ປະມານຫນຶ່ງໃນຫ້າ ຂອງຜູ້ຊາຍອອສເຕຣເລັຍ ຈະຖືກວິນິດສັຍວ່າ ເປັນມະເຮັງຕ່ອມລູກໝາກ ໃນຊີວິດຂອງພວກເຂົາ. ການເຂົ້າໃຈຕ່ອມລູກໝາກ, ຄວາມສ່ຽງຂອງທ່ານ ແລະທາງເລືອກໃນການກວດ ສາມາດຊ່ວຍໃນການກວດພົບ ແລະການຮັກສາໃນຕອນຕົ້ນ. ໃນຕອນນີ້ຂອງລາຍການ Australia Explained, ມາຮຽນຮູ້ກ່ຽວກັບມະເຮັງຕ່ອມລູກໝາກ, ການທົດສອບ PSA, ການຮັກສາ ແລະການ ສນັບສນູນ.
ຈຸດສຳຄັນ:
- ນອກຈາກມະເຮັງຜິວໜັງແລ້ວ, ມະເຮັງຕ່ອມລູກໝາກ ແມ່ນມະເຮັງທີ່ພົບຫຼາຍທີ່ສຸດ ໃນອອສເຕຣເລັຍ.
- ມະເຮັງຕ່ອມລູກໝາກ ບໍ່ມີອາການສະເພາະ; ແຕ່ການຂຍາຍຕົວຂອງຕ່ອມລູກໝາກທີ່ບໍ່ອັນຕະລາຍ ອາດຈະເຮັດໃຫ້ປັດສາວະ (ຍ່ຽວ) ລໍາບາກ.
- ການທົດສອບເລືອດ PSA ແມ່ນວິທີຫຼັກ ທີ່ໃຊ້ໃນການກວດພົບມະເຮັງຕ່ອມລູກໝາກ ແລະແນະນໍາສໍາລັບຜູ້ຊາຍ ທີ່ມີອາຍຸ 50 ປີຂຶ້ນໄປ.en from 50 years of age.
- ຕ່ອມລູກໝາກ (Prostate gland) ແມ່ນຫຍັງ ແລະເປັນຫຍັງ ມັນຈຶ່ງກາຍເປັນບັນຫາໄດ້?
- ປັດຈັຍສ່ຽງ ສໍາລັບມະເຮັງຕ່ອມລູກໝາກ (Prostate cancer) ມີຫຍັງແດ່ ແລະມີການກວດຫຍັງແດ່?
- ມີທາງເລືອກການຮັກສາໃດແດ່ ສໍາລັບມະເຮັງຕ່ອມລູກໝາກ (Prostate cancer)?
- ການເປັນມະເຮັງຕ່ອມລູກໝາກ (Prostate cancer) ມັນເປັນຢ່າງໃດ?
- ການເປັນມະເຮັງຕ່ອມລູກໝາກ (Prostate cancer) ມັນເປັນຢ່າງໃດ?

ຕ່ອມລູກໝາກ (Prostate gland) ແມ່ນຫຍັງ ແລະເປັນຫຍັງມັນຈຶ່ງກາຍເປັນບັນຫາ?
ຕ່ອມລູກໝາກ (Prostate gland) ໃນຜູ້ຊາຍ ມີຂນາດປະມານ Walnut ແລະຢູ່ໃນບໍລິເວນຕ່ຳກວ່າທ້ອງນ້ອຍ.
