SKIP TO MAIN CONTENT

ປັນຫາລະຫວ່າງ Donald Trump ແລະສື່.

Truth Social - Photo Illustration
ຂໍ້ຄວາມຂອງ Donald Trump ທີ່ລົງໃນ Truth ກ່ຽວກັບການຈຳກັດນັກຂ່າວໃນການເຂົ້າເຖິງ ທຳນຽບຂາວ. Source: SIPA USA / Jonathan Raa/Jonathan Raa/Sipa USA

ການຕັດສິນໃຈຂອງ Donald Trump ໃນການຕັດ CNN, MS NOW ແລະ Politico ອອກຈາກທໍານຽບຂາວ ກໍາລັງເຮັດໃຫ້ມີການຕັ້ງຄໍາຖາມໃຫມ່ກ່ຽວກັບເສຣີພາບຂອງສື່ ໃນສະຫະຣັດອາເມຣິກາ. ສື່ທັງສາມກໍາລັງຟ້ອງຣັດຖະບານ, ໃນຂນະທີ່ເຄືອຂ່າຍທີວີຂນາດໃຫຍ່ໄດ້ຮ່ວມມືສນັບສນູນພວກເຂົາ. ຄະດີນີ້ ອາດຈະຊ່ວຍກໍານົດວ່າປະທານາທິບໍດີ ສາມາດຈໍາກັດການເຂົ້າເຖິງ ຂອງສື່ມວນຊົນໄດ້ຫຼາຍພຽງໃດ.


Published

By Hannah Hodson

Presented by Sak Phoumirath

Source: SBS


Skip to podcast episode content

ການຕັດສິນໃຈຂອງ Donald Trump ໃນການຕັດ CNN, MS NOW ແລະ Politico ອອກຈາກທໍານຽບຂາວ ກໍາລັງເຮັດໃຫ້ມີການຕັ້ງຄໍາຖາມໃຫມ່ກ່ຽວກັບເສຣີພາບຂອງສື່ ໃນສະຫະຣັດອາເມຣິກາ. ສື່ທັງສາມກໍາລັງຟ້ອງຣັດຖະບານ, ໃນຂນະທີ່ເຄືອຂ່າຍທີວີຂນາດໃຫຍ່ໄດ້ຮ່ວມມືສນັບສນູນພວກເຂົາ. ຄະດີນີ້ ອາດຈະຊ່ວຍກໍານົດວ່າປະທານາທິບໍດີ ສາມາດຈໍາກັດການເຂົ້າເຖິງ ຂອງສື່ມວນຊົນໄດ້ຫຼາຍພຽງໃດ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ປັນຫາລະຫວ່າງ Donald Trump ແລະສື່.

ການຕັດສິນໃຈຂອງ Donald Trump ໃນການຕັດ CNN, MS NOW ແລະ Politico ອອກຈາກທໍານຽບຂາວ ກໍາລັງເຮັດໃຫ້ມີການຕັ້ງຄໍາຖາມໃຫມ່ກ່ຽວກັບເສຣີພາບຂອງສື່ ໃນສະຫະຣັດອາເມຣິກາ.

ສື່ທັງສາມກໍາລັງຟ້ອງຣັດຖະບານ, ໃນຂນະທີ່ເຄືອຂ່າຍທີວີຂນາດໃຫຍ່ໄດ້ຮ່ວມມືສນັບສນູນພວກເຂົາ.

ຄະດີນີ້ ອາດຈະຊ່ວຍກໍານົດວ່າປະທານາທິບໍດີ ສາມາດຈໍາກັດການເຂົ້າເຖິງ ຂອງສື່ມວນຊົນໄດ້ຫຼາຍພຽງໃດ.

Hannah Hodson ລາຍງານ.

Donald Trump ກ່າວວ່າ ສື່ມວນຊົນ 3 ແຫ່ງ ຖືກຫ້າມບໍ່ໃຫ້ເຂົ້າໃນພື້ນທີ່ຂອງທຳນຽບຂາວ (White House) ເນື່ອງຈາກວິທີການລາຍງານກ່ຽວກັບລາວ ແລະຣັດຖະບານຂອງລາວ.

