ການຄົ້ນຄວ້າກ່ຽວກັບ ໂຣກ Motor Neurone Disease ໄດ້ລະບຸກຸ່ມໂຣກທົ່ວອອສເຕຣເລັຍ - ກະຕຸ້ນໃຫ້ຣັດຫນຶ່ງ ດໍາເນີນການຄັ້ງທໍາອິດໃນໂລກ. ການຄົ້ນຄວ້າທີ່ເກີດຂຶ້ນຈາກອອສເຕຣເລັຍ ແລະຕ່າງປະເທດ ເປັນສິ່ງທີ່ໜ້າສົນໃຈ ແລະໜ້າກັງວົນ. ທີມຂອງສາດສະດາຈານ Rowe ພົບວ່າ ຈໍານວນຜູ້ເສັຍຊີວິດຈາກ MND ໃນອອສເຕຣເລັຍ ໄດ້ເພີ່ມຂຶ້ນຫຼາຍກວ່າສາມເທົ່າ ໃນຊ່ວງ 37 ປີທີ່ຜ່ານມາ, ຈາກ 238 ກໍຣະນີໃນປີ 1986 ເປັນ 781 ກໍຣະນີໃນປີ 2023. ນອກນີ້, ມັນຍັງພົບຫຼັກຖານກ່ຽວກັບປັດຈັຍຄວາມສ່ຽງດ້ານສິ່ງແວດລ້ອມ, ຮວມທັງການສໍາຜັດກັບໂລຫະ, ສານກໍາຈັດສັດຕູພືດ, ການບາດເຈັບທີ່ຫົວ ແລະການຕິດເຊື້ອໄວຣັສ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ໂຣກປະສາດການເຄື່ອນໄຫວ (Motor Neurone Disease).
ໂຣກໃດ ທີ່ມີອັດຕາການເສັຍຊີວິດປະຈໍາປີ ທີ່ຄິດເປັນສອງໃນສາມ ຂອງການເສັຍຊີວິດ ໃນຖນົນຂອງປະເທດ - ແລະກໍາລັງສູງຂຶ້ນ?
ໂຣກດຽວກັນນີ້ມີຜູ້ປ່ວຍ ແລະຜູ້ສນັບສນູນທີ່ມີຊື່ສຽງຫຼາຍ ທັງໃນປະເທດແລະທົ່ວໂລກ - ແຕ່ພວກເຮົາ ຍັງບໍ່ຮູ້ສາເຫດວ່າເປັນຫຍັງ ສ່ວນໃຫຍ່ຂອງກໍຣະນີຈຶ່ງເກີດຂຶ້ນ.
ຕອນນີ້, ການຄົ້ນຄວ້າກ່ຽວກັບ ໂຣກ Motor Neurone Disease ໄດ້ລະບຸກຸ່ມໂຣກທົ່ວອອສເຕຣເລັຍ - ກະຕຸ້ນໃຫ້ຣັດຫນຶ່ງ ດໍາເນີນການຄັ້ງທໍາອິດໃນໂລກ.
Camille Bianchi ມີລາຍງານ.
ບໍ່ວ່າພວກເຂົາຈະເປັນແຟນ Bunnies ຫຼືຄູ່ຕໍ່ສູ້ - ທັງສນາມກິລາ Gold Coast (CBUS Super Stadium ໃນ Robina) ລຸກຢືນຂຶ້ນຢ່າງຕື່ນເຕັ້ນ ເມື່ອ Jai Arrow ຜູ້ຫຼິ້ນຂອງ Rabbitohs ໄດ້ຍ່າງລົງສນາມ ເປັນຄັ້ງທີ 99 ຂອງລາວ ໃນວັນສຸດສັບປະດາທີ່ຜ່ານມາ (29-30 ສິງຫາ).
ເປັນເວລາສາມເດືອນ ນັບຈາກການວິນິດສັຍ ແລະທີມງານຂອງລາວແນ່ໃຈວ່າ ລາວຈະບໍ່ເດີນຄົນດຽວ, ແມ່ນແຕ່ເມື່ອ "ສັດຮ້າຍ" ຂອງໂຣກປະສາດການເຄື່ອນໄຫວ (Motor Neurone Disease) ໄດ້ລັກເອົາຄວາມສາມາດນັ້ນຂອງລາວໄປ.