"ຕ່ອມລູກໝາກ (Prostate gland) ຢູ່ຕໍ່າກວ່າຖົງປັດສາວະ (ພົກຍ່ຽວ) ແລະລ້ອມຮອບທໍ່ ທີ່ຜູ້ຊາຍພວກເຮົາປັດສາວະ (ຍ່ຽວ) ຜ່ານ, ມັນສ້າງນ້ຳທີ່ຜະສົມກັບນ້ຳອະສຸຈິ ເພື່ອສ້າງນ້ຳອະສຸຈິ, ແລະນ້ຳນີ້ ຊ່ວຍປົກປ້ອງ ແລະບໍາລຸງນ້ຳອະສຸຈິ. ດັ່ງນັ້ນ ບົດບາດສໍາຄັນຂອງມັນ ຄືການຫຼັ່ງນ້ຳອອກ," ສາດສະດາຈານ Declan Murphy, ແພດດ້ານທາງເດີນປັດສາວະ ແລະ ຜູ້ອໍານວຍການມະເຮັງທາງປັດສາວະ (Genitourinary Oncology) ທີ່ສູນມະເຮັງ Peter MacCallum ທີ່ Melbourne ອະທິບາຍ.
ເມື່ອຜູ້ຊາຍມີອາຍຸຫຼາຍຂຶ້ນ, ຕ່ອມລູກໝາກ ມັກຈະມີຂນາດໃຫຍ່ຂຶ້ນ. ການຂຍາຍໂຕທີ່ບໍ່ອັນຕະຣາຍນີ້ ສາມາດບີບທັບທໍ່ປັດສາວະ (Urethra) ຊຶ່ງເປັນທໍ່ທີ່ນໍາປັດສາວະອອກຈາກຮ່າງກາຍ ແລະເຮັດໃຫ້ເກີດການປ່ຽນແປງ ໃນການປັດສາວະ (ຍ່ຽວ).
ນີ້ອາດຈະເຮັດໃຫ້ຜູ້ຊາຍ ຕື່ນຂຶ້ນຫຼາຍຄັ້ງໃນຕອນກາງຄືນ ເພື່ອຕ້ອງຖ່າຍເບົາ, ຕາມທີ່ພະຍາບານດ້ານລະບົບທາງເດີນປັດສາວະ Helen Crowe ຈາກສູນຕ່ອມລູກໝາກອອສເຕຣເລັຍ (the Australian Prostate Centre) ອະທິບາຍ.
"ນັ້ນແມ່ນການຂຍາຍໂຕທີ່ບໍ່ອັນຕະຣາຍ, ຫມາຍຄວາມວ່າ ບໍ່ແມ່ນມະເຮັງ, ແຕ່ແມ່ນກະບວນການແກ່ໂຕ (Ageing Process). ແຕ່ການຂຍາຍໂຕນີ້ ອາດຈະສົ່ງຜົນກະທົບຕໍ່ການຂັບຖ່າຍຂອງປັດສາວະ, ແລະນັ້ນ ແມ່ນເວລາທີ່ຜູ້ຊາຍມັກຈະຮູ້ວ່າ ຕົນເອງມີຕ່ອມລູກໝາກ ເນື່ອງຈາກມັນເລີ່ມສ້າງບັນຫາໃຫ້ພວກເຂົາ," Ms Crowe ກ່າວ.
ຕ່ອມລູກໝາກ (Prostate gland) ອາດຈະອັກເສບ ຫຼື ຕິດເຊື້ອ, ທີ່ເອີ້ນວ່າ ຕ່ອມລູກໝາກອັກເສບ (Prostatitis), ຊຶ່ງເຮັດໃຫ້ບໍ່ສະບາຍ ໃນບໍລິເວນລະຫວ່າງ ອາໄວຍະວະເພດ ແລະ ທະວານໜັກ.
“ມັນອາດຈະເປັນປະສົບການທີ່ບໍ່ສະບາຍຫຼາຍ, ແລະມັນຈະຕ້ອງໃຫ້ຜູ້ຊາຍໄປຫາແພດທົ່ວໄປ ເພື່ອບອກວ່າ ມີບັນຫາໃນການນອນ ເນື່ອງຈາກຄວາມບໍ່ສະບາຍ ຫຼືມັນບໍ່ສະບາຍຫຼາຍ ຖ້າຈະນັ່ງ ຫຼືອອກກໍາລັງກາຍ.“ Ms Crowe ກ່າວ
ຕ່ອມລູກໝາກ (Prostate gland) ຍັງສາມາດພັດທະນາເປັນມະເຮັງໄດ້, ຊຶ່ງເປັນພາວະ ທີ່ມັກຈະບໍ່ມີອາການ, ແຕ່ມັນແມ່ນຫນຶ່ງໃນມະເຮັງ ທີ່ພົບຫຼາຍທີ່ສຸດໃນຜູ້ຊາຍໃນອອສເຕຣເລັຍ.
