SKIP TO MAIN CONTENT

ລາຍງານກ່ຽວກັບລະດັບນ້ຳທະເລ ໃນອອສເຕຣເລັຍ

EROSION CENTRAL COAST
ດິນເຈື່ອນໃນແຄມທະເລ ທີ່ສ້າງຄວາມເສັຍຫານຕໍ່ບ້ານເຮືອນ ແລະອາດຈະບໍ່ໄດ້ຖືກຄຸ້ມຄອງຈາກປະກັນພັຍ. Credit: AAPIMAGE

ລາຍງານໃຫມ່ຈາກສະພາສະພາບອາກາດ ໄດ້ຄາດການວ່າ ການເພີ່ມຂຶ້ນຂອງລະດັບນ້ຳທະເລ ຈະຄຸກຄາມບ້ານເຮືອນອອສເຕຣເລັຍ ຫຼາຍກວ່າ 267,000 ແຫ່ງ ໃນສັດຕະວັດຫນ້າ. ສະພາສະພາບອາກາດ (The Climate Council) ຄາດການວ່າ ເຫດການລະດັບນ້ຳທະເລທີ່ສູງສຸດ ທີ່ຖືກພິຈາຣະນາວ່າ ບໍ່ເກີດຂຶ້ນເລື້ອຍໃນມື້ນີ້ ແຕ່ຈະເກີດເລື້ອຍຂຶ້ນ ແລະມີຄວາມຮຸນແຮງຫຼາຍຂຶ້ນ. ຜົນທີ່ເກີດຂຶ້ນ ຍັງຖືກເພີ່ມຄວາມຊັບຊ້ອນ ໂດຍຮູບແບບອາກາດ El Niño ທີ່ຖືກກະຕຸ້ນໂດຍນ້ຳທີ່ອຸ່ນຂຶ້ນໃນມະຫາສມຸດ Pacific. El Niño ຄາດວ່າ ຈະເພີ່ມຄວາມຮຸນແຮງຂຶ້ນ ໃນເດືອນຕໍ່ໆໄປ ແລະຈະຕໍ່ເນື່ອງຈົນເຖິງເດືອນກຸມພາ 2027.


Published

By Yasmine Alwakal

Presented by Sak Phoumirath

Source: SBS


Skip to podcast episode content

ລາຍງານໃຫມ່ຈາກສະພາສະພາບອາກາດ ໄດ້ຄາດການວ່າ ການເພີ່ມຂຶ້ນຂອງລະດັບນ້ຳທະເລ ຈະຄຸກຄາມບ້ານເຮືອນອອສເຕຣເລັຍ ຫຼາຍກວ່າ 267,000 ແຫ່ງ ໃນສັດຕະວັດຫນ້າ. ສະພາສະພາບອາກາດ (The Climate Council) ຄາດການວ່າ ເຫດການລະດັບນ້ຳທະເລທີ່ສູງສຸດ ທີ່ຖືກພິຈາຣະນາວ່າ ບໍ່ເກີດຂຶ້ນເລື້ອຍໃນມື້ນີ້ ແຕ່ຈະເກີດເລື້ອຍຂຶ້ນ ແລະມີຄວາມຮຸນແຮງຫຼາຍຂຶ້ນ. ຜົນທີ່ເກີດຂຶ້ນ ຍັງຖືກເພີ່ມຄວາມຊັບຊ້ອນ ໂດຍຮູບແບບອາກາດ El Niño ທີ່ຖືກກະຕຸ້ນໂດຍນ້ຳທີ່ອຸ່ນຂຶ້ນໃນມະຫາສມຸດ Pacific. El Niño ຄາດວ່າ ຈະເພີ່ມຄວາມຮຸນແຮງຂຶ້ນ ໃນເດືອນຕໍ່ໆໄປ ແລະຈະຕໍ່ເນື່ອງຈົນເຖິງເດືອນກຸມພາ 2027.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ລາຍງານກ່ຽວກັບລະດັບນ້ຳທະເລ ໃນອອສເຕຣເລັຍ.

