ການສອບສວນກ່ຽວກັບການທວງເງິນຄືນ ຂອງ Centrelink (ROBODEBT) ຍັງຄົງດຳເນີນຕໍ່ໄປຢູ່.

Welfare services

Centrelink ທີ່ເຄີຍທວງໜີ ກັບຜູ້ຮັບເງິນຊ່ອຍເຫຼືອ ຊຶ່ງເອີ້ນວ່າ Robodebt Source: Flickr

ຄນະກັມມາທິການ Robodebt Royal Commission ຍັງຄົງເດີນໜ້າສອບສວນຂບວນການທວງໜີ້ Centrelink (ROBODEBT) ຊຶ່ງ Scott Morrison ກໍເປັນ ຣັຖມົນຕີຮັບຜິດຊອບໃນຂນະນັ້ນ ເຖິງແມ່ນວ່າຈະມີການແຈ້ງເຕືອນວ່າໂຄງການ Robodebt ນັ້ນອາດຜິດກົດໝາຍ.


ການສອບສວນກ່ຽວກັບການທວງເງິນຄືນ ຂອງ Centrelink (ROBODEBT) ຍັງຄົງດຳເນີນຕໍ່ໄປຢູ່.

ຄນະກັມມາທິການ Robodebt Royal Commission ໄດ້ຍິນໂຄງການ ທວງຄືນເງິນສວັດດີການ ທີ່ເປັນເລື້ອງຖົກຖຽງກັນຍັງຄົງດໍາເນີນໄປ, ເຖິງແມ່ນວ່າໃນເວລານັ້ນທ່ານ Scott Morrison ຣັຖມົນຕີບໍຣິການສັງຄົມ ຈະຖືກເຕືອນວ່າມັນອາດຈະເປັນການຜິດກົດຫມາຍ ຖ້າບໍ່ມີການປ່ຽນແປງອັນໃຫຍ່ຫລວງກໍຕາມ.

ເຈົ້າຫນ້າທີ່ຂັ້ນສູງ ຂອງຜແນກທີ່ຮັບຜິດຊອບ ໃນການດໍາເນີນແຜນການນັ້ນ ໄດ້ບອກກັບຄນະກັມມາທິການ ວ່ານາງບໍ່ໄດ້ "ຄຶດກ່ຽວກັບ” ຄວາມຖືກຕ້ອງຕາມກົດຫມາຍ ເມື່ອຖືກສເນີເປັນເທື່ອທໍາອິດ. Phillippa Carisbrooke ລາຍງານ.

ແມ່ນອະດີດເລຂາຂອງຜແນກບໍຣິການມະນຸດ(DHS) Kathryn Campbell ທີ່ປາກົດຕົວຄັ້ງທີສອງຕໍ່ໜ້າຄນະກັມມາທິການ Royal Commission ກ່ຽວກັບເຣື້ອງ Robodebt ຂອງຣັຖບານເກົ່າ.

ເທື່ອນີ້, ນາງໄດ້ຖືກຖາມວ່າ ມັນເຮັດໃຫ້ນາງມີຄວາມລຳບາກຫຼືບໍ່ ທີ່ການຄຳນວນຫນີ້ຂອງຜູ້ຮັບເງິນ Centrelink ໂດຍໃຊ້ລາຍໄດ້ສເລັ່ຍ ແທນທີ່ຈະມີແມ່ນໄດ້ຈິງນັ້ນ ອາດບໍ່ຖືກຕ້ອງ.

'ໃນວັນທໍາອິດ ເມື່ອຖືກນຳມາປະຕິບັດນັ້ນ ຂ້າພະເຈົ້າເປັນຫ່ວງເປັນພິເສດວ່າ ບໍ່ມີໂອກາດທີ່ຜູ້ຄົນຈະຕອບ, ວ່າພວກເຮົາບໍ່ໄດ້ໝັ້ນໃຈວ່າ ຜູ້ຄົນໄດ້ຮັບຈົດຫມາຍຫຼືບໍ່, ຊຶ່ງດ້ວຍເຫດນີ້ ຈຶ່ງມີການປ່ຽນແປງ. ແລະວ່າເນື້ອຫາບໍ່ຊັດເຈນພໍ ກ່ຽວກັບສິ່ງທີ່ກໍາລັງເກີດຂຶ້ນ.'

"ລາຍໄດ້ສເລັ່ຍ" ໄດ້ຖືກນຳມາປະຕິບັດ ໃນປີ 2015, ແລະຫມາຍຄວາມວ່າ ຜູ້ຮັບສວັດດີການບາງຄົນ ຖືກພົບວ່າ ເປັນຫນີ້ເງິນ Centrelink ຢ່າງບໍ່ຖືກຕ້ອງ.

ການປະຕິບັດດັ່ງກ່າວ ໄດ້ຖືກຢຸດຕິລົງ ໃນປີ 2019 ຫຼັງຈາກສານຣັຖບານກາງ ໄດ້ຕັດສິນວ່າ ບໍ່ຊອບດ້ວຍກົດຫມາຍ.