"ສໍາລັບຜູ້ຊາຍບາງຄົນ, ນີ້ບໍ່ແມ່ນເລື່ອງໃຫຍ່ ແລະສາມາດຕິດຕາມເບິ່ງໄດ້, ແຕ່ສໍາລັບຜູ້ຊາຍບາງຄົນ, ມັນອາດຈະຮ້າຍແຮງ ແລະນໍາໄປສູ່ອາການຮ້າຍແຮງ ແລະອາດຈະເຮັດໃຫ້ເສັຍຊີວິດໄດ້," ສາດສະດາຈານ Murphy ອະທິບາຍ.

ປັດຈັຍສ່ຽງສໍາລັບມະເຮັງຕ່ອມລູກໝາກ (Prostate cancer) ມີຫຍັງແດ່ ແລະມີການກວດຫຍັງແດ່?
ເຮັງຕ່ອມລູກໝາກ (Prostate cancer) ແມ່ນຫນຶ່ງໃນມະເຮັງທີ່ຖືກວິນິດສັຍເລື້ອຍທີ່ສຸດ ໃນອອສເຕຣເລັຍ. ອາຍຸທີ່ເພີ່ມຂຶ້ນ, ປວັດຄອບຄົວ ແລະການປ່ຽນແປງທີ່ຖ່າຍທອດທາງພັນທຸກັມ ສາມາດເພີ່ມຄວາມສ່ຽງໃນການເກີດໂຣກນີ້.
"ທົ່ວໂລກ, ມະເຮັງຕ່ອມລູກໝາກ (Prostate cancer) ເປັນບັນຫາໃຫຍ່, ງານຄົ້ນຄວ້າຫຼ້າສຸດຄາດການວ່າ ລະຫວ່າງປີ 2020 ແລະ 2040, ອັດຕາການເກີດມະເຮັງຕ່ອມລູກໝາກ (Prostate cancer) ທົ່ວໂລກ ຈະເພີ່ມຂຶ້ນສອງເທົ່າ," ສາດສະດາຈານ Murphy ອະທິບາຍ.
ນອກຈາກມະເຮັງຜິວໜັງແລ້ວ, ນີ້ແມ່ນມະເຮັງທີ່ພົບຫຼາຍທີ່ສຸດ ໃນຜູ້ຊາຍໃນອອສເຕຣເລັຍ. ຄວາມເປັນໄປໄດ້ ທີ່ຜູ້ຊາຍໃນອອສເຕຣເລັຍ ຈະຖືກວິນິດສັຍສັຍ ວ່າເປັນມະເຮັງຕ່ອມລູກໝາກ (Prostate cancer) ໃນວັຍ 80 ປີ ມີປະມານ 1 ໃນ 5.Professor Declan Murphy
ສາເຫດຂອງມະເຮັງຕ່ອມລູກໝາກ (Prostate cancer) ຍັງບໍ່ໄດ້ຖືກເຂົ້າໃຈຢ່າງສົມບູນ, Ms Crowe ກ່າວ.
