SKIP TO MAIN CONTENT

ສລຸບຂ່າວປະຈຳອາທິດ 17 ກັນຍາ 2026

Donald Trump
ປະທານາທິບໍດີສະຫະຣັດ Donald Trump Source: AP / Mark Schiefelbein/AP

ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: *** ມີຄວາມກັງວົນ ກ່ຽວກັບຂໍ້ສເນີ ການຍ້າຍຖິ່ນຖານຂອງຣັດຖະບານ. *** ສະຫະຣັດອາເມຣິກາ ປັບອັດຕາດອກເບັ້ຍຂຶ້ນ ເປັນຄັ້ງທໍາອິດ ໃນຮອບ 3 ປີ ແລະໃນຂ່າວກິລາ........... *** ທີມ Sydney Swans ກໍາລັງກຽມຕົວ ສໍາລັບຮອບຮອງຊນະເລີດ AFL ກັບທີມ Fremantle.


Published

By Allan Lee

Presented by Sak Phoumirath

Source: SBS


Skip to podcast episode content

ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: *** ມີຄວາມກັງວົນ ກ່ຽວກັບຂໍ້ສເນີ ການຍ້າຍຖິ່ນຖານຂອງຣັດຖະບານ. *** ສະຫະຣັດອາເມຣິກາ ປັບອັດຕາດອກເບັ້ຍຂຶ້ນ ເປັນຄັ້ງທໍາອິດ ໃນຮອບ 3 ປີ ແລະໃນຂ່າວກິລາ........... *** ທີມ Sydney Swans ກໍາລັງກຽມຕົວ ສໍາລັບຮອບຮອງຊນະເລີດ AFL ກັບທີມ Fremantle.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ສລຸບຂ່າວປະຈຳອາທິດ 17 ກັນຍາ 2026.

ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້:

ມີຄວາມກັງວົນ ກ່ຽວກັບຂໍ້ສເນີ ການຍ້າຍຖິ່ນຖານຂອງຣັດຖະບານ.

ສະຫະຣັດອາເມຣິກາ ປັບອັດຕາດອກເບັ້ຍຂຶ້ນ ເປັນຄັ້ງທໍາອິດ ໃນຮອບ 3 ປີ

ແລະໃນຂ່າວກິລາ...........

ທີມ Sydney Swans ກໍາລັງກຽມຕົວ ສໍາລັບຮອບຮອງຊນະເລີດ AFL ກັບທີມ Fremantle.

ຕໍ່ໄປແມ່ນລາຍລະອຽດຂອງຂ່າວ ແລະຂ່າວອື່ນໆ

****************************

ພາກທຸຣະກິດຂອງອອສເຕຣເລັຍ ສະແດງຄວາມກັງວົນ ກ່ຽວກັບຄວາມເປັນໄປໄດ້ ທີ່ລະບົບການຍ້າຍຖິ່ນຖານຂອງປະເທດ ຈະຖືກສັ່ນສະເທືອນ.

ຣັດຖະມົນຕີກະຊວງພາຍໃນ, Tony Burke, ກໍາລັງກຽມຈະເປີດເຜີຍແຜນການຂອງຣັດຖະບານກາງ ໃນການປັບປຸງການຍ້າຍຖິ່ນຖານ, ຊຶ່ງອາດຮວມເຖິງ ການມຸ່ງເປົ້າໄປທີ່ວີຊ່າຄອບຄົວ ສໍາລັບນັກສຶກສາຕ່າງຊາດ ແລະສິດທິການເຮັດວຽກ ຂອງຜູ້ທີ່ມີວີຊ່າເຊື່ອມຕໍ່ (Bridging Visas).

Wes Lambert, ຜູ້ອໍານວຍການຂອງສະມາຄົມຮ້ານອາຫານ ແລະກາເຟ ອອສເຕຣເລັຍ (the Australian Restaurant and Cafe Association), ກ່າວວ່າ ບໍຣິສັດບໍຣິການ ເລີ້ມໄດ້ຮັບຜົນກະທົບແລ້ວ ຫຼັງຈາກຣັດຖະບານ ດໍາເນີນການລະງັບວີຊ່າ ໃນເດືອນກໍລະກົດ ສຳລັບນັກທ່ອງທ່ຽວ ທີ່ສາມາດເຮັດວຽກໄດ້, ທີ່ນາຍຈ້າງໃນເຂດພູມີພາກຕ້ອງເພິ່ງພາເປັນພິເສດ.

