ວິກິດຕລາດເຮືອນເຊົ່າໃນອອສເຕຣເລັຍ ກຳລັງຈະຮ້າຍແຮງຂຶ້ນ.
ອອສເຕຣເລັຍ ຫລາຍແສນຄົນ ກໍາລັງປະເຊີນກັບ ການຂາດທີ່ພັກອາສັຍ ໃນຂນະທີ່ອັດຕາເຮືອນໃຫ້ເຊົ່າທີ່ຫລຸດລົງ ເຮັດໃຫ້ມີຄວາມກົດດັນສູງຂຶ້ນ ຕໍ່ຄ່າເຊົ່າ.
ໃນຂນະທີ່ສະຖານະການການເຊົ່າທີ່ຫຍຸ້ງຍາກຂືຶ້ນ ດ້ວຍສາເຫດຂອງການແພ່ລະບາດຂອງພະຍາດ ທີ່ເຮັດໃຫ້ຄວາມຕ້ອງການຂອງພື້ນທີ່ຫຼາຍຂຶ້ນ, ການຍ້າຍຖິ່ນຖານ, ແນວໂນ້ມຂອງການກໍ່ສ້າງ ແລະການເພີ່ມຂຶ້ນຢ່າງຕໍ່ເນື່ອງ ຂອງອັດຕາດອກເບັ້ຍເຮັດໃຫ້ສະຖານະການທີ່ບໍ່ດີຢູ່ແລ້ວ ຮ້າຍແຮງກວ່າເກົ່າ. Gareth Boreham ລາຍງານ.
ການບີບຮັດຂອງຄ່າເຊົ່າ...ທີ່ນັກວິຈັຍຂອງ Sand P Global, ທ່ານ Martin Foo ໄດ້ຄາດການໄວ້... ມີແຕ່ຈະຮັດແຫນ້ນຂຶ້ນ.
'ມັນເປັນຕລາດ ຂອງເຈົ້າຂອງທີ່ເຮືອນໂດຍແທ້. ມັນເປັນຕລາດ ທີ່ຫຍຸ້ງຍາກສໍາລັບຜູ້ເຊົ່າ ຫຼືຜູ້ເຊົ່າທີ່ຈະເຊົ່າ ແລະມັນຈະບໍ່ງ່າຍຂຶ້ນ ສໍາລັບຜູ້ເຊົ່າໃຫມ່ ໃນອະນາຄົດອັນໃກ້ນີ້."
ພວກເຂົາເຈົ້າ ໄດ້ປະເຊີນຫນ້າ ກັບອັດຕາບ່ອນພັກທີ່ໃຫ້ເຊົ່າ ທີ່ຕ່ຳທີ່ສຸດຢູ່ແລ້ວ ໃນຮອບເກືອບສອງທົດສະວັດ ແລະການເພີ່ມຄ່າເຊົ່າຫລາຍກວ່າ 100 ໂດລາຕໍ່ອາທິດ, ອີງຕາມ ຫົວຫນ້າຜູ້ບໍຣິຫານ ຂອງສະຫະພາບຜູ້ເຊົ່າ (Tenants Union) ຂອງ New South Wales, Leo Patterson Ross.
"ແລະນັ້ນຫມາຍຄວາມວ່າ ຄອບຄົວຕ້ອງຊອກຫາຫຼາຍກວ່າ 5000 ໂດລາ ໃນງົບປະມານຂອງຄອບຄົວຂອງເຂົາເຈົ້າ ແລະນັ້ນກໍຫມາຍຄວາມວ່າ ປະຊາຊົນກໍາລັງຫຼຸດອາຫານ, ການດູແລສຸຂະພາບ, ການສຶກສາ ແລະສິ່ງຈໍາເປັນອື່ນໆ ພຽງແຕ່ເພື່ອໃຫ້ມີ ບ່ອນຊົ້ນຫົວຂອງເຂົາເຈົ້າ."
ປັດຈັຍອື່ນໆໄດ້ແກ່ ອັດຕາດອກເບັ້ຍທີ່ເພີ່ມຂຶ້ນ, ອັດຕາເງິນເຟີ້ ແລະຜູ້ເຊົ່າໃຫມ່ ທີ່ມາຍາດແຍ່ງທີ່ພັກອາໄສ ໃນຕລາດເຮືອນເຊົ່າ.
ນັກວິຈັຍອະວຸໂສຂອງ Westpac ທ່ານ Pat Bustamante ກ່າວວ່າ ຫຼັງຈາກທີ່ ມີການເພີ່ມຂຶ້ນຢ່າງຫຼາຍ ໃນປີກາຍນີ້, ກະແສຂອງການຍົກຍ້າຍຖິ່ນຖານໃຫມ່ ຈະເຖິງຈຸດສູງສຸດ ໃນປວັດສາດ ພາຍໃນປີ 2025.
