ບົດບາດຂອງຈີນ ໃນເອເຊັຍຕາເວັນອອກສຽງໃຕ້

Rice planting season in Mae Win, Thailand - 02 Jul 2025

ພໍ່ນາກຳລັງເຮັດນາ ໃນປະເທດໜຶ່ງຂອງ ເອເຊັຍຕາເວັນອອກສຽງໃຕ້. Source: SIPA USA / Ploy Phutpheng / SOPA Images/Ploy Phutpheng / SOPA Images/Sipa USA

ເນື່ອງຈາກການຖອນໂຕຂອງຜູ້ບໍຣິຈາກ ດັ້ງເດີມ, ຈີນກຳລັງມີບົດບາດສຳຄັນໃນການໃຫ້ກູ້ຢືມເງິນເພື່ອການພັດທະນາ. ຜູ້ຊ່ຽວຊານກ່າວວ່າ ການຫຼຸດລົງຂອງການແຂ່ງຂັນຈະເຮັດໃຫ້ຫຼາຍປະເທດຕ້ອງຍອມຮັບເອົາເງິນກູ້ຈາກຈີນດ້ວຍດອກເບັ້ຍສູງ. ແຕ່ມັນເປັນເງິນກູ້ ໃຫ້ແກ່ປະເທດ ທີ່ທຸກຍາກທີ່ສຸດໃນພູມີພາກ, ເຊັ່ນMyanmar, Laos ແລະ Cambodia ທີ່ສ້າງຄວາມກັງວົນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ບົດບາດຂອງຈີນ ໃນເອເຊັຍຕາເວັນອອກສຽງໃຕ້.

ປະເທດຈີນ ກໍາລັງນໍາໜ້າໃນການແຂ່ງຂັນ ດ້ານການພັດທະນາ ໃນເອເຊັຍຕາເວັນອອກສຽງໃຕ້ ໃນຂນະທີ່ຜູ້ບໍຣິຈາກດັ້ງເດີມ ເຊັ່ນສະຫະຣັດອາເມຣິກາແລະປະເທດອັງກິດ ກ້າວອອກຈາກພູມີພາກນີ້.

ນັ້ນແມ່ນ ຕາມການລາຍງານໃຫມ່ ຂອງສະຖາບັນ Lowy, Rania Yallopມີລາຍລະອຽດ.

"ການຂາດເງິນຈາກທາງຕາເວັນຕົກ ແລະຢູໂຣບ ເຂົ້າໄປໃນເອເຊັຍຕາເວັນອອກສຽງໃຕ້ ເປັນບັນຫາທີ່ແທ້ຈິງ."

ນັ້ນແມ່ນ Grace Stanhope ຈາກສະຖາບັນ Lowy.

"ພວກເຮົາຄາດການວ່າ ການຊ່ວຍເຫລືອຈາກຕ່າງປະເທດ ຈະຫລຸດລົງ20 ເປີເຊັນ ໃນພູມີພາກໃນປີ 2026."

ແຜນການຊ່ວຍເຫຼືອ ເອເຊັຍຕາເວັນອອກສຽງໃຕ້ ສະບັບທີສາມ ໄດ້ພົບວ່າ ປະເທດຈີນນໍາໜ້າ ໃນການພັດທະນາ ໃນເອເຊັຍຕາເວັນອອກສຽງໃຕ້, ໂດຍເພີ່ມການລົງທຶນ ໃນປີ 2023 ຫຼັງຈາກທີ່ໄດ້ຫລຸດການໃຊ້ຈ່າຍ ໃນການພັດທະນາ ໃນພູມີພາກນີ້ລົງ 68 ເປີເຊັນ ໃນໄລຍະຫ້າປີ.

ມະຫາອໍານາດໃນພູມີພາກ ສນັບສນູນການກູ້ຢືມ ຕາມອັດຕາຕລາດ ສໍາລັບໂຄງການພື້ນຖານໂຄງລ່າງ, ໂດຍທີ່ທຸຣະກິດ ທາງລົດໄຟ ໃນອິນໂດເນເຊັຍ ແລະມາເລເຊັຍ ເປັນສ່ວນໃຫຍ່ຂອງການເພີ່ມຂຶ້ນ ປະຈໍາປີ.

ມັນເປັນເງິນກູ້ ໃຫ້ແກ່ປະເທດ ທີ່ທຸກຍາກທີ່ສຸດໃນພູມີພາກ, ເຊັ່ນ Myanmar, Laos ແລະ Cambodia ທີ່ສ້າງຄວາມກັງວົນ.

