SKIP TO MAIN CONTENT

ວິກິດຕົວຕົນ (Identity Crisis) ຂອງອຸດສາຫະກັມເພັດ

Diamonds, close-up
ເພັດທີ່ຜລິດໃນຫ້ອງທົດລອງ (Laboratory) ລາຄາຈະຖືກກວ່າເພັດທັມມະຊາດແລະສາມາດຜລິດໄດ້ ໃນເວລາພຽງແຕ່ເປັນອາທິດເທົ່ານັ້ນ. Credit: Scott Kleinman/Getty Images

ລາຄາເພັດທັມມະຊາດໄດ້ຫຼຸດລົງ ເມື່ອເພັດທີ່ຜລິດໃນຫ້ອງທົດລອງ ກໍາລັງໄດ້ຮັບຄວາມນິຍົມສູງຂຶ້ນ. ທັງດ້ານຮູບຮ່າງ (Physical) ແລະ ແສງສີ (Optical) ທີ່ຄືກັນ, ມັນອາດຈະມີລາຄາປະມານຫນຶ່ງໃນສິບ ແລະຕອນນີ້ສາມາດຜລິດໃນປະຣິມານຫຼາຍໄດ້ແລ້ວ. ການເຕີບໃຫຍ່ຂອງເພັດພວກນີ້ ກໍາລັງທ້າທາຍເລື່ອງການຕລາດ ທີ່ປະສົບຄວາມສໍາເລັດທີ່ສຸດໃນໂລກ. ຍັງມີອີກຫຼາຍປັດຈັຍທີ່ເປັນສາເຫດ: ຈະຣິຍະທັມ (Ethics), ລາຄາຂອງພະລັງງານໃນການຜລິດ ແລະ ຄວາມນິຍົມ.


Published

By Josie Harvey

Presented by Sak Phoumirath

Source: SBS


Skip to podcast episode content

ລາຄາເພັດທັມມະຊາດໄດ້ຫຼຸດລົງ ເມື່ອເພັດທີ່ຜລິດໃນຫ້ອງທົດລອງ ກໍາລັງໄດ້ຮັບຄວາມນິຍົມສູງຂຶ້ນ. ທັງດ້ານຮູບຮ່າງ (Physical) ແລະ ແສງສີ (Optical) ທີ່ຄືກັນ, ມັນອາດຈະມີລາຄາປະມານຫນຶ່ງໃນສິບ ແລະຕອນນີ້ສາມາດຜລິດໃນປະຣິມານຫຼາຍໄດ້ແລ້ວ. ການເຕີບໃຫຍ່ຂອງເພັດພວກນີ້ ກໍາລັງທ້າທາຍເລື່ອງການຕລາດ ທີ່ປະສົບຄວາມສໍາເລັດທີ່ສຸດໃນໂລກ. ຍັງມີອີກຫຼາຍປັດຈັຍທີ່ເປັນສາເຫດ: ຈະຣິຍະທັມ (Ethics), ລາຄາຂອງພະລັງງານໃນການຜລິດ ແລະ ຄວາມນິຍົມ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ວິກິດຕົວຕົນ (Identity Crisis) ຂອງອຸດສາຫະກັມເພັດ

ອຸດສາຫະກັມເພັດ ກໍາລັງປະເຊີນກັບ ວິກິດຕົວຕົນ (Identity Crisis).

ລາຄາເພັດທັມມະຊາດໄດ້ຫຼຸດລົງ ເມື່ອເພັດທີ່ຜລິດໃນຫ້ອງທົດລອງ ກໍາລັງໄດ້ຮັບຄວາມນິຍົມສູງຂຶ້ນ. ທັງດ້ານຮູບຮ່າງ (Physical) ແລະ ແສງສີ (Optical) ທີ່ຄືກັນ, ມັນອາດຈະມີລາຄາປະມານຫນຶ່ງໃນສິບ ແລະຕອນນີ້ສາມາດຜລິດໃນປະຣິມານຫຼາຍໄດ້ແລ້ວ.

ການເຕີບໃຫຍ່ຂອງເພັດພວກນີ້ ກໍາລັງທ້າທາຍເລື່ອງການຕລາດ ທີ່ປະສົບຄວາມສໍາເລັດທີ່ສຸດໃນໂລກ.

Josie Harvey ລາຍງານ.

