ສລຸບຂ່າວ ປະຈຳອາທິດ ທີ 24 ກັນຍາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: *** ຕົວແທນ AI ໄດ້ເຈາະເຂົ້າລະບົບ Medicare... *** ອອສເຕຣເລັຍໄດ້ລົງນາມ ສັນຍາຄວາມປອດພັຍ 10 ປີກັບ Ukraine... ແລະໃນ ຂ່າວກິລາ... *** Wheelaroos ຂອງອອສເຕຣເລັຍ ໄດ້ຕັ້ງຊື່ຕາມການແຂ່ງຂັນ Rugby ໂລກໃນເດືອນຕຸລາ...
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ຂ່າວປະຈຳອາທິດ 24 ກັນຍາ 2026.
ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້:
*** ຕົວແທນ AI ໄດ້ເຈາະເຂົ້າລະບົບ Medicare...
*** ອອສເຕຣເລັຍໄດ້ລົງນາມ ສັນຍາຄວາມປອດພັຍ 10 ປີກັບ Ukraine...
ແລະໃນ ຂ່າວກິລາ...
*** Wheelaroos ຂອງອອສເຕຣເລັຍ ໄດ້ຕັ້ງຊື່ຕາມການແຂ່ງຂັນRugby ໂລກໃນເດືອນຕຸລາ...
ຕໍ່ໄປແມ່ນລາຍລະອຽດຂອງຂ່າວ ແລະຂ່າວອື່ນໆ
ຕົວແທນ A-I ທີ່ພັດທະນາໂດຍ Open A-I ໄດ້ລະເມີດລະບົບ Medicare ຂອງອອສເຕຣເລັຍ ແລະໄດ້ຮັບການຕິຕຽນຈາກນາຍົກຣັດຖະມົນຕີ.
Open A-I ໄດ້ເຂົ້າເຖິງເວັບໄຊຣັດຖະບານ ໃນເດືອນມິຖຸນາ, ໂດຍການເຈາະເຂົ້າໃນ Portal ຂໍ້ມູນຂອງ Medicare ທີ່ບໍຣິຫານໂດຍ Services Australia ໃນຂນະທີ່ມີລາຍງານວ່າ ກໍາລັງຄົ້ນຄວ້າການໃຊ້ຈ່າຍທາງການແພດສາທາຣະນະ.
The Australian Signals Directorate ກໍາລັງສືບສວນການລະເມີດນີ້, ໂດຍບໍ່ມີຫຼັກຖານວ່າ ຂໍ້ມູນສ່ວນຕົວຂອງຄົນອອສເຕຣເລັຍຖືກເອົາໄປ.
ໃນການກ່າວກັບສື່ມວນຊົນຈາກ New York, Anthony Albanese ກ່າວວ່າ Open A-I ໃຊ້ເວລາຫຼາຍເດືອນ ເພື່ອຍອມຮັບການລະເມີດນີ້.
"ມື້ນີ້ ຂ້າພະເຈົ້າໄດ້ສົນທະນາກັບ CEO ຂອງ Open A-I, Sam Altman, ເພື່ອສະແດງຄວາມກັງວົນຢ່າງຫນັກ ຂອງອອສເຕຣເລັຍ ກ່ຽວກັບເຫດການນີ້ ແລະຂ້າພະເຈົ້າ ຍັງໄດ້ສະແດງຄວາມຜິດຫວັງ ທີ່ບໍຣິສັດໃຊ້ເວລານານເກີນໄປ ໃນການແຈ້ງຣັດຖະບານວ່າເກີດຫຍັງຂຶ້ນ. ລັກສະນະຂອງວິທີການແຈ້ງຂ່າວນີ້ ກໍເປັນສິ່ງທີ່ບໍ່ສາມາດຍອມຮັບໄດ້."
********************
ອອສເຕຣເລັຍໄດ້ລົງນາມ ຂໍ້ຕົກລົງຄວາມປອດພັຍໃຫມ່ 10 ປີກັບ Ukraine ແລະສັນຍາວ່າ ຈະຊ່ວຍເຫຼືອອີກ 60 ລ້ານໂດລາ.
ນາຍົກຣັດຖະມົນຕີ Anthony Albanese ໄດ້ພົບປະທານາທິບໍດີ Ukraine, Volodymyr Zelenskyy ໃນ New York ໂດຍຜູ້ນໍາທັງສອງ ໄດ້ລົງນາມຂໍ້ຕົກລົງ ໃນລະຫວ່າງການປະຊຸມທົ່ວໄປ ຂອງສະຫະປະຊາຊາດ.
Mr Zelenskyy ຂອບໃຈອອສເຕຣເລັຍ ສໍາລັບການສນັບສນູນ.
"ຂອບໃຈ ສໍາລັບການສນັບສນູນທີ່ດີຫຼາຍ. ປະຊາຊົນອອສເຕຣເລັຍ ມັກຈະຢູ່ຝ່າຍ Ukraine, ຂອບໃຈຫຼາຍ ສໍາລັບການສນັບສນູນທັງຫມົດ - ທັງດ້ານທະຫານ, ພະລັງງານ, ການຊ່ວຍເຫຼືອດ້ານມະນຸດສະທັມ, ທຸກຢ່າງສໍາຄັນຫຼາຍ ຂອບໃຈຫຼາຍ."
ການສນັນສນູນນີ້ ປະກອບດ້ວຍ ອຸປະກອນຂອງກອງທັບ ມູນຄ່າ 45 ລ້ານໂດລາ, ພ້ອມດ້ວຍອີກ 15 ລ້ານໂດລາ ໄປຊ່ອຍດ້ານພະລັງງານ ແລະການຊ່ວຍເຫຼືອດ້ານມະນຸດສະທັມ.
******************
ປະທານາທິບໍດີ Iran ກ່າວວ່າ Tehran ຈະບໍ່ຍອມຈຳນົນ ໃນສົງຄາມກັບສະຫະຣັດອາເມຣິກາ ແຕ່ຍັງຄົງເປີດຮັບຕໍ່ການທູດ.
Masoud Pezeshkian ໄດ້ໃຊ້ຄໍາປາສັຍຕໍ່ການປະຊຸມໃຫຍ່ ແຫ່ງສະຫະປະຊາຊາດ ເພື່ອຕອບໂຕ້ປະທານາທິບໍດີ Donald Trump, ຜູ້ທີ່ໃນມື້ກ່ອນໄດ້ຂູ່ວ່າ ຈະທໍາລາຍ Iran ຖ້າບໍ່ມີຂໍ້ຕົກລົງ.
ຜູ້ແທນສະຫະຣັດ ໄດ້ອອກຈາກຫ້ອງປະຊຸມລະຫວ່າງຄຳປາສັຍ, ຊຶ່ງເກີດຂຶ້ນຫຼັງ ຈາກເຈົ້າຫນ້າທີ່ສະຫະຣັດ ແລະ Iran ໄດ້ເຈຣະຈາ ທາງອ້ອມຄັ້ງທໍາອິດ ໃນຮອບຫຼາຍເດືອນທີ່ New York.
" Trump ຕ້ອງເຂົ້າໃຈວ່າ ປະຊາຊົນ Iran ຈະບໍ່ກົ້ມຫົວຕໍ່ຄວາມຮຸນແຮງ ແລະຈະເຮັດໃຫ້ຜູ້ຮຸກຮານເສັຍໃຈ ໃນສິ່ງທີ່ພວກເຂົາກະທຳ. ນີ້ແມ່ນສິ່ງທີ່ Trump ແລະຜູ້ທີ່ພະຍາຍາມຂົ່ມຂູ່ຄົນອື່ນຕ້ອງເຂົ້າໃຈ. ພວກເຮົາພ້ອມສໍາລັບການເຈຣະຈາ, ແຕ່ພວກເຂົາຄວນຮູ້ວ່າ ພວກເຮົາຈະບໍ່ຍອມຮັບພາສາຂອງການໃຊ້ກໍາລັງ."
ຣັດຖະມົນຕີການຕ່າງປະເທດສະຫະຣັດ Marco Rubio ກ່າວວ່າ ການເຈຣະຈາ ເປັນໄປໃນທາງບວກ, ແຕ່ບໍ່ມີຄວາມຄືບຫນ້າສໍາຄັນ.
***********************
ຜູ້ວ່າການທະນາຄານກາງ Michele Bullock ກ່າວວ່າ ອັດຕາການວ່າງງານຂອງອອສເຕຣເລັຍ ອາດຈະຕ້ອງສູງຂຶ້ນອີກເລັກນ້ອຍ ເພື່ອຊ່ວຍຄວບຄຸມເງິນເຟີ້.
ຕລາດເງິນ ແລະນັກເສດຖະກິດ ຂອງທະນາຄານໃຫຍ່ທັງ 4 ຄາດວ່າທະນາຄານກາງ ຈະປັບຂຶ້ນອັດຕາດອກເບັ້ຍ ໃນເດືອນກັນຍາ ເປັນຄັ້ງທີ 4 ໃນປີ 2026.
Ms Bullock ກ່າວໃນງານທຸຣະກິດວ່າ ເຖິງຈະຫຼຸດອັດຕາເຟີ້ ອາດຈະບໍ່ໄດ້ແປວ່າ ລາຄາສິນຄ້າຫຼາຍຢ່າງຈະຫຼຸດລົງ.
"ຂ້າພະເຈົ້າຄິດວ່າ ນີ້ກໍາລັງກາຍເປັນສິ່ງທີ່ຊັດເຈນຕໍ່ຄົນວ່າ ເຖິງແມ່ນອັດຕາເຟີ້ຈະຫຼຸດລົງ ບໍ່ໄດ້ຫມາຍຄວາມວ່າລາຄາຈະຫຼຸດລົງນຳ. ພວກເຂົາກໍາລັງປະເຊີນກັບລະດັບລາຄາທີ່ສູງຂຶ້ນຢ່າງຕໍ່ເນື່ອງ. ນັ້ນແມ່ນຄວາມທ້າທາຍທີ່ຂ້າພະເຈົ້າຄິດ ແລະນັ້ນແມ່ນເຫດຜົນ ທີ່ຄົນຮູ້ສຶກຕໍ່ຜົນກະທົບຢ່າງຫນັກ. ແລະໃນຫຼາຍກໍຣະນີ ເງິນເດືອນຂອງພວກເຂົາ ບໍ່ສາມາດຕິດຕາມອັດຕາເຟີ້ໄດ້. ທຸກຢ່າງ ກໍາລັງເພີ່ມຄວາມກົດດັນຕໍ່ ຄອບຄົວ ແລະທຸຣະກິດຂອງອອສເຕຣເລັຍ."
ໂຕເລກແຮງງານ ສໍາລັບເດືອນສິງຫາ, ທີ່ຈະຖືກປະກາດໂດຍສໍານັກງານສະຖິຕິອອສເຕຣເລັຍໃນວັນພະຫັດ, ຄາດວ່າອັດຕາການວ່າງງານຈະຢູ່ທີ່ 4.5 ເປີເຊັນ.
******************************
ນາຍົກຣັດຖະມົນຕີຂອງຣັດ South Australia ໄດ້ປະກາດລາງວັນ $1 ລ້ານໂດລາ ສໍາລັບໃຜກໍຕາມ ທີ່ສາມາດໃຫ້ຂໍ້ມູນ ກ່ຽວກັບການຫາຍໂຕໄປຂອງເດັກຊາຍອາຍຸ 4 ປີ, Gus Lamont.
ວັນອາທິດນີ້ ຈະເປັນວັນຄົບຮອບ 12 ເດືອນ ນັບຕັ້ງແຕ່ ເດັກນ້ອຍຖືກລາຍງານວ່າ ຫາຍໄປຈາກບ້ານຂອງລາວ ທີ່ Oak Park Station, ໃກ້ Yunta ໃນ South Australia.
