SKIP TO MAIN CONTENT

ໂຣກລະບົບຫາຍໃຈທີ່ມາກັບລະດູໃບໄມ້ປົ່ງ.

Experts say vaccines remain the most effective way to prevent serious illness - Getty.jpg
ຜູ້ຊ່ຽວຊານກ່າວວ່າ ການສັກວັກຊີນປ້ອງກັນ ເປັນວິທີທີ່ດີທີ່ສຸດສຳລັບໄຂ້ຫວັດ.

ເມື່ອອອສເຕຣເລັຍກໍາລັງເຂົ້າສູ່ລະດູໃບໄມ້ປົ່ງ, ຜູ້ຊ່ຽວຊານກໍາລັງເຕືອນຜູ້ຄົນບໍ່ໃຫ້ປມາດກັບໂຣກທີ່ມາກັບລະດູ. ໂຣກລະບົບຫາຍໃຈ ຍັງຄົງແພ່ລະບາດໃນປະຊາກອນ, ໂດຍລະດັບລະອອງເກສອນທີ່ສູງຂຶ້ນ ກໍຄາດວ່າຈະກະຕຸ້ນອາການຫອບຫືດ ແລະພູມແພ້ໄດ້ເຊັ່ນກັນ. ລະດູໃບໄມ້ປົ່ງ ຫມາຍຄວາມວ່າ ລະດັບລະອອງດອກໄມ້ສູງຂຶ້ນ, ຊຶ່ງອາດຈະກະຕຸ້ນໃຫ້ເກີດອາການພູມແພ້ (Allergies) ແລະໂຣກຫອບຫືດ (Asthma). Asthma Australia ກໍາລັງຮຽກຮ້ອງ ໃຫ້ເພີ່ມການສຶກສາ ແລະຄວາມຮູ້ກ່ຽວກັບໂຣກຊຳເຮືອນີ້.


Published

By Yasmine Alwakal, Mikele Syron

Presented by Sak Phoumirath

Source: SBS


Skip to podcast episode content

ເມື່ອອອສເຕຣເລັຍກໍາລັງເຂົ້າສູ່ລະດູໃບໄມ້ປົ່ງ, ຜູ້ຊ່ຽວຊານກໍາລັງເຕືອນຜູ້ຄົນບໍ່ໃຫ້ປມາດກັບໂຣກທີ່ມາກັບລະດູ. ໂຣກລະບົບຫາຍໃຈ ຍັງຄົງແພ່ລະບາດໃນປະຊາກອນ, ໂດຍລະດັບລະອອງເກສອນທີ່ສູງຂຶ້ນ ກໍຄາດວ່າຈະກະຕຸ້ນອາການຫອບຫືດ ແລະພູມແພ້ໄດ້ເຊັ່ນກັນ. ລະດູໃບໄມ້ປົ່ງ ຫມາຍຄວາມວ່າ ລະດັບລະອອງດອກໄມ້ສູງຂຶ້ນ, ຊຶ່ງອາດຈະກະຕຸ້ນໃຫ້ເກີດອາການພູມແພ້ (Allergies) ແລະໂຣກຫອບຫືດ (Asthma). Asthma Australia ກໍາລັງຮຽກຮ້ອງ ໃຫ້ເພີ່ມການສຶກສາ ແລະຄວາມຮູ້ກ່ຽວກັບໂຣກຊຳເຮືອນີ້.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ໂຣກລະບົບຫາຍໃຈທີ່ມາກັບລະດູໃບໄມ້ປົ່ງ.

ເມື່ອອອສເຕຣເລັຍກໍາລັງເຂົ້າສູ່ລະດູໃບໄມ້ປົ່ງ, ຜູ້ຊ່ຽວຊານກໍາລັງເຕືອນຜູ້ຄົນບໍ່ໃຫ້ປມາດກັບໂຣກທີ່ມາກັບລະດູ.

