ຈະເກີດຫຍັງຂຶ້ນ ເມື່ອລູກຂອງທ່ານ ອາຍຸ 18 ປີ ໃນອອສເຕຣເລັຍ?

student group.jpg

For many in Australia, turning 18 coincides with the end of formal schooling. Credit: Getty Images/FatCamera

ໂດຍກົດຫມາຍແລ້ວ, ຊາວອອສເຕຣເລັຍ ຖືວ່າເປັນຜູ້ໃຫຍ່ ຕອນອາຍຸຮອດ18ປີ. ແຕ່ການປ່ຽນຜ່ານໄປເປັນຜູ້ໃຫຍ່ ມີຜົນກະທົບຕໍ່ຊີວິດຂອງຄົນຫນຸ່ມ ແລະພໍ່ແມ່ຂອງເຂົາເຈົ້າ ໃນໃນທາງປະຕິບັດແນວໃດ?


ຈຸດສຳຄັນ
  • ອາຍຸທີ່ຖືກຕ້ອງຕາມກົດຫມາຍແມ່ນ 18 ປີ ໃນປະເທດອອສເຕຣເລັຍສໍາລັບບາງສິ່ງ, ແຕ່ອາຍຸ ສໍາລັບການມີສິດ ແລະຄວາມຮັບຜິດຊອບ ອາດແຕກຕ່າງກັນໃນແຕ່ລະຣັດແລະ ແຕ່ລະເຂດປົກຄອງ.oss states and territories.
  • ການມີສິດໄດ້ຮັບເງິນປະກັນສັງຄົມ ຈະປ່ຽນຕອນອາຍຸ 18 ປີ ສໍາລັບໄວຫນຸ່ມ ແລະ ຄອບຄົວຂອງເຂົາເຈົ້າ
  • ການປ່ຽນມາເປັນຜູ້ໃຫຍ່ແມ່ນຄ່ອຍໆເປັນໄປແລະເຄື່ອງຫມາຍທາງສັງຄົມ ລວມ ທັງການໃຊ້ຊີວິດອິດສຣະ ມັກຈະປະສົບຄວາມສຳເຣັດໄດ້ໃນເວລາຕໍ່ມາຂອງຊີວິດ
ຕາມກົດຫມາຍແລ້ວ, ອາຍຸ 18 ປີ ຫມາຍຄວາມວ່າ ພໍ່ແມ່ຫຼືຜູ້ປົກຄອງຂອງເຈົ້າ ບໍ່ມີຄວາມຮັບຜິດຊອບຂອງຜູ້ປົກຄອງສໍາລັບເຈົ້າອີກຕໍ່ໄປ.

ທ່ານນາງ Kate Richardsonເຈົ້າຫນ້າທີ່ອາວຸໂສ (Youth Law Australia) ເປັນຫນ່ວຍງານຊຸມຊົນອອນໄລນ໌ ທົ່ວປະເທດ ທີ່ໃຫ້ຂໍ້ມູນທາງດ້ານກົດຫມາຍ ໂດຍບໍ່ຄິດຄ່າ ແລະການຊ່ວຍເຫຼືອ ແກ່ຄົນຫນຸ່ມອາຍຸຕ່ໍາກວ່າ 25 ປີ.

ນາງອະທິບາຍເຖິງຄວາມແຕກຕ່າງ ຂອງຜູ້ໃຫຍ່ພາຍໃຕ້ກົດຫມາຍ.

As an adult, you're independent. So that means that you're responsible for yourself and your behaviours. While you're under 18 years old, in some situations, the child or young person has reduced capacity under the law.
Kate Richardson, Senior solicitor at Youth Law Australia

ບັນລຸນິຕິພາວະ (ອາຍຸຕາມກົດໝາຍ) ແລະ ການກາຍເປັນຜູ້ໃຫຍ່

ໃນທົ່ວອອສເຕຣເລັຍ, ມັນກາຍເປັນການບັງຄັບໃນການລົງຄະແນນສຽງ ໃນເວລາ ອາຍຸ 18 ປີ. ນີ້ ຍັງແມ່ນອາຍຸທີ່ຖືກຕ້ອງຕາມກົດຫມາຍ ສໍາລັບການຫຼິ້ນການພະນັນ, ການຊື້ຢາສູບ ແລະຊື້ ຫຼືດື່ມເຫຼົ້າ ໃນສະຖານທີ່ທີ່ໄດ້ຮັບອະນຸຍາດ.