ຜູ້ອໍານວຍການ ຂອງສະມາຄົມໂຮງແຮມ ອອສເຕຣເລັຍ (Australian Hotels Association), James Goodwin, ຊຶ່ງເປັນຜູ້ນໍາອຸດສາຫະກັມອີກຄົນໜຶ່ງ ທີ່ກັງວົນວ່າ ການຕັດການຍ້າຍຖານລົງ ຈະເຮັດໃຫ້ແຮງງານທີ່ຂາດເຂີນຢູ່ແລ້ວ ຖືກກະທົບຢ່າງຫນັກຕື່ມອີກ - ແຕ່ລາວໄດ້ບອກກັບ 2GB ວ່າ ການລະເມີດລະບົບວີຊ່າ ຈໍາເປັນຕ້ອງໄດ້ຮັບການແກ້ໄຂ.

"ອອສເຕຣເລັຍ ຈໍາເປັນຕ້ອງມີການຕັ້ງລະບົບການຍ້າຍຖິ່ນຖານທີ່ຖືກຕ້ອງ ເພື່ອຕອບສນອງ ທັງຄວາມຄາດຫວັງທາງທຸຣະກິດ ແລະຊຸມຊົນ. ອຸດສາຫະກັມໂຮງແຮມ ຕ້ອງການການຍ້າຍຖານ ເນື່ອງຈາກການຂາດແຄນແຮງງານ."

***************************************

ນາຍົກຣັດຖະມົນຕີ New South Wales ໄດ້ປົກປ້ອງການຜ່ານຮ່າງກົດຫມາຍ ທີ່ຄວບຄຸມທີ່ດິນຂອງຣັດ, ເຊິ່ງກຸ່ມສິດທິທີ່ດິນຂອງ Aboriginal and Torres Strait Islander ກ່າວວ່າ ເປັນການກ້າວຖອຍຫຼັງ.

The New South Wales Aboriginal Land Council ກ່າວວ່າ ມີຫຼາຍດ້ານຂອງກົດຫມາຍນີ້ ທີ່ເຮັດໃຫ້ສິດທິທີ່ດິນ ຂອງຊາວພື້ນເມືອງຫຼຸດນ້ອຍລົງ, ຮວມເຖິງການປ່ຽນແປງທີ່ເອີ້ນວ່າ 'ການປ່ຽນແປງຢ້ອນຫຼັງ(Retrospective Changes)' ທີ່ອາດຈະເຮັດໃຫ້ ການຊື້ຂາຍທີ່ດິນຫຼວງໃນອະດີດ ໄດ້ຮັບການຮັບຮອງ ແລະຖ້າບໍ່ຢ່າງນັ້ນ ຈະບໍ່ມີຜົນທາງກົດຫມາຍ.

ມັນກ່າວວ່າ ມີພຽງ 0.2 ເປີເຊັນຂອງທີ່ດິນ ທີ່ຣັດຖະບານເປັນເຈົ້າຂອງ ໄດ້ຖືກໂອນໃຫ້ກັບຊາວພື້ນເມືອງ ຕາມກົດຫມາຍສິດທິທີ່ດິນ ຂອງຊາວພື້ນເມືອງ (the Aboriginal Land Rights Act).

ແຕ່ນາຍົກຣັດຖະມົນຕີ Chris Minns ກ່າວວ່າ ລາວຮູ້ສຶກວ່າ ການປ່ຽນແປງທີ່ ກົດຫມາຍນີ້ໄດ້ນໍາມາໃຊ້ນັ້ນ ແມ່ນສິ່ງຈໍາເປັນ.