ໂຣກລະບົບຫາຍໃຈ ຍັງຄົງແພ່ລະບາດໃນປະຊາກອນ, ໂດຍລະດັບລະອອງເກສອນທີ່ສູງຂຶ້ນ ກໍຄາດວ່າຈະກະຕຸ້ນອາການຫອບຫືດ ແລະພູມແພ້ໄດ້ເຊັ່ນກັນ.

ລະດູໃບໄມ້ປົ່ງນໍາມາຊຶ່ງອາກາດອົບອຸ່ນ, ດອກໄມ້ບານ ແລະສິ່ງທີ່ມາກັບລະດູທີ່ບໍ່ໜ້າຕ້ອນຮັບ ນັ້ນກໍຄື: ໄວຣັສທີ່ຍັງຄົງຢູ່.

ນັ້ນແມ່ນຕາມຄໍາກ່າວຂອງ Dr Michael Wright, ຜູ້ທີ່ກ່າວວ່າ ໂຣກທາງລະບົບຫາຍໃຈ ເຊັ່ນໄຂ້ຫວັດໃຫຍ່ ບໍ່ໄດ້ຈໍາກັດຢູ່ແຕ່ໃນຊ່ວງລະດູຫນາວເທົ່ານັ້ນ.

"ພວກເຮົາເຫັນເຊື້ອໄວຣັສ ແພ່ລະບາດໃນຊຸມຊົນຕລອດປີ. ສິ່ງທີ່ເກີດຂຶ້ນໃນອາກາດໜາວຄື ເປືອກຂອງເຊື້ອໄວຣັສ ຈະມີຄວາມແຂງແກ່ນກວ່າໃນອາກາດຫນາວ, ແລະພວກເຮົາກໍຢູ່ໃນບ້ານຫຼາຍກວ່າ, ຊຶ່ງພວກເຮົາຢູ່ໃນພື້ນທີ່ໃກ້ກັນຫຼາຍຂຶ້ນ. ດັ່ງນັ້ນ, ໂອກາດທີ່ເຊື້ອໄວຣັສຈະແພ່ກະຈາຍຈະສູງກວ່າ, ແຕ່ແນ່ນອນ, ໂດຍສະເພາະກັບໄຂ້ຫວັດໃຫຍ່, ພວກເຮົາເຫັນມັນຕລອດປີ."

ລາວເປັນປະທານຂອງ the Royal Australian College of General Practitioners ແລະກ່າວວ່າ ລະດູໄຂ້ຫວັດໃນປີ 2025 ເປັນຫນຶ່ງໃນລະດູທີ່ຮ້າຍແຮງທີ່ສຸດ ໃນປວັດສາດ.

Super-K, ສາຍພັນໄຂ້ຫວັດໃຫຍ່ທີ່ກາຍພັນ ແລະແພ່ຂຍາຍໄດ້ໄວ, ໄດ້ປາກົດໃນອອສເຕຣເລັຍ ໃນລະດູບໄມ້ປົ່ງໃນປີກາຍ.

"ຂ້ອຍຄິດວ່າ ສິ່ງທີ່ເກີດຂຶ້ນໃນປີທີ່ຜ່ານມາ, ພວກເຮົາເຫັນການປາກົດຂຶ້ນຂອງສາຍພັນໃຫມ່, ທີ່ເອີ້ນວ່າ Super-K, ແລະວັກຊີນຈາກປີກ່ອນຍັງບໍ່ພ້ອມສໍາລັບສິ່ງນັ້ນ. ແຕ່ຂ່າວດີກໍຄື ວັກຊີນສໍາລັບປີນີ້ ສາມາດຮັກສາສາຍພັນນັ້ນໄດ້."

ປະມານເຄິ່ງລ້ານຄົນ ທີ່ກວດພົບເຊື້ອໄຂ້ຫວັດໃຫຍ່ໃນປີກາຍ, ໂດຍອອສເຕຣເລັຍ ມີຜູ້ເສັຍຊີວິດເກືອບ 1,800 ຄົນ (1,792) ທີ່ກ່ຽວຂ້ອງກັບໄວຣັສນີ້.