ລາຍງານໃຫມ່ຈາກສະພາສະພາບອາກາດ ໄດ້ຄາດການວ່າ ການເພີ່ມຂຶ້ນຂອງລະດັບນ້ຳທະເລ ຈະຄຸກຄາມບ້ານເຮືອນອອສເຕຣເລັຍ ຫຼາຍກວ່າ 267,000 ແຫ່ງ ໃນສັດຕະວັດຫນ້າ.

ລະດັບນ້ຳທະເລທີ່ສູງຂຶ້ນ ຄາດວ່າຈະມີຜົນກະທົບຕໍ່ທຸກຣັດ ແລະ the Northern Territory, ດ້ວຍນັກຄົ້ນຄວ້າກ່າວວ່າ ພື້ນທີ່ຕາມຊາຍຝັ່ງຂອງ Queensland ເປັນພື້ນທີ່ທີ່ມີຄວາມສ່ຽງສູງ.

Yasmine Alwakal ແລະ Jesmine Cheong ລາຍງານ.

ທະເລສີຟ້າ ແລະຊາຍສີຂາວຂອງ the Gold Coast ໄດ້ດຶງດູດຊາວອອສເຕຣເລັຍ ທີ່ກໍາລັງຄົ້ນຫາການປ່ຽນແປງທາງທະເລ ມານານແລ້ວ.

ແຕ່ການຢູ່ໃກ້ຊາຍຝັ່ງນີ້ ອາດຈະມີຄ່າໃຊ້ຈ່າຍ, ຕາມລາຍງານ Rising Seas, Rising Bills ຂອງສະພາສະພາບອາກາດ .

ລາຍງານຄາດວ່າ ນ້ຳຖ້ວມຕາມຊາຍຝັ່ງ ຈະສ້າງຄວາມເສັຍຫາຍໃຫ້ອອສເຕຣເລັຍຫຼາຍກວ່າ $855 ພັນລ້ານ ໃນສັດຕະວັດນີ້, ຮວມເຖິງ ການສູນເສັຍຊັບສິນ ແລະຄວາມເສັຍຫາຍໃນການໃຊ້ທີ່ດິນ.

ລາຍງານຍັງຈັດປະເພດ the Queensland Gold Coast ເປັນພື້ນທີ່ເມືອງທີ່ມີຄວາມສ່ຽງຫຼາຍທີ່ສຸດ ໃນອອສເຕຣເລັຍ.

"ຫຼາຍຊຸມຊົນຕາມຊາຍຝັ່ງຮອບອອສເຕຣເລັຍ ກໍາລັງປະສົບກັບຜົນກະທົບຈາກການສູງຂຶ້ນຂອງລະດັບນ້ຳທະເລ. ພວກເຮົາ ເຄີຍມີລະດັບນ້ຳທະເລສູງປະມານ 22 ເຊັນຕິເມັດ ໃນຮອບຮ້ອຍປີທີ່ຜ່ານມາ ທົ່ວອອສເຕຣເລັຍ ແລະທົ່ວໂລກດ້ວຍ. ແລະນັ້ນ ກໍາລັງສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຊຸມຊົນແລ້ວ, ໂດຍສະເພາະ ເມື່ອມີນ້ຳຂຶ້ນສູງຫຼາຍ ແລະເມື່ອມີຄື້ນພາຍຸ. ດັ່ງນັ້ນ, ພາຍຸກໍຊຸກໃຫ້ນ້ຳພັດຂຶ້ນມາຫາຊາຍຝັ່ງເຊັ່ນກັນ."

ນັ້ນແມ່ນ Andrew Watkins, ຮອງສາດສະດາຈານ ທີ່ມະຫາວິທະຍາລັຍ Monash ສາຂາໂລກ, ບັນຍາກາດ ແລະ ສິ່ງແວດລ້ອມ (Earth, Atmosphere and Environment).

ລາວຍັງເປັນຜູ້ຮ່ວມຂຽນລາຍງານສະບັບໃຫມ່ ຂອງສະພາສະພາບອາກາດ, ທີ່ໄດ້ວິເຄາະຜົນກະທົບ ຂອງການເພີ່ມຂຶ້ນຂອງລະດັບນ້ຳທະເລ ຕາມຄໍາອ້າງອີງ ຈາກ "ເຫດການອະນຸຮັກນິຍົມ (Conservative Scenario)" ທີ່ຫຼາຍປະເທດ ຈະນໍາໃຊ້ນະໂຍບາຍທີ່ມີຢູ່ແລ້ວ ເພື່ອຫຼຸດມົນລະພິດ.

