SKIP TO MAIN CONTENT

ນະໂຍບາຍ ເງິນບຳນານຂອງພັກ One Nation.

PAULINE HANSON SUPERANNUATION PRESSER
ຜູ້ນຳພັກ One Nation, Pauline Hanson, ແລະຜູ້ແທນເຂດ New England, Barnaby Joyce, ກຳລັງກ່າວຕໍ່ຜູ້ສື່ຂ່າວ ທີ່ຣັດຖະສະພາ ໃນວັນຈັນທີ 7 ກັນຍາ 2026. Source: AAP / LUKAS COCH/AAPIMAGE

ພັກ One Nation ໄດ້ສເນີນະໂຍບາຍ ໃຫ້ເຈົ້າຂອງບ້ານ ແລະຜູ້ເຊົ່າສາມາດຖອນເງິນບຳນານບາງສ່ວນຂອງພວກເຂົາ ເພື່ອຄ່າໃຊ້ຈ່າຍດ່ວນ. ຣັດຖະບານ ໄດ້ດໍາເນີນການຍົກເລີກນະໂຍບາຍນີ້, ໃນຂນະທີ່ ນັກເສດຖະສາດເຕືອນວ່າ ການເພີ່ມເງິນເຂົ້າໃນເສດຖະກິດ ຈະເຮັດໃຫ້ອັດຕາເງິນເຟີສູງຂຶ້ນ, ເຮັດໃຫ້ທະນາຄານກາງ ມີແນວໂນ້ມທີ່ຈະໃຫ້ດອກເບັ້ຍສູງຂຶ້ນ, ເຮັດໃຫ້ການຈ່າຍໜີ້ຄືນ ແລະຄ່າເຊົ່າສູງຂຶ້ນ.


Published

By Angelica Waite

Presented by Sak Phoumirath

Source: SBS


Skip to podcast episode content

ພັກ One Nation ໄດ້ສເນີນະໂຍບາຍ ໃຫ້ເຈົ້າຂອງບ້ານ ແລະຜູ້ເຊົ່າສາມາດຖອນເງິນບຳນານບາງສ່ວນຂອງພວກເຂົາ ເພື່ອຄ່າໃຊ້ຈ່າຍດ່ວນ. ຣັດຖະບານ ໄດ້ດໍາເນີນການຍົກເລີກນະໂຍບາຍນີ້, ໃນຂນະທີ່ ນັກເສດຖະສາດເຕືອນວ່າ ການເພີ່ມເງິນເຂົ້າໃນເສດຖະກິດ ຈະເຮັດໃຫ້ອັດຕາເງິນເຟີສູງຂຶ້ນ, ເຮັດໃຫ້ທະນາຄານກາງ ມີແນວໂນ້ມທີ່ຈະໃຫ້ດອກເບັ້ຍສູງຂຶ້ນ, ເຮັດໃຫ້ການຈ່າຍໜີ້ຄືນ ແລະຄ່າເຊົ່າສູງຂຶ້ນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ນະໂຍບາຍ ເງິນບຳນານຂອງພັກ One Nation.

ພັກ One Nation ໄດ້ສເນີນະໂຍບາຍ ໃຫ້ເຈົ້າຂອງບ້ານ ແລະຜູ້ເຊົ່າສາມາດຖອນເງິນບຳນານບາງສ່ວນຂອງພວກເຂົາ ເພື່ອຄ່າໃຊ້ຈ່າຍດ່ວນ.

ຣັດຖະບານ ໄດ້ດໍາເນີນການຍົກເລີກນະໂຍບາຍນີ້, ໃນຂນະທີ່ຝ່າຍຄ້ານ ແລະນັກເສດຖະສາດໄດ້ເຕືອນວ່າ ນະໂຍບາຍນີ້ ຈະທໍາໃຫ້ອັດຕາເງິນເຟີສູງຂຶ້ນ ແລະຈະເຮັດໃຫ້ອັດຕາດອກເບັ້ຍສູງຂຶ້ນ ເຊິ່ງຈະເພີ່ມແຮງກົດດັນດ້ານຄ່າຄອງຊີບໃຫ້ສູງຂຶ້ນຕື່ມອີກ.

