SKIP TO MAIN CONTENT

ປັນຫາທີ່ເລີ້ມປາກົດຂຶ້ນຂອງ Donald Trump

2026 Republican Midterm Convention Dallas Texas Day 2
ປະທານາທິບໍດີສະຫະຣັດ Donald Trump Source: SIPA USA / David Pashaee/David Pashaee/Middle East Images/StringersHub/Sipa USA

ໃນຕົ້ນປີທີ່ແລ້ວ, ປະທານາທິບໍດີສະຫະຣັດ Donald Trump ໄດ້ກັບຄືນສູ່ທໍານຽບຂາວ ພ້ອມສັນຍາວ່າລາຄາສິນຄ້າຈະຕໍ່າລົງ, ມີການປິດເຂດແດນປະເທດທີ່ເຂັ້ມງວດຂຶ້ນ, ສົງຄາມຫນ້ອຍລົງ ແລະກັບຄືນສູ່ຣັດຖະບານທີ່ລາວເອີ້ນວ່າມີສາມັນສໍານຶກ. ແຕ່ຕອນນີ້, ຣັດຖະບານຂອງລາວ ກໍາລັງປະເຊີນກັບການຕອບໂຕ້ທາງການຄ້າ, ສົງຄາມທີ່ຍັງບໍ່ສິ້ນສຸດກັບອິຣານ, ຄວາມລົ້ມເຫລວທາງກົດຫມາຍ ກ່ຽວກັບການຍ້າຍຖິ່ນຖານ ແລະການລົງຄະແນນສຽງ, ແລະການຕໍ່ຕ້ານທີ່ເພີ່ມຂຶ້ນ ຈາກພາຍໃນພັກຂອງລາວເອງ.


Published

By Essam Al-Ghalib

Presented by Sak Phoumirath

Source: SBS


Skip to podcast episode content

ໃນຕົ້ນປີທີ່ແລ້ວ, ປະທານາທິບໍດີສະຫະຣັດ Donald Trump ໄດ້ກັບຄືນສູ່ທໍານຽບຂາວ ພ້ອມສັນຍາວ່າລາຄາສິນຄ້າຈະຕໍ່າລົງ, ມີການປິດເຂດແດນປະເທດທີ່ເຂັ້ມງວດຂຶ້ນ, ສົງຄາມຫນ້ອຍລົງ ແລະກັບຄືນສູ່ຣັດຖະບານທີ່ລາວເອີ້ນວ່າມີສາມັນສໍານຶກ. ແຕ່ຕອນນີ້, ຣັດຖະບານຂອງລາວ ກໍາລັງປະເຊີນກັບການຕອບໂຕ້ທາງການຄ້າ, ສົງຄາມທີ່ຍັງບໍ່ສິ້ນສຸດກັບອິຣານ, ຄວາມລົ້ມເຫລວທາງກົດຫມາຍ ກ່ຽວກັບການຍ້າຍຖິ່ນຖານ ແລະການລົງຄະແນນສຽງ, ແລະການຕໍ່ຕ້ານທີ່ເພີ່ມຂຶ້ນ ຈາກພາຍໃນພັກຂອງລາວເອງ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ປັນຫາທີ່ເລີ້ມປາກົດຂຶ້ນຂອງ Donald Trump.

ໃນຕົ້ນປີທີ່ແລ້ວ, ປະທານາທິບໍດີສະຫະຣັດ Donald Trump ໄດ້ກັບຄືນສູ່ທໍານຽບຂາວ ພ້ອມສັນຍາວ່າລາຄາສິນຄ້າຈະຕໍ່າລົງ, ມີການປິດເຂດແດນປະເທດທີ່ເຂັ້ມງວດຂຶ້ນ, ສົງຄາມຫນ້ອຍລົງ ແລະກັບຄືນສູ່ຣັດຖະບານທີ່ລາວເອີ້ນວ່າມີສາມັນສໍານຶກ.

