ການຫຼອກລວງເລື້ອງເຮືອນເຊົ່າ.
ການຊອກຫາເຮືອນຢູ່ ທີ່ມີລາຄາບໍ່ແພງ ເປັນສິ່ງທ້າທາຍທີ່ຍິ່ງໃຫຍ່ ສໍາລັບຫຼາຍຄົນ ໃນ.
ຜູ້ຊ່ຽວຊານເຕືອນວ່າ ຜູ້ສໍ້ໂກງທີ່ແນໃສ່ຂແນງການເຊົ່ານັ້ນ ມີຄວາມ ສລັບຊັບຊ້ອນ ຫຼາຍຂຶ້ນ.
ພະແລດຟອມ (Platforms) ເຮືອນເຊົ່າ ແລະຜູ້ເຊົ່າ ແມ່ນໄດ້ຮັບການຊຸກຍູ້ ໃຫ້ລະມັດລະວັງ.
Essam Al-Ghalib ແລະ Madina Jaffari ລາຍງານ.
ໃນ Tasmania, Cody Fillipono ແລະຄູ່ຂອງລາວ ໄດ້ຊອກຫາທີ່ຈະເຊົ່າເຮືອນຢ່າງບໍ່ລົດລະ.
"ພວກເຮົາ ໄດ້ຊອກຫາເຮືອນເຊົ່າຢ່າງສຸດຂີດ ເພື່ອຈະອອກໄປຢູ່ໃນເຮືອນຂອງເຮົາເອງ ໃນປີເຄິ່ງທີ່ຜ່ານມາ. ແລະຈາກນັ້ນ, ພາຍຫຼັງການກວດເບິ່ງເຮືອນແບບນັບບໍ່ຖ້ວນ, ຍື່ນຄໍາຮ້ອງສມັກ ນັບບໍ່ຖ້ວນ,ຖືກປະຕິເສດຕລອດເວລາ. ພວກເຮົາ ເຫັນເຮືອນທີ່ໂຄສະນາ ໃນ Facebook Marketplace ແລະກໍມີຢູ່ໃນ realestate.com ໂດຍຜ່ານໂຕແທນ (Agency) ທ້ອງຖິ່ນ ແລະພາຍໃນ 20 ນາທີ ຂອງການສົ່ງຂໍ້ຄວາມກັບເຈົ້າຂອງເຮືອນຄົນນີ້, ເພື່ອເບິ່ງວ່າ ເຮືອນຍັງຢູ່ຫຼືບໍ່ ແລະພວກເຮົາຕ້ອງຍື່ນໃບສມັກຢູ່ໃສ. ພວກເຮົາໄດ້ຮັບການຕອບກັບມາ ພາຍໃນ 20ນາທີ ຊຶ່ງແຕກຕ່າງຈາກໂຕແທນ (Agency) ຫລືເຈົ້າຂອງຄົນອື່ນ ທີ່ພວກເຮົາໄດ້ເວົ້າລົມກັນມາກ່ອນ. ສະນັ້ນ, ພວກເຮົາ ກໍກະໂດດໃສ່ມັນທັນທີ ເພາະວ່າພວກເຮົາ ບໍ່ມີຄໍາຕອບທີ່ໄວແບບນີ້ມາກ່ອນ."
ພວກເຂົາບໍ່ຮູ້, ແຕ່ພວກເຂົາເຈົ້າ ກຳລັງຖືກຫຼອກລວງ.
"ມັນແມ່ນ ຄໍາອະທິບາຍດຽວກັນ, ຮູບພາບດຽວກັນ ທີ່ມີເຄື່ອງລາຍນ້ຳ(Watermark) ໃນຮູບພາບຈາກໂຕແທນ (Agency). ລາວໄດ້ຂໍເອກະສານ ຕາມປົກກະຕິໃນການຂໍເຊົ່າ. ລາວຍັງໄດ້ເຮັດໃບສມັກ ທີ່ເບິ່ງຄືວ່າ ຄ້າຍຄືກັນກັບໃບສມັກອື່ນໆ ທີ່ຂ້ອຍເຄີຍໄດ້ຂຽນໄວ້ກ່ອນ. ສະນັ້ນ, ຂ້ອຍຄິດວ່າ ໃນຄວາມຕ້ອງການຢ່າງແຮງນັ້ນ, ພວກເຮົາບໍ່ຮູ້ວ່າມີສິ່ງເຕືອນພັຍບາງຢ່າງ."
ຜູ້ສໍ້ໂກງ ໄດ້ອະນຸມັດໃບຄໍາຮ້ອງຂໍເຊົ່າຂອງພວກເຂົາ ແລະເຂົາເຈົ້າໄດ້ຈ່າຍເງິນມັດຈຳ (Deposit).