18th birthday.jpg
Cultural and family practices may vary, but generally in Australia the 18th birthday makes the list of milestone celebrations, followed by one’s 21st and 30th. Credit: Getty Images/BFG Images
ໂດຍທົ່ວໄປມັນເປັນການຜິດກົດຫມາຍ ສໍາລັບບຸກຄົນທີ່ມີອາຍຸຕໍ່າກວ່າ 18 ປີ ທີ່ຈະດື່ມເຫຼົ້າ ໃນສະຖານທີ່ສ່ວນຕົວ.

"ເວັ້ນເສັຍແຕ່ວ່າເຫຼົ້ານັ້ນແມ່ນ ພໍ່ ແມ່ຫຼືຜູ້ດູແລ ເອົາໃຫ້, ຫຼືຜູ້ທີ່ໄດ້ຮັບອະນຸຍາດຈາກພໍ່ແມ່ຫຼືຜູ້ດູແລແລ້ວ

ທ່ານນາງ Richardson ກ່າວວ່າ "ມີຄວາມແຕກຕ່າງເລັກນ້ອຍ ໃນທົ່ວຣັດ ແລະເຂດແດນ ທີ່ແຕກຕ່າງກັນ, ໂດຍສະເພາະກ່ຽວກັບການດື່ມພາຍໃຕ້ການດູແລຂອງຜູ້ໃຫຍ່ ໃນສະຖານທີ່ ສ່ວນຕົວ.
ທ່ານ Steven Roberts ສາສດາຈານດ້ານ ການສຶກສາ ແລະຄວາມຍຸຕິທໍາ ທາງສັງຄົມ(Education and Social Justice) ທີ່ມະຫາວິທະຍາໄລ Monash.ນຶ່ງໃນງານຄົ້ນຄວ້າທີ່ ເພິ່ນຊ່ຽວຊານ ກໍຄືການປ່ຽນຜ່ານ ຂອງຊາວຫນຸ່ມໄປສູ່ ການເປັນຜູ້ໃຫຍ່.

ລາວແນະນໍາໃຫ້ເຮັດແບບຢ່າງການປະຕິບັດທີ່ດີທີ່ສຸດ ລວມທັງການດື່ມ ຢ່າງມີ ຄວາມ ຮັບຜິດຊອບ ເຊິ່ງເປັນວິທີຫນຶ່ງ ທີ່ພໍ່ແມ່ສາມາດໃຊ້ເພື່ອລ້ຽງດູລູກໃນຂັ້ນຕອນທີ່ຈະເປັນຜູ້ໃຫຍ່.

"ພວກເຂົາອາດຈະຕ້ອງການ ທີ່ຈະເວົ້າກັບລູກຂອງພວກເຂົາ ກ່ຽວກັບການຊອກຫາວິທີດູແລເຊິ່ງກັນແລະກັນ ໃນກຸ່ມມິດຕະພາບຂອງພວກເຂົາ ເພື່ອໃຫ້ພວກເຂົາ ສາມາດປູກຝັງ ມາດຕະຖານຂອງກຸ່ມຫມູ່ເພື່ອນ ກ່ຽວກັບຄວາມນັບຖື ແລະການດູແລກັນໃນກຸ່ມ. ຂ້າພະເຈົ້າ ຄິດວ່າຄວາມສົມດູນ ແລະຄວາມເຂົ້າໃຈ, ແລະການສື່ສານ ເປັນສິ່ງສໍາຄັນ ທີ່ຈະເຮັດ ໃນເວລາທີ່ສໍາຄັນນີ້."

ສິດທິໃນການຮັບເງິນຊ່ວຍເຫຼືອຈາກ Centrelink ຕອນອາຍຸ 18

ເດັກທີ່ເຂົ້າສູ່ວັຍຜູ້ໃຫຍ່ ສາມາດສົ່ງຜົນກະທົບ ຕໍ່ການເຂົ້າເຖິງຜົນປໂຍດດ້ານ ປະກັນສັງຄົມ ຂອງຄອບຄົວໄດ້ເຊັ່ນກັນ.