ນັ້ນແມ່ນ ເກືອບສາມເທົ່າຂອງອັດຕາການເສັຍຊີວິດ ທີ່ບັນທຶກໄວ້ໃນປີ 2023, ຕາມຂໍ້ມູນການຕິດເຊື້ອທາງລະບົບຫາຍໃຈ ທີ່ຖືກຕີພິມໂດຍສໍານັກງານສະຖິຕິອອສເຕຣເລັຍ (the Australian Bureau of Statistics).

Dr Wright ກ່າວວ່າ ມັນຍາກທີ່ຈະຄາດການວ່າ ໄວຣັສໃຫມ່ຈະກັບມາອີກໃນເດືອນກັນຍາ ແລະ ຕຸລາ ຫຼືບໍ່.

"ຂ້ອຍຄິດວ່າ ປີຜ່ານມາ ພວກເຮົາໂຊກບໍ່ດີ ທີ່ມີຈຸດສູງເກືອບສອງຄັ້ງ. ພວກເຮົາມີສາຍພັນທໍາອິດ ທີ່ມາຈາກລະດູໄຂ້ຫວັດທົ່ວໄປ, ຊຶ່ງເປັນສາຍພັນໃຫຍ່ ໃນໂຕມັນເອງ, ແລ້ວສາຍພັນ Super-K ນີ້ເກີດຂຶ້ນ. ດັ່ງນັ້ນ, ປີນີ້, ຈຸດສູງສຸດຄັ້ງທຳອິດນັ້ນຕ່ຳກວ່າ. ພວກເຮົາຫວັງວ່າ ຈະບໍ່ມີການເພີ່ມຂຶ້ນຄັ້ງໃຫຍ່ອີກ, ແຕ່ພວກເຮົາບໍ່ສາມາດໝັ້ນໃຈໄດ້."

ລາຍງານການຂອງ The Respiratory Surveillance ຂອງສູນຄວບຄຸມໂຣກ (the Australian Centre for Disease Control) ພົບວ່າ ຈໍານວນຜູ້ຕິດເຊື້ອ RSV (Respiratory Syncytial Virus) ໄດ້ຫຼຸດລົງໃນສອງອາທິດທີ່ຜ່ານມາ ເມື່ອທຽບກັບປີກ່ອນ.

ອັດຕາການຕິດເຊື້ອ COVID-19 ຍັງສູງກວ່າປົກກະຕິ.

ແຕ່ຢ່າງໃດກໍຕາມ, ອອສເຕຣເລັຍ ກໍາລັງຈະຍົກເລີກໂຄງການວັກຊີນ COVID-19 ທົ່ວໄປ, ດ້ວຍວັກຊີນຟຣີ ຈະຈໍາກັດໃຫ້ກັບ ຜູ້ທີ່ຖືກພິຈາຣະນາວ່າ ມີຄວາມສ່ຽງສູງຕໍ່ໂຣກຮ້າຍແຮງເທົ່ານັ້ນ.

Adrian Esterman, ປະທານພາກວິຊາ Biostatistics and Epidemiology ທີ່ມະຫາວິທະຍາລັຍ Adelaide, ກ່າວວ່າ ກົດເກນການມີສິດໃຫມ່ ອາດຈະເຮັດໃຫ້ບາງຄົນຕົກຢູ່ໃນຄວາມສ່ຽງ.

"ຄໍານິຍາມປະຈຸບັນ ທີ່ລະບຸວ່າ ຖ້າທ່ານມີລະບົບພູມຄຸ້ມກັນບົກພ່ອງ ຢ່າງຮ້າຍແຮງ (Severe Immunocompromised), ທ່ານຍັງສາມາດຮັບວັກຊີນຟຣີໄດ້. ແຕ່ນັ້ນແມ່ນຄໍານິຍາມທີ່ແຄບຫຼາຍ. ມີຫຼາຍຄົນ ທີ່ເປັນໂຣກເບົາຫວານ (Diabetes) ແລະໂຣກຊຳເຮື້ອອື່ນໆ ທີ່ມີຄວາມສ່ຽງສູງຫຼາຍ. ພວກເຂົາບໍ່ໄດ້ຢູ່ໃນກຸ່ມອາຍຸສູງກວ່າ 75 ປີ; ຍົກຕົວຢ່າງ, ພວກເຂົາອາຍຸນ້ອຍກວ່າ 65 ປີ. ພວກເຂົາຍັງຈະໄດ້ຮັບຜົນປໂຍດຫຼາຍຈາກການຮັບວັກຊີນ COVID, ແຕ່ພວກເຂົາ ບໍ່ສາມາດຮັບວັກຊີນຟຣີໄດ້ອີກຕໍ່ໄປ."