ໃນອະດີດ, ແຫວນຫມັ້ນເພັດ ເປັນສັນຍາລັກຂອງອໍານາດ ຂອງສະຖານະທາງສັງຄົມ: ເພັດທີ່ໃຫຍ່ເທົ່າໃດ ຍິ່ງມີຊື່ສຽງຫຼາຍຂຶ້ນເທົ່ານັ້ນ.

ໃນທຸກມື້ນີ້, ເຈົ້າຂອງແຫວນທີ່ລົງໃນສື່ສານມວນຊົນ ມັກຈະສະແດງຄວາມຄິດທີ່ແຕກຕ່າງເຊັ່ນວ່າ: "ນີ້ເບິ່ງຄືໃຫຍ່ໂພດໄປບໍ່?"

ອຸດສາຫະກັມເພັດ ໄດ້ຜ່ານການປ່ຽນແປງ ຢ່າງບໍ່ເຄີຍເກີດຂຶ້ນໃນຫຼາຍປີທີ່ຜ່ານມາ ເນື່ອງຈາກເພັດທີ່ຜລິດໃນຫ້ອງທົດລອງ ກາຍເປັນເພັດທີ່ຖືກກວ່າ, ໄດ້ຮັບຄວາມນິຍົມຫຼາຍຂຶ້ນ ແລະເກືອບບໍ່ມີຂີດຈໍາກັດດ້ານປະຣິມານ.

ນັບຕັ້ງແຕ່ຕົ້ນປີ 2022, ລາຄາເພັດທັມມະຊາດ 1 ກາຣັຕ (Carat) ໄດ້ຫຼຸດລົງຫຼາຍກວ່າ 50 ເປີເຊັນ, ຕາມຂໍ້ມູນອຸດສາຫະກັມຂອງສະຫະຣັດ.

ຄວາມສຳຄັນຂອງການປ່ຽນແປງນີ້ ແມ່ນຜລິດຕະພັນທີ່ມີລັກສະນະທາງຟິຊິກ ແລະເຄມີທີ່ຄືກັນ: ເພັດທີ່ຖືກສ້າງຂຶ້ນໂດຍນັກວິທະຍາສາດ ແທນທີ່ຈະເກີດຂຶ້ນຢູ່ພາຍໃຕ້ພື້ນຜິວໂລກ ເປັນເວລາຫຼາຍພັນລ້ານປີ.

"ສິ່ງທີ່ເກີດຂຶ້ນຄື ເທັກໂນໂລຈີໃນການຜລິດເພັດເຫຼົ່ານັ້ນ ໄດ້ພັດທະນາຢ່າງໄວ, ແລະລາຄາໃນການຜລິດເພັດ ໄດ້ຫຼຸດລົງຢ່າງຫຼາຍ. ແລະເມື່ອລາຄາຫຼຸດລົງ, ນັ້ນແມ່ນເວລາ ທີ່ຂ້ອຍເຫັນຄວາມຕ້ອງການຂອງຜູ້ບໍຣິໂພກເພີ່ມຂຶ້ນ ສໍາລັບເພັດທີ່ຜລິດ, ແລະຂ້ອຍຄຶດວ່າ ນັ້ນເກີດຂຶ້ນຢ່າງຫຼາຍໃນຊ່ວງຫ້າປີທີ່ຜ່ານມາ."

ນັ້ນແມ່ນ Paul Zimnisky, ນັກວິເຄາະອຸດສາຫະກັມເພັດຊັ້ນນໍາ ທີ່ຕັ້ງຢູ່ New York.

ຕາມຂໍ້ມູນຂອງລາວ, ໃນປີ 2016, ເພັດທັມມະຊາດນ້ຳຫນັກ 1 ກາຣັຕ (Carat) ຈະຂາຍໃນສະຫະຣັດອາເມຣິກາ ດ້ວຍລາຄາປະມານ $9,400. ໃນຂນະທີ່ເພັດທີ່ຜລິດໃນຫ້ອງທົດລອງ ຈະມີລາຄາຖືກກວ່າ ປະມານ $1,600.

ປັດຈຸບັນ, ເພັດທັມມະຊາດ ມີລາຄາຂາຍຍ່ອຍທີ່ $4,900 ໃນຂນະທີ່ເພັດທີ່ຜລິດໃນຫ້ອງທົດລອງ ທີ່ມີນ້ຳໜັກເທົ່າກັນ ສາມາດຊື້ໄດ້ຕໍ່າກວ່າ $850.