Hank Jongen, ຜູ້ຈັດການທົ່ວໄປຂອງການບໍລິການອອສເຕຣເລັຍ (Services Australia) ອະທິບາຍວ່າຜົນປໂຍດດ້ານພາສີຄອບຄົວ, ແມ່ນການຈ່າຍເງິນ ສອງສ່ວນ ຊ່ວຍພໍ່ແມ່ ທີ່ມີຄ່າໃຊ້ຈ່າຍໃນການລ້ຽງດູລູກ.

ສ່ວນ A ແມ່ນຈ່າຍສໍາລັບເດັກແຕ່ລະຄົນແລະສິ້ນສຸດ ເມື່ອເດັກສໍາເລັດການສຶກສາປີ 12 ຫຼືມີຄຸນສົມບັດເທົ່າທຽມກັນ, ສ່ວນ Part B ແມ່ນເງິນຊ່ອຍເຫຼືອຕໍ່ຄອບຄົວ.

ທ່ານ Jongen ກ່າວວ່າ "ມັນຂຶ້ນຢູ່ກັບສະຖານະການຂອງແຕ່ລະຄອບຄົວ ວ່າ Part A ແລະ Part B ຈະດໍາເນີນຕໍ່ໄປດົນປານໃດ, ແຕ່ສະຖານະການຈະໄດ້ຖືກປະເມີນແຍກກັນ.

ການປ່ຽນແປງ ທີ່ເຫັນໄດ້ຢ່າງຊັດເຈນ ເມື່ອບຸກຄົນອາຍຸຄົບ 18 ປີ ແມ່ນການຂໍຄວາມຊ່ອຍເຫລືອ ທາງດ້ານການເງິນ ດ້ວຍຕົວເອງ. ເງິນຊ່ອຍເຫຼືອຊາວຫນຸ່ມ ແມ່ນ ເງິນຊ່ອຍເຫຼືອ ທີ່ສໍາຄັນສໍາລັບ ໄວຫນຸ່ມອາຍຸ 24 ປີ ຫຼື ຕໍ່າກວ່າ.

ແຕ່ພວກເຂົາຍັງສາມາດຖືວ່າເປັນຜູ້ຢູ່ໃນຄວາມດູແລຢູ່ ເມື່ອເວົ້າເຖິງການປະເມີນສິດ ໃນເລື້ອງເງິນຊ່ອຍເຫຼືອ, ທ່ານ Jongen ອະທິບາຍ.

ບໍ່ວ່າຈະເປັນນັກສຶກສາເຕັມເວລາ, ຫຼືເປັນຜູ້ຊອກຫາວຽກ, ພວກເຂົາຍັງຖືວ່າເປັນຜູ້ຢູ່ໃນຄວາມດູແລ ຈົນກວ່າຈະອາຍຸໄດ້ 22 ປີ. ນັ້ນຫມາຍຄວາມວ່າ ພວກເຮົາຄໍານຶງເຖິງ ລາຍຮັບຂອງພໍ່ແມ່ໃນການປະເມີນຄຸນສົມບັດ.
Hank Jongen, General Manager of Services Australia
Mr Jongen ຊຸກຍູ້ຜູ້ທີ່ມີອາຍຸ 18 ປີໃຫ້ສ້າງບັນຊີ myGov, ແລະຫຼັງຈາກນັ້ນ ໃຊ້ຂໍ້ມູນເພື່ອນໍາໄປສູ່ ສະຖານທີ່ທີ່ດີທີ່ສຸດ ເພື່ອຍື່ນຄຳຮ້ອງ ອອນໄລນ໌.

"ຖ້າພາສາອັງກິດເປັນພາສາທີສອງຂອງທ່ານ ແລະທ່ານຕ້ອງການ ຄວາມຊ່ວຍ ເຫຼືອບາງຢ່າງ, ທ່ານສາມາດໂທຫາພວກເຮົາທີ່ 131 202. ເປັນການບໍຣິການແປພາສາ ແບບບໍ່ເສັຍຄ່າ ທີ່ມີຫຼາຍກວ່າ 200 ພາສາ."

apprentice.jpg
ຊາວຫນຸ່ມ ອາຍຸ 16 ຫາ 24 ປີ ເຮັດການ “ຝຶກແອບອອສເຕຣເລັຍ” (Australian Apprenticeship) ເຕັມເວລາ ອາດຈະມີສິດໄດ້ຮັບເງິນຊ່ອຍເຫຼືອYouth Allowance. Credit: Getty Images/JohnnyGreig