"ໃນຕອນທໍາອິດພວກເຂົາຂໍໃຫ້ຈ່າຍເງິນປະກັນ (Bond payment), ເຊິ່ງຂ້ອຍເຊື່ອວ່າ ເປັນຈໍານວນທັງຫມົດ 1,840 ໂດລາ ເຊິ່ງພວກເຮົາ ໄດ້ສົ່ງຜ່ານບັນຊີທະນາຄານ ຂອງພວກເຂົາໃນວັນເສົາ. ແລະຫຼັງຈາກນັ້ນ, ໃນມື້ຕໍ່ມາ ເຂົາເຈົ້າໄດ້ຂໍໃຫ້ເສັຍຄ່າເຊົ່າອີກສອງອາທິດ, ຊຶ່ງເທົ່າກັບ 940 ໂດລາ."
ຈາກນັ້ນ ສິ່ງເຕືອນພັຍຕ່າງໆ ກໍເລີ້ມຂຶ້ນ.
"ມັນແມ່ນໃນຄືນວັນອາທິດ ຫຼັງຈາກທີ່ພວກເຮົາໄດ້ສົ່ງຄ່າເຊົ່າ ອີກສອງອາທິດ ໄປທີ່ບັນຊີ ໃນເຊົ້າມື້ນັ້ນ. ແລະແລ້ວ ພວກເຮົາກໍໄດ້ຮັບຂໍ້ຄວາມ ຈາກຄົນນັ້ນ ໃນເວລາປະມານຫ້າໂມງແລງ, ຕ້ອງການຄ່າເຊົ່າ ອີກສອງອາທິດ ເພາະເຈົ້າຂອງບ້ານ ຕ້ອງການໃຫ້ເຊົ່າສີ່ອາທິດ ແທນທີ່ຈະແມ່ນສອງອາທິດ ຕາມທັມມະດາ. ນັ້ນແມ່ນຕອນ ທີ່ພວກເຮົາໄດ້ເລີ່ມຮູ້ສຶກວ່າ ມັນອາດເປັນການຫຼອກລວງ."
ທັນທີ ທີ່ທັງຄູ່ຖືກຂໍເງິນເພີ່ມເຕີມ, ທ່ານ Fillipono ໄດ້ຕິດຕໍ່ຫາທະນາຄານ ຂອງບັນຊີຂອງຜູ້ສໍ້ໂກງ, ແລະໄດ້ລາຍງານເລື້ອງນີ້.
ເມື່ອເຖິງຕອນນັ້ນ, ລາວກໍໄດ້ຖືກສໍ້ໂກງເປັນເງິນ 2,780 ໂດລາແລ້ວ.
Realestate.com.au ແມ່ນບໍຣິສັດໂຄສະນາເຮືອນຢູ່ ອອນໄລນ໌ລະດັບໂລກ.
ໃນຖແລງການສະບັບນຶ່ງ ທີ່ໄດ້ໃຫ້ຕໍ່ SBS News ກ່າວວ່າ:
"ການຫຼອກລວງດ້ານເຮືອນເຊົ່າ ເປັນເຫດການທີ່ບໍ່ເກີດຂຶ້ນເລື້ອຍ, ເຖິງຢ່າງໃດກໍຕາມ ການຫຼອກລວງເລື້ອງເຮືອນເຊົ່າ ທີ່ລົງໂຄສະນາ ໃນເວບໄຊ້ທ໌ຂອງເຮົາ ຫຼືບ່ອນອື່ນໆ ໂດຍເຈົ້າຂອງເຮືອນເອງ (For Lease By Owner) ມີຈໍານວນຫນ້ອຍແທ້ໆ. ນີ້ແມ່ນເລື້ອງທີ່ໜ້າກັງວົນຫຼາຍ ເພາະຄວາມເປັນສ່ວນຕົວ ແລະຄວາມປອດພັຍ ຂອງຜູ້ບໍຣິໂພກ ເປັນສິ່ງສໍາຄັນທີ່ສຸດ. ພວກເຮົາປະຕິບັດຢ່າງວ່ອງໄວສເມີ ເພື່ອລຶບລາຍຊື່ການຫຼອກລວງຕ່າງໆ ທີ່ພວກເຮົາພົບເຫັນ ແລະສຳລັບລູກຄ້າ, ພວກເຮົາຈະແຈ້ງໃຫ້ຜູ້ເຊົ່າ ທີ່ອາດສອບຖາມ ໃນການໂຄສະນາທີ່ຫຼອກລວງ ໂດຍບໍ່ຮູ້ຕົວ."
ສະຖາບັນ Real Estate ຂອງອອສເຕຣເລັຍ ເປັນອົງກອນອາຊີບ ສໍາລັບຂແນງຊັບສິນດ້ານທີ່ຢູ່ອາສັຍ ຂອງອອສເຕຣເລັຍ.