ຕັ້ງແຕ່ວັນທີ 1 ຕຸລາ, ວັກຊີນ COVID-19 ຟຣີ ຈະມີໃຫ້ສໍາລັບຜູ້ໃຫຍ່ອາຍຸ 75 ປີຂຶ້ນໄປ ທຸກໆ 6 ເດືອນ.

ສໍາລັບຜູ້ໃຫຍ່ອາຍຸ 65 ຫາ 74 ປີ, ຈະມີທຸກໆ 12 ເດືອນ.

ຊາວ Aboriginal and Torres Strait Islander ອາຍຸ 50 ຫາ 74 ປີ ກໍຈະຍັງມີສິດໄດ້ຮັບວັກຊີນປະຈໍາປີ, ເຊັ່ນດຽວກັບຜູ້ໃຫຍ່ທີ່ມີລະບົບພູມຄຸ້ມກັນບົກພ່ອງຢ່າງຮ້າຍແຮງ (Severe Immunocompromised).

"ຈະບໍ່ມີຫຍັງປ່ຽນແປງຫຼາຍ ສໍາລັບຄົນທີ່ຈໍາເປັນຕ້ອງການວັກຊີນ. ດັ່ງນັ້ນ, ຍົກຕົວຢ່າງ, ທ່ານມີພຽງ 25 ເປີເຊັນຂອງຜູ້ອາຍຸ 75 ປີຂຶ້ນໄປທີ່ໄດ້ຮັບວັກຊີນໃນ 6 ເດືອນຜ່ານມາ, 30 ເປີເຊັນໃນ 12 ເດືອນທີ່ຜ່ານມາ.ແລະ ຜູ້ທີ່ມີອາຍຸ 65 ຫາ 74 ປີ, ມີພຽງ 19 ເປີເຊັນທີ່ໄດ້ຮັບການສັກວັກຊີນໃນ 12 ເດືອນທີ່ຜ່ານມາ. ດັ່ງນັ້ນ, ບັນຫາກໍຄືວ່າ ຄົນທີ່ມີຄວາມສ່ຽງສູງທີ່ສຸດ ບໍ່ໄດ້ໄດ້ຮັບວັກຊີນ; ພວກເຂົາຈະບໍ່ໄດ້ຮັບວັກຊີນ. ດັ່ງນັ້ນ, ໂດຍການປ່ຽນແປງກົດຫມາຍເຫຼົ່ານີ້, ມັນຈະບໍ່ປ່ຽນແປງສິ່ງນັ້ນ."

Catherine Bennett ເປັນປະທານພາກວິຊາ Epidemiology ທີ່ມະຫາວິທະຍາລັຍ Deakin ແລະກ່າວວ່າ COVID-19 ບໍ່ຄວນຫາຍໄປຈາກການສົນທະນາດ້ານສາທາຣະນະສຸກ.

ແຕ່ນາງເຊື່ອວ່າ ຕອນນີ້ຄວນໃຫ້ຄວາມສໍາຄັນ ກັບການສື່ສານທີ່ມີປະສິດທິພາບ.