ການປ່ຽນຜ່ານຂອງການເປັນຜູ້ໃຫຍ່ແມ່ນ ຄ່ອຍເປັນຄ່ອຍໄປ

ໃນຂນະທີ່ເດັກນ້ອຍກາຍເປັນຜູ້ໃຫຍ່ເມື່ອອາຍຸ 18 ປີໃນອອສເຕຣເລັຍ, ອາຍຸທີ່ຖືກຕ້ອງ ຕາມກົດຫມາຍສໍາລັບບາງສິ່ງບາງຢ່າງ, ເຊັ່ນການຂັບຣົດ, ອາດມີອາຍຸຕໍ່າກວ່າ ແລະແຕກຕ່າງກັນໄປ ແຕ່ລະຣັດ.

Prof Roberts ກ່າວວ່າ ການມີສິດ ແລະຄວາມຮັບຜິດຊອບໃນຕອນຕົ້ນ ເຮັດໃຫ້ການປ່ຽນຜ່ານໄປສູ່ການເປັນຜູ້ໃຫຍ່ ເທື່ອລະເລັກ ເທື່ອລະນ້ອຍ ແລະບາງເທື່ອ ກໍຊັບຊ້ອນ.

"ຕົວຢ່າງເຊັ່ນ: ໄວຫນຸ່ມອາຍຸ 16 ປີໃນບາງກໍລະນີ ສາມາດຍິນຍອມມີເພດສໍາພັນໄດ້ ແຕ່ພວກເຂົາຍັງຈະບໍ່ສາມາດເບິ່ງຮູບເງົາ ທີ່ມີເນື້ອຫາທາງເພດຢ່າງຈະແຈ້ງ ຈົນກວ່າຈະມີອາຍຸ 18ປີ. ແລະຕອນອາຍຸ 18 ປີ, ຄົນຫນຸ່ມມີສິດ ໄດ້ຮັບຄ່າຈ້າງຂັ້ນຕ່ຳ (ຕາມກົດໝາຍ)ສູງກວ່າຕອນທີ່ເຂົາມີອາຍຸໄດ້ 16 ຫລື 17 ປີ ແຕ່ອາດຈະບໍ່ມີສິດ ໄດ້ຮັບຄ່າຈ້າງ ຂອງຜູ້ໃຫຍ່ ຢ່າງເຕັມສ່ວນ ຈົນກວ່າເຂົາເຈົ້າມີອາຍຸໄດ້ 21 ປີ."

ການຫາວຽກເຮັດເຕັມເວລາ, ການດໍາລົງຊີວິດຢ່າງອິດສຣະ ຫລືການເລີ່ມຕົ້ນຄອບຄົວ ຂອງຕົນເອງ ແມ່ນຢູ່ໃນບັນດາ ເຄື່ອງຫມາຍທາງສັງຄົມ ທີ່ກາຍເປັນເລື່ອງທັມມະດາ ຫນ້ອຍລົງ ສໍາລັບຜູ້ຄົນທີ່ມີອາຍຸ 18 ປີ ໃນຊ່ວງລຸ້ນທີ່ຜ່ານມາ, ທ່ານ Prof Roberts ກ່າວ.

ມັນເປັນເລື່ອງທໍາມະດາ ສໍາລັບເຄື່ອງຫມາຍທາງສັງຄົມ ຂອງໄວຜູ້ໃຫຍ່ເຫລົ່ານັ້ນ ທີ່ຈະປະສົບຄວາມສໍາເລັດ ໃນພາຍຫນ້າ, ໃນໄວ 20 ປີ, ຫຼືແມ່ນແຕ່ 30 ປີ.
Steven Roberts, Professor of Education and Social Justice at Monash University
ການທີ່ມີອາຍຸ 18 ປີ ແມ່ນບໍ່ຈໍາເປັນສເມີໄປ ທີ່ຈະເຮັດບາງສິ່ງບາງຢ່າງ ຕາມກົດຫມາຍ.

ທ່ານນາງ Richardson ກ່າວເຖິງ ຄວາມຄິດຜິດ ທົ່ວໄປບາງຢ່າງ

"ທ່ານບໍ່ຈໍາເປັນຕ້ອງມີອາຍຸ 18 ປີ ທີ່ຈະ...