ການທົດສອບເລືອດ PSA ຫຼື ການທົດສອບເລືອດສະເພາະມະເຮັງຕ່ອມລູກໝາກ (Prostate-Specific Antigen) ສາມາດຊ່ວຍກວດພົບ ສັນຍານຂອງມະເຮັງຕ່ອມລູກໝາກ ກ່ອນທີ່ອາການຈະເກີດຂຶ້ນ. ຕອນນີ້, ອອສເຕຣເລັຍ ຍັງບໍ່ມີໂຄງການກວດສອບປະຊາກອນ ລະດັບປະເທດສໍາລັບມະເຮັງຕ່ອມລູກໝາກ (Prostate cancer). ດັ່ງນັ້ນ, ຜູ້ຊາຍຈຶ່ງຖືກຊຸກຍູ້ ໃຫ້ຕັດສິນໃຈຢ່າງມີຂໍ້ມູນກ່ຽວກັບການກວດ PSA ຫຼັງຈາກປຶກສາກັບແພດປະຈໍາຕົວຂອງພວກເຂົາ ກ່ຽວກັບປໂຍດ ແລະຄວາມສ່ຽງທີ່ອາດເກີດຂຶ້ນ.
ຕັ້ງແຕ່ອາຍຸປະມານ 50 ປີ, ຜູ້ຊາຍສາມາດປຶກສາກັບແພດປະຈໍາຕົວເປັນປະຈຳ ກ່ຽວກັບການກວດ PSA ວ່າເຫມາະສົມສໍາລັບພວກເຂົາຫຼືບໍ່. ຜູ້ຊາຍທີ່ມີຄວາມສ່ຽງສູງ ອາດຈະຖືກແນະນໍາ ໃຫ້ມີການສົນທະນານັ້ນ ໄວກວ່ານີ້.
"ຢ່າລໍຖ້າໃຫ້ມີອາການ ຖ້າທ່ານກັງວົນເລື່ອງມະເຮັງຕ່ອມລູກໝາກ (Prostate cancer)," ສາດສະດາຈານ Murphy ກ່າວ.
"ມີຜູ້ປ່ວຍບາງກຸ່ມ ທີ່ມີຄວາມສຽງສູງກວ່າ ໃນການຖືກວິນິດສັຍ ວ່າເປັນມະເຮັງຕ່ອມລູກໝາກ (Prostate cancer), ເຊັ່ນ ຜູ້ປ່ວຍທີ່ມີປວັດຄອບຄົວ, ຜູ້ປ່ວຍທີ່ມີການກາຍພັນທາງພັນທຸກັມ (Genetic Mutation), ໃນສະຖານະການເຊັ່ນນັ້ນ, ພວກເຮົາແນະນໍາໃຫ້ພວກເຂົາ ໂອ້ລົມກັນເລື້ອງການກວດສຸຂະພາບ ຕັ້ງແຕ່ອາຍຸປະມານ 45 ປີຂຶ້ນໄປ."

ມີທາງເລືອກການຮັກສາໃດແດ່ ສໍາລັບມະເຮັງຕ່ອມລູກໝາກ (Prostate cancer)?
ການຈັດການມະເຮັງຕ່ອມລູກໝາກ (Prostate cancer) ຂຶ້ນຢູ່ກັບຂັ້ນຕອນ ແລະຄວາມຮ້າຍແຮງຂອງມະເຮັງ ເມື່ອມັນຖືກວິນິດສັຍ.
ຜູ້ປ່ວຍຄວນມີຄວາມໝັ້ນໃຈວ່າ ການວິນິດສັຍມະເຮັງຕ່ອມລູກໝາກ (Prostate cancer) ບໍ່ໄດ້ຫມາຍຄວາມວ່າ ການຮັກສາ ເປັນສິ່ງທີ່ຫຼີກລ້ຽງບໍ່ໄດ້ອີກຕໍ່ໄປ. ສາດຈານ Murphy ອະທິບາຍ.
“ໃນປັດຈຸບັນ, ໃນປະເທດເຊັ່ນອອສເຕຣເລັຍ ທີ່ມີຜູ້ປ່ວຍຫຼາຍກວ່າ 90 ເປີເຊັນ ມີມະເຮັງຈໍາກັດຢູ່ທີ່ຕ່ອມລູກໝາກ (Prostate) ໃນຂນະວິນິດສັຍ, ມັນເປັນເລື້ອງປົກກະຕິ ທີ່ພວກເຮົາຈະແນະນໍາວ່າ ການຕິດຕາມສັງເກດ ຫຼືເຝົ້າລະວັງ ອາດຈະເປັນວິທີທີ່ເຫມາະສົມ ໃນການຈັດການກັບມະເຮັງນັ້ນ."