MND (Motor Neurone Disease) ສົ່ງຜົນກະທົບຕໍ່ປະມານ 8 ໃນ 100,000 ຄົນຂອງຊາວອອສເຕຣເລັຍ: ມັນເຮັດໃຫ້ການທໍາງານຫຼັກຂອງຮ່າງກາຍເສື່ອມສະພາບລົງ ແລະຜູ້ປ່ວຍສູນເສັຍຄວາມສາມາດໃນການຍ່າງ, ເວົ້າ ແລະຫາຍໃຈໂດຍບໍ່ຕ້ອງມີການຊ່ວຍເຫຼືອ.
ເສັ້ນທາງຈາກການວິນິດສັຍ ໄປຫາການເສັຍຊີວິດ ໂດຍສເລັ່ຍຢູ່ລະຫວ່າງ 2 ຫາ 3 ປີ.
ໂຣກ Motor Neurone Disease ຈະປ່ຽນແປງຕາມສະຖານທີ່ທ່ານອາສັຍຢູ່, ວຽກງານທີ່ທ່ານເຮັດ ແລະ ສິ່ງທີ່ທ່ານເຮັດໃນການພັກຜ່ອນສາດສະດາຈານ Dominic Rowe
ບໍ່ມີການຮັກສາ ແລະອາດຈະເປັນສິ່ງທີ່ໜ້າກັງວົນຫຼາຍກວ່ານັ້ນ - ບໍ່ຮູ້ຈັກສາເຫດທີ່ຊັດເຈນເຊັ່ນກັນ.
"90 ເປີເຊັນຂອງກໍລະນີ MND ເກີດຂຶ້ນແບບບໍ່ສມ່ຳສເມີ, ຊຶ່ງຫມາຍຄວາມວ່າ ມີສາເຫດຈາກສິ່ງແວດລ້ອມ. ດັ່ງນັ້ນ, ນີ້ແມ່ນເຫດຜົນທີ່ພວກເຮົາຕ້ອງການຂໍ້ມູນ ເພື່ອສາມາດສໍາຫຼວດລົງໄປຫາສາເຫດ (ຂອງມັນ) ແລະແນ່ນອນວ່າ ອັດຕາການເກີດຂອງໂຣກກໍເພີ່ມຂຶ້ນທຸກປີ."
ນັ້ນແມ່ນ Helen Dalton - ຜູ້ແທນອິດສຣະ ຂອງຣັດ New South Wales ໃນເຂດທີ່ຄອບຄຸມພື້ນທີ່ Riverina, ທີ່ມີຈໍານວນຜູ້ປ່ວຍໂຣກ Motor Neurone Disease ສູງກວ່າຄ່າສເລັ່ຍທົ່ວປະເທດເຖິງ 7 ເທົ່າ.
ນາງກໍາລັງຊີ້ໃຫ້ເຫັນ ສິ່ງທີ່ນາງສັງເກດເຫັນ ແລະຕອນນີ້ ມີການສຶກສາທີ່ສນັບສນູນເລື້ອງນີ້: ສະຖານທີ່ທ່ານອາສັຍຢູ່ ມີຜົນຕໍ່ຄວາມເປັນໄປໄດ້ທີ່ຈະເປັນໂຣກ MND.
ສາດສະດາຈານ Dominic Rowe - ຜູ້ຊ່ຽວຊານດ້ານໂຣກນີ້ ທີ່ມະຫາວິທະຍາລັຍ Macquarie - ໄດ້ທໍາການຄົ້ນຄວ້າ ແລະອະທິບາຍຢ່າງກົງໄປກົງມາ.