Jess ແລະ Josh Lamont, ແມ່ ແລະພໍ່ຂອງ Gus, ໄດ້ອອກຄໍາຖແລງການຮຽກຮ້ອງໃຫ້ປະຊາຊົນ ອອກມາໃຫ້ຂໍ້ມູນ ແລະຮ່ວມມືກັບຕໍາຫຼວດ.
ໃນການປະກາດລາງວັນ, ນາຍົກຣັດຖະມົນຕີ Peter Malinauskas ກ່າວວ່າ ຄະດີນີ້ ໄດ້ສ້າງຄວາມຕົກໃຈໃຫ້ປະເທດ, ແລະໄດ້ຂອບໃຈຕໍາຫຼວດ SA ແລະບໍຣິການສຸກເສີນ ສໍາລັບຄວາມພະຍາຍາມ ໃນການຊອກຫາ Gus.
"ມີການຕັ້ງລາງວັນ $1 ລ້ານສໍາລັບຜູ້ໃດກໍຕາມ ທີ່ສາມາດໃຫ້ຂໍ້ມູນ ທີ່ນໍາໄປສູ່ການພົບ Gus ຫຼືຮູ້ເພີ່ມເຕີມ ກ່ຽວກັບສະຖານະການຂອງ Gus ທີ່ນໍາໄປສູ່ການພົບຮ່າງກາຍ ຫຼືນໍາໄປສູ່ການຕັດສິນດ້ານອາຍາ."
ຕໍາຫຼວດກ່າວວ່າ ພວກເຂົາຍັງເຊື່ອວ່າ ບໍ່ໜ້າເປັນໄປໄດ້ທີ່ Gus ຈະຫຼົງທາງ ຫຼືຖືກລັກພາໂຕ.
****************************
ເທດສະບານທ້ອງຖິ່ນ ໄດ້ຮ້ອງຂໍໃຫ້ມີການຄວບຄຸມສູນຂໍ້ມູນແຫ່ງຊາດທີ່ເຂັ້ມງວດຂຶ້ນ, ໂດຍກ່າວວ່າ ພວກເຂົາບໍ່ມີຄວາມສາມາດ ຕໍ່ຕ້ານຄວາມຕ້ອງການຂອງບໍຣິສັດມູນຄ່າຫລາຍພັນລ້ານໂດລາ ທີ່ວາງແຜນຈະສ້າງໃນພື້ນທີ່ ທີ່ມີລາຄາ.
ບໍຣິສັດສູນຂໍ້ມູນ AirTrunk ແລະ Goodman ໄດ້ນໍາຫນ້າຄນະ Senate committee ໃນ Sydney ອາທິດນີ້, ໂດຍກ່າວວ່າ ພວກເຂົາກໍາລັງທຳງານຢ່າງໃກ້ຊິດກັບຣັດຖະບານ ເພື່ອຫຼຸດການປ່ອຍ Carbon ແລະໄດ້ຮັບໃບອະນຸຍາດທາງສັງຄົມ (Social Licence).
ແຕ່ທົ່ວປະເທດ, ເທດສະບານທ້ອງຖິ່ນກ່າວວ່າ ທີ່ດິນທີ່ຄວນເປັນບ້ານແລະທຸຣະກິດທ້ອງຖິ່ນ ກໍາລັງຖືກຍຶດໄປພັດທະນາເທັກໂນໂລຈີ, ແລະພວກເຂົາບໍ່ສາມາດເຮັດຫຍັງໄດ້ຫຼາຍ.
ຣັດຖະບານກາງ ໄດ້ປະກາດໃນເດືອນສິງຫາ ວ່າຈະຮ່ວມມືກັບຣັດເພື່ອນໍາໃຊ້ມາດຕະຖານທົ່ວປະເທດ ສໍາລັບສູນຂໍ້ມູນທີ່ໃຊ້ສໍາລັບເຄືອຂ່າຍປັນຍາປະດິດ (Artificial Intelligence), ແລະຄວບຄຸມການໃຊ້ພະລັງງານ, ນ້ຳ ແລະທີ່ດິນ, ແຕ່ມາດຕະຖານເຫຼົ່ານີ້ ຍັງບໍ່ໄດ້ຖືກບັງຄັບໃຊ້.