Hayden Groves ປະທານ ກ່າວວ່າ ພວກເຈົ້າຫນ້າທີ່ ຕ້ອງມີຄວາມຕື່ນຕົວ ກ່ຽວກັບແຜນການສໍ້ໂກງ.
"ຕົວແທນ ຂາຍຫຼືເຊົ່າເຮືອນ (Real Estate agents) ໄດ້ຮັບການເຕືອນຫຼັງຈາກກິດຈະກໍາການສໍ້ໂກງນີ້, ເຮັດໃຫ້ແນ່ໃຈວ່າ ພວກເຂົາຍັງເຝົ້າລະວັງ ແລະປະພຶດຕົນເອງ ໃນແບບມືອາຊີບ ໃນການຫຼຸດຜ່ອນ ຄວາມເປັນໄປໄດ້ ຂອງຄວາມສ່ຽງ ຕໍ່ຜູ້ບໍຣິໂພກ ແລະປະຊາຊົນທົ່ວໄປ ເພື່ອໃຫ້ແນ່ໃຈວ່າ ພວກເຂົາ ກໍາລັງເຮັດໃນສິ່ງທີ່ຖືກຕ້ອງ; ປະຕິບັດຕາມກົດຫມາຍ; ເຮັດໃຫ້ແນ່ໃຈວ່າ ພວກເຂົາເຈົ້າບໍ່ໄດ້ເຮັດ ໃຫ້ປະຊາຊົນຕົກຢູ່ໃນຄວາມສ່ຽງ."
ອົງກອນ ບໍຣິການທີ່ບໍ່ຫວັງຜົນກໍາໄລ ແລະບໍຣິການສນັບສນູນ ທາງໄຊເບີ, ID-CARE, ປະຈຸບັນ ກໍາລັງຈັດການກັບການສໍ້ໂກງຄ່າເຊົ່າ 700ກໍລະນີ ລວມມູນຄ່າຫຼາຍກວ່າ 100 ພັນໂດລາ, ສະເລັ່ຍເກືອບ 2.500 ໂດລາຕໍ່ຄົນ.
ນັກສຶກສາຕ່າງຊາດເຊັ່ນ Asal, ຜູ້ທີ່ບໍ່ມີປວັດການເຊົ່າ ໃນອອສເຕຣເລັຍ, ພົບວ່າ ການຊອກຫາທີ່ຢູ່ອາສັຍ ເປັນເລື້ອງທີ່ຫຍຸ້ງຍາກເປັນພິເສດ.
"ມັນຍາກແທ້ໆ, ເພາະວ່າ ຂ້ອຍໄດ້ເບິ່ງໃນທຸກເວັບໄຊທ໌ເຊົ່າ, ທຸກແຫຼ່ງ ທີ່ມີຢູ່ ແລະທຸກໆມື້ ເປັນເວລາຫຼາຍຊົ່ວໂມງ. ຂ້ອຍໄດ້ກຳໜົດເວລາ ການກວດສອບ, ແຕ່ທຸກບ່ອນ ກໍມີທັງຂໍ້ດີແລະຂໍ້ເສັຍ, ແລະຂ້ອຍບໍ່ສາມາດຊອກຫາໄດ້. ມັນຍາກແທ້ໆ ທີ່ຈະຊອກຫາບ່ອນຢູ່."
ແລ້ວນາງກໍໄດ້ພົບລາຍຊື່ໃຫ້ເຊົ່າ ຢູ່ທີ່ C-B-D ຂອງ Sydney ໃນ Facebook Marketplace.
"ຂ້ອຍໄດ້ພົບເຫັນສະຖານທີ່ທີ່ດີແທ້ໆຢູ່ George Street ໃນເມືອງ. ລາຄາກໍດີຫຼາຍ. ຂ້ອຍສົ່ງຂໍ້ຄວາມໄປຫາເຈົ້າຂອງ, ເວົ້າກັບລາວ ແລະທຸກສິ່ງທຸກຢ່າງເບິ່ງຄືວ່າດີ, ຄືກັບທີ່ຖືກຕ້ອງແທ້ໆ. ແຕ່ເນື່ອງຈາກຂ້ອຍຢູ່ໃນເມືອງ, ຕອນກັບມາຈາກມະຫາວິທະຍາໄລ, ຂ້ອຍຕັດສິນໃຈວ່າຈະລອງໄປເບິ່ງສະຖານທີ່ນັ້ນ, ເບິ່ງທາງນອກອາຄານ ແລະກວດເບິ່ງວ່າມັນເປັນຄວາມຈິງປານໃດ. ຂ້ອຍໄດ້ໄປເວົ້າລົມ ກັບເຈົ້າຫນ້າທີ່ ຢູ່ທີ່ນັ້ນ. ແລະຫລັງຈາກການໂທລະສັບຫລາຍເທື່ອ ກໍປາກົດວ່າ ເຈົ້າຂອງສະຖານທີ່ແຫ່ງນີ້ ບໍ່ໄດ້ເປີດໃຫ້ເຊົ່າແຕ່ຢ່າງໃດ. ຫ້ອງພັກນີ້ ບໍ່ໄດ້ໃຫ້ເຊົ່າແລະມັນເປັນການຫລອກລວງທັງຫມົດ."
