SKIP TO MAIN CONTENT

ການປະຊຸມສຸດຍອດພູມິພາກ ASEAN

Philippines ASEAN
ມີຣັດຖະມົນຕີການຕ່າງປະເທດອອສເຕຣເລັຍ Penny Wong ໃນກອງປະຊຸມສຸດຍອດພູມິພາກ ASEAN ທີ່ Manila. Credit: Credit: AAP

ການປະຊຸມສຸດຍອດພູມິພາກ ASEAN ກໍາລັງຈະສິ້ນສຸດລົງທີ່ Manila,ຊຶ່ງອອສເຕຣເລັຍ ໄດ້ຍົກປະເດັນກ່ຽວກັບການປະຕິບັດການທາງທະຫານຂອງຈີນ ໃນພູມິພາກນີ້. ຄວາມເຄັ່ງຕຶງໃນທະເລຈີນໃຕ້ ແລະການທົດສອບຂີປະນາວຸດໃນ Pacific ໄດ້ຖືກປະນາມຈາກອອສເຕຣເລັຍ ຊຶ່ງກ່າວວ່າ ຄວາມໝັ້ນຄົງໃນພູມິພາກ ຂຶ້ນຢູ່ກັບຄວາມສົມດຸນ ຂອງອໍານາດ.


Published

By Sydney Lang

Presented by Sak Phoumirath

Source: SBS


Skip to podcast episode content

ການປະຊຸມສຸດຍອດພູມິພາກ ASEAN ກໍາລັງຈະສິ້ນສຸດລົງທີ່ Manila,ຊຶ່ງອອສເຕຣເລັຍ ໄດ້ຍົກປະເດັນກ່ຽວກັບການປະຕິບັດການທາງທະຫານຂອງຈີນ ໃນພູມິພາກນີ້. ຄວາມເຄັ່ງຕຶງໃນທະເລຈີນໃຕ້ ແລະການທົດສອບຂີປະນາວຸດໃນ Pacific ໄດ້ຖືກປະນາມຈາກອອສເຕຣເລັຍ ຊຶ່ງກ່າວວ່າ ຄວາມໝັ້ນຄົງໃນພູມິພາກ ຂຶ້ນຢູ່ກັບຄວາມສົມດຸນ ຂອງອໍານາດ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການປະຊຸມສຸດຍອດພູມິພາກ ASEAN.

ການປະຊຸມສຸດຍອດພູມິພາກ ASEAN ກໍາລັງຈະສິ້ນສຸດລົງທີ່ Manila,ຊຶ່ງອອສເຕຣເລັຍ ໄດ້ຍົກປະເດັນກ່ຽວກັບການປະຕິບັດການທາງທະຫານຂອງຈີນ ໃນພູມິພາກນີ້.

ຄວາມເຄັ່ງຕຶງໃນທະເລຈີນໃຕ້ ແລະການທົດສອບຂີປະນາວຸດໃນ Pacific ໄດ້ຖືກປະນາມຈາກອອສເຕຣເລັຍ ຊຶ່ງກ່າວວ່າ ຄວາມໝັ້ນຄົງໃນພູມິພາກ ຂຶ້ນຢູ່ກັບຄວາມສົມດຸນ ຂອງອໍານາດ.

Sydney Lang ລາຍງານ.

ໃນນ່ານນ້ຳສີຟ້າໃສ ໃກ້ໝູ່ເກາະ Spratly ທີ່ມີການຂັດແຍ້ງຢ່າງຫນັກ, ການປະທະກັນໄດ້ເກີດຂຶ້ນ ລະຫວ່າງກອງລະວັງຊາຍຝັ່ງຈີນ ແລະຟິລິບປິນສ໌.

ການປະເຊີນໜ້າຄັ້ງນີ້, ຊຶ່ງເກີດຂຶ້ນກ່ອນການປະຊຸມສຸດຍອດພູມິພາກASEAN ທີ່ Manila, ເປັນເຫດການຫຼ້າສຸດຂອງການປະທະກັນເປັນປະຈໍາໃນທະເລຈີນໃຕ້.

ຈີນອ້າງສິດເປັນເຈົ້າຂອງເກືອບທຸກເສັ້ນທາງນ້ຳ, ໃນຂນະທີ່ຫຼາຍປະເທດໃນພູມິພາກ ອ້າງສິດເຂດເສດຖະກິດພິເສດຂອງຕົນ, ຕາມກົດຫມາຍສາກົນ.

ໃນການປະຊຸມທີ່ Manila, ການຮຸກຮານຂອງຈີນ ຖືກປະນາມໂດຍພັນທະມິດຂອງຟິລິບປິນສ໌.

ໃນຈຳນວນນັ້ນ ມີຣັດຖະມົນຕີການຕ່າງປະເທດອອສເຕຣເລັຍ Penny Wong.