"ໂດຍສະເພາະຢ່າງຍິ່ງ ການເພີ່ມຄວາມຕ້ອງການຕື່ມອີກ ໃນເຂດເມືອງຫຼວງຕ່າງໆ ຕາມແຄມຝັ່ງຕາເວັນອອກ ບ່ອນທີ່ພວກອົບພະຍົບ ມັກຈະຢູ່. ນັ້ນກໍແມ່ນ Sydney, Melbourne ແລະ Brisbane ກໍເຊັ່ນກັນ."
ແລະໃນຂນະທີ່ກາງ ໄດ້ຕັ້ງເປົ້າຫມາຍໃນການສ້າງບ້ານເຮືອນໃຫມ່ ຈໍານວນນຶ່ງລ້ານຫລັງ ໃນໄລຍະຫ້າປີຂ້າງຫນ້ານີ້, ທ່ານ Tim Reardon ຫົວຫນ້າເສດຖະສາດ ຂອງສະມາຄົມອຸດສາຫະກັມທີ່ ຢູ່ອາສັຍ (Housing Industry Association) ກ່າວວ່າ ການຂາດເຂີນທີ່ຢູ່ອາສັຍຈະຍັງຄົງເປັນບັນຫາ ໃນໄລຍະສັ້ນ.
"ພວກເຮົາກໍາລັງເຫັນ ຈໍານວນຂອງບ້ານເຮືອນທີ່ປຸກແລ້ວທີ່ຕ່ຳ ກວ່າສອງສາມປີ ທີ່ຜ່ານມາ ແລະນັ້ນແມ່ນສ່ວນຂອງຕລາດ ທີ່ປະສົບກັບປັນຫາ ໃນໄລຍະສອງສາມປີທີ່ຜ່ານມາ ແລະແນ່ນອນວ່າ ພວກເຮົາຕ້ອງພົບກັບປັນຫາຫຼາຍກວ່ານັ້ນ ເພາະວ່ານັ້ນ ແມ່ນ ປະເພດຂອງທີ່ຢູ່ອາສັຍ ທີ່ຈະຜ່ອນຄາຍ ການຂາດແຄນເຮືອນເຊົ່າ ໄດ້ໄວທີ່ສຸດ."
ນັກສຶກສາຕ່າງຊາດ ທີ່ກັບເຂົ້າມາຮຽນມະຫາວິທະຍາໄລ ຂອງອອສເຕຣເລັຍ ຫຼັງຈາກການລະບາດ ຂອງພະຍາດ COVID 19... ແມ່ນນຶ່ງຂອງຜູ້ທີ່ຮູ້ສຶກວ່າ ຄ່າເຊົ່າໄດ້ສູງຂຶ້ນ ຍ້ອນການຂາດເຂີນຊໍາເຮື້ອ ຂອງຫ້ອງພັກ ໃນະຫາວິທະຍາໄລ ເຮັດໃຫ້ເຂົາເຈົ້າຕ້ອງຫັນໜ້າໄປຫາຕລາດ ເອກະຊົນ.
ທ່ານ Martin Foo ກ່າວວ່າ ມັນເປັນການບັງຄັບ ໃຫ້ຫລາຍຄົນຕ້ອງປະເມີນທາງເລືອກ ຂອງການສຶກສາຂອງເຂົາເຈົ້າໃຫມ່.
“ພວກເຮົາຮູ້ວ່ານັກສຶກສາຕ່າງຊາດ ເມື່ອເຂົາເຈົ້າຄິດວ່າ ຈະສຶກສາຢູ່ໃສ ເຂົາເຈົ້າຄິດກ່ຽວກັບຫຼາຍສິ່ງຫລາຍຢ່າງ. ພວກເຂົາເຈົ້າ ຄິດເຖິງສະພາບການດໍາລົງຊີວິດ ແລະຫຼັກສູດ ທີ່ພວກເຂົາຕ້ອງການສຶກສາ ແລະຄ່າຮຽນ ແລະວິທີການດໍາລົງຊີວິດ, ສິດທິໃນການເຮັດວຽກ. ແລະບ່ອນພັກເຊົາ ນັບມື້ຈະກາຍເປັນອີກປັດຈັຍຫນຶ່ງ ທີ່ເຂົາເຈົ້າຕ້ອງພິຈາລະນາວ່າ ເຂົາເຈົ້າຕ້ອງການຮຽນໃນເມືອງໃດຫນຶ່ງຂອງ ປະເທດອອສເຕຣເລັຍຫຼືບໍ່. ບາງທີອາດຈະໄປເມືອງອື່ນ, ບາງທີອາດຈະໄປວິທະຍາໄລໃນພູມີພາກ ຫຼືບາງທີອາດຈະໄປຫາຄູ່ແຂ່ງ ຂອງອອສເຕຣເລັຍ ໃນອີກປະເທດໜື່ງ.”
ໂດຍທີ່ມະຫາວິທະຍາໄລທ້ອງຖິ່ນ ອາສັຍຈໍານວນນັກຮຽນຕ່າງປະເທດ ຢ່າງຫນັກ, ລາວເວົ້າວ່າ ບ້ານເຮືອນທີ່ມີລາຄາແພງແມ່ນສໍາຄັນຫລາຍ.
Gareth Boreham ຂ່າວ SBS News,
ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.