"ພວກເຮົາ ບໍ່ຢາກເປັນຝ່າຍຕໍ່ຕ້ານ ກັບສະພາທີ່ດິນ. ພວກເຮົາເຊື່ອວ່າ ນີ້ແມ່ນການປະຕິຮູບທີ່ສໍາຄັນ ສໍາລັບຣັດຂອງເຮົາ. ມັນໄດ້ນໍາໄປສູ່ທຸຣະກິດພື້ນເມືອງ. ນັ້ນແມ່ນສ່ວນສໍາຄັນ ຂອງການປິດຊ່ອງວ່າງຂອງພວກເຮົາ. ແຕ່ພວກເຮົາ ຢາກໃຫ້ມັນໃຊ້ງານໄດ້ອີກ 50 ປີ - ບໍ່ໃຫ້ຖືກລົບລ້າງໄປ ເພາະດິນຊຸມຊົນບໍ່ສາມາດນໍາໃຊ້ໄດ້ອີກ ເນື່ອງຈາກການອ້າງສິດທີ່ດິນ. ພວກເຮົາຄິດວ່າ ນີ້ສອດຄ່ອງກັບແຜນດັ້ງເດີມ ສໍາລັບກົດຫມາຍຂອງ Frank Water ຕັ້ງແຕ່ປີ 1984."

* https://www.parliament.nsw.gov.au/parliamentary-business/bills/bill-details?billId=18878&ref=1849

************************************

ທະນາຄານກາງສະຫະຣັດອາເມຣິກາ ໄດ້ປັບອັດຕາດອກເບັ້ຍຫຼັກ ເປັນຄັ້ງທໍາອິດໃນຮອບ 3 ປີ, ຊຶ່ງຂັດຕໍ່ຄໍາຮ້ອງຂໍ ຂອງປະທານາທິບໍດີ Donald Trump ໃນການຫຼຸດອັດຕາດອກເບັ້ຍ.

ໂດຍລະບຸວ່າ ເງິນເຟີ້ເປັນສາເຫດຫຼັກ ທີ່ເຮັດໃຫ້ເພີ່ມຂຶ້ນ ໜຶ່ງສ່ວນສີ່ຂອງຈຸດ.

ອັດຕາເງິນເຟີ້ຢູ່ທີ່ 3.4 ເປີເຊັນ - ຊຶ່ງເພີ່ມຂຶ້ນປະມານ 1 ເປີເຊັນ ຕັ້ງແຕ່ເລີ່ມສົງຄາມໃນອິຣານ.

Kevin Warsh ປະທານຄນະກັມມະການ ທະນາຄານກາງສະຫະຣັດ ກ່າວວ່າ ເລື່ອງນີ້ຈໍາເປັນຕ້ອງໄດ້ຮັບການແກ້ໄຂ.

"ເປັນເວລາຫຼາຍກວ່າ 5 ປີ, ອັດຕາເງິນເຟີ້ ສູງກວ່າເປົ້າຫມາຍ. ດັ່ງນັ້ນ ຈຸດເນັ້ນຫຼັກຂອງເຮົາຄື ດ້ານຄວາມໝັ້ນຄົງຂອງລາຄາ ຕາມພາລະກິດຂອງພວກເຮົາ. ຄວາມຈິງກໍຄື ອັດຕາເງິນເຟີ້ສູງເກີນໄປ ແລະມັນເປັນແບບນີ້ມານານແລ້ວ."

**************************************

ສະຫະຣັດ ແລະຈີນ ໄດ້ຫຼຸດຄ່າຄໍາເຕືອນກ່ຽວກັບ AI ທີ່ອອກໂດຍຊ່ຽວຊານຊັ້ນນໍາ ລວມທັງ CEO ຂອງ Anthropic ໃຫ້ຊະລໍຄວາມໄວໃນການພັດທະນາ AI ແລະສ້າງມາດຕະການປ້ອງກັນ ເພື່ອປົກປ້ອງມະນຸດຊາດ.

ປະທານາທິບໍດີສະຫະຣັດ Donald Trump ໄດ້ອອກຖແລງການທີ່ຮຸນແຮງ ໃນແພລດຟອມສື່ສັງຄົມ X, ຊຶ່ງຂຽນວ່າ ຄໍາເຕືອນນີ້ ທີ່ຖືກຢືນຢັນໂດຍບຸກຄົນສຳຄັນດ້ານເທັກໂນໂລຈີອື່ນໆ, ແມ່ນ 'ການຫລອກລວງ (Hoax)'.

ໃນບົດຄວາມຂອງລາວ, Dario Amodei ຜູ້ອໍານວຍການຂອງ Anthropic, ໄດ້ແນໃສ່ຈີນເປັນປັນຫາຫຼັກ, ໂດຍເຕືອນວ່າ ຄວາມໄດ້ປຽບດ້ານ AI ຂອງຈີນ ຈະເຮັດໃຫ້ເກີດຄວາມສ່ຽງ ຕໍ່ຄວາມໝັ້ນຄົງແຫ່ງຊາດ ຕໍ່ສະຫະຣັດອາເມຣິກາ.

Guo Jiakun ໂຄສົກກະຊວງການຕ່າງປະເທດຂອງຈີນ ບໍ່ໄດ້ອ້າງອີງບົດຄວາມນີ້ ແຕ່ໄດ້ກ່າວໃນການຖແລງຂ່າວວ່າ ການພັດທະນາ AI ແມ່ນກ່ຽວກັບຄວາມສຸກສະບາຍຮ່ວມ ຂອງມະນຸດທຸກຄົນ.

"ທຸກຝ່າຍ ຄວນເຮັດວຽກຮ່ວມກັນ ເພື່ອພັດທະນາ AI ຢ່າງເປີດກວ້າງ, ມີສ່ວນຮ່ວມ, ເປັນປໂຍດຕໍ່ທຸກຝ່າຍ, ແລະມຸ່ງໄປທາງທີ່ດີ. ການແພ່ຂ່າວ ກ່ຽວກັບພັຍຄຸກຄາມຕ່າງໆ ແລະການປະເຊີນໜ້າກັນ ແລະການແຂ່ງຂັນ ທີ່ມີເຈດຕະນາຮ້າຍ ຈະທຳລາຍຂະບວນການ ໃນການກຳກັບດູແລ AI ທົ່ວໂລກ ແລະບໍ່ເປັນປໂຍດຕໍ່ຜູ້ໃດເລີຍ."

************************************

ທໍ່ສົ່ງນ້ຳມັນຫຼັກຂອງ Saudi Arabia ອາດຈະບໍ່ສາມາດໃຊ້ງານໄດ້ເຖິງ 5 ອາທິດ, ຫຼັງຈາກຖືກໂຈມຕີດ້ວຍໂດຣນ.

ທໍ່ສົ່ງນີ້ ໄດ້ກາຍເປັນເສັ້ນທາງສົ່ງອອກທີ່ສໍາຄັນ ນັບຕັ້ງແຕ່ສົງຄາມລະຫວ່າງ ສະຫະຣັດກັບ ອີຣານ ທີ່ຈໍາກັດການຂົນສົ່ງຜ່ານຊ່ອງແຄບ Hormuz.

ເຈົ້າຫນ້າທີ່ກ່າວວ່າ ການສ້ອມແປງທໍ່ສົ່ງນ້ຳມັນ ລະຫວ່າງ ຕາເວັນອອກ-ຕາເວັນຕົກ ອາດຈະໃຊ້ເວລາສາມເຖິງຫ້າອາທິດ, ແມ່ນວ່ານ້ຳມັນບາງສ່ວນ ອາດຈະຍັງສາມາດສົ່ງຕໍ່ໄປໄດ້.

ການໂຈມຕີນີ້ ເກີດຂຶ້ນໃນຂນະທີ່ກອງກໍາລັງ Houthi ທີ່ໄດ້ຮັບການ ສນັບສນູນຈາກອີຣານ ກໍາລັງເພີ່ມແຮງກົດດັນ ຕໍ່ເສັ້ນທາງນ້ຳມັນ ແລະການຂົນສົ່ງຂອງ Saudi Arabia, ຍຶດເກາະທີ່ມີຄວາມສໍາຄັນ ໃກ້ຊ່ອງແຄບ Bab el-Mandeb.

ຮອງປະທານາທິບໍດີສະຫະຣັດ, JD Vance, ກ່າວວ່າ Washington ກໍາລັງເຈຣະຈາ ກັບພັນທະມິດໃນພູມມິພາກ ແລະກຸ່ມ Houthis.

"ພວກເຮົາໄດ້ຕິດຕໍ່ຢ່າງຕໍ່ເນື່ອງ ກັບ Emiratis, Saudis, ແລະຄົນອື່ນໆ ທີ່ໄດ້ຮັບຜົນກະທົບໃນພູມີພາກນີ້. ພວກເຮົາ ຍັງໄດ້ມີການສົນທະນາໂດຍກົງ ກັບກຸ່ມ Houthis ດ້ວຍເຊັ່ນກັນ."

ຄວາມວຸ້ນວາຍນີ້ ໄດ້ເພີ່ມຄວາມກັງວົນ ກ່ຽວກັບການຈັດຫານ້ຳມັນທົ່ວໂລກ, ໂດຍນ້ຳມັນ Brent ມີລາຄາ $152.52 (US$109) ຕໍ່ Barrel.

*************************************

ເດັກວັຍຮຸ້ນສອງຄົນ ຖືກຕັ້ງຂໍ້ຫາ ກ່ຽວກັບການຍິງຜິດຕົວ ນັກສຶກສາມະຫາວິທະຍາລັຍ Marco Tapia ໃນພາກຕາເວັນອອກສ່ຽງໃຕ້ຂອງ Sydney ໃນວັນທີ 1 ກັນຍາ.

Marco Tapia ຖືກຍິງ ແລະເສັຍຊີວິດທີ່ບ້ານໃນ Glen Alpine, ໂດຍຕໍາຫຼວດໄດ້ຢືນຢັນພາຍຫຼັງວ່າ ເປັນການໂຈມຕີບ້ານ ທີ່ຜິດເປົ້າຫມາຍ.

ເດັກຊາຍສອງຄົນ, ອາຍຸ 14 ແລະ 16 ປີ, ຖືກຕັ້ງຂໍ້ຫາຄາດຕະກັມ ຫຼັງຈາກ ການດຳເນີນການໝາຍຄົ້ນສອງສະບັບ ໃນເມືອງ Fairfield.

ພວກເຂົາຖືກປະຕິເສດການປະກັນຕົວ ແລະຈະປາກົດຕົວໃນສານເຍົາວະຊົນ ໃນວັນທີ 17 ເດືອນກັນຍານີ້.

********************************

ປະທານຄນະກັມມາທິການຢູໂຣບ, Ursula Von der Leyen, ໄດ້ມອບສະຖານະ ສະມາຊິກປວັດສາດຂອງ E-U ໃຫ້ Canada - ເປັນຄັ້ງທໍາອິດໃນລັກສນະນີ້.

ປະທານ von der Leyen ກ່າວວ່າ ຈໍາເປັນຕ້ອງມີການຮ່ວມມືໃຫມ່ໃນໂລກ ທີ່ນາງກ່າວວ່າ ກໍາລັງມີຄວາມເປັນສັດຕູກັນຫຼາຍຂຶ້ນ.

ການເຄື່ອນໄຫວນີ້ ເກີດຂຶ້ນໃນເວລາທີ່ຄວາມສໍາພັນ ຂອງ Canada ກັບຄູ່ການຄ້າທີ່ໃຫຍ່ທີ່ສຸດຂອງມັນ, ສະຫະຣັດອາເມຣິກາ, ກໍາລັງກາຍເປັນຄວາມຂັດແຍ່ງທີ່ເພີ່ມຂຶ້ນ ໃນບໍ່ເທົ່າໃດເດືອນທີ່ຜ່ານມາ.

Fabian Zuleeg ຜູ້ອໍານວຍການຂອງສູນນະໂຍບາຍຢູໂຣບ (the European Policy Centre) ກ່າວວ່າ ການປະຕິບັດຢ່າງຮຸນແຮງຂອງຣັດຖະບານ Trump ຕໍ່ຄວາມສໍາພັນ ກັບປະເທດ Canada ກໍາລັງຊຸກຍູ້ໃຫ້ຣັດຖະບານ ພິຈາຣະນາການເສີມຄວາມສໍາພັນອື່ນໆ.