"ເພາະວ່າພວກເຂົາເປັນຂ່າວປອມ. ທ່ານຈະເບື່ອກັບການອ່ານ ແລະເຫັນຂ່າວປອມ. ເມື່ອທ່ານເບິ່ງ CNN.... ມັນແມ່ນຂ່າວປອມ. ນັ້ນແມ່ນເຫດຜົນ ທີ່ອັດຕາການບໍຣິໂພກຂ່າວຂອງພວກເຂົາບໍ່ດີ."

ນັກຂ່າວຈາກ CNN, MS NOW ແລະ Politico ໄດ້ຖືກປິດການເຂົ້າເຖິງ ແລະບັດປະຈໍາຕົວນັກຂ່າວຂອງພວກເຂົາ ຖືກລະງັບ.

ສື່ມວນຊົນເຫຼົ່ານີ້ ກໍາລັງຟ້ອງຣັດຖະບານ ໂດຍກ່າວວ່າ ການຫ້າມນີ້ ໄດ້ "ຂັດຂວາງຢ່າງຮຸນແຮງ" ຕໍ່ຄວາມສາມາດຂອງສື່ທັງສາມ ໃນການລາຍງານ Trump ແລະຣັດຖະບານຂອງລາວ.

ຮອງປະທານາທິບໍດີ, JD Vance, ປະຕິເສດຂໍ້ກ່າວຫາທີ່ວ່າ ພວກເຂົາຖືກຫ້າມ, ໂດຍເວົ້າວ່າ ພວກເຂົາໄດ້ສູນເສັຍສິດທິ ທີ່ເຂົາເອີ້ນວ່າ "ການເຂົ້າເຖິງພິເສດ (Special Access)".

"ດັ່ງນັ້ນ ລາວບໍ່ໄດ້ຫ້າມສື່. ສິ່ງທີ່ລາວກໍາລັງເຮັດ ຄືການກ່າວວ່າ: 'ພວກເຮົາຈະບໍ່ໃຫ້ທ່ານເຂົ້າເຖິງທໍານຽບຂາວເປັນພິເສດ ຖ້າທ່ານເຮັດໃນສິ່ງທີ່ເປັນການໂຄສະນາຊວນເຊື່ອ.' ພວກເຮົາຕ້ອງຈື່ໄວ້ວ່າ ສື່ສາມແຫ່ງນີ້ ມີຂໍ້ມູນປະມານ 92% ກ່ຽວກັບປະທານາທິບໍດີສະຫະຣັດອາເມຣິກາ ກ່ຽວກັບຣັດຖະບານເປັນທາງລົບ."

"ການເຂົ້າເຖິງທໍານຽບຂາວແມ່ນສິດທິພິເສດ — ບໍ່ແມ່ນສິດ," ຣັດຖະບານໄດ້ລົງຂໍ້ຄວາມໃນ X.

ເຄືອຂ່າຍໂທຣະທັດຫຼັກ ໄດ້ຮ່ວມມືກັນສນັບສນູນ CNN.

ABC, CBS, NBC ແລະ Fox ປະຕິເສດ ທີ່ຈະໝູນວຽນກຸ່ມນັກຂ່າວທີວີ ໃນທຳນຽບຂາວ.

ອະດີດໂຄສົກຂອງທໍານຽບຂາວ Pete Seat ກ່າວວ່າ ເຄືອຂ່າຍເຫຼົ່ານີ້ ມັກຈະຮ່ວມມືກັນ ເມື່ອມີຄົນໃດຄົນໜຶ່ງຖືກແຍກອອກ.

"ເຄືອຂ່າຍເຫຼົ່ານີ້ ມັກຈະຮ່ວມມືກັນເມື່ອພວກເຂົາຖືກໂຈມຕີ, ຖືກເລືອກເປັນເປົ້າຫມາຍໃນລັກສນະນີ້. ແລະນັ້ນແມ່ນບັນຫາ ສໍາລັບທໍານຽບຂາວ. ປະທານາທິບໍດີ Trump ໄດ້ຈັດງານຢູ່ເດີ່ນຫຍ້າທາງໃຕ້ (the South Lawn) ໃນມື້ນີ້. ບໍ່ມີສຽງ. ບໍ່ມີໄມໂຄຣໂຟນ. ບໍ່ມີສຽງ ເນື່ອງຈາກສື່ ບໍ່ໄດ້ຢູ່ໃນສະຖານທີ່ ເພື່ອຖ່າຍທອດເຫດການນັ້ນ."

Mr Trump ໄດ້ຫຼຸດຄ່າຄວາມສໍາຄັນ ຂອງການກະທໍານີ້.

"ພວກເຂົາກ່າວວ່າ, ພວກເຂົາຈະຂວ້ຳບາດ (Boycott) ຂ້າພະເຈົ້າ, ແຕ່ພວກເຂົາບໍ່ເຄີຍຂວ້ຳບາດ (Boycott) ຂ້າພະເຈົ້າ, ດັ່ງນັ້ນ ຂ້າພະເຈົ້າບໍ່ໄດ້ກັງວົນເທົ່າໃດ."

ນອກເຫນືອຈາກການລົບກວນການລາຍງານຂ່າວ ຍັງມີຄໍາຖາມທີ່ກວ້າງຂຶ້ນ ກ່ຽວກັບຂີດຈໍາກັດຂອງ ອໍານາດປະທານາທິບໍດີ ແລະການປົກປ້ອງສື່ເສຣີ.

Pete Seat ເຊື່ອວ່າ ສື່ທັງສາມຄວນຈະຊນະຄະດີໃນສານ.

"ພວກເຂົາຄວນຊນະຄະດີນີ້, ເນື່ອງຈາກ White House ບໍ່ສາມາດປະຕິເສດການເຂົ້າເຖິງໄດ້ ອີງຕາມການສເນີຂ່າວ. ຖ້າພວກເຂົາຕ້ອງການອ້າງເຫດຜົນ ດ້ານຄວາມປອດພັຍ ຫຼື ຄວາມສາມາດຂອງຫ້ອງຖແລງຂ່າວຂອງທຳນຽບຂາວ, ສໍານັກງານປະທານາທິບໍດີ, ພື້ນທີ່ອື່ນໆພາຍໃນທຳນຽບຂາວ, ນັ້ນກໍແມ່ນອີກເລື່ອງຫນຶ່ງ. ແຕ່ການກ່າວວ່າ ມັນອີງຕາມການລາຍງານຂ່າວຂອງພວກເຂົາ ອາດຈະບໍ່ ຜ່ານການກວດສອບ ຕາມຣັດຖະທັມມະນູນ ຫຼືກົດຫມາຍໄດ້."

ສື່ເຫຼົ່ານີ້ກ່າວວ່າ ການຈໍາກັດເຫຼົ່ານີ້ ລະເມີດສິດທິຕາມຣັດຖະທັມມະນູນມາດຕາທີ່ຫນຶ່ງຂອງພວກເຂົາ ດ້ານເສຣີພາບໃນການເວົ້າ ແລະເສຣີພາບຂອງສື່, ແລະກໍາລັງຮ້ອງຂໍຄໍາສັ່ງສຸກເສີນ ເພື່ອຟື້ນຟູການເຂົ້າເຖິງຂອງພວກເຂົາ. ແຕ່ Ken Turkel ທະນາຍຄວາມດ້ານສື່ມວນຊົນຂອງສະຫະຣັດກ່າວວ່າ ບັນຫານີ້ບໍ່ຊັດເຈນຫຼາຍ.