ແຕ່ຕອນນີ້, ຣັດຖະບານຂອງລາວ ກໍາລັງປະເຊີນກັບການຕອບໂຕ້ທາງການຄ້າ, ສົງຄາມທີ່ຍັງບໍ່ສິ້ນສຸດກັບອິຣານ, ຄວາມລົ້ມເຫລວທາງກົດຫມາຍ ກ່ຽວກັບການຍ້າຍຖິ່ນຖານ ແລະການລົງຄະແນນສຽງ, ແລະການຕໍ່ຕ້ານທີ່ເພີ່ມຂຶ້ນ ຈາກພາຍໃນພັກຂອງລາວເອງ.

ພວກເຮົາພິຈາຣະນາຊ່ອງວ່າງທີ່ກວ້າງຂຶ້ນ ລະຫວ່າງຄໍາສັນຍາໃນການຫາສຽງ ແລະຄວາມເປັນຈິງຂອງການບໍຣິຫານ - ຈາກພາສີ ແລະອໍານາດສົງຄາມ ໄປຫາຫ້ອງງານລ້ຽງຂອງທໍານຽບຂາວ (White House Ballrooms) ແລະການໄຕ່ສວນທີ່ແປກປລາດໃນສະພາສູງ ກ່ຽວກັບກົດລະບຽບການຮັບສມັກພະນັກງານຂອງ FBI.

Essam Al-Ghalib ລາຍງານ.

ສໍາລັບ Donald Trump, ມັນກໍາລັງຊັດເຈນຂຶ້ນເລື້ອຍໆວ່າ ການບໍຣິຫານສະຫະຣັດອາເມຣິກາ ບໍ່ຄືກັບການບໍຣິຫານອົງກອນ Trump.

ມາເລີ່ມທີ່ປະເທດ Canada.

ນາຍົກຣັດຖະມົນຕີ Mark Carney ກ່າວວ່າ ເຄີຍມອບກະແຈທອງຂອງ White House ໃຫ້ລາວ ພ້ອມກັບການເຕືອນທີ່ຂ້ອນຂ້າງແປກ.

"ຂ້ອຍເປີດກ່ອງ, ແລະມັນແມ່ນກະແຈທອງໃຫຍ່ອັນຫນຶ່ງ. ແລະຂ້ອຍກໍຄິດວ່າ, ວ້າວ, ທ່ານປະທານາທິບໍດີ, ມັນສຸດຍອດຫຼາຍ. ລາວກ່າວວ່າ, ແມ່ນແລ້ວ, ມັນແມ່ນກະແຈເຂົ້າທໍານຽບຂາວ. ເຈົ້ານໍາມັນມາ, ເຂົາຈະເປີດໃຫ້ເຈົ້າເຂົ້າໄປ. ແລ້ວລາວກໍກ່າວວ່າ, ບາງທີເຂົາອາດຈະຍິງເຈົ້າ. ແລະນັ້ນກໍສະທ້ອນເຖິງຄວາມສໍາພັນຂອງພວກເຮົາ. ແລະນັ້ນກໍເຫມືອນກັບ Canada ກັບສະຫະຣັດ."

ຄຳເວົ້າຕລົກນັ້ນ ອາດຈະເຮັດໃຫ້ປະທານາທິບໍດີສະຫະຣັດຍິ້ມ.

ແຕ່ Donald Trump ໄດ້ກໍານົດພາສີ 50 ເປີເຊັນ ຕໍ່ສິນຄ້າ Canada ມູນຄ່າປະມານ $28 ພັນລ້ານໂດລາ.

Canadian ກໍຕອບໂຕ້ ດ້ວຍການກໍານົດພາສີສິນຄ້າ 15 ຫາ 50 ເປີເຊັນ ສໍາລັບສິນຄ້າບາງຢ່າງຂອງສະຫະຣັດ - ຊຶ່ງເປັນສິ່ງທີ່ໜ້າອຶດອັດສໍາລັບປະທານາທິບໍດີ ທີ່ສັນຍາຈະຫຼຸດລາຄາສິນຄ້າ ແລະຄ່າຄອງຊີບ.

ຄໍາສັນຍາອີກຢ່າງຫນຶ່ງ ໄດ້ພິສູດແລ້ວວ່າຍາກກວ່າ: ນັ້ນກໍຄື ການຍຸດຕິ ສົງຄາມ.