Angelica Waite ແລະ Anna Henderson ລາຍງານ.

ຜົນກະທົບຈາກຄວາມພະຍາຍາມຄັ້ງໃຫຍ່ຂອງ ພັກ One Nation ໃນການແກ້ໄຂປັນຫາ ດ້ານທີ່ຢູ່ອາສັຍຍັງຄົງດໍາເນີນຕໍ່ໄປ.

Pauline Hanson ກ່າວວ່າ ຕາມຂໍ້ສເນີຂອງພັກຂອງນາງ, ຜູ້ເຊົ່າ ແລະຜູ້ຈ່າຍຫນີ້ບ້ານ ສາມາດເຂົ້າເຖິງ 3 ເປີເຊັນຂອງເງິນບໍານານຂອງພວກເຂົາໄດ້ ເປັນເວລາສູງສຸດ 3 ປີ.

"ນີ້ແມ່ນເງິນຂອງພວກເຂົາ, ນີ້ແມ່ນເງິນຂອງປະຊາຊົນ, ນີ້ບໍ່ແມ່ນເງິນຂອງຣັດຖະບານ ນີ້ແມ່ນເງິນຂອງພວກເຂົາ. ຖ້າມັນຫມາຍເຖິງການສາມາດມີເຮືອນຢູ່ ຫຼືຮັກສາບ້ານເຮືອນຂອງພວກເຂົາໄວ້, ເມື່ອພວກເຂົາສູນເສັຍບ້ານ, ພວກເຂົາຈະຖືກທໍາລາຍຕລອດຊີວິດ."

ນະໂຍບາຍຂອງ One Nation ໄດ້ຖືກປະນາມໂດຍຣັດຖະບານ - ຜູ້ທີ່ກ່າວວ່າ ມັນຈະເຮັດໃຫ້ຊາວອອສເຕຣເລັຍຫຼາຍລ້ານຄົນ ຍາກຈົນລົງ ແລະທໍາລາຍລະບົບການເກັບເງິນບໍານານທີ່ມີຢູ່.

ຜູ້ນໍາຝ່າຍຄ້ານ Angus Taylor ໄດ້ຮຽກຮ້ອງລາຍລະອຽດເພີ່ມເຕີມ...

...ໃນຂນະທີ່ຣັດຖະມົນຕີຝ່າຍຄ້ານດ້ານທີ່ຢູ່ອາສັຍ ແລະຄົນບໍ່ມີບ້ານ (Minister for Housing and Homelessness), Andrew Bragg, ກ່າວວ່າກຸ່ມພັນທະມິດ (the Coalition) ກໍາລັງທົບທວນນະໂຍບາຍບໍານານຂອງຕົນເອງ.

ລາວກ່າວວ່າ ທາງເລືອກເຊັ່ນການໃຫ້ຄົນໃຊ້ເງິນບຳນານຂອງພວກເຂົາ ເພື່ອຊ່ວຍຫຼຸດຈໍານວນໜີ້ທະນາຄານໃນການຊື້ເຮືອນ ຈະຊ່ອຍໃຫ້ຄົນທີ່ກໍາລັງອອກກິນບຳນານ ໂດຍບໍ່ມີເຮືອນເປັນຂອງຕົນເອງຫຼຸດລົງ.

"ມີຄົນຫຼາຍເກີນໄປ ທີ່ກໍາລັງອອກກິນບຳນານ ໂດຍບໍ່ມີເຮືອນຂອງຕົນເອງ, ແລະດັ່ງນັ້ນ ພວກເຮົາຈໍາເປັນຕ້ອງພິຈາຣະນາ ວິທີທີ່ດີທີ່ສຸດ ໃນການປັບລະບົບກະສຽນ ແລະລະບົບທີ່ຢູ່ອາສັຍ ເພື່ອຮັບປະກັນວ່າ ພວກເຮົາຈະມີເຈົ້າຂອງບ້ານຫຼາຍຂຶ້ນ ຫຼັງຈາກກະສຽນ. ນັ້ນແມ່ນພາລະກິດທີ່ຂອງພວກເຮົາ ໃນຖານະຜູ້ກຳໜົດນະໂຍບາຍ."