ນັກວິທະຍາສາດກ່າວວ່າ ພວກເຂົາໝັ້ນໃຈວ່າ ລະດັບນ້ຳທະເລຈະສູງຂຶ້ນຢ່າງນ້ອຍ 14cm ໃນປີ 2050.

"ເມື່ອລະດັບນ້ຳທະເລຂອງພວກເຮົາສູງຂຶ້ນ, ບໍ່ແມ່ນພຽງແຕ່ເນື່ອງຈາກມະຫາສມຸດທີ່ອຸນຫະພູມສູງຂຶ້ນເທົ່ານັ້ນ, ແຕ່ກໍເພາະແຜ່ນນ້ຳແຂງ ກໍາລັງລະລາຍໃນ Antarctica ແລະ Greenland ດ້ວຍ. ພວກເຮົາໄດ້ເຫັນຜົນກະທົບຫຼາຍຢ່າງຕາມຊາຍຝັ່ງແລ້ວ, ດ້ວຍການເຈື່ອນຂອງຝັ່ງ ໃນສະຖານທີ່ເຊັ່ນ Lancelin ໃນ Western Australia, Robe ໃນ South Australia, Byron Bay ໃນ New South Wales, Gold Coast ໃນຊ່ວງພາຍຸ Alfred ແລະ Inverloch ໃນ Victoria."

The Gold Coast ຖືວ່າເປັນສູນກາງຂອງຄອງນ້ຳຂອງອອສເຕຣເລັຍ.

ມັນຍັງມີເຄືອຂ່າຍຄອງນໍ້າທີ່ສ້າງຂຶ້ນ ທີ່ໃຫຍ່ທີ່ສຸດໃນພາກໃຕ້ຂອງໂລກ, ມີທາງນ້ຳທີ່ສ້າງຫຼາຍກວ່າ 400 ກິໂລແມັດ.

Mr Watkins ກ່າວວ່າ ການອອກແບບ ເຮັດໃຫ້ເມືອງຕົກຢູ່ໃນຄວາມສ່ຽງສູງຂຶ້ນ.

" the Gold Coast ຂ້ອນຂ້າງຕ່ຳ; ມັນບໍ່ສູງຫຼາຍຈາກລະດັບນ້ຳທະເລ. ມັນຍັງເປັນຊາຍຝັ່ງທີ່ເຈື່ອນງ່າຍ; ມັນມີຝັ່ງທີ່ມີດິນຊາຍທີ່ສາມາດຖືກນ້ຳພັດໄດ້ງ່າຍ. ດຽວນີ້, ປາກແມ່ນ້ຳ ແລະຄອງນ້ຳ ກໍເປັນອີກຊ່ອງທາງຫນຶ່ງທີ່ລະດັບນ້ຳທະເລສູງຂຶ້ນ ແລະລະດັບນ້ຳທະເລທີ່ສູງສຸດ ສາມາດເຂົ້າໄປພາຍໃນ ແລະກະທົບຊາຍຝັ່ງຈາກດ້ານຫຼັງໄດ້."

ຜົນການຄົ້ນພົບເຫຼົ່ານີ້ ໄດ້ເຮັດໃຫ້ເກີດປະຕິກິຣິຍາທີ່ແຕກຕ່າງຈາກຜູ້ຄົນໃນຊຸມຊົນ.

Voxie 1: "ຖ້າພວກເຮົາມີເຫດການນ້ຳຖ້ວມໃຫຍ່, ຂ້ອຍອາດຈະມີບັນຫາໃນພື້ນທີ່ຂອງຂ້ອຍ."

Voxie 2: "ມັນແມ່ນການລະວັງຕົວ ແລະເຮັດມາດຕະການປ້ອງກັນ, ເຊັ່ນການເອົາຖົງດິນຊາຍມາວາງຢູ່ດ້ານຫນ້າຮ້ານ; ແຕ່ມັນກໍບໍ່ເກີດຂຶ້ນເລື້ອຍປານໃດ.