Donald Trump ກ່າວວ່າ ລາວໄດ້ຊ່ວຍຍຸດຕິ ຫຼື ແກ້ໄຂຄວາມຂັດແຍ່ງ 8 ຄັ້ງ, ເຖິງແມານວ່າ ບາງຄັ້ງຍັງບໍ່ໝັ້ນຄົງ ຫຼື ບໍ່ສົມບູນ.

ໃນຈຳນວນນັ້ນ ແມ່ນ ສົງຄາມໃນ Gaza - ແຜນສັນຕິພາບຂອງລາວ ບໍ່ສາມາດຍຸດຕິຄວາມຮຸນແຮງໄດ້ຢ່າງສົມບູນ.

ແຕ່ໃນຂນະທີ່ ສະແດງຕົວເປັນປະທານາທິບໍດີແຫ່ງສັນຕິພາບ, Donald Trump ໄດ້ຟື້ນຟູກະຊວງສົງຄາມ (Department of War) ຊຶ່ງເປັນຊື່ໃໝ່ຂອງກະຊວງການປ້ອງກັນປະເທດ (the Defence Department), ໂດຍ Pete Hegseth ໄດ້ຮັບຕໍາແຫນ່ງຣັດຖະມົນຕີກະຊວງສົງຄາມ.

ແລະໃນການກະທຳຢ່າງນັ້ນ, ສະຫະຣັດອາເມຣິກາ ແລະອິສຣາເອລ ໄດ້ເລີ່ມໂຈມຕີອີຣານ ໃນເດືອນກຸມພາ.

ຫົກເດືອນຜ່ານໄປ, ຄວາມຂັດແຍ້ງຍັງບໍ່ໄດ້ຮັບການແກ້ໄຂ, ການເຈຣະຈາຕິດຂັດ ແລະລາຄານ້ຳມັນພຸ່ງສູງກວ່າ $150 ຕໍ່ Barrel.

ແລະເລື່ອງກໍຍິ່ງຫຍຸ້ງຫຼາຍຂຶ້ນ ເມື່ອ Thomas Massie ສະມາຊິກສະພາຜູ້ແທນພັກ Republican ຈາກ Kentucky ໄດ້ແນະນໍາມາດຕາການຖອນຕໍາແຫນ່ງຕໍ່ Hegseth ໂດຍກ່າວຫາວ່າ Hegseth ໄດ້ສົ່ງກໍາລັງ ທຫານ ສະຫະຣັດເຂົ້າສູ່ການສູ້ຣົບ ໂດຍບໍ່ໄດ້ຮັບການອະນຸມັດຈາກ ຣັດຖະສະພາ.

"ໃນວັນທີ 28 ກຸມພາ 2026, ຣັດຖະມົນຕີ Hegseth ໄດ້ສັ່ງ ແລະເຮັດໃຫ້ກອງທັບສະຫະຣັດອາເມຣິກາ ເຂົ້າສູ່ການສູ້ຣົບ ຕໍ່ສາທາຣະນະຣັດອິສລາມອິຣານ, ເຖິງແມ່ນວ່າ, ອັນດັບທໍາອິດ, ສະພາບໍ່ໄດ້ປະກາດສົງຄາມຕໍ່ສາທາຣະນະຣັດອິຣານ. ອັນດັບສອງ, ສະພາບໍ່ໄດ້ອອກກົດຫມາຍພິເສດໃດໆ ສໍາລັບການນໍາກອງທັບສະຫະຣັດ ເຂົ້າສູ່ການຕໍ່ສູ້ກັບສາທາຣະນະຣັດອິສລາມອິຣານ (the Islamic Republic of Iran)."

ສະມາຊິກສະພາ Congress ພັກ Republican ທີ່ທ້າທາຍຣັດຖະມົນຕີກະຊວງການປ້ອງກັນປະເທດພັກ Republican ກ່ຽວກັບສົງຄາມຂອງປະທານາທິບໍດີພັກ Republican ບໍ່ແມ່ນເລື່ອງນະໂຍບາຍຕ່າງປະເທດ ທີ່ Donald Trump ກໍາລັງສເນີ ເມື່ອສັນຍາວ່າຈະຢຸດຄວາມຂັດແຍ້ງໃນຕ່າງປະເທດ.

