ຈຸດສຳຄັນ
- ການຮຽນລອຍນໍ້າ ຄວນກວມເອົາທັກສະການຢູ່ລອດທາງນໍ້າ ແລະຄວາມປອດພັຍ
- ຄວາມສາມາດທາງນ້ຳ ທີ່ສໍາຄັນສໍາລັບເດັກນ້ອຍ ແມ່ນຂຶ້ນກັບອາຍຸຂອງເຂົາເຈົ້າ
- ໂຮງຮຽນປະຖົມ ມີໂຄງການລອຍນໍ້າ ແລະຄວາມປອດພັຍທາງນ້ຳແລະພາກຣັດ/ເຂດປົກຄອງ ສເນີບັດກິລາ (sports vouchers) ສໍາລັບການຮຽນລອຍນ້ຳ
ໃນຂນະທີ່ການຢູ່ໃກ້ນ້ຳ ເປັນສ່ວນຫນຶ່ງທີ່ສໍາຄັນ ຂອງການເຕີບໂຕຢູ່ ປະເທດອອສເຕຣເລັຍ, ການຈົມນ້ຳຍັງເປັນສາເຫດສຳຄັນ ຂອງການຕາຍ ແລະບາດເຈັບໃນເດັກນ້ອຍ.
ເດັກນ້ອຍອາຍຸຕໍ່າກວ່າຫ້າປີ ມີຄວາມສ່ຽງທີ່ສຸດໃນການຈົມນໍ້າ, ມີຜູ້ເສັຍຊີວິດສະເລັ່ຍ 23 ຄົນ ແລະເຂົ້າໂຮງຫມໍ 183 ຄົນໃນແຕ່ລະປີ ທົ່ວອອສເຕຣເລັຍ.
ເຖິງຢ່າງໃດກໍຕາມ, ເຫດການທີ່ຫນ້າເສົ້າສລົດໃຈເຫຼົ່ານີ້ ສາມາດປ້ອງກັນໄດ້ຫຼາຍທີ່ສຸດ ໂດຍຜ່ານການສຶກສາຄວາມປອດພັຍທາງນ້ຳ ແລະການລອຍນໍ້າ.
"ສ່ວນຫລາຍແລ້ວ ພວກເຮົາຄິດວ່າ, 'ສິ່ງນີ້ຈະບໍ່ເກີດຂຶ້ນກັບເຮົາ'. ເຮົາບໍ່ຄວນມີທັດສນະຄະຕິແບບນັ້ນ. ສິ່ງນີ້ສາມາດເກີດຂຶ້ນໄດ້ກັບທຸກຄົນ ໂດຍສະເພາະຢູ່ໃນກຸ່ມໄວເດັກ ທີ່ມີອາຍຸ0 ເຖິງ 5 ປີ, ເຫດການແບບນີ້ ເກີດຂຶ້ນຕອນຂາດການດູແລໃນຊົ່ວຂນະ" ທ່ານຫມໍ SV Soundappan, ຫມໍຜ່າຕັດດ້ານການບາດເຈັບ ທີ່ໂຮງຫມໍເດັກນ້ອຍ Westmead ກ່າວ.

ໃນປີ 2022 ມີເດັກເພີ່ມຂຶ້ນໃນໂຮງຫມໍ Sydney ຫລັງຈາກເຫດການຈົມນ້ຳ ຢ່າງໜ້າເປັນຫ່ວງ. ສິ່ງນີ້ ໄດ້ກະຕຸ້ນໃຫ້ມີຄຳເຕືອນໃຫມ່ ຈາກຜູ້ຊ່ຽວຊານ ຢູ່ໃນເຄືອຂ່າຍໂຮງຫມໍ ເດັກນ້ອຍໃນ Sydney ແລະ New South Wales Ambulance.
ອອສເຕຣເລັຍເປັນປະເທດທີ່ມັກນ້ຳ, ພວກເຮົາຮັກກິລານ້ຳ, ຫາດຊາຍ, ແລະສະລອຍນ້ຳຂອງພວກເຮົາ. ພວກເຮົາພຽງແຕ່ຕ້ອງການໃຫ້ແນ່ໃຈວ່າ ພວກເຮົາຢູ່ທີ່ນັ້ນທັນເວລາ ທີ່ຈະເຕືອນຜູ້ຄົນໃຫ້ດູແລເດັກນ້ອຍໃຫ້ປອດພັຍໃນນ້ໍາ.Dr SV Soundappan, Children's Hospital at Westmead
ເຖິງແມ່ນວ່າໃນເຫດການທີ່ໃກ້ຈະຈົມນ້ຳຕາຍ ກໍຍັງມີຜົນສະທ້ອນຕໍ່ສຸຂະພາບ. Dr SV Soundappan ອະທິບາຍວ່າ
"ເຫັນໄດ້ຢ່າງຊັດເຈນວ່າ ຖ້າຫາກທ່ານຢູ່ໃຕ້ນ້ຳເປັນເວລາສາມນາທີ ຫລືດົນກວ່ານັ້ນ, ທ່ານອາດຈະມີຄວາມເສັຍຫາຍທາງລະບົບປະສາດທີ່ສໍາຄັນ. ແຕ່ເຖິງແມ່ນວ່າໄລຍະສັ້ນໆ ກໍສາມາດມີຜົນກະທົບ ຕໍ່ຄວາມສາມາດໃນການຮຽນຂອງເດັກ."