"ມັນຊັດເຈນວ່າ, ຣັດຖະບານ Trump ໄດ້ດໍາເນີນການຢ່າງຮ້າຍແຮງ, ທັງໃນ Canada ແລະສະຫະພາບຢູໂຣບ: ໂດຍກ່າວວ່າ Canada ເປັນຣັດທີ 51 ຂອງສະຫະຣັດອາເມຣິກາ...ນີ້ແມ່ນການກະທໍາທີ່ຊັດເຈນ ຂອງປະທານາທິບໍດີ ທີ່ໄດ້ຊຸກຍູ້ໃຫ້ Canada ແລະຢູໂຣບໃກ້ຊິດກັນຫຼາຍຂຶ້ນ."

*********************************

ຣັດຖະບານ Victorian ກໍາລັງຖືກກົດດັນເພີ່ມຂຶ້ນ ກ່ຽວກັບສະພາບຂອງຖນົນ ຫຼັງຈາກມີຜູ້ຂັບຣົດຈັກ ເສັຍຊີວິດຢູ່ທາງຫຼວງຕາເວັນຕົກ (the Western Highway).

ຕໍາຫຼວດກ່າວວ່າ Peter "Tiki" Mason ອາຍຸ 71 ປີ ຖືກລາຍງານວ່າໄດ້ຂັບຣົດຕົກຂຸມ ແລະສູນເສັຍການຄວບຄຸມໃກ້ Trawalla ທາງຕາເວັນຕົກຂອງ Ballarat, ເຖິງແມ່ນວ່າ ສາເຫດຂອງອຸບັດເຫດ ຍັງຢູ່ໃນລະຫວ່າງການສືບສວນ.

ຫມູ່ ແລະຜູ້ຂີ່ຄົນອື່ນ, Paul Pov, ກ່າວວ່າ Tiki ເປັນນັກຂີ່ຣົດຈັກທີ່ມີປະສົບການສູງ ແລະເປັນທີ່ຮູ້ຈັກດີ ໃນຊຸມຊົນນັກຂັບຂີ່ຣົດຈັກ.

ລາວໄດ້ກ່າວຫາຣັດຖະບານວ່າ ບໍ່ສາມາດດູແລຄວາມປອດພັຍ ຂອງ ຖນົນ.

"ມີຄົນສູນເສັຍພໍ່, ອ້າຍ ແລະ ລຸງ, ຜົວ ແລະຄົນຜູ້ນັ້ນ ຈະບໍ່ກັບບ້ານ ແລະຣັດຖະບານນີ້ ມີເລືອດເປື້ອນມື - ບໍ່ມີວິທີອື່ນທີ່ຈະອະທິບາຍ, ພວກເຂົາຮູ້ວ່າຕ້ອງເຮັດຫຍັງ ແຕ່ພວກເຂົາຍັງບໍ່ໄດ້ເຮັດ ເພາະພວກເຂົາບໍ່ມີຄວາມສາມາດ."

*******************************

ອອສເຕຣເລັຍ ໄດ້ຂຶ້ນສູ່ສິບອັນດັບສູງສຸດຂອງໂລກ ດ້ານຄວາມເທົ່າທຽມທາງເພດເປັນຄັ້ງທໍາອິດ, ໂດຍຂຶ້ນສູ່ອັນດັບທີ 8 ໃນການຈັດອັນດັບໂລກທີ່ສໍາຄັນ.

ລາຍງານຊ່ອງວ່າງທາງເພດທົ່ວໂລກ ຂອງກອງປະຊຸມເສດຖະກິດໂລກ (The World Economic Forum's Global Gender Gap Report) ໄດ້ປຽບທຽບ 148 ປະເທດ ໃນດ້ານຕ່າງໆ ລວມທັງການມີສ່ວນຮ່ວມທາງເສດຖະກິດ, ການສຶກສາ, ສຸຂະພາບ ແລະ ການເປັນຕົວແທນທາງການເມືອງ.