"ມັນຈະເປັນເລື້ອງທີ່ໜ້າຕົກໃຈ ສໍາລັບຄົນອອສເຕຣເລັຍທຸກຄົນ ຖ້າຮູ້ວ່າ ຖ້າທ່ານອາສັຍໃນພື້ນທີ່ຊົນນະບົດ ຫຼື ເຂດພູມີພາກຂອງອອສເຕຣເລັຍ, ທ່ານມີຄວາມເປັນໄປໄດ້ສູງກວ່າ 40 ເປີເຊັນ ໃນການເສັຍຊີວິດຈາກໂຣກ Motor Neurone Disease ຫຼາຍກວ່າຖ້າທ່ານອາສັຍຢູ່ໃນເມືອງ. ແຕ່ຈາກວຽກງານຂອງພວກເຮົາ ຊຶ່ງຍັງຄົງດໍາເນີນຢູ່, ເຖິງແມ່ນຢູ່ໃນເມືອງເອງ, ສະແດງໃຫ້ເຫັນວ່າ ໂຣກ Motor Neurone Disease ຈະປ່ຽນແປງຕາມສະຖານທີ່ທ່ານອາສັຍຢູ່, ວຽກງານທີ່ທ່ານເຮັດ ແລະ ສິ່ງທີ່ທ່ານເຮັດໃນການພັກຜ່ອນ."
ການຄົ້ນຄວ້າທີ່ເກີດຂຶ້ນຈາກອອສເຕຣເລັຍ ແລະຕ່າງປະເທດ ເປັນສິ່ງທີ່ໜ້າສົນໃຈ ແລະໜ້າກັງວົນ.
ທີມຂອງສາດສະດາຈານ Rowe ພົບວ່າ ຈໍານວນຜູ້ເສັຍຊີວິດຈາກ MND ໃນອອສເຕຣເລັຍ ໄດ້ເພີ່ມຂຶ້ນຫຼາຍກວ່າສາມເທົ່າ ໃນຊ່ວງ 37 ປີທີ່ຜ່ານມາ, ຈາກ 238 ກໍຣະນີໃນປີ 1986 ເປັນ 781 ກໍຣະນີໃນປີ 2023.
ນອກນີ້, ມັນຍັງພົບຫຼັກຖານກ່ຽວກັບປັດຈັຍຄວາມສ່ຽງດ້ານສິ່ງແວດລ້ອມ, ຮວມທັງການສໍາຜັດກັບໂລຫະ, ສານກໍາຈັດສັດຕູພືດ, ການບາດເຈັບທີ່ຫົວ ແລະການຕິດເຊື້ອໄວຣັສ.
ແລະຜົນການຄົ້ນພົບເຫຼົ່ານີ້ ແມ່ນເຫດຜົນທີ່ເຮັດໃຫ້ MND (ຕັ້ງແຕ່ 1 ກັນຍາ 2026) ກາຍເປັນໂຣກທີ່ຕ້ອງແຈ້ງ ໃນຣັດ New South Wales, ມັນຫມາຍຄວາມວ່າ ຜູ້ປ່ວຍຈະຖືກລົງທະບຽນ, ຕິດຕາມ ແລະເກັບຮວບຮວມ ແລະເຮັດແຜນທີ່ຂໍ້ມູນ.
ສາດສະດາຈານ Rowe ມີຜູ້ປ່ວຍ 270 ຄົນ.
Ron Hobden - "Hobbo" - ແມ່ນຫນຶ່ງໃນຈຳນວນນັ້ນ.
"ເມື່ອຂ້ອຍເຫັນ Hobbo ເທື່ອທໍາອິດເມື່ອສອງປີເຄິ່ງກ່ອນ, ຖ້າຂ້ອຍໄດ້ຮັບການບໍາບັດແບບທັມມະດາ ຂ້ອຍສາມາດບອກລາວໄດ້ວ່າ 'ບໍ່ເປັນຫຍັງ Hobbo, ຂ້ອຍຢູ່ຄຽງຂ້າງເຈົ້າ'. ຂ້ອຍຍັງບໍ່ມີສິ່ງນັ້ນ, ນັ້ນແມ່ນສິ່ງທີ່ລະບົບແຈ້ງເຕືອນນີ້ ຈະຊ່ວຍໃຫ້ພວກເຮົາເຮັດໄດ້. ເພື່ອຄົ້ນຫາກົນໄກ ແລະສາເຫດ ຂອງໂຣກປະສາດການເຄື່ອນໄຫວແບບບໍ່ຕໍ່ເນື່ອງ (Sporadic Motor Neurone Disease)."
Hobbo ບໍ່ສາມາດເຂົ້າຮ່ວມການປະກາດຂອງຣັດຖະບານ New South Wales ທີ່ Sydney ໄດ້ - ແລະພັນລະຍາຂອງລາວ Annie Hobden ໄດ້ເວົ້າແທນລາວ ແລະຄອບຄົວ.
"ພວກເຮົາກໍຕົກໃຈເຊັ່ນກັນ, ຕອນ Hobbo ຖືກວິນິດສັຍເມື່ອ 3 ປີກ່ອນວ່າມັນບໍ່ມີຢູ່. ເປັນຫຍັງພວກເຮົາຈຶ່ງບໍ່ຮູ້, ເປັນຫຍັງ MND ເກີດຂຶ້ນໃນສະຖານທີ່ເຊັ່ນ the Murray. ພວກເຮົາຍ້າຍມາຈາກ Gunnedah, ຈາກ ພູມີພາກ New South Wales ແລະພວກເຮົາມີຄວາມລຳບາກໃນການຕັດສິນໃຈທີຍ້າຍມາຢູ່ນີ້ ເພາະພວກເຮົາຕ້ອງການ ການດູແລທີ່ດີທີ່ສຸດ ຊຶ່ງບໍ່ສາມາດເຂົ້າເຖິງບໍຣິການໃນ Gunnedah. ດັ່ງນັ້ນທະບຽນຂໍ້ມູນນີ້ ຈະຊ່ວຍສ້າງບໍຣິການ ແລະໂຄງສ້າງພື້ນຖານທີ່ດີກວ່າ ສໍາລັບຄົນຢ່າງພວກເຮົາ."
ນອກນີ້, ມັນຍັງພົບຫຼັກຖານກ່ຽວກັບປັດຈັຍຄວາມສ່ຽງດ້ານສິ່ງແວດລ້ອມ, ຮວມທັງການສໍາຜັດກັບໂລຫະ, ສານກໍາຈັດສັດຕູພືດ, ການບາດເຈັບທີ່ຫົວ ແລະການຕິດເຊື້ອໄວຣັສ.ສາດສະດາຈານ Rowe
ຣັດຖະມົນຕີສາທາຣະນະສຸກຂອງຣັດ New South Wales, ທ່ານ Ryan Park ກ່າວວ່າ ທະບຽນນີ້ຈະສ້າງຖານຂໍ້ມູນທີ່ແໜ້ນໜາ ແລະໃຫ້ຄວາມຮູ້ທີ່ສຳຄັນຢ່າງຫຼາຍ.
"ແລ້ວຄົນທີ່ທຳການຄົ້ນຄວ້າ, ເຊັ່ນສາດສະດາຈານ Rowe, ເຊັ່ນທີມງານທີ່ຫ້ອງຄົ້ນຄວ້າຂອງສາດສະດາຈານ Ubery ໃນມະຫາວິທະຍາລັຍ Wollongong ຈະສາມາດເຂົ້າເຖິງຂໍ້ມູນນັ້ນ ຜ່ານການອະນຸມັດດ້ານຈະຣິຍະທັມ (Ethics) ເພື່ອຮຽນຮູ້ກ່ຽວກັບສິ່ງນັ້ນ ແລະໄດ້ຮູບພາບທີ່ດີກວ່າວ່າກໍາລັງເກີດຫຍັງຂຶ້ນ, ເປັນເພາະຫຍັງ, ມັນເກີດຂຶ້ນຢູ່ໃສ ແລະເກີດຂຶ້ນກັບໃຜ."
ພວກເຮົາຮູ້ຢູ່ແລ້ວວ່າ ມັນບໍ່ໄດ້ເກີດຂຶ້ນພຽງແຕ່ໃນ New South Wales.