Voxie 3 & 4: "ມັນຖືກນ້ຳພັດໜີຫຼັງຈາກພາຍຸ. ມັນເປິະເປື້ອນຫຼາຍ, ພວກເຂົາເສັຍດິນຊາຍໄປຫຼາຍ."

Voxie 5: "ຂ້ອຍເຄີຍຖືກນ້ຳຖ້ວມມາແລ້ວ, ຫຼາຍປີກ່ອນ."

Mark MacCabe ໄດ້ອາສັຍຢູ່ Gold Coast ມາດົນນານ, ເຊິ່ງລາວຍັງເຮັດວຽກເປັນຜູ້ຮັບໃບອະນຸຍາດໃນການປະມູນຂາຍເຮືອນ.

"ມັນເປັນແນວນີ້ມາຫຼາຍປີແລ້ວ. ຄົນກໍາລັງຊື້ເຮືອນຢູ່ the Gold Coast, ພວກເຂົາຊື້ຢູ່ທາງເຫນືອຂອງ the Gold Coast, ພວກເຂົາຢາກຖືກອ້ອມຮອບດ້ວຍນ້ຳ. ພວກເຂົາຮູ້ວ່າ ມີຄື້ນພາຍຸເກີດຂຶ້ນ, ພວກເຂົາຮູ້ວ່າ ຄວາມເປັນໄປໄດ້ຂອງພິບັດແມ່ນຫຍັງ. ແຕ່ຄວາມເປັນຈິງກໍຄື, ຂ້ອຍອາສັຍຢູ່ນີ້ມາ 26 ປີແລ້ວ ແລະບໍ່ເຄີຍເຫັນຫຍັງຫຼາຍກວ່ານ້ຳເລັກນ້ອຍ ແລະຄື້ນທີ່ສູງຂຶ້ນມາຕາມຮ່ອງນ້ຳ."

Mr MacCabe ກ່າວວ່າ ສ່ວນຫນຶ່ງຂອງວຽກຂອງລາວ ແມ່ນການຕຽມເຈົ້າຂອງເຮືອນໃຫມ່ໃຫ້ພ້ອມ ກ່ຽວກັບຄ່າປະກັນພັຍທີ່ສູງຂຶ້ນ ທີ່ກ່ຽວຂ້ອງກັບເຂດນີ້.

"ມັນຊັດເຈນວ່າ ເປັນພື້ນທີ່ນ້ຳຖ້ວມ, ຄ່າປະກັນພັຍໄດ້ເພີ່ມຂຶ້ນຫຼາຍກວ່າສອງເທົ່າໃນ 5 ປີຜ່ານມາ. ດັ່ງນັ້ນ, ຈຶ່ງບໍ່ມີຄວາມສົງສັຍ - ບໍ່ມີທາງຫຼີກລ້ຽງຈາກເລື້ອງນີ້ - ແຕ່ຄວາມຈິງກໍຄື ຜູ້ຊື້ບໍ່ໃຫ້ຄວາມສໍາຄັນ. ຖ້າທ່ານກໍາລັງຊື້ເຮືອນຢູ່ the Gold Coast ຕອນນີ້, ມີຂໍ້ກຳໜົດທາງ ກົດຫມາຍທີ່ເອີ້ນວ່າ ກົດຫມາຍທ້ອງຖິ່ນທີ່ເອີ້ນວ່າ 17A, ທີ່ລະບຸວ່າພວກເຮົາຕ້ອງແຈ້ງໃຫ້ທຸກຄົນຮູ້ ກ່ຽວກັບເຫດການທີ່ນ້ຳສຳຜັດກັບຜືນດິນ."

ສະພາສະພາບອາກາດ (The Climate Council) ຄາດການວ່າ ເຫດການລະດັບນ້ຳທະເລທີ່ສູງສຸດ ທີ່ຖືກພິຈາຣະນາວ່າ ບໍ່ເກີດຂຶ້ນເລື້ອຍໃນມື້ນີ້ ແຕ່ຈະເກີດເລື້ອຍຂຶ້ນ ແລະມີຄວາມຮຸນແຮງຫຼາຍຂຶ້ນ.