"ຜູ້ຄົນຕ້ອງການການສື່ສານທີ່ດີໃນການເຂົ້າໃຈວ່າ COVID ແລະ ໄຂ້ຫວັດໃຫຍ່ ປຽບທຽບກັນຢ່າງໃດໃນປັດຈຸບັນ ແລະຄວາມສ່ຽງໃນຊຸມຊົນແມ່ນຫຍັງ. ຫນຶ່ງໃນສິ່ງທີ່ພວກເຮົາບໍ່ມີຂໍ້ມູນດີ ຄືຈໍານວນຜູ້ທີ່ຕິດເຊື້ອ COVID ໃຫມ່, ໂດຍສະເພາະ ຜູ້ທີ່ອາດຈະບໍ່ໄດ້ຕິດເຊື້ອມານານແລ້ວ ອາດຈະຍັງມີຄວາມສ່ຽງຕໍ່ Long COVID ຫຼືມີຜົນກະທົບອື່ນໆ."

SBS News ໄດ້ຕິດຕໍ່ກະຊວງສາທາຣະນະສຸກເພື່ອຂໍຄວາມຄິດເຫັນ.

ກ່ອນຫນ້ານີ້ ມັນໄດ້ບອກ RACGP ວ່າ COVID-19 ເປັນໂຣກລະບາດໃນອອສເຕຣເລັຍ ແລະນະໂຍບາຍການສັກວັກຊີນ ຄວນແນໃສ່ ການຮັກສາການປົກປ້ອງ ໃນກຸ່ມຜູ້ທີ່ມີຄວາມສ່ຽງງ່າຍ ຕໍ່ໂຣກຮ້າຍແຮງ.

ແຕ່ບໍ່ແມ່ນພຽງແຕ່ການຕິດເຊື້ອທາງລະບົບຫາຍໃຈເທົ່ານັ້ນ.

Kate Miranda, ຜູ້ອໍານວຍການຂອງ Asthma Australia, ກ່າວວ່າ ລະດູໃບໄມ້ປົ່ງ ຫມາຍຄວາມວ່າ ລະດັບລະອອງດອກໄມ້ສູງຂຶ້ນ, ຊຶ່ງອາດຈະກະຕຸ້ນໃຫ້ເກີດອາການພູມແພ້ (Allergies) ແລະໂຣກຫອບຫືດ (Asthma).

"ນີ້ອາດຈະເປັນຊ່ວງເວລາທີ່ອັນຕະຣາຍ ສໍາລັບຄົນທີ່ມີອາການພູມແພ້. ດັ່ງນັ້ນ, ມັນແມ່ນຫນຶ່ງໃນສາເຫດທີ່ພົບເລື້ອຍທີ່ສຸດ ສໍາລັບໂຣກຫອບຫືດ (Asthma) ແລະລະດູລະອອງເກສອນດອກໄມ້ ທີ່ກໍາລັງຈະມາຮອດ. ດັ່ງນັ້ນ, ຫນຶ່ງໃນສິ່ງທີ່ພວກເຮົາ ມັກຈະແນະນໍາໃຫ້ຜູ້ຄົນເຮັດຄື ການໃຫ້ແນ່ໃຈວ່າ ພວກເຂົາພົກຢາຕິດໂຕຕລອດເວລາ ແລະໃຊ້ຢາພົ່ນປ້ອງກັນ (Preventer Inhaler) ຂອງພວກເຂົາ."

ມີປະຊາກອນ ເກືອບ 2.8 ລ້ານຄົນ, ຫຼືປະມານ 11 ເປີເຊັນ ຂອງປະຊາກອນ ອອສເຕຣເລັຍ ທີ່ເປັນໂຣກຫອບຫືດ

ນັ້ນແມ່ນ ໜຶ່ງໃນອັດຕາ ທີ່ສູງທີ່ສຸດໃນໂລກ.

Ms Miranda ກ່າວວ່າ ຜົນກະທົບຂອງໂຣກປອດອັກເສບຊຳເຮື້ອ ອາດແຕກຕ່າງກັນ ຕາມອາຍຸ ແລະເພດ.