ກຸ່ມຫຼາຍວັດທະນະທັມ ຮຽກຮ້ອງໃຫ້ມີການປົກປ້ອງຫຼາຍຂຶ້ນ ສໍາລັບນັກສຶກສາຕ່າງຊາດ.
Peter Doukas ເປັນປະທານຂອງ the Federation of Ethnic Communities' Councils of Australia.
"ຂ້າພະເຈົ້າຄິດວ່າ ການຊຸກຍູ້ສະຖາບັນການສຶກສາ ທີ່ຫນ້າເຊື່ອຖື ໂດຍສະເພາະແມ່ນສະຖາບັນ ທີ່ໃຫຍ່ກວ່າ ໃນການລົງທຶນ ໃນບ່ອນພັກແມ່ນສໍາຄັນ. ຂ້າພະເຈົ້າຄິດວ່າ ເຮົາຕ້ອງຈື່ໄວ້ວ່າ ອອສເຕຣເລັຍແຕກຕ່າງກັບບ່ອນອື່ນໆ. ມະຫາວິທະຍາໄລ ທີ່ໃຫຍ່ທີ່ສຸດ ຂອງພວກເຮົາ ກໍຢູ່ໃນກາງເມືອງໃຫຍ່ທີ່ສຸດຂອງເຮົາເຊັ່ນກັນ. ສະນັ້ນ, ພວກເຮົາ ບໍ່ມີວິທະຍາໄລ ຢູ່ນອກເມືອງທີ່ສວຍງາມ ຢ່າງປະເທດອື່ນໆເຊັ່ນ: ອາເມຣິກາ ບ່ອນທີ່ພວກເຮົາມີມະຫາວິທະຍາໄລ ແລະພວກເຮົາເຫັນໂຮງແຮມ ທີ່ເປັນທີ່ພັກ ຂອງມະຫາວິທະຍາໄລນັ້ນ. ແຕ່ທ້າຍທີ່ສຸດ, ການປ້ອງກັນແມ່ນການປິ່ນປົວທີ່ດີທີ່ສຸດ ໃນຄວາມຄຶດຂອງຂ້າພະເຈົ້າ, ແລະຄໍາຕອບ ແມ່ນການແຈ້ງໃຫ້ນັກຮຽນ ກ່ຽວກັບທາງເລືອກຂອງພວກເຂົາ ໃນພາສາຂອງເຂົາເຈົ້າເອງ."
ສຳລັບ Cody Fillipono ແລະຄູ່ຂອງລາວ, ພວກເຂົາເຈົ້າ ໄດ້ຖືກດຶງອອກໄປຈົນເຖິງຂີດຈໍາກັດ.
"ຫນ້າເສັຍດາຍ, ເພາະຕ້ອງໃຊ້ເວລາດົນຫຼາຍ ໃນການທ້ອນເງິນນັ້ນ ເພາະສິ່ງອື່ນໆ ໃນຊີວິດກໍມີລາຄາແພງ ໃນຕອນນີ້, ສິ່ງນີ້ ໄດ້ບັງຄັບໃຫ້ພວກເຮົາ ຫາທາງເລືອກໃນເຮືອນແບ່ງປັນ (Share house) ຊຶ່ງເປັນສິ່ງທີ່ພວກເຮົາ ພະຍາຍາມທີ່ຈະຍ້າຍອອກໜີ. ແຕ່ເຮົາພຽງແຕ່ບໍ່ມີເງິນ ທີ່ຈະຈ່າຍຄ່າປະກັນ (Bond) ແລະຄ່າເຊົ່າລ່ວງໜ້າອີກ. ສະນັ້ນ, ຫນ້າເສັຍດາຍ ທີ່ບັດນີ້ ພວກເຮົາຕ້ອງຊອກຫາທາງເລືອກອີກຢ່າງຫນຶ່ງ ກັບຄູ່ຜົວເມັຍ ອີກຄູ່ຫນຶ່ງ."
ເນື້ອເລື່ອງໂດຍ Essam Al-Ghalib ແລະ MadinaJaffari ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສ ລາວໄດ້ທີ່ເວັບໄຊ້ຕ໌ sbs.com.au/lao