ພຽງສິບປີກ່ອນ, ເພັດທີ່ຜລິດໃນຫ້ອງທົດລອງ ມີສັດສ່ວນນ້ອຍໃນ ຕລາດໂລກ.

ແຕ່ເມື່ອການຜລິດເພີ່ມຂຶ້ນຢ່າງໄວ ໃນຈີນ ແລະອິນເດັຍ, ລາຄາກໍຫຼຸດລົງ ແລະສິນຄ້າທີ່ເຄີຍເປັນສິນຄ້າທີ່ຫາຍາກ ກໍໄດ້ກາຍເປັນສິນຄ້າທົ່ວໄປ.

“ຂ້ອຍຢາກບອກວ່າ, ໃນຕລາດໃຫຍ່ເຊັ່ນສະຫະຣັດ, ແລະສະຫະຣັດເປັນຜູ້ບໍຣິໂພກເຄື່ອງປະດັບເພັດ ທີ່ໃຫຍ່ທີ່ສຸດໃນໂລກ, ປະມານ 60 ເປີເຊັນຂອງສັດສ່ວນໂລກ. ຂ້ອຍຄຶດວ່າ ເພັດທີ່ສ້າງຂຶ້ນໂດຍມະນຸດ ອາດຈະເປັນປະມານເຄິ່ງຫນຶ່ງ ຂອງການຂາຍເພັດທີ່ນີ້."

ສໍາລັບຕລາດເຄື່ອງປະດັບເພັດທົ່ວໂລກ, Zimnisky ປະເມີນວ່າ ເພັດທີ່ ຜລິດໃນຫ້ອງທົດລອງ ຄິດເປັນປະມານຫນຶ່ງໃນສາມຕອນນີ້.

ແຕ່ຖ້າເພັດທີ່ຜລິດໃນຫ້ອງທົດລອງ ມີຢູ່ມາຫຼາຍກວ່າ 70 ປີ, ເປັນຫຍັງຈຶ່ງໃຊ້ເວລາດົນ ກວ່າຈະປະສົບຄວາມສໍາເລັດ?

Michael Cohen ແມ່ນຜູ້ຈັດການທົ່ວໄປຂອງ the Diamond Certification Laboratory of Australia.

ລາວກ່າວວ່າ ມັນໃຊ້ເວລາຫຼາຍສິບປີ ໃນການພັດທະນາເທັກໂນໂລຈີ ທີ່ຈໍາເປັນ ໃນການຜລິດທີ່ມີຄຸນນະພາບສູງ, ແລະຍັງໃຊ້ເວລາ ຫຼາຍກວ່ານັ້ນ ເພື່ອໃຫ້ມັນສາມາດຂາຍໄດ້ໃນຕລາດ.

"ແນວຄິດເດີມ ກັບເພັດທີ່ຜລິດໃນຫ້ອງທົດລອງ ແມ່ນເພື່ອຈຸດປະສົງອຸດສາຫະກັມຫຼາຍກວ່າ. ນັ້ນເກີດຂຶ້ນໃນຊ່ວງຕົ້ນຫາກາງຊຸມປີ 50 ... ບໍ່ມີໃຜຄິດວ່າ ຈະຜັດຫີນເຫຼົ່ານັ້ນ ໃຫ້ເປັນຫີນທີ່ມີຄຸນນະພາບສູງ ຈົນກວ່າທ້າຍຊຸມປີ 80 ... ແຕ່ຖ້າຈະໄປເຖິງຈຸດທີ່ພວກເຮົາຈະກາຍເປັນອໍານາດທາງເສດຖະກິດ ໃນເລື່ອງຂນາດຂອງເພັດ, ທ່ານຈໍາເປັນຕ້ອງມີຫຼາຍກວ່າ 1 ກາຣັຕ (Carat), ແລະເພັດເຫຼົ່ານີ້ຫາ-ກວ່າຈະເກີດຂຶ້ນໃນຕົ້ນປີ 2000 ເທົ່ານັ້ນ."