"ການສູນເສັຍສິດທິຮ່ວມ ຕາມກົດຫມາຍສາກົນ ບໍ່ໄດ້ສົ່ງຜົນດີຕໍ່ຄວາມໝັ້ນຄົງ. ມັນບໍ່ໄດ້ເສີມສ້າງອະທິປະໄຕ ແລະບໍ່ໄດ້ເສີມຄວາມຍືດຍຸ່ນຮ່ວມຂອງພວກເຮົາ. ດັ່ງນັ້ນ ອອສເຕຣເລັຍພ້ອມກັບປະເທດອື່ນໆ ຈະຍັງຄົງສະແດງຄວາມກັງວົນຂອງພວກເຮົາ ກ່ຽວກັບເຮືອຈີນ ທີ່ມີພຶດຕິກັມທີ່ສ້າງຄວາມບໍ່ໝັ້ນຄົງ ແລະເປັນອັນຕະຣາຍໃນທະເລຈີນໃຕ້, ລວມເຖິງເຮືອຂອງ Philippines, Vietnam, Malaysia ແລະ Indonesia."

ອອສເຕຣເລັຍ ໄດ້ພະຍາຍາມເພີ່ມຄວາມສໍາພັນທາງຍຸດທະສາດ ໃນພູມິພາກ Pacific ເມື່ອບໍ່ດົນມານີ້ ຜ່ານການຕົກລົງດ້ານຄວາມໝັ້ນຄົງ ກັບປະເທດໝູ່ເກາະ.

ເພື່ອເສີມຍຸດທະສາດ Pacific (the Pacific strategy), ອອສເຕຣເລັຍ ຍັງຫວັງຈະເສີມຄວາມສໍາພັນ ໃນເອເຊັຍຕາເວັນອອກສ່ຽງໃຕ້, ເພື່ອຍັບຍັ້ງອິດທິພົນຂອງຈີນ ໃນພູມິພາກນີ້.

ຢູ່ນອກກອງປະຊຸມ, Penny Wong ໄດ້ເຂົ້າຢ້ຽມສໍານັກງານໃຫຍ່ ຂອງກອງປ້ອງກັນຊາຍຝັ່ງຟິລິບປິນ (the Philippine Coast Guard) ແລະໄດ້ສເນີ ເທັກໂນໂລຊີໂດຣນສະຫະຣັດ ທີ່ທັນສມັຍໃຫ້ພວກເຂົາ.

"ຫນຶ່ງໃນງານທໍາອິດຂອງຂ້າພະເຈົ້າທີ່ນີ້ ແມ່ນການປະກາດເລື້ອງເງິນທຸນເພີ່ມເຕີມ ແກ່ກອງປ້ອງກັນຊາຍຝັ່ງ (ຟິລິບປິນ) ຂອງທ່ານ, ທີ່ພວກເຮົາກໍາລັງສນັບສນູນຫຼາຍຂຶ້ນ ໃນການພັດທະນາໂດຣນ ແລະກົນໄກອື່ນໆ ເພື່ອພະຍາຍາມພັດທະນາ ຄວາມຮູ້ທາງທະເລ."

ໃນການຕອບໂຕ້, ໂຄສົກກະຊວງການຕ່າງປະເທດຈີນ Lin Jian ໄດ້ກ່າວຫາອອສເຕຣເລັຍວ່າ ໄດ້ຂຍາຍເລື່ອງນີ້ ໃຫ້ເກີນຄວາມເປັນຈິງ.

"ປະເທດທີ່ກ່ຽວຂ້ອງ ບໍ່ແມ່ນຄູ່ກໍຣະນີໃນປັນຫາທະເລຈີນໃຕ້ ແລະບໍ່ມີສິດແຊກແຊງ ປັນຫາທາງທະເລລະຫວ່າງປະເທດທີ່ກ່ຽວຂ້ອງໂດຍກົງ. ໃຜກໍສາມາດເຫັນໄດ້ວ່າ ເມື່ອມີຄວາມວຸ້ນວາຍເລັກນ້ອຍໃນທະເລ, ມັກຈະເປັນປະເທດຈຳນວນນ້ອຍ ທີ່ອອກມາຕໍ່ຕ້ານຈີນດ້ວຍສຽງດັງ ໂດຍບໍ່ໄດ້ແຍກແຍະ ລະຫວ່າງຄວາມຖືກຫຼືຜິດ."

ຄວາມເຄັ່ງຕຶງ ກ່ຽວກັບການປະຕິບັດການທາງທະຫານຂອງຈີນ ໃນພູມິພາກ ກໍໄດ້ເພີ່ມຂຶ້ນໃນຕົ້ນເດືອນນີ້ ເມື່ອ Beijing ໄດ້ທົດສອບຂີປະນາວຸດ ໃນພູມິພາກ Pacific.

ການທົດລອງຍິງຂີປະນາວຸດ ທີ່ມີຄວາມສາມາດອາວຸດນິວເຄລັຍ ເຂົ້າສູ່ນ່ານນ້ຳໃກ້ Tuvalu ຖືກອະທິບາຍ ໂດຍຜູ້ນໍາອອສເຕຣເລັຍ ແລະພາຊິຟິກວ່າ 'ສ້າງຄວາມສັ່ນຄອນ', ແຕ່ຜູ້ນໍາໃນ Beijing ກັບເອີ້ນວ່າເປັນເລື້ອງ 'ປົກກະຕິ'.

ໃນຂນະທີ່ອອສເຕຣເລັຍ ເນັ້ນເຖິງຄວາມຈໍາເປັນ ຂອງການກົດດັນຈາກທົ່ວໂລກຕໍ່ຈີນ ໃຫ້ປະຕິບັດຕາມກົດຫມາຍລະຫວ່າງປະເທດ , Penny Wong ກ່າວວ່າ ລາວຈະບໍ່ຕັດຄວາມເປັນໄປໄດ້ ທີ່ຈະມີການເພີ່ມການລາດຕະເວນຮ່ວມ ໃນທະເລຈີນໃຕ້.

"ພວກເຮົາກັງວົນ ກ່ຽວກັບຄວາມຮຸນແຮງບາງຢ່າງ ທີ່ພວກເຮົາກຳລັງເຫັນ. ພວກເຮົາກັງວົນ ກ່ຽວກັບພຶດຕິກັມທີ່ສ້າງຄວາມບໍ່ໝັ້ນຄົງບາງຢ່າງ ທີ່ພວກເຮົາກໍາລັງເຫັນ. ແລະປະເທດໃນພູມິພາກນີ້ ມີທາງເລືອກວ່າ ພວກເຮົາທຸກຄົນຈະຕອບສນອງຢ່າງໃດຕໍ່ເຫດການນັ້ນ. ແລະອອສເຕຣເລັຍເຊື່ອວ່າ ພວກເຮົາຄວນຕອບສນອງ ຕໍ່ສິ່ງນັ້ນ ໂດຍການເຮັດວຽກເພື່ອສັນຕິພາບ ແລະຄວາມໝັ້ນຄົງ, ໂດຍການຮ້ອງຂໍ ແລະສົ່ງເສີມການປະຕິບັດ ຕາມກົດຫມາຍລະຫວ່າງປະເທດ ແລະການປະຕິບັດຢ່າງປອດພັຍ ທັງໃນທະເລ ແລະໃນອາກາດ."

ໃນຂນະທີ່ ຈີນພະຍາຍາມຫຼຸດຄ່າຄວາມສຳຄັນ ຂອງການປະຕິບັດການທາງທະຫານຄັ້ງຫຼ້າສຸດໃນພູມິພາກ ວ່າເປັນເລື້ອງ 'ປົກກະຕິ', ແຕ່ບາງຝ່າຍເຫັນວ່າ ການກະທໍາເຫຼົ່ານີ້ ເປັນການທົດສອບ.

ສໍາລັບອອສເຕຣເລັຍ ແລະພັນທະມິດໃນພູມິພາກ, ການຮຸກຮານທາງທະຫານ ທີ່ບໍ່ຖືກຄວບຄຸມໃນທະເລຈີນໃຕ້ ອາດຈະສ້າງຕົວຢ່າງທີ່ອັນຕະຣາຍ.

Maria Theresa Lazaro ຣັດຖະມົນຕີການຕ່າງປະເທດຟິລິບປິນ ແລະປະທານ ASEAN ກ່າວວ່າ ການຮ່ວມມືດ້ານມາດຕະຖານສາກົນ ເປັນສິ່ງສໍາຄັນ ໃນການຮັກສາຄວາມໝັ້ນຄົງໃນພູມິພາກ.

"ພວກເຮົາ ເຄົາຣົບຫຼັກການພື້ນຖານທີ່ພວກເຮົາໄດ້ຊີ້ນໍາ ASEAN ດ້ວຍຄວາມສໍາເຣັດ ມາເປັນເວລາຫ້າທົດສະວັດ. ການເຄົາຣົບອະທິປະໄຕຂອງກັນແລະກັນ, ບໍ່ແຊກແຊງ ການແກ້ໄຂຄວາມຂັດແຍ້ງຢ່າງສັນຕິ.ມາດຕະຖານ ທີ່ຜ່ານການທົດສອບເຫຼົ່ານີ້ ຍັງຄົງເປັນຮາກຖານຂອງຄວາມໝັ້ນຄົງ ໃນພູມິພາກຂອງເຮົາ ເພື່ອຮັບປະກັນວ່າ ລະບຽບວິນັຍຂອງເຮົາ ຈະຢູ່ໄດ້ຢ່າງແຂງແຮງ ຕໍ່ບັນຫາຕ່າງໆ. ພວກເຮົາເດີນຕາມທາງເສັ້ນນີ້ຮ່ວມກັນ ເພາະການຮ່ວມມື ບໍ່ແມ່ນທາງເລືອກອີກຕໍ່ໄປ, ແຕ່ແມ່ນຄວາມຈໍາເປັນທາງຍຸດທະສາດ."