ຄໍາເຫັນຂອງສະມາຊິກສະພາສູງ Bragg ທີ່ເຮັດໃຫ້ຣັດຖະມົນຕີການຄັງ Jim Chalmers ກ່າວຫາກຸ່ມພັນທະມິດ (the Coalition) ວ່າ ກໍາລັງມີນະໂຍບາຍ ຄືກັນກັບຂອງ One Nation.

"ນະໂຍບາຍບໍານານຂອງ One Nation ຢູ່ໃນສະພາບທີ່ໃຊ້ການບໍ່ໄດ້, ແລະຕອນນີ້ the Coalition ກ່າວວ່າ ພວກເຂົາຢາກເຮັດແບບດຽວກັນ. ເມື່ອຄົນສ່ວນໃຫຍ່ ຈະຫລີກຫນີຈາກຄວາມຄິດບ້າໆນີ້, ຊຶ່ງແມ່ນນະໂຍບາຍບໍານານຂອງ One Nation. ຕອນນີ້, ພວກເຮົາໄດ້ຍິນວ່າ Andrew Bragg ຢາກຈະລອງເຮັດນຳ. ໃນມື້ນີ້ Andrew Bragg, ໂຄສົກຂອງ the Coalition, ໄດ້ຊີ້ແຈງຢ່າງຊັດເຈນວ່າ ແທນທີ່ຈະປະຕິເສດຄວາມບ້າຂອງ One Nation, ພວກເຂົາຢາກເຮັດຄືກັນ."

Paul Scarr ສະມາຊິກສະພາສູງກ່າວວ່າ ໃນຂນະທີ່ມີພື້ນທີ່ສໍາລັບການແກ້ໄຂ ແລະ the Coalition ລັງພິຈາຣະນາທາງເລືອກ, ການກວດສອບແມ່ນສິ່ງສໍາຄັນ ສໍາລັບການປ່ຽນແປງໃດໆທີ່ອາດຈະເກີດຂຶ້ນ.

"The Coalition ເຄີຍມີນະໂຍບາຍ ທີ່ອະນຸຍາດໃຫ້ຜູ້ຄົນ ເຂົ້າເຖິງຈໍານວນຫນຶ່ງ ຂອງເງິນບຳນານ ເພື່ອຊື້ບ້ານຫຼັງທໍາອິດ, ມີເງື່ອນໄຂທີ່ຊັດເຈນ, ຮວມທັງເມື່ອບ້ານນັ້ນຖືກຂາຍ ເງິນນັ້ນອາດຈະຖືກນໍາກັບໄປລົງທຶນໃນ ເງິນບຳນານ. ດັ່ງນັ້ນ, ຂ້າພະເຈົ້າຄິດວ່າ The Coalition ກໍາລັງພິຈາຣະນານະໂຍບາຍຂອງຕົນ, ແຕ່ມັນສໍາຄັນຫຼາຍທີ່ທ່ານຈະມີການປົກປ້ອງທີ່ເຫມາະສົມ."

Larissa Waters ຜູ້ນໍາພັກ Greens ກ່າວວ່າ ຊາວອອສເຕຣເລັຍບໍ່ຄວນຕ້ອງໃຊ້ເງິນບໍານານຂອງຕົນ ເພື່ອບັນເທົາຄວາມເຄັງຕຶງ ດ້ານທີ່ຢູ່ອາສັຍ ແລະຄ່າຄອງຊີບ.

"ທ່ານບໍ່ຄວນ ຕ້ອງເອົາເງິນບຳນານເພື່ອຊື້ອາຫານ ແລະມີເຮືອນຢູ່. ຣັດຖະບານ ຈໍາເປັນຕ້ອງດໍາເນີນການຕອນນີ້ ເພື່ອຢຸດຄ່າເຊົ່າບໍ່ໃຫ້ສູງຂຶ້ນ ແລະຢຸດທະນາຄານ ຈາກການສແວງຫາກໍາໄລ ແລະການໂກ່ງ (Price-gouging) ໜີ້ຄ່າບ້ານຂອງປະຊາຊົນ."