ນີ້ແມ່ນເຫດຜົນທີ່ຄອບຄົວ Hobden ເປັນຫນຶ່ງໃນຜູ້ນໍາ ໃນການຮຽກຮ້ອງການລົງທະບຽນລະດັບປະເທດ ສໍາລັບໂຣກ Motor Neurone Disease.
" Hobbo ແລະຂ້ອຍຢາກຈະເວົ້າວ່າ, ຖ້າ New South Wales ສາມາດເຮັດໄດ້, ເປັນເພາະຫຍັງພາກອື່ນຂອງອອສເຕຣເລຍຈຶ່ງເຮັດບໍ່ໄດ້? MND ບໍ່ຢຸດຢູ່ທີ່ເຂດແດນຂອງຣັດ, ດັ່ງນັ້ນເປັນຫຍັງເຮົາຈຶ່ງຕ້ອງຢຸດ?"
ເອກກະສານຂອງມະຫາວິທະຍາລັຍ Macquarie - ທີ່ຕີພິມໂດຍ Rowe ໃນເດືອນພຶດສະພາ (2026) - ໄດ້ສເນີເຫດຜົນສໍາລັບແຜນລະດັບຊາດ.
ຜົນການສຶກສາພົບວ່າ ຄົນທີ່ອາສັຍໃນ Tasmania ມີຄວາມເປັນໄປໄດ້ສູງກວ່າ 40 ເປີເຊັນ ໃນການເສັຍຊີວິດຈາກ MND ຫຼາຍກວ່າຄົນໃນ New South Wales.
ຊາວ South Australians ມີອັດຕາການເສັຍຊີວິດ ສູງອັນດັບສອງຂອງປະເທດ.
ເປັນຫຍັງ?
ນັ້ນແມ່ນ ຈຸດທີ່ການຄົ້ນຄວ້າ ເຂົ້າມາມີບົດບາດ.
ນັບຕັ້ງແຕ່ Jai Arrow ເປີດເຜີຍການວິນິດສັຍຂອງຕົນ - ລາວໄດ້ຮັບເງິນສນັບສນູນ 1 ລ້ານໂດລາ.
ແລະລາວໄດ້ເຮັດຄືກັນກັບນັກກິລາອີກຄົນໜຶ່ງ: ນັກກິລາ AFL ທີ່ຍິ່ງໃຫຍ່, Neale Daniher ຜູ້ທີ່ເສັຍຊີວິດໃນເວລາທີ່ Arrow ໄດ້ຖືກວິນິດສັຍໃນເດືອນພຶດສະພາ (2026).
ພາຍໃນປີນີ້, ງານ Big Freeze ຂອງ Daniher ໄດ້ລະດົມເງິນທຶນຫຼາຍກວ່າ 115 ລ້ານໂດລາ ສໍາລັບການຄົ້ນຄວ້າ MND ຜ່ານອົງກອນການກຸສົນຂອງລາວຊື່ວ່າ: Fight MND.
ແລະກ່ອນທີ່ລາວຈະເສັຍຊີວິດ, ລາວໄດ້ສູນເສັຍສຽງຂອງລາວແລ້ວ, ແຕ່ຄວາມຕ້ອງການຂອງລາວ ຍັງເປັນໄຟທີ່ແຮງກ້າ ໃນຖານະອອສເຕຣເລຍດີເດັ່ນປີ 2025, ຫຼັງຈາກການວິນິດສັຍມາເປັນເວລາ 12 ປີ.
"ມັນໄດ້ເຮັດໃຫ້ໄຟໃນໃຈຂ້ອຍລຸກຂຶ້ນ, ຄວາມມຸ່ງໝັ້ນ ທີ່ຈະຕໍ່ສູ້ເພື່ອຜູ້ທີ່ກໍາລັງໄດ້ຮັບຜົນກະທົບ ແລະຜູ້ທີ່ຈະປະເຊີນກັບມັນຫຼັງຈາກຂ້ອຍ."
ຄວາມມຸ່ງໝັ້ນນີ້ ຖືກແບ່ງປັນກັບຫຼາຍຄົນ.
ລາຍງານໂດຍ Camille Bianchi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






