ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ອອສເຕຣເລັຍໄດ້ເປີດສູນຄອບຄົວພິເສດ ໃນ Kathmandu ໃນຂນະທີ່ການຄົ້ນຫາຜູ້ລອດຊີວິດຈາກນ້ຳຖ້ວມ ຍັງຄົງດໍາເນີນຕໍ່ໄປ.. ** ລະຫັດຈັນຍາບັນດິຈິຕອລ (Digital Code of Conduct) ທີ່ພັກແຮງງານສເນີ ກໍາລັງຖືກວິພາກວິຈານຈາກສະຫະຣັດ... ** Matthew Brennan ຄວ້າໄຊຊນະດ່ານທີ 5 ທີ່ Vuelta a Espana...
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ສລຸບຂ່າວປະຈຳອ່ທິດ 100926.
ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້:
** ອອສເຕຣເລັຍໄດ້ເປີດສູນຄອບຄົວພິເສດ ໃນ Kathmandu ໃນຂນະທີ່ການຄົ້ນຫາຜູ້ລອດຊີວິດຈາກນ້ຳຖ້ວມ ຍັງຄົງດໍາເນີນຕໍ່ໄປ..
** ລະຫັດຈັນຍາບັນດິຈິຕອລ (Digital Code of Conduct) ທີ່ພັກແຮງງານສເນີ ກໍາລັງຖືກວິພາກວິຈານຈາກສະຫະຣັດ...
** Matthew Brennan ຄວ້າໄຊຊນະດ່ານທີ 5 ທີ່ Vuelta a Espana...
ຕໍ່ໄປແມ່ນລາຍລະອຽດຂອງຂ່າວແລະຂ່າວອື່ນໆ
***********************************
ສູນສນັບສນູນຄອບຄົວໂດຍສະເພາະ ຂອງອອສເຕຣເລັຍ ໄດ້ເລີ່ມດໍາເນີນງານໃນ Kathmandu, ເນື່ອງຈາກມີຊາວອອສເຕຣເລັຍ 36 ຄົນ ຍັງສູນຫາຍໃນເຂດນ້ຳຖ້ວມ Nepal-Tibet (8 ກັນຍາ)
ອອສເຕຣເລັຍ ໄດ້ສົ່ງເຈົ້າໜ້າທີ່ 49 ຄົນ ເພື່ອສນັບສນູນການຕອບ ສນອງພັຍພິບັດ ແລະນາຍົກຣັດຖະມົນຕີ Anthony Albanese ແລະຣັດຖະມົນຕີການຕ່າງປະເທດ Penny Wong ໄດ້ສະແດງຄວາມເສັຍໃຈໃນຣັດຖະສະພາ.
Nepal ກ່າວວ່າ ມັນວາງແຜນຈະຂໍຄວາມຊ່ວຍເຫຼືອທາງການເງິນ ຈາກປະເທດທີ່ລ້ຳລວຍ ແລະອົງການລະດັບໂລກ ເພື່ອຊ່ວຍຟື້ນຟູ ຫຼັງຈາກນໍ້າຖ້ວມທີ່ຮ້າຍແຮງ, ແລະກ່າວວ່າ ການປະເມີນເບື່ອງຕົ້ນຈະຕ້ອງການເງິນປະມານ 5 ຫາ 7 ພັນລ້ານໂດລາ (10 ເດືອນກັນຍາ).
ຢ່າງນ້ອຍມີ 1,300 ຄົນ ໄດ້ຖືກຢືນຢັນວ່າເສັຍຊີວິດ ແລະມີຜູ້ສູນຫາຍກວ່າ 5,300 ຄົນທົ່ວ Nepal ແລະ ພື້ນທີ່ Tibet ຂອງຈີນ, ຮວມເຖິງ ຊາວອອສເຕຣເລັຍ 35 ຄົນ.
ເຈົ້າໜ້າທີ່ Nepal ກໍາລັງສະແດງໃຫ້ເຫັນ ຢ່າງເປັນທາງການວ່າ ພັຍພິບັດນີ້ ເປັນຕົວຢ່າງຂອງ ຜົນກະທົບທີ່ບໍ່ສົມສ່ວນ ຂອງການປ່ຽນແປງສະພາບພູມອາກາດ ຕໍ່ປະເທດທີ່ຍາກຈົນ.