"ໂຣກຫອບຫືດ (Asthma) ເປັນພາວະສຸຂະພາບຂອງຜູ້ຍິງ. ຍັງມີຜູ້ຍິງອີກຫຼາຍທີ່ເປັນໂຣກຫອບຫືດ (Asthma). ຫນຶ່ງໃນຫ້າຂອງຜູ້ຍິງຜູ້ໃຫຍ່ ໃນອອສເຕຣເລັຍ ເປັນໂຣກຫອບຫືດ. ມັນເປັນພາລະຂອງໂຣກທີ່ຫນັກທີ່ສຸດ ສໍາລັບເດັກຜູ້ຍິງອາຍຸ 1 ຫາ 14 ປີ ແລະເປັນສາເຫດອັນດັບ 8 ຂອງພາລະຂອງໂຣກທັງຫມົດ. ຜູ້ຍິງຖືກນໍາເຂົ້າໂຮງຫມໍຫຼາຍຂຶ້ນ, ແລະມີຜູ້ຍິງ ເສັຍຊີວິດຈາກໂຣກຫອບຫືດ ເປັນສອງເທົ່າໃນແຕ່ລະປີ."

ການປ່ຽນແປງຂອງຮໍໂມນ (Hormonal shifts) ທີ່ເກີດຂຶ້ນໃນຊ່ວງວັຍຮຸ່ນ, ການຖືພາ, ການໝົດປະຈຳເດືອນ ແລະ ຕອນໝົດປະຈຳເດືອນສາມາດສົ່ງຜົນກະທົບ ຕໍ່ການອັກເສບທາງເດີນຫາຍໃຈ ແລະ ການຄວບຄຸມໂຣກຫອບຫືດ.

ຜູ້ຍິງ ຍັງມີຄວາມແຕກຕ່າງ ຂອງການເປັນໂຣກຢ່າງບໍ່ສົມສ່ວນ, ໂດຍມີຜູ້ຍິງ 322 ຄົນ ແລະ ຜູ້ຊາຍ 156 ຄົນ ເສັຍຊີວິດຈາກສາເຫດທີ່ເກີດຈາກໂຣກຫອບຫືດໃນປີ 2024.

Asthma Australia ກໍາລັງຮຽກຮ້ອງ ໃຫ້ເພີ່ມການສຶກສາ ແລະຄວາມຮູ້ກ່ຽວກັບໂຣກຊຳເຮືອນີ້.

"ຫນຶ່ງໃນສິ່ງທີ່ພວກເຮົາກໍາລັງຮຽກຮ້ອງ ຄືການໃຫ້ຣັດຖະບານຮວມເອົາໂຣກຫອບຫືດ (Asthma) ເຂົ້າໃນວາຣະນະໂຍບາຍສຸຂະພາບຜູ້ຍິງ (the Women's Health Policy Agenda) ແລະຜູ້ຍິງກໍໄປພົບຫມໍປະຈໍາຕົວເພື່ອເລື່ອງອື່ນໆ, ແຕ່ພວກເຂົາບໍ່ໄດ້ເວົ້າເຖິງອາການຫອບຫືດໃນຊ່ວງເວລານີ້. ດັ່ງນັ້ນ ມັນເປັນການຮັບຮູ້ຫຼາຍຂຶ້ນ; ຫລາຍເທື່ອ, ມັນແມ່ນສິ່ງທີ່ຜູ້ຄົນມັກເວົ້າເຖິງ ໃນຕອນທ້າຍການປຶກສາຫມໍ; ພວກເຂົາອາດຈະໄປທີ່ນັ້ນເພື່ອເລື້ອງອື່ນ, ແລ້ວພວກເຂົາກ່າວວ່າ 'ໂອ້, ອາການຫອບຫາຍໃຈຂອງຂ້ອຍກໍາລັງມີບັນຫາ'. ແຕ່ພວກເຮົາ ຢາກໃຫ້ຄົນໃຫ້ຄວາມສໍາຄັນ ກັບຫອບຫືດຂອງຕົນເອງຢ່າງຈິງຈັງ."

ນີ້ແມ່ນຂໍ້ຄວາມທີ່ Ms Miranda ຢາກສົ່ງຕໍ່ ບໍ່ວ່າຈະເປັນລະດູການໃດກໍຕາມ.

ລາຍງານໂດຍ Yasmine Alwakal ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao        

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now