ໃນລະຫວ່າງການຕິດຕາມສັງເກດນັ້ນ, ຜູ້ປ່ວຍຈະໄດ້ຮັບການທົດສອບ ແລະການກວດຢ່າງສມ່ຳສເມີ ເພື່ອຕິດຕາມມະເຮັງ. ການຮັກສາ ອາດຈະຖືກແນະນໍາ ຖ້າມີສັນຍານວ່າມະເຮັງກໍາລັງລຸກລາມ.
ສໍາລັບຜູ້ປ່ວຍທີ່ມີຮູບແບບມະເຮັງຕ່ອມລູກໝາກ (Prostate cancer) ທີ່ຮ້າຍແຮງກວ່າ, ການຜ່າຕັດ, ການບຳບັດດ້ວຍລັງສີ (Radiation Therapy), ການບໍາບັດດ້ວຍຄີໂມ (Chemotherapy) ແລະ ການບໍາບັດດ້ວຍ ຮໍໂມນ (Hormone Therapy) ແມ່ນທາງເລືອກ ຂອງການຮັກສາທີ່ອາດຈະຖືກພິຈາຣະນາ.
"ມີເຄື່ອງມືຫຼາຍຢ່າງ ທີ່ພວກເຮົາໃຊ້ເພື່ອຄວບຄຸມມະເຮັງນີ້. ເຮົາສາມາດເວົ້າໄດ້ວ່າ ໃນຊ່ວງ 10 ປີຜ່ານມາ, ພວກເຮົາໄດ້ເຫັນການພັດທະນາທີ່ຊັດເຈນ ໃນຕົວເລືອກທີ່ມີຢູ່ສໍາລັບຜູ້ປ່ວຍ, ເຖິງແມ່ນມະເຮັງ ໄດ້ແພ່ລະບາດ ໄປຍັງສ່ວນອື່ນໆຂອງຮ່າງກາຍແລ້ວກໍຕາມ." ສາດສະດາຈານ Murphy ອະທິບາຍ.
ຜົນຮັບຈະແຕກຕ່າງກັນ ຕາມປະເພດ ແລະຂັ້ນຕອນຂອງມະເຮັງ, ແຕ່ມະເຮັງຕ່ອມລູກໝາກ (Prostate cancer) ທີ່ຖືກວິນິດສັຍໃນຕອນເລີ່ມຕົ້ນ ມັກຈະມີອັດຕາການລອດຊີວິດສູງຫຼາຍ.

ການເປັນມະເຮັງຕ່ອມລູກໝາກ (Prostate cancer) ເປັນແນວໃດ?
Danny Moyle ມີອາຍຸ 65 ປີ ເມື່ອແພດປະຈໍາຕົວຂອງລາວ ໄດ້ແນະນໍາໃຫ້ໄປພົບແພດດ້ານລະບົບທາງເດີນປັດສາວະ (Urologist) ເນື່ອງຈາກລະດັບການທົດສອບ PSA ຂອງລາວຄ່ອຍໆສູງຂຶ້ນ.
“ພວກເຮົາໄດ້ທົດສອບເພີ່ມເຕີມ ແລະຄໍາແນະນໍາຂອງລາວ ຄືການຕັດຕ່ອມລູກໝາກ (Prostatectomy) ທັງຫມົດ.“ Mr Moyle ກ່າວ.
ການຖືກບອກວ່າຕ້ອງຜ່າຕັດ ເພື່ອເອົາຕ່ອມລູກໝາກອອກ ເປັນສິ່ງທີ່ທໍາໃຫ້ Mr Moyle ຕົກໃຈ.
