນການຄົ້ນຄວ້າຄັ້ງນີ້ ຊຶ່ງໃຫ້ຄວາມຫວັງ ທີ່ໃຫ້ໂອກາດແກ່ການກວດພົບ ແລະປິ່ນປົວໃນຕອນຕົ້ນ.
ທ່ານນາງກ່າວວ່າ ມູນນິທິກໍາລັງກ່າວຕໍ່ຣັຖບານກາງ ແລະຣັຖມົນຕີສາທາຣະນະສຸກ, ທ່ານ Mark Butler, ເພື່ອໃຫ້ແນ່ໃຈວ່າ ມີຄວາມຮັບຮູ້ຫລາຍຂຶ້ນ ກ່ຽວກັບໂຣກທີ່ແພ່ຫຼາຍນີ້.
"ມັນດົນເກີນໄປແລ້ວ ທີ່ພວກເຮົາ ຍັງບໍ່ໄດ້ເຮັດຫຼາຍພໍ ທີ່ຈະໃຫ້ຄວາມຮູ້ ແກ່ຜູ້ຊາຍອອສເຕຣເລັຍ ແລະຄອບຄົວຂອງເຂົາເຈົ້າ ກ່ຽວກັບຄວາມສ່ຽງ ຂອງເຂົາເຈົ້າ. ສະນັ້ນ ພວກເຮົາກໍາລັງເຮັດວຽກ ຮ່ວມກັນທົ່ວປະເທດ ໃນເວລານີ້ ເພື່ອແກ້ໄຂແນວທາງປະຈຸບັນ ສໍາລັບການທົດສອບ PSA, ແລະເມື່ອພວກເຮົາປະກາດຄໍາແນະນໍາເຫຼົ່ານັ້ນໃຫມ່ອີກ ພວກເຮົາຈະເຮັດແນວນັ້ນ ດ້ວຍການແນະນໍາຢ່າງຊັດເຈນ ຂອງຜູ້ຊາຍ ແລະຄອບຄົວຂອງເຂົາເຈົ້າ ກ່ຽວກັບວິທີ ທີ່ພວກເຂົາສາມາດ ກວດຫາມະເຮັງຕ່ອມລູກໝາກໄດ້ແຕ່ຕອນຕົ້ນ, ແລະຈາກນັ້ນ ກໍກ້າວໄປສູ່ ການລອດຊີວິດຈາກໂຣກ ນີ້."
Catriona Stirrat ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao