ຢາໂຣກຫຼອດເລືອດໃນສມອງ (Stroke) ກຳລັງຖືກທົດລອງໃນ ອອສເຕຣເລັຍ.

Alison Hallworth suffered a stroke at the age of 44 )SBS).jpg

Alison Hallworth ອາຍຸ 44 ປີ ແລະ ເປັນໂຣກ ໂຣກຫຼອດເລືອດໃນສມອງ (Stroke). Source: SBS

ປະມານ 85% ຂອງໂຣກຫຼອດເລືອດໃນສມອງ (Stroke) ແມ່ນອາການຂາດເລືອດໃນສມອງ (Ischemic) ທີ່ເກີດຈາກກ້ອນເລືອດ (Clot) ອັດຕັນເລືອດໄປລ້ຽງສມອງ. ນັກຄົ້ນຄວ້າອອສເຕຣເລັຍກ່າວວ່າ ເຂົາເຈົ້າອາດໄດ້ພົບຄວາມສໍາເລັດໃນການປິ່ນປົວ ໂຣກຫຼອດເລືອດໃນສມອງ (Stroke)... ແລະເລີ້ມສເນີ ຢາໃນການທົດລອງທາງຄລີນິກ ຄັ້ງທໍາອິດຂອງໂລກ.


ຢາໂຣກຫຼອດເລືອດໃນສມອງ (Stroke) ກຳລັງຖືກທົດລອງໃນ ອອສເຕຣເລັຍ.

ນັກຄົ້ນຄວ້າກ່າວວ່າ ເຂົາເຈົ້າອາດໄດ້ພົບຄວາມສໍາເລັດໃນການປິ່ນປົວ ໂຣກຫຼອດເລືອດໃນສມອງ (Stroke)... ແລະເລີ້ມສເນີ ຢາໃນການທົດລອງທາງຄລີນິກ ຄັ້ງທໍາອິດຂອງໂລກ.

ປະມານ 85% ຂອງໂຣກຫຼອດເລືອດໃນສມອງ (Stroke) ແມ່ນອາການຂາດເລືອດໃນສມອງ (Ischemic) ທີ່ເກີດຈາກກ້ອນເລືອດ (Clot) ອັດຕັນເລືອດໄປລ້ຽງສມອງ.

ຖ້າປະສົບຜົນສໍາເລັດ, ອາດຈະນໍາໄປສູ່ຜົນການປິ່ນປົວສຳລັບຄົນເຈັບໃຫ້ດີຫຼາຍຂຶ້ນ.

Tanya Dendrinos ລາຍງານ

ໃນປີ 2019 Alison Hallworth ອາຍຸ 44 ປີ ເປັນຄົນມີສຸຂະພາບດີ.

ເຊົ້າວັນອາທິດມື້ຫນຶ່ງ ນາງຕື່ນນອນມາ ດ້ວຍອາການເຈັບຫົວຢ່າງຮຸນແຮງ...Alison ກຳລັງມີອາການໂຣກຫຼອດເລືອດໃນສມອງ (Stroke).

"ຂ້ອຍມີຄວາມເຈັບປວດຢ່າງເຫລືອເຊື່ອ, ມັນຮູ້ສຶກຄືແທ່ງໂລຫະ ຫລາຍພັນແທ່ງ ກຳລັງທີ່ໃສ່ກ້ານຄໍຊ້ຳໆກັນ, ຄືກັບວ່າຫລາຍລ້ານເທື່ອ ຕໍ່ວິນາທີ. ລູກຂອງຂ້ອຍກໍຢູ່ທີ່ນັ້ນ. ເຂົາເຈົ້າ ມີອາຍຸຫົກປີ ກັບແປດປີ ໃນຕອນນັ້ນ...ບາງເທື່ອ ຂ້ອຍກໍໃຈຫາຍເມື່ອຄຶດວ່າ ຂ້ອຍຄົງຈະບໍ່ເຫັນເຂົາເຈົ້າ ເຕີບໃຫຍ່ຂຶ້ນ."

ປະມານ 85% ຂອງໂຣກຫຼອດເລືອດໃນສມອງ (Stroke) ແມ່ນອາການຂາດເລືອດໃນສມອງ (Ischemic) ທີ່ເກີດຈາກກ້ອນເລືອດ (Clot) ອັດຕັນເລືອດໄປລ້ຽງສມອງ.