"ມັນແມ່ນສິ່ງທີ່ສະເທືອນໃຈຫຼາຍ ເນື່ອງຈາກທ່ານຄິດວ່າ ນັ້ນແມ່ນການສູນເສັຍ ຂອງອາໄວຍະວະສືບພັນທີ່ສໍາຄັນ ຈະມີຜົນກະທົບຢ່າງຫຼາຍ ຕໍ່ຊີວິດທາງເພດຂອງຂ້ອຍ ແລະອື່ນໆ." ລາວອະທິບາຍ.
ຫຼັງການຜ່າຕັດ, ຄ່າ PSA ຂອງ Mr Moyle ເລີ່ມສູງຂຶ້ນອີກ, ເຮັດໃຫ້ເກີດຄວາມກັງວົນ.
"ຊຶ່ງຫມາຍຄວາມວ່າ ມະເຮັງຍັງຢູ່ບ່ອນໃດບ່ອນໜຶ່ງ ໃນຮ່າງກາຍຂອງລາວ. ແນ່ນອນວ່າ ບໍ່ຢູ່ໃນຕ່ອມລູກໝາກ (Prostate), ມັນຫາຍໄປແລ້ວ. ສິ່ງທີ່ໜ້າອັດສະຈັນ ກ່ຽວກັບຈຸລັງ (Cells) ມະເຮັງຕ່ອມລູກໝາກ (Prostate cancer), ບໍ່ສໍາຄັນວ່າມັນຢູ່ຈຸດໃດໃນຮ່າງກາຍ, ມັນຈະຜລິດ PSA ຕໍ່ໄປ, ດັ່ງນັ້ນ ມັນອາດຈະຢູ່ທີ່ໃດກໍໄດ້." Mr Moyle ກ່າວ.
ພາຍໃນ 5 ປີ, ແພດຂອງ Mr Moyle ຍັງຄົງຕິດຕາມລະດັບ PSA ຂອງລາວ. ແພດຜູ້ຊ່ຽວຊານດ້ານລັງສີຂອງລາວ ໄດ້ແນະນໍາໃຫ້ຮັບການບໍາບັດດ້ວຍລັງສີ (Radiation Therapy) ເປັນເວລາ 7 ອາທິດ ແລະການບໍາບັດດ້ວຍຮໍໂມນ (Hormone Therapy) ເປັນເວລາ 6 ເດືອນ.
"ນັ້ນບໍ່ແມ່ນເດືອນທີ່ດີໃນຊີວິດຂອງຂ້ອຍ ໃນປີຜ່ານມາ. ແລະຫຼັງຈາກນັ້ນ, ຂ້ອຍກັບມາເພື່ອກວດສຸຂະພາບເປັນປະຈຳ. ການກວດສອບຄັ້ງສຸດທ້າຍຂອງຂ້ອຍ ໃນທ້າຍປີທີ່ຜ່ານມາ ຜົນປາກົດວ່າ ກວດບໍ່ພົບ, ດັ່ງນັ້ນສິ່ງຕ່າງໆກໍຮູ້ສຶກດີຂຶ້ນ." Mr Moyle ກ່າວ.
Ms Crowe ກ່າວວ່າ ມັນເປັນເລື້ອງປົກກະຕິ ທີ່ຜູ້ຊາຍຈະປະສົບກັບຫຼາຍຄວາມຮູ້ສຶກ ເມື່ອຖືກວິນິດສັຍວ່າ ເປັນມະເຮັງຕ່ອມລູກໝາກ (Prostate cancer) ລວມທັງຄວາມຕົກໃຈ ແລະຄວາມບໍ່ແນ່ໃຈ.
“ອາການຕົກໃຈ ແມ່ນສິ່ງປົກກະຕິ. ໃຫ້ຄົນທີ່ຜ່ານເລື້ອງນັ້ນ ແລະອະທິບາຍຄວາມຮູ້ສຶກຂອງພວກເຂົາຕອນນີ້ ເປັນເລື້ອງປົກກະຕິຫຼາຍ, ແຕ່ມັນຈະງ່າຍຂຶ້ນ ເມື່ອພວກເຂົາໄດ້ຮັບຂໍ້ມູນບາງຢ່າງ. ເມື່ອພວກເຂົາຮູ້ວ່າ ແຜນການຮັກສາແມ່ນຫຍັງ," ນາງ ອະທິບາຍ.