*****************************
ສະຫະປະຊາຊາດກ່າວວ່າ ເຫດການ El Nino ປີນີ້ ອາດຈະເປັນເຫດການທີ່ຮ້າຍແຮງທີ່ສຸດໃນປວັດສາດ.
El Nino ເປັນສ່ວນຫນຶ່ງ ຂອງວົງຈອນພູມອາກາດທັມມະຊາດ ທີ່ອຸນຫະພູມມະຫາສມຸດສູງຂຶ້ນ, ແຕ່ປີນີ້ ຄາດວ່າຈະເຖິງຈຸດຮຸນແຮງ ຂອງຄວາມແຫ້ງແລ້ງ, ຄື້ນຄວາມຮ້ອນ, ນ້ຳຖ້ວມ ແລະຜົນກະທົບ ອື່ນໆ ທີ່ກ່ຽວກັບສະພາບອາກາດ ໃນອາເມຣິກາໃຕ້, ອາຟຣິກາ ແລະ ເອເຊັຍ.
Kareff Rafisura, ຫົວຫນ້າຝ່າຍຫຼຸດຜ່ອນຄວາມສ່ຽງຈາກພັຍພິບັດ (the Disaster Risk Reduction Division) ທີ່ຄນະກັມມາທິການ ເສດຖະກິດແລະສັງຄົມແຫ່ງສະຫະປະຊາຊາດ (U.N. Economic and Social Commission) ກ່າວວ່າ ມັນອາດຈະມີຜົນກະທົບຕໍ່ພາກສ່ວນກະສິກັມທົ່ວໂລກ.
"ບໍ່ວ່າຈະເກີດຫຍັງຂຶ້ນກັບພາກສ່ວນກະສິກັມ ຈະກໍານົດວ່າ ປະຊາຊົນຈະຢູ່ຕ່ຳກວ່າ ຫຼືສູງກວ່າເສັ້ນຄວາມຍາກຈົນ. ດັ່ງນັ້ນ, ກັບມາທີ່ ເອເຊັຍຕາເວັນອອກໃຕ້, ບໍ່ວ່າຈະເກີດຫຍັງຢູ່ທີ່ນີ້, ລະດັບທີ່ປະເທດຕ່າງໆສາມາດປົກປ້ອງລະດັບການຜລິດໄດ້, ຂ້າພະເຈົ້າຄິດວ່າ ຈະມີຜົນກະທົບທົ່ວໂລກ."
ຣັດຖະບານໃນເອເຊັຍ ທີ່ໃຊ້ທຶນສໍາຮອງຂອງຕົນ ເພື່ອຫຼຸດຜົນກະທົບຈາກສົງຄາມອີຣານ ຕໍ່ຄ່າພະລັງງານ ແລະການຂາດແຄນປຸຍ.
El Nino ຄາດວ່າຈະເຖິງຈຸດສູງສຸດ ໃນເດືອນທັນວາ.
***************************
Georgie Dent ຜູ້ສນັບສນູນການເປັນພໍ່ແມ່ ກ່າວວ່າ ພໍ່ແມ່ຈໍາເປັນຕ້ອງໄດ້ຮັບການລົງທຶນຈາກຣັດຖະບານ ໃນການດູແລເດັກ ແລະການຈັດການການເຮັດວຽກທີ່ຍືດຍຸ່ນ ແທນທີ່ຈະໃຫ້ເງິນພິເສດ ເພື່ອຕໍ່ສູ້ກັບອັດຕາການມີລູກທີ່ຫຼຸດລົງ.
ລາຍງານຂອງກະຊວງການເງິນທີ່ເຜີຍແພ່ໃນວັນຈັນ, ສະແດງໃຫ້ເຫັນວ່າ ຈະມີຄົນເສັຍຊີວິດ ຫຼາຍກວ່າຜູ້ເກີດໃນອອສເຕຣເລັຍໃນ 40 ປີຂ້າງຫນ້າ.