Ms Stanhope ກ່າວວ່າ ການແຂ່ງຂັນທີ່ຫລຸດລົງ ເຮັດໃຫ້ມີທາງເລືອກພຽງເລັກນ້ອຍ ນອກຈາກຈະຮັບເອົາຫນີ້ສິນ ຈາກປະເທດຈີນ.

"ປະເທດເຫລົ່ານີ້ ມີທາງເລືອກຫນ້ອຍກວ່າ ໃນດ້ານຂອງຜູ້ໃຫ້ບໍຣິການ ດ້ານພັດທະນາອື່ນໆ, ແລະຄວາມຕ້ອງການ ດ້ານພັດທະນາທີ່ສູງກວ່າ, ສະນັ້ນ ຈຶ່ງມີທາງເລືອກຫນ້ອຍ ສໍາລັບເຂົາເຈົ້າ. ປະເທດເຫລົ່ານີ້ ມີກຳລັງ ໃນການເຈຣະຈາໜ້ອຍລົງເລື້ອຍໆ."

ທົ່ວໂລກ, ຫນຶ່ງສ່ວນສາມຂອງປະເທດ ທີ່ກໍາລັງພັດທະນາ ໃຊ້ຈ່າຍເງິນໃນການໃຊ້ດອກເບັ້ຍ ຫລາຍກວ່າການໃຊ້ຈ່າຍ ກ່ຽວກັບສຸຂະພາບ ໃນແຕ່ລະປີ.

Melissa Conley-Tyler ຜູ້ອໍານວຍການໃຫຍ່ຂອງ the Asia Pacific Development Diplomacy and Defence Dialogue, ບໍ່ຢາກໃຫ້ສິ່ງນີ້ເກີດຂຶ້ນ ໃນເອເຊັຍຕາເວັນອອກສຽງໃຕ້.

"ໃນພູມີພາກຂອງເຮົາ, ໂຊກດີທີ່ຫນີ້ສິນບໍ່ໄດ້ເປັນບັນຫາຫລາຍປານໃດ, ແລະຂ້າພະເຈົ້າຄິດວ່າ ເຮົາຢາກຮັກສາມັນໄວ້ເຊັ່ນນັ້ນ. ພວກເຮົາ ບໍ່ຢາກໃຫ້ປະເທດອິນໂດປາຊີຟິກ ເປັນຫນີ້ສິນຢ່າງຫລວງຫລາຍ. ນັ້ນເປັນບັນຫາໃຫຍ່ ຖ້າຫາກປະເທດ ບໍ່ສາມາດຈັດຫາບໍຣິການ ທີ່ພົນລະເມືອງຂອງຕົນຕ້ອງການ ເພາະເຂົາເຈົ້າ ກໍາລັງຈ່າຍຫນີ້ສິນຄືນ, ຊຶ່ງຕາມປົກກະຕິແລ້ວ ຈະມີອັດຕາດອກເບັ້ຍສູງຫລາຍ."

ຜົນກະທົບທັງຫມົດ ຂອງການຕັດການຊ່ວຍເຫລືອຢ່າງຕໍ່ເນື່ອງ ຍັງບໍ່ເຫັນໄດ້ໃນພູມີພາກນີ້..... ໂດຍທີ່ ສະຫະຣັດອາເມຣິກາ ໄດ້ຕັດຈໍານວນເງິນທຶນຊ່ອຍເຫລືອ ຫລາຍກວ່າ 80 ເປີເຊັນໃນປີນີ້, ແລະປະເທດອັງກິດ ກໍວາງແຜນ ທີ່ຈະນໍາຄວາມຊ່ອຍເຫລືອຕ່າງປະເທດ ໄປສູ່ງົບປະມານ ການປ້ອງກັນປະເທດ.

Ms Conley-Tyler ກ່າວວ່າ ບາງສິ່ງໄດ້ຮັບຜົນກະທົບແລ້ວ.

"ພວກເຮົາຮູ້ວ່າ ການເສັຍຊີວິດເທື່ອທໍາອິດ ເພາະການຕັດເງິນຊ່ອຍເຫຼືອ US-AID ຂອງສະຫະຣັດອາເມຣິກາ ໄດ້ເກີດຂຶ້ນ ໃນເອເຊັຍຕາເວັນອອກສຽງໃຕ້. ມັນຢູ່ໃນໂຮງຫມໍ ທີ່ຊາຍແດນຂອງປະເທດມຽນມາ, ບ່ອນທີ່ຜູ້ລີ້ພັຍ ທີ່ຫຼົບຫນີຈາກຄວາມຂັດແຍ້ງ."