ພາຍໃນປະເທດ, ການປາບປາມກວດຄົນເຂົ້າເມືອງ ຂອງ Donald Trump ກໍກໍາລັງເຂົ້າສູ່ຂີດສຸດ: ການຈັບກຸມເພີ່ມຂຶ້ນ ແຕ່ການເນຣະເທດບໍ່ໄວພໍ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ໄດ້ຍິງປະຊາຊົນສະຫະຣັດອາເມຣິກາຈໍານວນຫນຶ່ງເສັຍຊີວິດ ໃນຂນະທີ່ພະຍາຍາມເນຣະເທດຄົນອື່ນໆ.

ສານຍັງໄດ້ຂັດຂວາງຄວາມພະຍາຍາມຂອງຣັດຖະບານ Trump ໃນການຈໍາກັດສິດທິພົນລະເມືອງໂດຍກຳເນີດ (Birthright Citizenship).

ແລະຫຼ້າສຸດ, ພວກເຂົາໄດ້ລົບລ້າງຄວາມພະຍາຍາມຂອງຣັດຖະບານ Trump ໃນການເຂັ້ມງວດກົດຫມາຍການລົງຄະແນນສຽງທາງໄປສະນີກ່ອນການເລືອກຕັ້ງກາງວາຣະ ໃນເດືອນພະຈິກ.

Donald Trump ຮູ້ສຶກບໍ່ພໍໃຈເປັນພິເສດ ທີ່ຜູ້ພິພາກສາບາງຄົນ ທີ່ບໍ່ ສນັບສນູນລາວ ແຕ່ຖືກແຕ່ງຕັ້ງໂດຍລາວເອງ.

ແຕ່ Todd Blanche ໄອຍະການສູງສຸດກ່າວວ່າ ການຕໍ່ສູ້ຍັງບໍ່ຈົບ.

"ດັ່ງນັ້ນ, ຄວາມພະຍາຍາມຂອງພວກເຮົາ ແລະຄວາມພະຍາຍາມຂອງປະທານາທິບໍດີ Trump ໃນການຮັບປະກັນວ່າ ພວກເຮົາຈະມີການເລືອກຕັ້ງທີ່ເສຣີ ແລະຍຸດຕິທັມ ຈະບໍ່ຢຸດລົງພຽງແຕ່ໃນເດືອນພະຈິກ ຫຼືຫຼັງຈາກນັ້ນ. ດັ່ງນັ້ນ, ຂ້າພະເຈົ້າຄາດວ່າ ທ່ານຈະເຫັນວຽກງານນັ້ນດໍາເນີນຕໍ່ໄປ."

ແມ່ນແລ້ວ, ປະທານາທິບໍດີ Trump ໄດ້ແຕ່ງຕັ້ງຜູ້ພິພາກສາ ສານສູງສຸດສາມຄົນ, ແລະຕອນນີ້ ກໍາລັງຮຽນຮູ້ວ່າ ການແຕ່ງຕັ້ງຜູ້ພິພາກສາສານສູງສຸດ ບໍ່ໄດ້ຮັບປະກັນວ່າ ຈະໄດ້ຄະແນນເຫັນດີອັດຕະໂນມັດຈາກທັງ 3 ຄົນ.

ແຕ່ສານໄດ້ໃຫ້ຄວາມສະດວກຫຼາຍກວ່າ ໃນການສ້າງຫ້ອງໃຫມ່ຂອງທໍານຽບຂາວ (White House Ballroom), ໂຄງການມູນຄ່າປະມານ 560 ລ້ານໂດລາ ຢູ່ບ່ອນທີ່ອາຄານ East Wing ທີ່ຖືກມ້າງອອກ.

ສານຊັ້ນຕົ້ນ ໄດ້ສັ່ງໃຫ້ຢຸດການກໍ່ສ້າງຊົ່ວຄາວ, ເຮັດໃຫ້ມີຄວາມເປັນໄປໄດ້ວ່າ Donald Trump ອາດຈະຕ້ອງຍອມຮັບການກໍ່ສ້າງຂນາດນ້ອຍກວ່າ.

ແຕ່ສານສູງສຸດ ໄດ້ອະນຸຍາດໃຫ້ການກໍ່ສ້າງດໍາເນີນຕໍ່ໄປ.