ອາຍຸທີ່ 'ດີທີ່ສຸດ' ທີ່ຈະເລີ່ມຮຽນລອຍນໍ້າແມ່ນຫຍັງ?
ອີງຕາມ Stacey Pidgeon, ຜູ້ຈັດການດ້ານການຄົ້ນຄວ້າ ແລະນະໂຍບາຍແຫ່ງຊາດ ທີ່ Royal Life Saving, ມີຫຼາຍປັດຈັຍສໍາຄັນ ສໍາລັບການປ້ອງກັນການຈົມນໍ້າ.
ສໍາລັບເດັກນ້ອຍອາຍຸຕໍ່າກວ່າຫ້າປີ, ສິ່ງເຫຼົ່ານີ້ລວມເຖິງການດູແລຢ່າງໃກ້ຊິດ, ຄວາມຮູ້ຂອງພໍ່ແມ່ ກ່ຽວກັບທັກສະການປະຖົມພະຍາບານຂອງ CPR, ແລະຈໍາກັດການເຂົ້າເຖິງນ້ຳ ຫຼືການໃຊ້ຜ້າປົກສະລອຍນ້ຳ.
ບໍ່ວ່າຈະອາຍຸເທົ່າໃດກໍຕາມ, ຄວາມປອດພັຍທາງນ້ຳ ຄວນມີຢູ່ໃນບົດຮຽນການລອຍນ້ຳທີ່ພໍ່ແມ່ ເລືອກໃຫ້ລູກຂອງຕົນ.
"ສະນັ້ນ, ສິ່ງຕ່າງໆຄືການຮຽນລອຍ, ຮຽນຮູ້ວິທີມຸດນໍ້າ, ວິທີຊ່ວຍຊີວິດຄົນອື່ນໂດຍບໍ່ເຮັດໃຫ້ຕົນເອງ ຕົກຢູ່ໃນອັນຕະລາຍ, ແລະຍັງຮູ້ວ່າ ຈະໂທຫາ triplezero[000] ຫລືໄປຫາ ຜູ້ຊ່ອຍຊີວິດ (lifesavers)."

ໂຄງຮ່າງການລອຍນ້ຳ ແລະຄວາມປອດພັຍທາງນ້ຳແຫ່ງຊາດ ໄດ້ອະທິບາຍລາຍການ ທັກສະຮອບດ້ານ ທີ່ເດັກນ້ອຍຄວນຈະໄດ້ຮັບ ຕາມອາຍຸຂອງເຂົາເຈົ້າ.
ນາງ Pidgeon ກ່າວວ່າ ມີມາດຕະການສໍາຄັນສາມຢ່າງ ສໍາລັບເດັກນ້ອຍອາຍຸ 6 ປີ, 12 ແລະ 17 ປີ.
ເມື່ອອາຍຸ12ປີ ເດັກນ້ອຍຄວນຈະສາມາດລອຍນໍ້າໄດ້ 50 ແມັດ ລອຍໄປສອງນາທີ ແລະຍັງທຳການຊ່ອຍເຫຼືອ ແລະການເອົາຊີວິດລອດຕາມລໍາດັບ ໃນຂນະທີ່ຍັງໃສ່ເຄື່ອງນຸ່ງຫົ່ມຢູ່.Stacey Pidgeon, National Manager for Research and Policy at Royal Life Saving
"ພວກເຮົາຢາກໃຫ້ແນ່ໃຈວ່າ ເດັກນ້ອຍມີທັກສະທີ່ສໍາຄັນເຫຼົ່ານັ້ນ ຕອນທີ່ພວກເຂົາອອກຈາກໂຮງຮຽນປະຖົມ"
ທົ່ວອອສເຕຣເລັຍ, ເດັກນັກຮຽນຈະໄດ້ຮັບໂອກາດ ທີ່ຈະຜ່ານໂຄງການລອຍນ້ຳ ແລະຄວາມປອດພັຍທາງນ້ຳ ໃນບາງຈຸດໃນການສຶກສາຊັ້ນປະຖົມສຶກສາ ຂອງເຂົາເຈົ້າ.