ດຽວນີ້, ໂຮງງານເພັດ ສາມາດສ້າງເພັດຂນາດໃຫຍ່ ແລະເກືອບຈະບໍ່ມີບ່ອນຕິ ໃນເວລາບໍ່ເທົ່າໃດອາທິດ — ແມ່ນແຕ່ຜູ້ຊ່ຽວຊານ ກໍບໍ່ສາມາດແຍກເພັດທັມມະຊາດ ອອກຈາກເພັດທີ່ຜລິດໃນຫ້ອງທົດລອງໄດ້.

"ວິທີດຽວທີ່ຈະແຍກຄວາມແຕກຕ່າງໄດ້ ຄືຜ່ານການສລັກດ້ວຍເລເຊີ (Laser), ຊຶ່ງມັກຈະຖືກສລັກໄວ້ທີ່ຂອບເພັດ, ຫຼືຈາກໃບຢັ້ງຢືນທີ່ກ່ຽວຂ້ອງກັບເພັດ. ບໍ່ດັ່ງນັ້ນ, ທ່ານຈໍາເປັນຕ້ອງນໍາໄປຫ້ອງທົດລອງເພື່ອຮູ້ຄວາມແຕກຕ່າງ. ມັນບໍ່ສາມາດເຫັນມັນດ້ວຍຕາເປົ່າ ຜ່ານ ກ້ອງຈຸລະທັດ, ຜ່ານການທົດສອບພື້ນຖານ, ແມ່ນແມ່ນການທົດສອບທີ່ຮ້ານຄ້າຂອງທ່ານ. ພວກເຂົາບໍ່ສາມາດແຍກແຍະ ຄວາມແຕກຕ່າງໄດ້."

ເດືອນກ່ອນ, De Beers — ບໍຣິສັດທີ່ຊ່ວຍກໍານົດອຸດສາຫະກັມເພັດ ແລະຜູກຂາດອຸດສາຫະກັມນີ້ ມາຫຼາຍທົດສະວັດ — ໄດ້ຢຸດການຜລິດ ທີ່ບໍ່ເພັດໃຫຍ່ທີ່ສຸດໃນອາຟຣິກາໃຕ້.

ມັນໄດ້ອ້າງຄວາມຈໍາເປັນ ໃນການຕັດຄ່າໃຊ້ຈ່າຍ ໃນສະພາບຕລາດທີ່ທ້າທາຍ.

ນີ້ແມ່ນສັນຍານຫຼ້າສຸດ ທີ່ສະແດງວ່າ ອຸດສາຫະກັມທີ່ເຄີຍຮຸ່ງເຮືອງ ກໍາລັງມາເຖິງທາງແຍກ (Crossroads), ເມື່ອລາຄາເພັດຕົກຕໍ່າ ບັງຄັບໃຫ້ບໍຣິສັດຂຸດແຮ່ຍັກໃຫຍ່ ຕ້ອງປິດບໍ່ແຮ່ ແລະໂຄງການຕ່າງໆ.

ການເຕີບໃຫຍ່ຂອງເພັດ ທີ່ຜລິດໃນຫ້ອງທົດລອງ ໄດ້ມາພ້ອມກັບອຸປະສັກອື່ນໆຫຼາຍຢ່າງ.

ການປ່ຽນແປງການໃຊ້ຈ່າຍຂອງຜູ້ບໍຣິໂພກ, ຄ່າໃຊ້ຈ່າຍດ້ານການດໍາເນີນງານທີ່ສູງຂຶ້ນ ແລະຜົນຜລິດເພັດທີ່ຫຼຸດລົງ ກໍໄດ້ເຮັດໃຫ້ການຂຸດບໍ່ແຮ່ ມີກໍາໄລນ້ອຍລົງເຊັ່ນກັນ.

ເພື່ອຢູ່ຄວາມຢູ່ລອດ, Zimnisky ກ່າວວ່າ ອຸດສາຫະກັມຈໍາເປັນຕ້ອງຫາວິທີຊັກຊວນ ໃຫ້ຜູ້ບໍຣິໂພກໃຊ້ຈ່າຍຫຼາຍກວ່າ 10 ເທົ່າ ໃນຜລິດຕະພັນທັມມະຊາດ.