ການຕິດຕໍ່ຜູ້ບໍຣິຈາກນີ້ ເກີດຂຶ້ນກ່ອນທີ່ນາຍົກຣັດຖະມົນຕີ Balendra Shah ກ່າວປາສັຍຕາມທີ່ວາງແຜນໄວ້ ທີ່ສະຫະປະຊາຊາດ ໃນເດືອນນີ້ (24 ກັນຍາ), ເຊິ່ງຄາດວ່າ ທ່ານຈະສແວງຫາການສນັບສນູນ ຈາກຕ່າງປະເທດຫຼາຍຂຶ້ນ ສໍາລັບປະເທດກໍາລັງພັດທະນາ ທີ່ມີຄວາມສ່ຽງ ຕໍ່ການປ່ຽນແປງສະພາບພູມອາກາດ.
ຜູ້ອໍານວຍການຂອງອົງການ National Disaster and Risk Reduction and Management Authority ຂອງ Nepal, ທ່ານ Dharam Raj Uprety, ກ່າວວ່າ ການຫຼຸດຄວາມສ່ຽງ ຈໍາເປັນຕ້ອງຖືກນໍາມາພິຈາຣະນາໃນການຟື້ນຟູ.
"ຂ້າພະເຈົ້າ ກໍາລັງເວົ້າເຖິງການຫຼຸດຜ່ອນ, ການປັບຕົວ ແລະ ທີ່ເກີນກວ່າການປັບຕົວ ແລະການສູນເສັຍ ແລະຄວາມເສັຍຫາຍນັ້ນ ແມ່ນ ການຊົດເຊີຍ. ທ່ານຈະປັບປຸງການຫຼຸດຜ່ອນຄວາມສ່ຽງ ຈາກພັຍພິບັດ ທີ່ຄາດວ່າຈະເກີດຂຶ້ນແນວໃດ? ພວກເຮົາຈະປັບປຸງ ມາດຕະການຫຼຸດຄວາມສ່ຽງແບບແກ້ໄຂ ໃນຂນະທີ່ຈັດການໃຊ້ໜີ້ໄດ້ຢ່າງໃດ? ແລະພວກເຮົາຈະປັບປຸງ ມາດຕະການຫຼຸດຜ່ອນຄວາມສ່ຽງທີ່ເຫຼືອຢູ່ໄດ້ແນວໃດ?"
*****************************
ສະຫະຣັດອາເມຣິກາກ່າວວ່າ ມີຄວາມກັງວົນ ກັບແຜນການຂອງພັກແຮງງານ ໃນການນໍາໃຊ້ກົດ Digital Duty of Care, ທີ່ຈະອະນຸຍາດໃຫ້ຜູ້ໃຊ້ ສາມາດປະຕິເສດ Algorithms ທີ່ຂັບເຄື່ອນ Feeds ສື່ສັງຄົມໄດ້ (9 ກັນຍາ).
ກົດຫມາຍນີ້ ມີຈຸດປະສົງເພື່ອປົກປ້ອງເຍົາວະຊົນ ຈາກເນື້ອຫາທີ່ເປັນອັນຕະຣາຍ, ແລະບໍຣິສັດໃດກໍຕາມ ທີ່ລະເບີດກົດຫມາຍ ອາດຈະຖືກປັບໃໝເປັນເງິນ ຫຼາຍກວ່າ 100 ລ້ານໂດລາ.
ໂຄສົກຂອງທໍານຽບຂາວ ໄດ້ອອກຄໍາຖແລງການວ່າ ປະທານາທິບໍດີ Trump ໄດ້ເຕືອນຄູ່ທາງການຄ້າ ຢ່າງຊັດເຈນວ່າບໍ່ໃຫ້ກໍານົດພາສີບໍຣິການດິຈິຕອລ ຫຼື ຄ່າປັບໃໝ, ເຊິ່ງ Trump ເອີ້ນວ່າ 'ການຂູດຮີດ'.
ແຕ່ນາຍົກຣັດຖະມົນຕີ Anthony Albanese ໄດ້ຫຼຸດຄວາມບໍ່ພໍໃຈ ຂອງທໍານຽບຂາວແລ້ວ.