ພໍ່ແມ່ຍັງສາມາດນໍາໃຊ້ບັດກິລາ (sports vouchers) ຈາກຣັດ ແລະເຂດປົກຄອງ (ເລື່ອນໄປທີ່ສ່ວນທ້າຍຂອງບົດຄວາມ ເພື່ອການເຊື່ອມຕໍ່) ສໍາລັບການຮຽນລອຍນ້ຳຂອງລູກທ່ານ.
ນາງ Pidgeon ອະທິບາຍວ່າ "ແຕ່ລະຣັດ ມີເງື່ອນໄຂການມີສິດໄດ້ຮັບ ທີ່ແຕກຕ່າງກັນເລັກນ້ອຍ, ໂດຍມີສອງຣັດ ທີ່ມີ vouchers ສະເພາະໂຄງການລອຍນ້ຳ ແລະຄວາມປອດພັຍທາງນ້ຳເທົ່ານັ້ນ.

ບົດບາດຂອງພໍ່ແມ່
Brendon Ward, CEO ຂອງສະມາຄົມຄູຝຶກລອຍນ້ຳ ແລະຄູອອສເຕຣເລັຍ (Australian Swimming Coaches and Teachers Association).
ລາວເວົ້າວ່າ ການຄຸ້ນເຄີຍກັບນໍ້າ ສາມາດເລີ່ມຕົ້ນຕັ້ງແຕ່ອາຍຸຫົກເດືອນ ໂດຍໂຮງຮຽນລອຍນໍ້າບາງແຫ່ງ ມີຫຼັກສູດສຳລັບເດັກອາຍຸອ່ອນກວ່ານີ້.
ລາວເວົ້າວ່າ ການຄຸ້ນເຄີຍກັບນໍ້າ ສາມາດເລີ່ມຕົ້ນຕັ້ງແຕ່ອາຍຸຫົກເດືອນ ໂດຍໂຮງຮຽນລອຍນໍ້າບາງແຫ່ງ ມີຫຼັກສູດສຳລັບເດັກອາຍຸອ່ອນກວ່ານີ້.
Mr Ward ກ່າວວ່າ, ເດັກນ້ອຍອາຍຸລະຫວ່າງ 3 ຫາ 4 ປີ ສາມາດເລີ່ມສ້າງທັກສະພື້ນຖານກ່ຽວກັບຄວາມປອດພັຍທາງນ້ຳ ແລະການຮຽນຮູ້ການລອຍນ້ຳ.
ພໍ່ແມ່ສາມາດມີບົດບາດຢ່າງຫ້າວຫັນ ໃນການຊ່ວຍເຫຼືອລູກ ໃຫ້ກາຍເປັນນັກລອຍນໍ້າທີ່ປອດພັຍ ໂດຍການສ້າງກົດລະບຽບ ແລະການຮັບຮູ້ຄວາມສ່ຽງ ຕັ້ງແຕ່ອາຍຸຍັງນ້ອຍ.

"ແນ່ນອນສໍາລັບພວກເດັກນ້ອຍ ທີ່ຂ້າພະເຈົ້າໄດ້ເຫັນການຮຽນລອຍນ້ຳແລະລູກຂອງຂ້າພະເຈົ້າເອງ, ທ່ານສ້າງກິດຈະວັດ ເພື່ອໃຫ້ພວກເຂົາຮູ້ວ່າ ພວກເຂົາບໍ່ສາມາດລົງໄປໃນນ້ຳໄດ້ ເວັ້ນເສັຍແຕ່ວ່າ ພວກເຂົາມີຊຸດລອຍຂອງພວກເຂົາ, ພວກເຂົາຮູ້ວ່າ ພວກເຂົາບໍ່ສາມາດລົງໄປໃນນ້ຳໄດ້ ເວັ້ນເສັຍແຕ່ວ່າ ຈະມີຜູ້ໃຫຍ່ຢູ່ກັບພວກເຂົາ."
ມັນເປັນສິ່ງສໍາຄັນສໍາລັບຜູ້ໃຫຍ່ ທີ່ຈະມີຄວາມຫມັ້ນໃຈ ແລະມີຄວາມສາມາດໃນນ້ຳ, ໃນການດູແລເດັກຢ່າງມີປະສິດທິຜົນ.
ແຕ່ພໍ່ແມ່ບາງຄົນ ທີ່ມາຮອດປະເທດອອສເຕຣເລັຍຕອນເປັນຜູ້ໃຫຍ່ແລ້ວອາດບໍ່ເຄີຍມີປະສົບການລອຍນໍ້າ ໃນປະເທດຂອງເຂົາເຈົ້າ.