"ຂ້ອຍຄິດວ່າ ອຸດສາຫະກັມເພັດທັມມະຊາດ ຕ້ອງຮວບຮວມຕົວເອງແລະຊອກຫາວິທີ ເພື່ອສ້າງຄວາມແຕກຕ່າງ ລະຫວ່າງຜລິດຕະພັນຂອງຕົນ ຈາກເພັດທີ່ຜລິດໃນຫ້ອງທົດລອງ. ຂ້ອຍຄິດວ່າ ຍັງມີຄວາມສັບສົນຂອງຜູ້ບໍຣິໂພກຫຼາຍ ເຊິ່ງຄົນຍັງບໍ່ຮູ້ເລີຍວ່າ ຈະແຍກແຍະຄວາມແຕກຕ່າງໄດ້ຫຼືບໍ່."

De Beers, ທີ່ມີຊື່ສຽງໃນການແນະນໍາວ່າ ແຫວນໝັ້ນເພັດ ຄວນຈະມີຄ່າເທົ່າກັບເງິນເດືອນສອງເດືອນ, ກໍາລັງດຳເນີນການໃນເລື່ອງນີ້.

ບໍຣິສັດນີ້ ໄດ້ພັດທະນາເຄື່ອງກວດຄັດກອງ ທີ່ທັນສມັຍຫຼາຍຊຸດ.

ມີລາຄາຕັ້ງແຕ່ປະມານ $7,900 ຫາຫຼາຍກວ່າ $35,000, ພວກເຂົາຊ່ວຍໃຫ້ຜູ້ຂາຍເພັດ ສາມາດແຍກແຍະຄວາມແຕກຕ່າງ ລະຫວ່າງເພັດທັມມະຊາດ ແລະເພັດທີ່ຜລິດໃນຫ້ອງທົດລອງ ໂດຍການວິເຄາະລາຍເຊັນຂນາດນ້ອຍ ທີ່ເຫຼືອຈາກຂະບວນການເຕີບໂຕ ທີ່ແຕກຕ່າງກັນ ຂອງເພັດແຕ່ລະໜ່ວຍ.

ເທັກໂນໂລຈີນີ້ ເປັນສ່ວນຫນຶ່ງຂອງຄວາມພະຍາຍາມທົ່ວໄປ ຂອງບໍຣິສັດ ໃນການໂນ້ມນ້າວຜູ້ບໍຣິໂພກວ່າ ຕົ້ນກໍາເນີດຂອງເພັດ ສ່ວນປະກອບຂອງມັນ ບໍ່ແມ່ນສິ່ງສໍາຄັນ.

ແຕ່ສໍາລັບຜູ້ບໍຣິໂພກບາງຄົນ, ການເຂົ້າໃຈຄວາມແຕກຕ່າງ ບໍ່ໄດ້ປ່ຽນແປງພຶດຕິກັມການຊື້.

"ໃນດ້ານຂອງອາຍຸຂອງມັນ, ຂ້ອຍຍັງຄົງພົບວ່າ (ເພັດ) ທັມມະຊາດ, ເມື່ອຂ້ອຍເບິ່ງມັນ, ຂ້ອຍຄິດວ່າ, 'ໂອ້, ມັນເກີດຂຶ້ນຫຼາຍລ້ານປີກ່ອນຂ້ອຍ, ແລະອາດຈະຢູ່ອີກຫຼາຍລ້ານປີຫຼັງຈາກຂ້ອຍ.' ດັ່ງນັ້ນ ໃນຈຸດນັ້ນ, ຫ້ອງທົດລອງບໍ່ສາມາດແຂ່ງຂັນກັບມັນໄດ້."

ນັ້ນແມ່ນ Ms.  Elangovan, ອາຍຸ 33 ປີ ຊາວ Canberra. ຕລອດສິບປີທີ່ຜ່ານມາ, ນາງໄດ້ສະສົມແຫວນເພັດຫຼາຍກວ່າ 10 ວົງ ທີ່ມີທັງເພັດທັມມະຊາດ ແລະ ເພັດທີ່ຜລິດໃນຫ້ອງທົດລອງ.

ເຖິງແມ່ນນາງຈະມີຄວາມສົນໃຈ ໃນປວັດສາດຂອງເພັດທັມມະຊາດ, ແຕ່ໃນປັດຈຸບັນ, ນາງເລືອກເພັດທີ່ຜລິດໃນຫ້ອງທົດລອງ.