ແຕ່ Barnaby Joyce ໂຄສົກກະຊວງການຄັງ ຂອງ One Nation ໄດ້ຢືນຢັນຢ່າງໜັກແໜ້ນ, ໂດຍກ່າວຫາຝ່າຍຄ້ານວ່າ ປະຕິເສດການເຂົ້າເຖິງເງິນອອມ ຂອງຊາວອອສເຕຣເລັຍ.

"ພວກເຂົາບໍ່ພໍໃຈຫຼາຍ ເນື່ອງຈາກພວກເຂົາບໍ່ຢາກໃຫ້ຜູ້ຄົນເຂົ້າເຖິງເງິນຂອງຕົນເອງ. ແລະນີ້ແມ່ນປັນຫາຫຼັກຂອງເລື້ອງນີ້. ນັ້ນແມ່ນເງິນຂອງທ່ານ. ມັນບໍ່ແມ່ນເງິນຂອງພວກເຂົາ. ນັ້ນແມ່ນເງິນຂອງທ່ານ."

ການຊຸກຍູ້ຂອງ One Nation ໃນການປ່ອຍເງິນບຳນານ ຈະເຮັດໃຫ້ພະນັກງານເຕັມເວລາ ສເລັ່ຍປະມານ 91,000 ຄົນ ສາມາດເຂົ້າເຖິງເງິນປະມານ 44 ໂດລາຕໍ່ອາທິດ.

ຄອບຄົວທີ່ມີລາຍໄດ້ລວມ 168,000 ໂດລາ ຈະໄດ້ຮັບເງິນຄືນປະມານ 82 ໂດລາຕໍ່ອາທິດ.

ຂໍ້ສເນີນີ້ ໄດ້ຮັບປະຕິກິຣິຍາທີ່ແຕກຕ່າງຈາກຜູ້ເຊົ່າ ແລະເຈົ້າຂອງບ້ານ.

*** "ໃນຂນະທີ່ມັນຈະເປັນປໂຍດໃນໄລຍະສັ້ນ, ແຕ່ມັນຈະຍາກກວ່າໃນໄລຍະຍາວ, ໂດຍສະເພາະຫຼັງຈາກກະສຽນຈາກວຽກ."

*** "ຂ້ອຍບໍ່ຄິດວ່າ ຂ້ອຍເຫັນດີກັບ One Nation ໂດຍທົ່ວໄປ, ແຕ່ຂ້ອຍຮູ້ສຶກວ່າ ນັ້ນບໍ່ແມ່ນຄວາມຄິດທີ່ເຮັດໃຫ້ເສັຍຫາຍ."

*** "ຂ້ອຍຄິດວ່າ ນັ້ນແມ່ນຄວາມຄິດບໍ່ດີປານໃດ ສິ່ງທີ່ຂ້ອຍຄິດວ່າຈະເກີດຂຶ້ນ ຄືວ່ານາຍຈ້າງຈະບອກວ່າ, ເຈົ້າໄດ້ 3% ແລ້ວ ບໍ່ຈໍາເປັນຕ້ອງຂຶ້ນເງິນເດືອນ."

ນັກເສດຖະສາດເຕືອນວ່າ ການເພີ່ມເງິນເຂົ້າໃນເສດຖະກິດ ຈະເຮັດໃຫ້ອັດຕາເງິນເຟີສູງຂຶ້ນ, ເຮັດໃຫ້ທະນາຄານກາງ ມີແນວໂນ້ມທີ່ຈະໃຫ້ດອກເບັ້ຍສູງຂຶ້ນ, ເຮັດໃຫ້ການຈ່າຍໜີ້ຄືນ ແລະຄ່າເຊົ່າສູງຂຶ້ນ.

ນັກເສດຖະສາດອາວຸໂສ ທີ່ສະຖາບັນອອສເຕຣເລັຍ (the Australia Institute), Matt Grudnoff ກ່າວວ່າ ນະໂຍບາຍນີ້ ຈະເຮັດໃຫ້ຄວາມເຄັງຕຶງດ້ານຄ່າຄອງຊີບຮ້າຍແຮງຂຶ້ນ.