ສະຖາບັນ Lowy ກ່າວວ່າ ມັນຈະເຮັດໃຫ້ "ຈຸດສູນກາງ" ຂອງການຈັດຫາເງິນທຶນ ການພັດທະນາຢູ່ໃນເຂດເອເຊັຍຕາເວັນອອກສຽງໃຕ້ ປ່ຽນໄປ, ໂດຍທີ່ປະເທດຈີນ, ຍີ່ປຸ່ນ ແລະເກົາຫລີໃຕ້ ເປັນເປັນຜູ້ຈັດຫາເງິນທຸນສ່ວນໃຫຍ່.

ໄດ້ເພີ່ມຄວາມຊ່ອຍເຫລືອ ໃຫ້ແກ່ເອເຊັຍຕາເວັນອອກສຽງໃຕ້ ໃນປີ 2023, ໂດຍທີ່ Labor ໄດ້ສັນຍາວ່າ ຈະເພີ່ມງົບປະມານ ຄວາມຊ່ອຍເຫລືອນາໆຊາດທຸກປີ ເພື່ອໃຫ້ສອດຄ່ອງກັບອັດຕາເງິນເຟີ້.

ໃນການກ່າວປາສັຍ ໃນກອງປະຊຸມຜູ້ນໍາ ASEAN ໃນຕົ້ນເດືອນນີ້, ຣັຖມົນຕີການຕ່າງປະເທດ, Penny Wong, ໄດ້ຢືນຢັນຄໍາຫມັ້ນສັນຍາ ຂອງອອສເຕຣເລັຍຕໍ່ເຂດນັ້ນ.

"ບັດນີ້ ພວກເຮົາອຸທິດ 75 ເປີເຊັນ ຂອງເງິນທຶນການພັດທະນາ ຂອງອອສເຕຣເລັຍ ໃຫ້ແກ່ພູມີພາກຂອງເຮົາ, ອິນໂດ-ປາຊີຟິກ. ແລະການຕອບສນອງຂອງເຮົາ ຕໍ່ຄົນອື່ນ ທີ່ຫລຸດຈໍານວນເງິນທຶນຂອງເຂົາເຈົ້າ ແມ່ນການປັບປ່ຽນ ແລະຈັດລໍາດັບຄວາມສໍາຄັນ, ໃຫ້ແນ່ໃຈວ່າ ເຮົາຕອບສນອງ ຕໍ່ຄວາມຕ້ອງການທີ່ຮີບດ່ວນທີ່ສຸດ."

Ms Conley-Tyler ກ່າວວ່າ ມັນສໍາຄັນສໍາລັບອອສເຕຣເລັຍ ທີ່ຈະຮັກສາຈຸດໝາຍນັ້ນ.

"ຖ້າຫາກທ່ານ ມີຣັດທີ່ລົ້ມເຫລວຢູ່ຫນ້າປະຕູບ້ານຂອງທ່ານ, ຖ້າຫາກທ່ານ ມີໂຣກລະບາດ ຫລືພະຍາດສັດ, ຖ້າຫາກທ່ານ ມີການຍົກຍ້າຍຖິ່ນຖານ ຍ້ອນສະພາບອາກາດ, ສິ່ງທັງຫມົດນີ້ ຈະສໍາຄັນຫລາຍ ຕໍ່ອອສເຕຣເລັຍ. ແນ່ນອນວ່າ ເຮົາຢາກອາສັຍຢູ່ໃນເຂດທີ່ປອດພັຍ, ຫມັ້ນຄົງ, ແລະຈະເລີນຮຸ່ງເຮືອງ. ແລະສະນັ້ນ ເງິນທີ່ພວກເຮົາໄດ້ເອົາໄປຊ່ອຍເຫລືອ ໃນສິ່ງຕ່າງໆເຊັ່ນ ການຊ່ອຍເຫລືອການພັດທະນາ ຂອງພວກເຮົາ ກໍກໍາລັງຊ່ອຍຜົນປໂຍດຂອງຊາດເຮົາໃນເລື່ອງນີ້."

ເນື້ອເລື່ອງໂດຍ Rania Yallop ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service