"ເມື່ອຂ້ອຍອາຍຸຫຼາຍຂຶ້ນ ຂ້ອຍເລືອກເພັດທີ່ຜລິດໃນຫ້ອງທົດລອງ ຍ້ອນປັດຈັຍທີ່ສໍາຄັນທີ່ສຸດ....ຄືລາຄາ. ແຕ່ເມື່ອຂ້ອຍຮູ້ຫຼາຍ ກ່ຽວກັບຈະຣິຍະທັມ (Ethics) ທີ່ກ່ຽວກັບເພັດທັມມະຊາດ, ຂ້ອຍເລີ່ມສົນໃຈຕໍ່ ເພັດທີ່ຜລິດໃນຫ້ອງທົດລອງຫຼາຍຂຶ້ນ... ອີກເຫດຜົນຫນຶ່ງຄື ເພັດທັມມະຊາດຈະມີສິ່ງເຈືອປົນ, ແລະເພັດທົ່ວໄປທີ່ທ່ານໄດ້ມາ, ມັນບໍ່ສວຍງາມເທົ່າໃດ ຖ້າບໍ່ມີເງິນຫຼາຍພັນໂດລາ. ແຕ່ອັນທີ່ເຮັດໃນຫ້ອງທົດລອງນັ້ນສຸດຍອດຫຼາຍ. ດ້ວຍລາຄາບໍ່ເຖິງຫນຶ່ງໃນສີ່, ປະມານຫນຶ່ງໃນສິບຂອງລາຄາຂອງທັມມະຊາດ, ຂ້ອຍສາມາດມີເພັດຈາກຫ້ອງທົດລອງ ທີ່ງາມຫຼາຍ, ເກືອບຈະບໍ່ມີຈຸດບົກພ່ອງຂ້າງໃນ, ບໍ່ມີສິ່ງເຈືອປົນ, ແລະຄວາມສົດໃສຂອງມັນກໍສຸດຍອດ."

ເມື່ອເພັດຂນາດໃຫຍ່ມີລາຄາຖືກ ແລະເຫັນໄດ້ງ່າຍໃນສື່ມວນຊົນ, ຄວາມຕ້ອງການເພັດຂນາດນ້ອຍກໍຫຼຸດລົງ.

ການອອກແບບ ທີ່ເຄີຍສງວນໄວ້ສໍາລັບຄົນມີຊື່ສຽງ ແລະມະຫາເສດຖີ ດຽວນີ້ ເປັນສິ່ງທີ່ຄົນມີລາຍໄດ້ປານກາງຫຼາຍຄົນ ກໍສາມາດເຂົ້າເຖິງໄດ້

ນີ້ແມ່ນການປ່ຽນແປງ ຂອງຄວາມຄິດເຫັນຂອງຜູ້ບໍຣິໂພກລຸ້ນໃໝ່ — ທີ່ກໍາລັງກາຍເປັນວິກິດຕົວຕົນ (Identity Crisis) ສໍາລັບອຸດສາຫະກັມເພັດທັມມະຊາດຢ່າງໄວ.

Jana Bowden ແມ່ນສາດສະດາຈານດ້ານການຕລາດແລະພຶດຕິກັມຜູ້ບໍຣິໂພກ (Marketing and Consumer  Behaviour) ທີ່ມະຫາວິທະຍາລັຍ Macquarie.

ນາງກ່າວວ່າຍີ່ຫໍ້ເຊັ່ນ De Beers ໄດ້ສ້າງພາບລັກ (Perceptions) ທີ່ຍືນຍົງໃນໃຈຜູ້ບໍຣິໂພກ ກ່ຽວກັບລາຄາຂອງເພັດ ແລະຄວາມຫມາຍຂອງມັນ.

"ຫຼາຍສ່ວນຂອງສິ່ງນີ້ ໄດ້ຖືກຂັບເຄື່ອນໂດຍຄວາມຫາຍາກ ແລະຄວາມພິເສດຂອງເພັດ, ແລະແນ່ນອນ ການຈັດສົ່ງເພັດທີ່ຖືກຄວບຄຸມໃນ ຕລາດ, ແລະໂດຍສະເພາະ De Beers ເປັນຍີ່ຫໍ້ຊັ້ນນຳ ທີ່ມີການຄວບຄຸມຕລາດແລະການຈັດຫາຫຼາຍທີ່ສຸດ."

ໃນຈຸດສູງສຸດໃນທົດສະວັດ 1980, De Beers ຄວບຄຸມຕລາດເພັດໂລກເກືອບ 90 ເປີເຊັນ.