ແລະບໍ່ແມ່ນແຕ່ຊຸມຊົນຕາມຊາຍຝັ່ງທະເລເທົ່ານັ້ນ, ດ້ວຍການເພີ່ມຂຶ້ນຂອງລະດັບນ້ຳທະເລ ຄາດວ່າຈະກະທົບທຸກຣັດ ແລະ the Northern Territory ອີກດ້ວຍ.

ລາຍງານຍັງລະບຸອີກວ່າ ບໍຣິສັດປະກັນພັຍເອກກະຊົນ (Private Insurers) ສ່ວນໃຫຍ່ບໍ່ຄຸ້ມຄອງ "ການກະທໍາຂອງທະເລ (Actions of the Sea)." ເຊິ່ງຫມາຍຄວາມວ່າ ເຈົ້າຂອງຊັບສິນ ອາດຈະຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຈາກນ້ຳຖ້ວມເອງ.

ໃນຕົ້ນເດືອນນີ້, ສະຫະປະຊາຊາດໄດ້ເຕືອນວ່າ ໂລກມີແນວໂນ້ມຈະເກີນຂອບເຂດພາວະໂລກຮ້ອນ 1.5°C ພາຍໃນປີ 2030.

"ມະນຸດກໍາລັງເລັ່ງຄວາມໄວເກີນຂີດຈໍາກັດ ເພື່ອຫຼີກລ້ຽງພັຍພິບັດຈາກສະພາບພູມອາກາດ. ສິບປີກ່ອນທີ່ Paris, ຜູ້ນໍາໄດ້ສັນຍາຈະຈໍາກັດການເພີ່ມຂຶ້ນຂອງອຸນຫະພູມໃຫ້ຢູ່ທີ່ 1.5°C — ເກນທີ່ນັກວິທະຍາສາດ ກ່າວວ່າ ເປັນສິ່ງສໍາຄັນໃນການຫຼີກເວັ້ນພັຍພິບັດ ສະພາບພູມອາກາດທີຮ້າຍແຮງທີ່ສຸດ. ລາຍງານຫຼ້າສຸດ ຈາກໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ ໄດ້ເຕືອນຢ່າງຊັດເຈນວ່າ: ໂລກກໍາລັງລົ້ມເຫຼວ ໃນການຮັກສາຄໍາສັນຍານັ້ນ."

ນັ້ນແມ່ນ Antonio Guterres, ເລຂາທີການສະຫະປະຊາຊາດ.

ໃນນາມຂອງໂຄງການສິ່ງແວດລ້ອມ ແຫ່ງສະຫະປະຊາຊາດ (the UN Environment Programme), ທ່ານ Guterres ໄດ້ຮຽກຮ້ອງໃຫ້ມີການດໍາເນີນການດ່ວນ ເພື່ອຫຼຸດຜ່ອນຂນາດ ແລະໄລຍະເວລາ ຂອງການເກີນຂອບເຂດນີ້.

"ນັ້ນຮຽກຮ້ອງ ຄວາມທະເຍີທະຍານເກີນຄວາມຕ້ອງການ: ເຮັດໃຫ້ການຍົກເລີກພະລັງງານ Fossil ແລະການປະຕິວັດພະລັງງານ ໝູນວຽນ ໃຫ້ໄວຂຶ້ນ; ຫຼຸດມົນລະພິດ Methane; ແລະປົກປ້ອງຜືນດິນ, ປ່າໄມ້ ແລະມະຫາສມຸດ. ຣັດຖະບານຕ້ອງດໍາເນີນການ ເກີນກວ່າແຜນພູມອາກາດລະດັບຊາດ, ສັນຍາການປ່ອຍແກັສເປັນສູນ ແລະອື່ນໆ."

ເດືອນສິງຫາ ເປັນເດືອນທີ່ຮ້ອນທີ່ສຸດ ທີ່ເຄີຍບັນທຶກໄວ້, ຕາມລາຍງານຂອງ European's Climate Service.

Samantha Burgess ເປັນຜູ້ນໍາຍຸດທະສາດ ດ້ານສະພາບພູມອາກາດທີ່ສູນການພະຍາກອນອາກາດລະດັບກາງແຫ່ງຢູໂຣບ (the European Centre for Medium-Range Weather Forecasts).