"ຂ້າພະເຈົ້າເຂົ້າໃຈດີວ່າ ເປັນຫຍັງນະໂຍບາຍນີ້ ອາດຈະເປັນທີ່ນິຍົມ.ໃນຂນະນີ້, ເງິນເດືອນຈິງຂອງຄົນກໍາລັງຫຼຸດລົງ. ນັ້ນຫມາຍຄວາມວ່າພວກເຂົາສາມາດຊື້ສິນຄ້າໄດ້ໜ້ອຍລົງ ດ້ວຍເງິນທີ່ພວກເຂົາຫາໄດ້.ພວກເຂົາຮູ້ສຶກ ກັບຄວາມກົດດັນທາງການເງິນ ແລະພວກເຂົາບໍ່ພໍໃຈ ກັບສິ່ງນັ້ນ. ໜ້າເສັຍດາຍ ທີ່ນະໂຍບາຍນີ້ບໍ່ໄດ້ຊ່ວຍໃຫ້ຫຍັງໄດ້. ດັ່ງນັ້ນ,ຖ້າເຫດການນີ້ເກີດຂຶ້ນ, ສິ່ງທີ່ຈະເກີດຂຶ້ນຄື ທະນາຄານກາງຈະຕື່ນຕົກໃຈ ແລະເພີ່ມອັດຕາດອກເບັ້ຍຂຶ້ນອີກ."

ລາວກ່າວວ່າ ການປ່ຽນແປງແມ່ນຈໍາເປັນ ເພື່ອບັນທຸກຄວາມກົດດັນດ້ານຄ່າຄອງຊີບ, ແຕ່ລາວກ່າວວ່າ ນັກການເມືອງຄວນຊອກຫາວິທີແກ້ໄຂຈາກບ່ອນອື່ນ.

"ບັນຫາທີ່ແທ້ຈິງຄືວ່າ ພວກເຮົາໃຫ້ສິດປໂຍດທາງພາສີຢ່າງຫຼວງຫຼາຍແກ່ຜູ້ທີ່ຢູ່ຂ້າງເທິງ. ດັ່ງນັ້ນ, ຖ້າ One Nation ຢາກຊ່ວຍເຫຼືອຄົນ ທີ່ມີລາຍໄດ້ຕ່ຳ ແລະລາຍໄດ້ປານກາງແທ້, ພວກເຂົາຈະດີກວ່າຫຼາຍ ຖ້າຕັດລົງບາງສ່ວນຂອງ 20 ພັນລ້ານໂດລາ ທີ່ໃຊ້ໃນບໍານານໃຫ້ກັບຜູ້ມີລາຍໄດ້ສູງ, ແລະນໍາເງິນນັ້ນ ໄປຫຼຸດຄວາມກົດດັນດ້ານຄ່າຄອງຊີບ, ແລະຫຼຸດຄວາມກົດດັນໃຫ້ຄົວເຮືອນ, ແທນທີ່ຈະໃຫ້ເຂົາໄປໃຊ້ເງິນບໍານານຂອງຕົນເອງ."

ສະພາສະມາຊິກເງິນບຳນານ (The Super Members Council) ຊຶ່ງເປັນ ອົງກອນສູງສຸດຂອງປະເທດ ສໍາລັບສະມາຊິກກອງທຶນບຳນານ, ກ່າວວ່າຂໍ້ສເນີຂອງ One Nation ເປັນການຊ່ອຍໄດ້ຊົ່ວຄາວ, ແຕ່ມີຜົນກະທົບໃນໄລຍະຍາວ.

Misha Schubert ຜູ້ອໍານວຍການສູງສຸດຂອງສະພາ ກ່າວວ່າ ນະໂຍບາຍນີ້ ອາດຈະເຮັດໃຫ້ສູນເສັຍເງິນຫຼາຍສິບພັນໂດລາໃນກອງທຶນກະສຽນສໍາລັບຄົນອອສເຕຣເລັຍທົ່ວໄປ.