ໃນຂນະທີ່ອອສເຕຣເລັຍ ພະຍາຍາມຕໍ່ຕ້ານອິດທິພົນຂອງຈີນ ໃນພູມິພາກ, ຣັສເຊັຍກໍກໍາລັງພະຍາຍາມຂຍາຍຄວາມສໍາພັນ ໃນກຸ່ມນີ້ເຊັ່ນກັນ.

ກ່ອນການປະຊຸມສຸດຍອດ, ປະທານາທິບໍດີ Vladimir Putin ໄດ້ຕ້ອນຮັບຜູ້ນໍາ ASEAN ໃນການປະຊຸມສອງມື້ ທີ່ເມືອງ Kazan, ຊຶ່ງເປັນພື້ນທີ່ອຸດສາຫະກັມສໍາຄັນ ທີ່ຮູ້ຈັກກັນໃນອະດີດ ວ່າເປັນສະພານເຊື່ອມຣັສເຊັຍ ກັບເອເຊັຍ.

ໃນການກ່າວປາຖະກະຖາ ທີ່ການປະຊຸມສຸດຍອດ ASEAN, ຣັດຖະມົນຕີການຕ່າງປະເທດຣັສເຊັຍ Sergey Lavrov ກ່າວວ່າ ມີໂອກາດຫຼາຍ ສໍາລັບຣັສເຊັຍ ແລະ ASEAN ໃນການຮ່ວມມືກັນ.

"ໃນສ່ວນຂອງເຮົາ, ພວກເຮົາສນັບສນູນບົດບາດສໍາຄັນຂອງ ASEAN ໃນທຸກໆເລື່ອງ ໃນລະດັບພູມິພາກຢ່າງຕໍ່ເນື່ອງ. ພວກເຮົາໄດ້ມີສ່ວນສຳຄັນ ໃນການເສີມສ້າງລະບົບຄວາມສໍາພັນ ລະຫວ່າງຣັດທີ່ສ້າງຂຶ້ນ ຮອບການຮ່ວມມື, ຊຶ່ງຕັ້ງຢູ່ເທິງຫຼັກການຂອງກົດຫມາຍສາກົນ, ຄວາມເປີດກວ້າງ, ຄວາມເທົ່າທຽມ ແລະຂ້າພະເຈົ້າ ຢາກເນັ້ນເຖິງຜົນປໂຍດຂອງຜູ້ເຂົ້າຮ່ວມທຸກຄົນ."

ໃນຂນະທີ່ສະມາຊິກ ASEAN ບາງປະເທດເຊັ່ນ the Philippines ຖືກເບິ່ງວ່າ ມີຄວາມສໍາພັນໃກ້ຊິດກັບສະຫະຣັດ, ບາງປະເທດ ຍັງຄົງມີຄວາມສໍາພັນທາງການຄ້າ ແລະຄວາມໝັ້ນຄົງຢ່າງແຂງແຮງ ກັບຈີນ ແລະຣັສເຊັຍ.

Penny Wong ກ່າວວ່າ ໃນຂນະທີ່ອອສເຕຣເລັຍ ຈະສນັບສນູນສະຫະຣັດອາເມຣິກາຕໍ່ໄປ, ຄວາມໝັ້ນຄົງໃນພູມິພາກ ຈະບໍ່ສາມາດເກີດຂຶ້ນໄດ້ ຈາກການຄອບງຳ.

"ພວກເຮົາບໍ່ຕ້ອງການ ໃຫ້ອໍານາດໃດຫນຶ່ງກໍານົດເງື່ອນໄຂຂອງອະນາຄົດຂອງພວກເຮົາ. ສິ່ງທີ່ພວກເຮົາຕ້ອງການ ຄືດຸນອໍານາດທີ່ບໍ່ມີປະເທດໃດຄອບງໍາ ແລະບໍ່ມີປະເທດໃດຖືກຄອບງໍາ, ພູມິພາກທີ່ມີ ASEAN ເປັນສູນກາງ, ພູມິພາກ ທີ່ມີລັກສນະໂດຍຫຼັກການ ໃນທັດສະນະຂອງ ASEAN ຕໍ່ Indo-Pacific."

ລາຍງານໂດຍ Sydney Lang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌http://sbs.com.au/lao         

ທ່ານຍັງສາມາດຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now