ການຄວບຄຸມຢ່າງເຂັ້ມງວດ ຕໍ່ການສນອງຂອງເພັດຂອງໂລກ ເຮັດໃຫ້ມັນສາມາດສະສົມເພັດ ທີ່ເກີນຄວາມຈໍາເປັນ ແລະຄວບຄຸມຈໍານວນເພັດທີ່ເຂົ້າສູ່ຕລາດໃນແຕ່ລະເທື່ອ, ຊຶ່ງຊ່ວຍຮັກສາລາຄາໃຫ້ສູງ.

ດ້ວຍການຕລາດ, ບໍຣິສັດໄດ້ສ້າງຄວາມເຊື່ອວ່າ ເພັດແມ່ນຫາຍາກ, "ຕລອດໄປ", ແລະເປັນການສະແດງອອກດ້ານຄວາມຮັກຢ່າງສູງສຸດ, ເຮັດໃຫ້ແຫວນໝັ້ນເພັດ ເປັນມາດຕະຖານທາງສັງຄົມ.

"ແທ້ຈິງແລ້ວ, ພວກເຮົາໄດ້ຖືກສອນ ແລະຮຽນຮູ້ວິທີນໍາເພັດເຂົ້າໃນຊີວິດຂອງພວກເຮົາ. ນີ້ບໍ່ແມ່ນສິ່ງທີ່ເຄີຍມີຢູ່ ກ່ອນການຕລາດທີ່ ສລາດ."

Bowden ກ່າວວ່າ ຕລາດເພັດທີ່ຜລິດໃນຫ້ອງທົດລອງ ກໍາລັງດຶງດູດຜູ້ບໍຣິໂພກລຸ້ນໃຫມ່ຫຼາຍຂຶ້ນ, ເພາະພວກເຂົາ ມັກຈະມີຂີດຈໍາກັດທາງການເງິນ ແລະມີຄວາມຕື່ນໂຕດ້ານຈະຣິຍະທັມ (Ethics) ທີ່ສູງກວ່າ.

ແຕ່ນາງກ່າວວ່າ ຜ່ານການຕລາດມາຫຼາຍສິບປີ ໄດ້ເຮັດໃຫ້ເກີດຄວາມປະທັບໃຈຢ່າງຍາວນານ, ເຖິງແມ່ນເພັດຈະມີຄວາມສາມາດເຂົ້າເຖິງໄດ້ງ່າຍ ແລະມີລາຄາຖືກລົງກໍຕາມ.

"ຂ້ອຍຄິດວ່າ ເພັດຍັງຄົງເປັນສັນຍາລັກທາງຖານະ ບໍ່ວ່າລາຄາຈະເປັນແນວໃດ ແລະ ຕົ້ນກໍາເນີດຂອງເພັດຈະມາຈາກໃສກໍຕາມ. ເນື່ອງຈາກ ການສ້າງຄວາມນິຍົມ ທີ່ມາຈາກການຂຸດເພັດແບບເກົ່າ ໄດ້ຖືກຍ້າຍໄປຫາເພັດໃນຫ້ອງທົດລອງກໍຕາມ. ດັ່ງນັ້ນ ຜູ້ບໍຣິໂພກ ຍັງມີຄວາມເຊື່ອມໂຍງກັບຄວາມເປັນພິເສດ ຫຼືເປັນເຫດການສໍາຄັນ ທີ່ຂ້ອຍຄວນມີໃນຊີວິດຂອງຂ້ອຍ ສໍາລັບເຫດການສໍາຄັນເຫຼົ່ານີ້ ທີ່ກຳລັງເກີດຂຶ້ນກັບໂຕຂ້ອຍ."

ເມື່ອປະເຊີນກັບຄວາມທ້າທາຍໃນການຢູ່ລອດ, ອະນາຄົດຂອງອຸດສາຫະກັມການຂຸດເພັດ ຈຶ່ງບໍ່ຊັດເຈນ.

De Beers, ທີ່ຖືກຖືວ່າ ເປັນມາດຕະຖານສໍາລັບອຸດສາຫະກັມໂດຍຮວມ, ກໍາລັງຖືກນໍາອອກຂາຍຈາກບໍຣິສັດແມ່.