Ms Dent, ຜູ້ອໍານວຍການຂອງ The Parenthood, ໄດ້ບອກກັບສະມາສອນສື່ມວນຊົນແຫ່ງຊາດ (the National Press Club) ວ່າ ນະໂຍບາຍການລາຢຸດວຽກຂອງພໍ່ແມ່ທີ່ໄດ້ຮັບຄ່າຈ້າງ (Paid Parental Leave) ທີ່ດີຂຶ້ນໃນອອສເຕຣເລັຍ ຈະເປັນກ້າວຫນຶ່ງ ໃນການຕໍ່ສູ້ກັບອັດຕາການເກີດຕ່ຳ.
ນາງກ່າວວ່າ ງົບປະມານທີ່ຈໍາເປັນ ສໍາລັບການສ້າງຄອບຄົວໄດ້ເພີ່ມຂຶ້ນ 134 ເປີເຊັນ ຕັ້ງແຕ່ເລີ່ມມີ Baby Bonus ໃນປີ 2004, ໃນຂນະທີ່ລາຍໄດ້ຄອບຄົວເພີ່ມຂຶ້ນ 103 ເປີເຊັນ.
"ຂ້າພະເຈົ້າຄິດວ່າ ຖ້າພວກເຮົາຈະດໍາເນີນການນໍາໃຊ້ນະໂຍບາຍການລາວຽກຂອງພໍ່ແມ່ ທີ່ອອກແບບຢ່າງດີ ແລະມີຄ່າຈ້າງທີ່ມີຄວາມຍຸດຕິທັມ, ຂ້າພະເຈົ້າຄິດວ່າ ເມື່ອມັນຖືກຝັງຮາກເຂົ້າໄປແລ້ວ ມັນຈະຄືກັບການພະຍາຍາມບອກວ່າ ດຽວນີ້ພວກເຮົາຈະຖອນ Medicare. ຂ້າພະເຈົ້າບໍ່ຄິດວ່າ ມັນຈະປະສົບຄວາມສໍາເຣັດພໍເທົ່າໃດ. ຂ້າພະເຈົ້າສາມາດກ່າວໄດ້ວ່າ ຖ້າຂ້າພະເຈົ້າເປັນ CEO ຂອງ The Parenthood ໃນເວລານັ້ນ, ຂ້າພະເຈົ້າຈະຣົນນະຣົງ ເພື່ອໃຫ້ແນ່ໃຈວ່າ ມັນຈະບໍ່ຖືກປ່ຽນກັບຄືນເລີຍ, ແລະຂ້າພະເຈົ້າຄິດວ່າ ຫຼາຍຄົນກໍຈະເຮັດແບບນັ້ນ."
*************************
ບໍຣິການສຸຂະພາບຜູ້ຍິງກ່າວວ່າ ໂຄງການສຶກສາສຸຂະພາບສອງພາສາທີ່ຂຍາຍອອກ ອາດຈະຊ່ວຍປົກປ້ອງຊີວິດ ແລະເງິນສໍາລັບລະບົບສຸຂະພາບຂອງອອສເຕຣເລັຍ.
ໂຄງການສຸຂະພາບສອງພາສາແຫ່ງຊາດ (The National Bilingual Health Program) ຊຶ່ງດຳເນີນການໂດຍ ສູນສຸຂະພາບຜູ້ຍິງຫຼາຍວັດທະນະທັມ (Multicultural Centre for Women's Health) ໃນ Melbourne ໃນສອງປີຂ້າງຫນ້າ, ເພື່ອຊ່ວຍໃຫ້ຜູ້ຍິງເຂົ້າໃຈລະບົບສຸຂະພາບອອສເຕຣເລັຍໄດ້ດີຂຶ້ນ.
May Alqas Alias [[al-kas ah-LEE-us]] ເປັນຜູ້ໃຫ້ຂໍ້ມູນ ສຸຂະພາບສອງພາສາ ທີ່ເຮັດວຽກກັບຊຸມຊົນຜູ້ເວົ້າພາສາ Arabic ໃນອອສເຕຣເລັຍ.