"ຂ້າພະເຈົ້າບໍ່ແນ່ໃຈວ່າ ຂ້າພະເຈົ້າຈະເຮັດໃຫ້ເປັນເລື້ອງໃຫຍ່ຂນາດນັ້ນ. ທ້າຍສຸດແລ້ວ - ບໍ່ມີສິດທິທາງກົດຫມາຍຕາມຣັດຖະທັມມະນູນ ທີ່ບັງຄັບໃຫ້ທ່ານຕ້ອງອະນຸຍາດໃຫ້ນັກຂ່າວຄົນໃດຄົນໜຶ່ງເຂົ້າຫ້ອງ ຖແລງຂ່າວ. ຕາມການຫຼັກການແລ້ວ, ໃນປະເທດນີ້ ພວກເຮົາໄດ້ອະນຸຍາດໃຫ້ສື່ມວນຊົນເຂົ້າມາ ບໍ່ວ່າພວກເຂົາຈະເຫັນດີ ຫຼືບໍ່ເຫັນດີກັບທ່ານ. ມັນບໍ່ສໍາຄັນ. ມັນເປັນພັຍຄຸກຄາມຕໍ່ສື່ມວນຊົນເສຣີ ຫຼືບໍ່? ຂ້າພະເຈົ້າບໍ່ຄິດແນວນັ້ນ. ຂ້າພະເຈົ້າບໍ່ຮູ້ວ່າ ຄະດີນີ້ຈະໄປໄກປານໃດ. ລາວເຄີຍເຮັດແບບນີ້ມາກ່ອນແລ້ວ, ແລະຂ້າພະເຈົ້າບໍ່ຄິດວ່າ ມັນເກີດຈາກການຂົ່ມຂູ່ສື່ເສຣີ. ຂ້າພະເຈົ້າຄິດວ່າ ລາວຢາກຈະຂີດເສັ້ນກັບສື່ມວນຊົນ."

ປະທານາທິບໍດີ Trump ຢືນຢັນໃນ Truth Social ວ່າ "ທໍານຽບຂາວບໍ່ໄດ້ ໂຈມຕີຕໍ່ສື່ມວນຊົນເສຣີ, ສິ່ງທີ່ຂ້າພະເຈົ້າຊື່ນຊົມຫຼາຍ... ແຕ່ມັນແມ່ນການ ໂຈມຕີຂ່າວປອມ."

ການໂຕ້ຖຽງນີ້ ກໍໄດ້ມາຮອດສະຫະປະຊາຊາດແລ້ວ.

ໂຄສົກຂອງສະຫະປະຊາຊາດ Stephane Dujarric ກ່າວວ່າ ນັກຂ່າວຄວນມີເສຣີພາບ ໃນການເຮັດວຽກຂອງຕົນ.

"ພວກເຮົາບໍ່ເຊື່ອໃນການຈໍາກັດວ່າ ນັກຂ່າວຄົນໃດສາມາດເຂົ້າຮ່ວມການຖແລງຂ່າວນີ້ໄດ້ຫຼືບໍ່. ມັນມັກຈະເປັນການຂັດແຍ້ງໂດຍທັມມະຊາດ. ພວກເຮົາຈະບໍ່ເຮັດຫຍັງ ທີ່ຈະຈໍາກັດເສຣີພາບຂອງສື່ ໃນການລາຍງານຂ່າວໃນອາຄານນີ້."

ຄໍາຖາມດ່ວນ ກ່ຽວກັບການເຂົ້າເຖິງ ກໍາລັງຖືກພິຈາຣະນາໃນສານ ໃນອາທິດນີ້.

ແຕ່ການຖົກຖຽງທີ່ກວ້າງຂວາງ ວ່າໃຜຈະເປັນຜູ້ຕັດສິນວ່າ ນັກຂ່າວຄົນໃດ ສາມາດສອບຖາມຜູ້ມີອໍານາດ ບໍ່ໜ້າຈະຈົບຢູ່ທີ່ນັ້ນ.

ລາຍງານໂດຍ Hannah Hodson ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now