  • ມີເພດສໍາພັນ
  • ມີວຽກເຮັດ
  • ມີບັນຊີທະນາຄານຂອງຕົວເອງ
  • ອອກຈາກໂຮງຮຽນ
  • ອອກຈາກເຮືອນ
  • ຖືກຕັ້ງຂໍ້ຫາອາຊະຍາກັມ
  • ຮັບຄໍາແນະນໍາທາງດ້ານກົດຫມາຍ ໂດຍບໍ່ເສັຍຄ່າໂດຍບໍ່ມີພໍ່ແມ່ຫຼືຜູ້ດູແລ
  •  ຍິນຍອມໃນການປິ່ນປົວທາງແພດ"
ທ່ານນາງ Richardson ກ່າວວ່າ "ຕົວຢ່າງ, ໄວຫນຸ່ມສາມາດຍິນຍອມຮັບການປິ່ນປົວທາງແພດໃນຂນະທີ່ມີອາຍຸຕໍ່າກວ່າ 18 ປີ ຖ້າທ່ານຫມໍຄິດວ່າ ພວກເຂົາສາມາດເຂົ້າໃຈເຖິງ ຂໍ້ໄດ້ປຽບ ແລະຄວາມສ່ຽງຂອງການປິ່ນປົວ, ແລະເມື່ອຕັດສິນໃຈນີ້, ທ່ານຫມໍ ຈະພິຈາລະນາ ຫຼາຍປັດໄຈ ທີ່ແຕກຕ່າງກັນ."

ທ່ານຄວນກວດເບິ່ງ ສິ່ງທີ່ກ່ຽວຂ້ອງກັບຕົວທ່ານຫຼືລູກຂອງທ່ານ ຕາມສະພາບການ ສະເພາະຂອງທ່ານສເມີ, ເມື່ອບໍ່ມີກົດຫມາຍ ກໍານົດອາຍຸ ທີ່ຖືກຕ້ອງຕາມກົດຫມາຍ.

at the airport.jpg
ເມື່ອອາຍຸຮອດ 18 ປີ ທ່ານສາມາດໄດ້ຮັບຫນັງສືຜ່ານແດນ ໂດຍບໍ່ຕ້ອງໄດ້ຮັບອະນຸຍາດ ຈາກພໍ່ແມ່ ຫຼືຜູ້ດູແລຂອງທ່ານ. ເຊັ່ນດຽວກັນກັບຜູ້ມີອາຍຸຕ່ຳກວ່າ 18 ປີ ໃນສະຖານະການ ພິເສດຕ່າງໆ. Credit: Getty Images/MStudioImages

ທ່ານເປັນຄົນຫນຸ່ມ ຫຼືພໍ່ແມ່ຕ້ອງການ ການຊ່ອຍເຫຼືອບໍ?

  • ທ່ານສາມາດເຂົ້າເຖິງແຫຼ່ງຂໍ້ມູນທີ່ອະທິບາຍເຖິງສິດທິຂອງເຍົາວະຊົນ ໄດ້ໂດຍຜ່ານ: Legal Aid Commissions in each state and territory.
  • 1. ບາງຣັດມີ ການບໍລິການດ້ານກົດຫມາຍສະເພາະຂອງຊາວຫນຸ່ມ ລວມທັງ: Western Australia, Victoria, the ACT ແລະ Queensland
  • ສໍາລັບເອກກະສານທົ່ວປະເທດ ກ່ຽວກັບບັນຫາທາງດ້ານກົດຫມາຍ ແລະ ຄໍາແນະນໍາສໍາລັບຊາວຫນຸ່ມໃຫ້ໄປທີ່: Youth Law Australia website
  • ພໍ່ແມ່ສາມາດຊອກຫາຂໍ້ມູນກ່ຽວກັບ ວິທີທີ່ກົດຫມາຍມີຜົນບັງຄັບກັບເດັກ ໃນແຫຼ່ງຂໍ້ມູນ ການລ້ຽງດູ ທາງອິນເຕີເນັດ ທີ່ໄດ້ຮັບທຶນຈາກ ຣັຖບານອອສເຕຣເລັຍ Raising Children Network
  • ສໍາລັບການໃຫ້ຄໍາປຶກສາທາງໂທຣະສັບ ແລະອອນໄລນ໌ຟຣີໃຫ້ກັບໄວຫນຸ່ມອາຍຸ 5 – 25 ປີ, ໂທ:Kids Helpline ທີ່ 1800 55 1800.

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service