ອອສເຕຣເລັຍ ໄດ້ຂຶ້ນຈາກອັນດັບທີ 43 ໃນປີ 2022 ໄປສູ່ອັນດັບສູງສຸດໃນປວັດສາດ - ຢູ່ທີ່ອັນດັບທີ 8.

ນາຍົກຣັດຖະມົນຕີ, Anthony Albanese, ກ່າວວ່າ ຜົນການສໍາຫຼວດສະແດງໃຫ້ເຫັນວ່າ ມີຄວາມກ້າວຫນ້າ, ແຕ່ຍັງຕ້ອງມີວຽກງານເພີ່ມເຕີມໃນເລື່ອງຕ່າງໆ ເຊັ່ນ ຄ່າແຮງງານ, ຄວາມຮຸນແຮງທາງເພດ ແລະສຸຂະພາບຜູ້ຍິງ.

**************************

ມາເຖິງຂ່າວກິລາ

ທີມ Sydney Swans ກ່າວວ່າ ພວກເຂົາມີທີມທີ່ດີພໍ ເພື່ອເອົາຊນະ ເຖິງແມ່ນວ່າ ຈະຂາດຜູ້ຫຼິ້ນຫຼາຍຄົນ ໃນເກມຮອງຊນະເລີດ AFL ກັບ ທີມ Fremantle.

ທີມ Swans ກໍາລັງກຽມຕົວ ເພື່ອພົບກັບທີມອັນດັບສອງ ທີ່ SCG ໂດຍການມີສິດເຂົ້າຮອບ Grand Final ເປັນເດີມພັນ.

ພວກເຂົາຈະເຮັດໄດ້ໂດຍຂາດຜູ້ຫຼິ້ນຫ້າຄົນ ທີ່ຖືກລະງັບການແຂ່ງຂັນ ເນື່ອງຈາກເຫດການໃນໂຮງແຮມ Pullman ໃນເດືອນຜ່ານມາ ພ້ອມດ້ວຍຫົວຫນ້າທີມ Callum Mills ຜູ້ທີ່ໄດ້ຮັບບາດເຈັບ ໃນເກມຫຼ້າສຸດຂອງພວກເຂົາ ທີ່ຕໍ່ສູ້ກັບ Brisbane Lions.

Logan McDonald ກອງຫນ້າຂອງ Sydney ກ່າວວ່າ ທີມໄດ້ຕຽມພ້ອມ ຕລອດລະດູການ ເພື່ອໃຫ້ນັກກິລາສາມາດກ້າວຂຶ້ນມາເມື່ອຈໍາເປັນ.

"ຢ່າງທີ່ພວກເຮົາໄດ້ລົມກັນມາຕລອດປີ, ແຜນການຫຼິ້ນຂອງພວກເຮົາຄືວ່າ ພວກເຮົາຈະສ້າງລະບົບຂອງພວກເຮົາ ໂດຍບໍ່ໃຊ້ຜູ້ຫຼິ້ນໃດຫນຶ່ງ, ມັນແມ່ນເກມຖືກສ້າງຂຶ້ນ ຈາກບົດບາດຕ່າງໆ ແລະພວກເຮົາ ມີຄວາມໝັ້ນໃຈຢ່າງເຕັມທີ່ ຕລອດລະດູການ. ຕອນນີ້ ຈະຕ້ອງໃຊ້ຈິດໃຈຂອງທີມທັງຫມົດ ເພື່ອເຮັດຫຍັງບາງຢ່າງໃນປີນີ້ ແລະຜູ້ຫຼິ້ນທີ່ເຂົ້າມາກໍມີຄວາມເຊື່ອໝັ້ນໃນເລື້ອງນີ້ຫຼາຍ ແລະພວກເຮົາຄິດວ່າ ພວກເຮົາມີຄວາມສາມາດພຽງພໍ ທີ່ຈະເອົາຊນະເກມນີ້ໄດ້."

ຮວບຮວມໂດຍ Allan Lee ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now