"ມັນຊັດເຈນ ແລະໂຈ່ງແຈ້ງຫຼາຍ. ເງິນບຳນານ ທີ່ຜູ້ມີລາຍໄດ້ປານກາງໃນປະເທດຂອງເຮົາ ຈະໄດ້ຮັບໜ້ອຍລົງ 25,000 ໂດລາ ຖ້ານະໂຍບາຍນີ້ຖືກນໍາໃຊ້ໂດຍໃຊ້ສະຖານະນັ້ນໃນໄລຍະ 3 ປີທີ່ສເນີ, ແລະບາງຄົນຈະສູນເສັຍ 50,000 ໂດລາ ເມື່ອກະສຽນ ນັ້ນແມ່ນຜົນກະທົບຂອງພຽງແຕ່ 3 ປີເທົ່ານັ້ນ."

ນາງກ່າວວ່າ ກຸ່ມທີ່ມີຄວາມສ່ຽງ ຈະໄດ້ຮັບຜົນກະທົບຫນັກທີ່ສຸດ.

"ຖ້າບໍ່ມີມາດຕະການປ້ອງກັນທີ່ເຂັ້ມແຂງແຮງ, ຄົນທີ່ມີຄວາມສ່ຽງຫຼາຍທີ່ສຸດໃນການຖືກເຮັດໃຫ້ຍາກຈົນລົງ ແມ່ນຊາວໜຸ່ມ, ຄົນໃນຄອບຄົວທີ່ມີລາຍໄດ້ຕ່ຳ ແລະປານກາງ, ແລະແນ່ນອນ, ຄົນໃນຊຸມຊົນທີ່ມີຄວາມແຕກຕ່າງ ທາງວັດທະນະທັມ ແລະພາສາທົ່ວປະເທດ, ສໍາລັບພວກເຂົາ, ນີ້ຈະເຮັດໃຫ້ເກີດຄວາມແຕກຕ່າງຢ່າງຫຼາຍ ໃນການມີເງິນບຳນານ ໃນຕອນກະສຽນ."

ນາງກ່າວວ່າ ການປ່ຽນແປງທີ່ນໍາສເນີ ຈະທຳລາຍລະບົບທີ່ຫຼາຍປະເທດທີ່ພັດທະນາແລ້ວອື່ນໆ ກໍາລັງເບິ່ງໄປດ້ວຍຄວາມອິດສາ.

"ໃນປະເທດອື່ນໆ ທີ່ພວກເຂົາເພິ່ງພາລະບົບບໍານານ ທີຈ່າຍດ້ວຍເງິນພາສີທັງຫມົດ, ງົບປະມານໃນອະນາຄົດຂອງພວກເຂົາ ເຕັມໄປດ້ວຍໜີ້ ເພື່ອຮັບມືກັບປະຊາກອນທີ່ສູງອາຍຸ ແລະຖານຜູ້ເສັຍພາສີທີ່ຫຼຸດລົງ.ພວກເຂົາເບິ່ງມາທີ່ອອສເຕຣເລັຍ ແລະຄິດວ່າ "ພວກເຮົາຢາກສ້າງສິ່ງທີ່ແຂງແຮງ ແລະປະສົບຄວາມສໍາເຣັດ ຄືກັບລະບົບຂອງອອສເຕຣເລັຍ. "

ແລະນັ້ນ ຄວນເປັນຂໍ້ຄວາມທີ່ຊັດເຈນຕໍ່ພວກເຮົາທຸກຄົນ ວ່າພວກເຮົາມີຄວາມຮັບຜິດຊອບ ແລະໜ້າທີ່ ໃນການຮັກສາພື້ນຖານທີ່ແຂງແຮງຂອງລະບົບບຳນານຂອງອອສເຕຣເລັຍ ໃຫ້ຢູ່ຕໍ່ໄປເພື່ອປົກປ້ອງອະນາຄົດຂອງຄົນອອສເຕຣເລຍ 17 ລ້ານຄົນ ທີ່ຈະເພິ່ງພາ ເງິນບຳນານ ເປັນເງິນເດືອນໃນຊີວິດຫຼັງກະສຽນ. "

ລາຍງານໂດຍ Angelica Waite ແລະ Anna Henderson       ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao        

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now