ມີການສນັບສນູນຫຍັງແດ່ ສໍາລັບຜູ້ຊາຍທີ່ເປັນມະເຮັງຕ່ອມລູກໝາກ(Prostate cancer)?
ມີການສນັບສນູນ ສໍາລັບຜູ້ທີ່ຖືກວິນິດສັຍວ່າມີມະເຮັງຕ່ອມລູກໝາກ. ຮວມເຖິງ ພະຍາບານດ້ານລະບົບທາງເດີນປັດສາວະ ເຊັ່ນ Ms Crowe, ຜູ້ທີ່ສາມາດຕອບຄໍາຖາມ ແລະໃຫ້ການດູແລພິເສດ ພ້ອມທັງການຕິດຕາມ ມະເຮັງຕ່ອມລູກໝາກ (Prostate cancer) ຢ່າງຕໍ່ເນື່ອງ.
ສໍາລັບ Mr Moyle, ການໄດ້ຮັບການສນັບສນູນຈາກເມັຍ ແລະຄອບຄົວເປັນສິ່ງສໍາຄັນຢ່າງຫຼາຍ
"ການສນັບສນູນທີ່ດີທີ່ສຸດ ແລະຍິ່ງໃຫຍ່ທີ່ສຸດຂອງຂ້ອຍ ຄືພັນລະຍາຂອງຂ້ອຍ...ແລະແພດ ແລະຜູ້ຊ່ຽວຊານທີ່ຂ້ອຍໄດ້ພົບ, ພວກເຂົາທຸກຄົນຊ່ວຍເຫຼືອ ແລະ ສນັບສນູນໃນສ່ວນຂອງພວກເຂົາ ໃນການເດີນທາງ," ລາວກ່າວ.
ລາວຈຶ່ງໄດ້ສ້າງກຸ່ມສນັບສນູນທ້ອງຖິ່ນ ໃນບ້ານເກີດຂອງລາວທີ່ Bargara ໃນ Queensland.
"ນັ້ນໄດ້ສ້າງຄວາມແຕກຕ່າງຢ່າງຫຼວງຫຼາຍ ໃນການມີຜູ້ຊາຍຄົນອື່ນ ທີ່ສົນທະນານຳ, ຜູ້ທີ່ກໍາລັງຜ່ານເສັ້ນທາງດຽວກັນ, ທີ່ພວກເຮົາສາມາດເວົ້າເຖິງບັນຫາສ່ວນຕົວ ແລະໃຫ້ການສນັບສນູນກັນແລະກັນ, ແລະນັ້ນແມ່ນສິ່ງທີ່ຍິ່ງໃຫຍ່. ແລະບາງຄົນທີ່ເປັນວິດທະຍາກອນຮັບເຊີນ ທີ່ພວກເຮົາມີ ກໍເປັນສິ່ງທີ່ຍິ່ງໃຫຍ່ຫຼາຍ Mr Moyle ອະທິບາຍ.
ທ່ານສາມາດຄົ້ນຫາຂໍ້ມູນເພີ່ມເຕີມ ກ່ຽວກັບມະເຮັງ ແລະກຸ່ມ ສນັບສນູນໃກ້ທ່ານ, ໂດຍການເຂົ້າໄປທີ່ ສູນມະເຮັງຕ່ອມລູກໝາກ ຂອງອອສເຕຣເລັຍ (the Australian Prostate Centre) ແລະ ມູນນິທິມະເຮັງຕ່ອມລູກໝາກ ຂອງອອສເຕຣເລັຍ (the Prostate Cancer Foundation of Australia).
ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.
ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່ australiaexplained@sbs.com.au
ຮວບຮວມໂດຍ Phil Tucak ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