ດັ່ງນັ້ນ, ສໍາລັບຕອນນີ້, ຫ້ອງລ້ຽງຮັບຮອງ (Ballroom) ຂນາດໃຫຍ່ກໍາລັງຖືກສ້າງຂຶ້ນ ພ້ອມກັບ Donald Trump ແລະ First Lady Melania ກຽມຈັດງານລ້ຽງທີ່ໃຫຍ່ທີ່ສຸດທີ່ White House ເຄີຍມີໃນໄວໆນີ້.

ແລະໃນຂນະທີ່ຣັດຖະບານ ກໍາລັງຈັດການກັບງານລ້ຽງ, ສົງຄາມ, ພາສີ, ການຍ້າຍຖິ່ນຖານ, ການຄັດຄ້ານຂອງສະພາ Congress ແລະຜູ້ພິພາກສາກໍາລັງກວດສອບທຸກຢ່າງ ຕັ້ງແຕ່ບັດລົງຄະແນນ ເຖິງຫ້ອງງານລ້ຽງ, ຄນະກັມມະການຕຸລາການ (the Senate Judiciary Committee) ຂອງສະພາສູງໄດ້ຫັນໄປຫາ FBI.

ນີ້ແມ່ນຈຸດທີ່ສິ່ງຕ່າງໆ ກາຍເປັນສິ່ງທີ່ບໍ່ປົກກະຕິ ແລະແປກປລາດຫຼາຍຂຶ້ນ.

Kash Patel, ຜູ້ອໍານວຍການ FBI, ຜູ້ຖືກແຕ່ງຕັ້ງໂດຍ Trump, ຖືກຖາມວ່າ ເປັນຫຍັງສໍານັກງານຈຶ່ງໄດ້ປ່ຽນກົດຫມາຍ ການຮັບສມັກພະນັກງານ ທີ່ການມີສ່ວນຮ່ວມໃນການມີເພດກັບສັດ ອາດຈະຖືກປະຕິເສດຜູ້ສມັກໂດຍອັດຕະໂນມັດ.

Mr Patel ກ່າວວ່າ ການປ່ຽນແປງນີ້ ມີຈຸດປະສົງເພື່ອໃຫ້ແນ່ໃຈວ່າ ຜູ້ຖືກບັງຄັບໃຫ້ກະທໍາຄວາມເສື່ອມເສັຍ ຈະບໍ່ຖືກປະຕິບັດໂດຍອັດຕະໂນມັດ ໃນຖານະຜູ້ກະທຳຜິດ.

"ໃນຫຼາຍກໍຣະນີ, ເມື່ອຜູ້ຄ້າມະນຸດ, ຜູ້ທີ່ເປັນຄົນທີ່ຊົ່ວຮ້າຍທີ່ສຸດໃນໂລກ - ພວກເຂົາບໍ່ແມ່ນພຽງແຕ່ຄ້າມະນຸດເພື່ອການຄ້າປະເພນີ, ແຕ່ພວກເຂົາຍັງຄ້າມະນຸດ ໃນການກະທໍາທີ່ຜິດສິນທັມທຸກຮູບແບບ, ພວກເຂົາບັງຄັບໃຫ້ທ່ານເຮັດໃນສິ່ງນັ້ນ. ແລະບາງຄົນໃນກຸ່ມຂອງພວກເຂົາ ໄດ້ກາຍເປັນເຈົ້າຫນ້າທີ່ ບັງຄັບໃຊ້ກົດຫມາຍ ແລະຕໍ່ມາໄດ້ສມັກເຮັດວຽກກັບ FBI."

ເລື້ອງນີ້ຍັງໄດ້ສ້າງປັນຫາໃຫ້ກັນພັກ Republican ຢ່າງຫຼາຍ.

ນີ້ບໍ່ແມ່ນສະຖານະການທີ່ດີ ສໍາລັບພັກ Republican ຂອງ Donald Trump, ເນື່ອງຈາກການເລືອກຕັ້ງສະພາ Congress ກາງວາຣະ ກໍາລັງຈະມາຮອດໃນເດືອນພຶຈິກ.

ລາຍງານໂດຍ  Essam Al-Ghalib ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now