ມີແຕ່ຢາ ທີ່ທຳລາຍກ້ອນເລືອດຊະນິດດຽວເທົ່ານັ້ນ ທີ່ເຄີຍໄດ້ພິສູດໃຫ້ເຫັນວ່າ ປະສົບຜົນສໍາເລັດ ໃນຄົນເຈັບ ເສັ້ນເລືອດໃນສມອງ (Stroke)... ແລະນັ້ນ ຈະຢ້ອນກັບໄປ ປະມານ ສາມທົດສະວັດ.

ນີ້ແມ່ນທ່ານ Shaun Jackson, ສາສດາຈານ ຂອງສະຖາບັນຄົ້ນຄວ້າຫົວໃຈ (Heart Research Institute).

"ສິ່ງທີ່ພວກເຮົາໄດ້ພະຍາຍາມເຮັດຄື ພັດທະນາຢາ ທີ່ຈະເພີ່ມຜົນກະທົບ ຂອງຢາຊະນິດນີ້ ທີ່ເອີ້ນວ່າ tPA ແລະຢາຕ້ານການແຂງໂຕ ຂອງເລືອດ ທີ່ມີຢູ່ຫຼາຍຊະນິດ ທີ່ເຮົາໃຊ້ຢູ່ໃນຄລີນິກກໍໄດ້ຖືກທົດລອງ, ແຕ່ຢາເຫຼົ່ານີ້ ຈະເພີ່ມຄວາມສ່ຽງ ຕໍ່ການມີເລືອດອອກໃນສມອງ. ຢາຂອງເຮົາ ບໍ່ໄດ້ເພີ່ມເລືອດອອກ.ເຮົາບໍ່ເຄີຍເຫັນມາກ່ອນ, ແລະສະນັ້ນ ພວກເຮົາມີແຜນ ທີ່ຈະເບິ່ງວ່າ ພວກເຮົາຈະສາມາດນຳມາໃຊ້ ໃນຄົນເຈັບເສັ້ນເລືອດໃນສມອງ (Stroke) ໄດ້ຫຼືບໍ່."

ການທົດລອງທາງຄລີນິກຂັ້ນສອງ ກໍາລັງຖືກນໍາອອກເຜີຍແພ່ ຢູ່ໂຮງຫມໍ ໂຣກຫຼອດເລືອດໃນສມອງ (Stroke) ທີ່ສໍາຄັນຫົກແຫ່ງ ໃນທົ່ວປະເທດ ຮວມທັງ RPA ຂອງ Sydney, ໂຮງຫມໍ Royal Melbourne ແລະ Royal Adelaide.

ໃນຫຼາຍອາທິດທີ່ຈະມາເຖິງນີ້, ຢາຈະເລີ່ມໃຊ້ ໃນຄົນເຈັບໂຣກຫຼອດເລືອດໃນສມອງ (Stroke) ເຖິງ 80 ຄົນ ເພື່ອກໍານົດ ປະສິດທິພາບຂອງມັນ–ເປົ້າໝາຍສູງສຸດ ແມ່ນການປ້ອງກັນ ການບາດເຈັບສມອງ ທີ່ບໍ່ສາມາດກັບຄືນໄດ້.

ນີ້ແມ່ນສາສດາຈານ Jackson ອີກ.

"16 ລ້ານຄົນ ມີໂຣກຫຼອດເລືອດໃນສມອງ (Stroke) ທົ່ວໂລກ, 5 ລ້ານຄົນ ຈະເສັຍຊີວິດ, 5 ລ້ານຄົນ ຈະມີຄວາມພິການຖາວອນ, ດັ່ງນັ້ນ ເຖິງແມ່ນຈະຊອຍໄດ້ພຽງແຕ່ 10% ກໍຈະສົ່ງຜົນກະທົບ ຢ່າງໃຫຍ່ຫຼວງ ຕໍ່ຜົນຂອງໂຣກຫຼອດເລືອດໃນສມອງ (Stroke)... ພວກເຮົາຫວັງວ່າ ມັນຈະເປັນ 20, 30, 40, 50%"

ເມື່ອເວົ້າເຖິງຜົນຮັບຂອງຄົນເຈັບ, ເວລາເປັນສິ່ງສໍາຄັນ.

ພວກນັກຄົ້ນຄວ້າກ່າວວ່າ ພວກເຂົາເຈົ້າ ຈະມີຂໍ້ບົ່ງບອກທີ່ດີວ່າ ຢາປອດພັຍພຽງໃດ ໃນທ້າຍປີນີ້.

Tanya Dendrinos ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao



Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service