ຄນະກັມມາທິການ Robodebt Royal Commission ທີ່ Brisbane ໄດ້ຍິນວ່າ ເຈົ້າຫນ້າທີ່ D-H-S ໄດ້ສົ່ງການແຈ້ງເຕືອນໃນຕົ້ນປີ 2015 ໄປຍັງອະດີດ ນາຍົກຣັຖມົນຕີ Scott Morrison ຊຶ່ງເປັນຣັຖມົນຕີກະຊວງບໍຣິຫານສັງຄົມໃນເວລານັ້ນ ໂດຍໄດ້ເຕືອນວ່າ ຂໍ້ສເນີການທວງຫນີ້ ຈະເປັນການຜິດກົດຫມາຍ ຖ້າບໍ່ມີກົດຫມາຍໃຫມ່.

ແຕ່ໂຄງການກໍຍັງດໍາເນີນໄປ.

ທີ່ປຶກສາອາວຸໂສ ທີ່ຊ່ວຍຄນະກັມມາທິການ, ທ່ານJustin Greggery (King's Counsel) ໄດ້ແນະນໍາວ່າ ທ່ານນາງ Campbell ຄວນມີຄວາມກັງວົນ ກ່ຽວກັບຄວາມຖືກຕ້ອງຕາມກົດຫມາຍ ຂອງໂຄງການນັ້ນ.

ທ່ານ Greggery: "ເຖິງວ່າທ່ານຈະເຂົ້າໃຈກ່ຽວກັບຄວາມຈໍາເປັນ ໃນການປ່ຽນແປງກົດຫມາຍທີ່ຈໍາເປັນ ເພື່ອນໍາໃຊ້ມາດຕະການນັ້ນ ແຕ່ທ່ານບໍເຄີຍຄຶດເລີຍບໍ່ວ່າ ຖ້າບໍ່ມີການປ່ຽນແປງກົດຫມາຍ ມັນອາດຈະບໍ່ຖືກຕ້ອງຕາມກົດຫມາຍ?'

ທ່ານນາງ Campbell: 'ຂ້າພະເຈົ້າບໍ່ໄດ້ຄຶດເຖິງເລື້ອງນັ້ນເພາະວ່າຂ້າພະເຈົ້າ ບໍ່ໄດ້ສຸມໃສ່ການປ່ຽນແປງຂອງກົດຫມາຍ.'

ທ່ານນາງ Campbell ໄດ້ບອກຄນະກັມມາທິການວ່າ ຄໍາແນະນໍາທາງດ້ານກົດຫມາຍ ຂອງກະຊວງບໍຣິການສັງຄົມ (Department of Social Services) ໃນຕົ້ນປີ 2017 ວ່າລາຍໄດ້ສເລັ່ຍ ສາມາດໃຊ້ເປັນ "ທາງເລືອກສຸດທ້າຍ" ໄດ້.

ນັ້ນແມ່ນບາງຢ່າງ ທີ່ທ່ານນາງ Catherine Holmes ໄດ້ຖາມຄືນ.

"ຖ້າຫາກວ່າ ມັນຈະເປັນທາງເລືອກສຸດທ້າຍແທ້ໆ. DHSຈະໃຊ້ອໍານາດຂອງຕົນກັບນາຍຈ້າງ ເພື່ອໃຫ້ໄດ້ຂໍ້ມູນນັ້ນ. ທ່ານເກືອບຈະບໍ່ສາມາດເວົ້າໄດ້ວ່າ ມັນເປັນທາງເລືອກສຸດທ້າຍ ພຽງແຕ່ຍ້ອນວ່າ ນາງໄດ້ຖາມລູກຄ້າ ແລະພວກເຂົາບໍ່ໄດ້ຕອບຫຍັງ."

Commissioner ເວົ້າວ່າ ທ່ານນາງ Campbell ເປັນຜູ້ຮັບຜິດຊອບ ທີ່ຈະໃຫ້ແນ່ໃຈວ່າ ໂຄງການ Robodebt ນັ້ນຖືກຕ້ອງຕາມກົດຫມາຍ.

ທ່ານນາງ Campbell ເວົ້າວ່າ:

'ດັ່ງນັ້ນ ພວກເຮົາຈຶ່ງອາສັຍ DSS. ບັດນີ້ຂ້າພະເຈົ້າຄິດວ່າ ເປັນສິ່ງທີ່ບໍ່ສລາດ. ແລະພວກເຮົາຄວນຈະຂໍຄໍາແນະນໍາທາງດ້ານກົດຫມາຍເຊັ່ນກັນ. ແຕ່ຂ້າພະເຈົ້າ ສາມາດເວົ້າໄດ້ ແຕ່ສິ່ງທີ່ຂ້າພະເຈົ້າ ອາສັຍໃນເວລານັ້ນເທົ່ານັ້ນ.

Scott Morrison ມີກຳໜົດຈະໃຫ້ປາກຄຳ ຕໍ່ຄນະກັມມາທິການໃນສັບປະດາຫນ້າ.

ເນື້ອເລື່ອງໂດຍ Phillippa Carisbrooke ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ການສອບສວນກ່ຽວກັບການທວງເງິນຄືນ ຂອງ Centrelink (ROBODEBT) ຍັງຄົງດຳເນີນຕໍ່ໄປຢູ່. | SBS Lao