ນາງກ່າວວ່າ ນາງໄດ້ເຫັນປໂຍດຂອງການສຶກສາ ກ່ຽວກັບຜົນຮັບດ້ານສຸຂະພາບດ້ວຍຕົວເອງ ກັບກຸ່ມທີ່ນາງເຄີຍບໍຣິຫານ.
"ດ້ວຍການສນັບສນູນຈາກຜູ້ນໍາກຸ່ມ, ພວກເຂົາສາມາດນັດຫມາຍການກວດເຕົ້ານົມຮ່ວມກັນໄດ້. ທຸກຄົນຮູ້ສຶກສາມັກຄີ ແລະເຂັ້ມແຂງ.ຜົນກະທົບນັ້ນ ບໍ່ໄດ້ຢຸດຢູ່ພຽງເທົ່ານີ້. ຜ່ານໄປບໍ່ເທົ່າໃດອາທິດ, ຜູ້ຍິງຄົນຫນຶ່ງໄດ້ຕິດຕໍ່ຂ້າພະເຈົ້າ ແລະບອກວ່າ ນາງຖືກວິນິດສັຍ ວ່າເປັນມະເຮັງເຕົ້ານົມຂັ້ນຕົ້ນ. ເນື່ອງຈາກນາງໄດ້ລົງມືເຮັດໄວ, ນາງຈຶ່ງໄດ້ຮັບການຮັກສາຢ່າງທັນເວລາ."
ສະພາມະເຮັງ (The Cancer Council) ກ່າວວ່າ ມະເຮັງເຕົ້ານົມ ມີອັດຕາການລອດຊີວິດສູງທີ່ສຸດ 5 ປີ ໃນບັນດາມະເຮັງທັງຫມົດ ຖ້າຖືກວິນິດສັຍຕັ້ງແຕ່ຕອນຕົ້ນ.
ມາເຖິງຂ່າວກິລາ
ທີມ Wheelchair Rugby ຂອງອອສເຕຣເລັຍ ກໍາລັງແນໃສ່ການຄວ້າແຊ້ມໂລກຄັ້ງທໍາອິດ ໃນເດືອນພຶຈິກ.
The Wheelaroos ໄດ້ເປີດເຜີຍລາຍຊື່ຜູ້ຫຼິ້ນ 10 ຄົນສໍາລັບການແຂ່ງຂັນຄັ້ງນີ້ ທີ່ຈະຈັດຂຶ້ນໃນ Wollongong ທາງໃຕ້ຂອງ Sydney.
ທີມຍັງບໍ່ໄດ້ຍົກຖ້ວຍລາງວັນ, ແຕ່ Brett Clark, Head Coach ຂອງWheelaroos ກ່າວວ່າ ລາວຫວັງວ່າ ການແຂ່ງຂັນຄັ້ງທີຫ້າ ຈະເປັນຈຸດປ່ຽນແປງຄັ້ງສຳຄັນ.
"ພວກເຮົາຮູ້ວ່າມາດຕະຖານການແຂ່ງຂັນ ທີ່ພວກເຮົາຕ້ອງປະເຊີນວ່າຈະດຸເດືອດ, ແຕ່ຄວາມມຸ່ງຫມັ້ນຂອງພວກເຮົາແມ່ນຊັດເຈນ. ພວກເຮົາ ຢາກເປັນທີມທີ່ດີທີ່ສຸດໃນໂລກ. ພວກເຮົາຢາກໃຫ້ຄົນມາເບິ່ງທີມຂອງເຮົາ, ເບິ່ງການແຂ່ງຂັນຂອງ Wheeleroos, ມາເບິ່ງ Wheelchair Rugby League ຕາມຄວາມເປັນຈິງຂອງມັນ."
ຈະມີ 8 ປະເທດ ທີ່ເຂົ້າຮ່ວມໃນການແຂ່ງຂັນຄັ້ງນີ້, ຊຶ່ງຈະເລີ່ມ ໃນວັນທີ 30 ເດືອນຕຸລາ.
ຮວບຮວມໂດຍ Camille Bianchi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