Cohen ໄດ້ເຮັດວຽກໃນອຸດສາຫະກັມນີ້ຫຼາຍກວ່າ 40 ປີ ແລະກ່າວວ່າຕອນນີ້ຈະມີ ເພັດຈາກຫ້ອງທົດລອງຢ່າງບໍ່ຈົບສິ້ນ.

ແຕ່ລາວຄາດວ່າ ລາຄາອາດຈະເພີ່ມຂຶ້ນໃນອະນາຄົດ ເມື່ອພະລັງງານຈໍານວນຫຼາຍ ທີ່ຕ້ອງໃຊ້ໃນການຜລິດມີລາຄາສູງຂຶ້ນ.

ນັ້ນອາດຈະສ້າງຄວາມກັງວົນດ້ານຈະຣິຍະທັມ (Ethics) ໃຫມ່ສໍາລັບຜູ້ບໍຣິໂພກ.

"ສ່ວນຕົວຂ້ອຍເຫັນວ່າ ອາດຈະມີບັນຫາ ເນື່ອງຈາກການຂາດແຄນພະລັງງານທົ່ວໂລກ, ແລະຜູ້ຄົນຈະບໍ່ເຂົ້າໃຈວ່າ ເປັນຫຍັງພວກເຂົາບໍ່ສາມາດເປີດເຄື່ອງປັບອາກາດໄດ້ ເນື່ອງຈາກບໍ່ມີໄຟຟ້້າ, ແຕ່ມີຂອງທີ່ບໍ່ມີປໂຍດຕ່າງໆ ຖືກຜລິດດ້ວຍພະລັງງານນັ້ນ... ເຖິງແມ່ນວ່າ ພວກເຂົາ(ເພັດ) ສະອາດ ແລະມີຈະຣິຍະທັມ (Ethics), ແລະບໍ່ມີບັນຫາເພັດເລືອດ, ບັນຫາແຮງງານທາດ, ຫຼືສິ່ງອື່ນໆກ່ຽວກັບພວກເຂົາ (ເພັດ), ແຕ່ພວກເຂົາ (ເພັດ) ຈະໃຊ້ພະລັງງານ ທີ່ສາມາດເປັນປໂຍດຫຼາຍກວ່າຫາກນຳໃຊ້ຕໍ່ສິ່ງອື່ນ."

ທ້າຍທີ່ສຸດ, ລາວເຊື່ອວ່າການຂຸດເພັດຈະສິ້ນສຸດ.

" ຂ້ອຍຄິດວ່າໃນ 10 ປີຂ້າງຫນ້າ ພວກເຮົາອາດຈະເຫັນການປິດບໍ່ເພັດ ອີກຫຼາຍແຫ່ງ. ພວກເຮົາ ອາດຈະເຫັນບາງບໍຣິສັດຮ່ວມມືກັນ ເພື່ອພະຍາຍາມຢູ່ລອດ ຈາກສິ່ງທີ່ກໍາລັງຈະເກີດຂຶ້ນ. ຂ້ອຍຄິດວ່າ ຕລາດເພັດທັມມະຊາດ ຈະສິ້ນສຸດແນ່ນອນ. ນັ້ນບໍ່ແມ່ນຈຸດສິ້ນສຸດຂອງ ຕລາດ ເພາະວ່າແຫຼ່ງເພັດທີ່ໃຫຍ່ທີ່ສຸດ ຈະບໍ່ມາຈາກບໍ່ຂຸດເພັດອີກຕໍ່ໄປ, ແຕ່ຈະມາຈາກຕລາດມືສອງ."

ສໍາລັບຄົນເຊັ່ນ Elangovan, ນີ້ແມ່ນເວລາທີ່ດີສຳລັບຄົນຮັກເພັດ.

"ນີ້ແມ່ນອຸດສາຫະກັມທີ່ນ່າສົນໃຈ. ຂ້ອຍດີໃຈ ທີ່ຍັງມີຊີວິດຢູ່ຕອນນີ້, ດັ່ງນັ້ນ ຂ້ອຍຈະໄດ້ເຄື່ອງປະດັບງາມໆ ໃນລາຄາທີ່ສາມາດເຂົ້າເຖິງໄດ້ ແລະມາຈາກແຫຼ່ງທີ່ມີຈະຣິຍະທັມ (Ethics)."

ລາຍງານໂດຍ  Josie Harvey ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now