ນາງກ່າວວ່າ ໂລກຢູ່ຫ່າງຈາກອຸນຫະພູມສູງສຸດປະຈໍາເດືອນຂອງໂລກທີ່ບັນທຶກໄວ້ໃນເດືອນກໍລະກົດ 2023 ພຽງຫນຶ່ງສ່ວນຮ້ອຍຂອງອົງສາ Celsius.

"ດັ່ງນັ້ນ, ມັນແມ່ນສິ່ງທີ່ຜິດປົກກະຕິຫຼາຍ ທີ່ຈະມີເດືອນສິງຫາເປັນເດືອນຮ້ອນທີ່ສຸດ. ຄວາມຈິງທີ່ວ່າ ເດືອນສິງຫາ ປີ 2026 ໄດ້ກົງກັບເດືອນທີ່ຮ້ອນທີ່ສຸດທີ່ເຄີຍເກີດຂຶ້ນ ຫມາຍຄວາມວ່າ ລະບົບອາກາດຂອງພວກເຮົາ ກໍາລັງທຳງານຢູ່ນອກຂອບເຂດ ທີ່ພວກເຮົາຄາດໄວ້ເມື່ອສິບປີກ່ອນ. ແລະລະດູຮ້ອນນີ້ ຍັງເປັນລະດູຮ້ອນທີ່ຮ້ອນທີ່ສຸດໃນ ປວັດສາດ, ດັ່ງນັ້ນພວກເຮົາໄດ້ເຫັນເດືອນທີ່ຮ້ອນຫຼາຍ."

ຜົນທີ່ເກີດຂຶ້ນ ຍັງຖືກເພີ່ມຄວາມຊັບຊ້ອນ ໂດຍຮູບແບບອາກາດ El Niño ທີ່ຖືກກະຕຸ້ນໂດຍນ້ຳທີ່ອຸ່ນຂຶ້ນໃນມະຫາສມຸດ Pacific.

El Niño ຄາດວ່າ ຈະເພີ່ມຄວາມຮຸນແຮງຂຶ້ນ ໃນເດືອນຕໍ່ໆໄປ ແລະຈະຕໍ່ເນື່ອງຈົນເຖິງເດືອນກຸມພາ 2027.

Mr Watkins ກ່າວວ່າ ການຄົ້ນຄວ້າຂອງລາວ ໄດ້ຊ່ວຍເພີ່ມຫຼັກຖານກ່ຽວກັບຜົນກະທົບຂອງໂລກທີ່ອຸນຫະພູມສູງຂຶ້ນ.

ລາວກໍາລັງຮຽກຮ້ອງໃຫ້ອອສເຕຣເລັຍປັບຕົວ ແລະດໍາເນີນການໃນຕອນນີ້.

"ພວກເຮົາຈໍາເປັນຕ້ອງພິຈາຣະນາ ການປ່ຽນແປງສະພາບພູມອາກາດ ແລະການເພີ່ມຂຶ້ນຂອງລະດັບນ້ຳທະເລ ທີ່ຖືກລັອກໄວ້, ແລະພວກເຮົາ ຈໍາເປັນຕ້ອງປັບຕົວ ເພື່ອຮັບມືກັບການປ່ຽນແປງທີ່ຖືກລັອກໄວ້ ທີ່ພວກເຮົາຮູ້ວ່າຈະເກີດຂຶ້ນຈົນຮອດສິ້ນສຸດຂອງສັດຕະວັດ. ໃນລາຍງານນີ້, ພວກເຮົາໄດ້ໃສ່ມູນຄ່າເງິນໂດລາ ເພື່ອເນັ້ນໃຫ້ເຫັນຄວາມສ່ຽງ ຖ້າພວກເຮົາບໍ່ປ່ຽນແປງ, ຖ້າພວກເຮົາບໍ່ຫຼຸດຜ່ອນແກັສເຮືອນແກ້ວ (Greenhouse gases) ແລະຖ້າພວກເຮົາບໍ່ປັບຕົວ."

ລາຍງານໂດຍ Yasmine Alwakal ແລະ Jesmine Cheong ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now