ທ່ານຫມໍ Soundappan ປະເມີນວ່າ ເດັກນ້ອຍປະມານຫນຶ່ງໃນຫ້າຄົນ ທີ່ກ່ຽວຂ້ອງກັບເຫດການຈົມນໍ້າ ແມ່ນມາຈາກພູມຫຼັງ ທີ່ແຕກຕ່າງກັນທາງດ້ານວັດທະນະທັມ.
ໃນຖານະທີ່ເປັນຄົນທີ່ມາຮຽນລອຍນ້ຳ ຢູ່ອອສເຕຣເລັຍຕອນເປັນຜູ້ໃຫຍ່, ເພິ່ນໄດ້ຊຸກຍູ້ ທັງພໍ່ແມ່ແລະເດັກ ໃຫ້ມີສ່ວນຮ່ວມ ໃນປະສົບການຮຽນຮູ້ໃຫ້ໄວທີ່ສຸດ ເທົ່າທີ່ຈະເປັນໄປໄດ້.
"ຂ້າພະເຈົ້າໄດ້ຮຽນພຽງແຕ່ເພື່ອຈະໄດ້ລອຍນ້ຳຈັກຫນ້ອຍຫນຶ່ງ. ດັ່ງນັ້ນ, ມັນອາດຈະມີຫຼາຍຄົນທີ່ມາຈາກພູມຫຼັງທີ່ແຕກຕ່າງກັນ ທາງດ້ານວັດທະນະທັມ, ບ່ອນທີ່ພໍ່ແມ່ບໍ່ສາມາດລອຍນ້ຳໄດ້.
"ໂຊກດີ ທີ່ໃນອອສເຕຣເລັຍ, ພວກເຮົາສາມາດພາເດັກນ້ອຍລົງໄປໃນນໍ້າ ໃນສະພາບແວດລ້ອມທີ່ປອດພັຍ, ມີການສອນທີ່ມີຕັ້ງແຕ່ອາຍຸຍັງນ້ອຍເປັນຕົ້ນໄປ. ສະນັ້ນ, ການເລີ່ມຕົ້ນແຕ່ອາຍຸຍັງນ້ອຍ ນັ້ນດີຫຼາຍ ເພາະວ່າເມື່ອພວກເຂົາເຈົ້າອາສັຍຢູ່ທີ່ນີ້, ພວກເຂົາເຈົ້າຄົງຈະພົບກັບນ້ຳ ແລະມີສ່ວນຮ່ວມໃນກິດຈະກັມທາງນ້ຳ."

ເຊັ່ນດຽວກັບກິດຈະກັມອື່ນໆ, ພໍ່ແມ່ຕ້ອງເຮັດການຄົ້ນຄວ້າບາງຢ່າງ ກ່ອນທີ່ຈະລົງທະບຽນລູກໃນການຮຽນລອຍນ້ຳ.
Mr Ward ແບ່ງປັນຄໍາແນະນໍາບາງຢ່າງ ກ່ຽວກັບເງື່ອນໄຂສໍາຄັນຂອງບ່ອນຮຽນລອຍນ້ຳ:
- ໂຮງຮຽນລອຍນໍ້າ ມີຄູທີ່ມີຄຸນວຸດທິບໍ່?
- ຄູເຫຼົ່ານັ້ນມີການຮັບຮອງທີ່ເຊື່ອຖືໄດ້ຫຼືບໍ່?
- ໂຮງຮຽນລອຍນໍ້າເຫມາະສົມກັບຄ່ານິຍົມຂອງທ່ານບໍ່?
- ໂຮງຮຽນລອຍນໍ້າສະອາດ ແລະເປັນລະບຽບຮຽບຮ້ອຍບໍ່?
- ມີຄຳຮັບຮອງ/ການວິຈານທີ່ທ່ານສາມາດອ່ານໄດ້ບໍ່?
Voucher Schemes ສໍາລັບການລອຍນ້ໍາ/ກິລາທົ່ວຣັດ ແລະ ເຂດປົກຄອງ
NSW
First Lap swimming vouchers ສຳລັບເດັກ ອາຍຸ 3 - 6 ປີ
NT
Sports vouchers ສຳລັບເດັກ ໂຮງຮຽນປະຖົມ
Water Safety program ສຳລັບເດັກ ອາຍຸນ້ອຍກວ່າ 5 ປີ
SA
Sports Vouchers ສຳລັບເດັກ ອາຍຸ 5 – 15 ປີ
Ticket to play vouchers.
VIC
Get Active Kids Voucher Program
WA
Kids Sport program