"ພວກເຮົາແມ່ນປະເທດອະທິປະໄຕ. ພວກເຮົາຕັດສິນໃຈນະໂຍບາຍຂອງພວກເຮົາ ຕາມຜົນປໂຍດຂອງອອສເຕຣເລັຍ. ໃນຖານະນາຍົກຣັດຖະມົນຕີ ເຮົາຈະເຮັດເຊັ່ນນັ້ນ ບໍ່ວ່າຈະເປັນເລື້ອງໃດກໍຕາມ.ແຕ່ຄວາມສໍາພັນຂອງຂ້າພະເຈົ້າ ກັບປະທານາທິບໍດີສະຫະຣັດ ແມ່ນດີຫຼາຍ, ແລະຂ້າພະເຈົ້າຫວັງວ່າ ຈະໄດ້ພົບກັບລາວ ໃນສະຫະຣັດ ໃນອີກສອງອາທິດຂ້າງຫນ້າ (ເມື່ອ Albanese ເດີນທາງໄປ New York ເພື່ອເຂົ້າຮ່ວມການປະຊຸມໃຫຍ່ຂອງສະຫະປະຊາຊາດ)."
***********************************
Barnaby Joyce ຜູ້ແທນພັກ One Nation ກໍາລັງເອົາໂຕອອກຫ່າງຈາກພັກ Alternative for Germany ທີ່ເປັນພັກຂວາຈັດ ແລະຕ້ານການອົບພະຍົບ, ຫຼັງຈາກກຸ່ມນີ້ຊນະການເລືອກຕັ້ງຣັດ ໃນບໍ່ດົນມານີ້.
ໃນການເລືອກຕັ້ງຣັດໃນ Germany ໃນ Saxony-Anhalt, ພັກໄດ້ຮັບຄະແນນສຽງ 44 ເປີເຊັນ, ຊຶ່ງເຮັດໃຫ້ພັກ ອະນຸຣັກນິຍົມຂອງນາຍົກຣັດຖະມົນຕີ Friedrich Merz ຖືກກະທົບຢ່າງຫນັກ, ເຖິງແມ່ນຈະບໍ່ໄດ້ເປັນສຽງສ່ວນຫຼາຍໃນສະພາກໍຕາມ.
ໄຊຊນະຄັ້ງນີ້ ໄດ້ເຮັດໃຫ້ພັກຂວາສຸດຂອງ Germany ເຂົ້າໃກ້ອໍານາດໃນລະດັບຣັດ ເປັນຄັ້ງທໍາອິດ ຕັ້ງແຕ່ສົງຄາມໂລກຄັ້ງທີສອງ.
ພັກ AfD ໄດ້ຖືກຈັດໃນກຸ່ມ 'ຫົວຮຸນແຮງຂວາຈັດ (Far-right Extremist) ' ໂດຍອົງການສາຍລັບ ພາຍໃນປະເທດ.
Barnaby Joyce ກ່າວວ່າ ພັກຂອງລາວແຕກຕ່າງຈາກ AfD.
"AfD, ໂອ້, ນັ້ນເລີ່ມເຮັດໃຫ້ຂ້າພະເຈົ້າຮູ້ສຶກກັງວົນ. ເປັນຫຍັງມັນຈຶ່ງເປັນແນວນັ້ນ? ເນື່ອງຈາກຂ້າພະເຈົ້າມີຄອບຄົວທີ່ຕໍ່ສູ້ກັບ Fascists. ພວກເຮົາຮູ້ດີວ່າ Fascism ເຮັດຫຍັງ; ນັ້ນແມ່ນສິ່ງທີ່ໜ້າລັງກຽດ ແລະ ໜ້າຢ້າກົວ, ແລະມັນບໍ່ມີສ່ວນກ່ຽວຂ້ອງ ກັບ One Nation ຫຼືສິ່ງທີ່ຂ້າພະເຈົ້າຈະກ່ຽວຂ້ອງ."
*********************************
ປະທານາທິບໍດີສະຫະຣັດ Donald Trump ກ່າວວ່າ ລາວຄາດວ່າສົງຄາມກັບອິຣານ ຈະສິ້ນສຸດທັນທີ ຫຼັງຈາກການເລືອກຕັ້ງກາງກາງວາຣະ (Midterm Elections) ໃນເດືອນພະຈິກ (10 ເດືອນກັນຍາ).
ຄໍາເຫັນຂອງລາວ ເກີດຂຶ້ນໃນຂນະທີ່ການສູ້ຣົບອີກຄັ້ງ ຊຶ່ງຊຸກຍູ້ລາຄານ້ຳມັນໃຫ້ສູງກວ່າ A$138 ຕໍ່ Barrel, ໂດຍອີຣານໂຈມຕີການຂົນສົ່ງໃກ້ຊ່ອງແຄບ Hormuz ຫຼັງຈາກສະຫະຣັດ ໄດ້ໂຈມຕີເຮືອບັນທຸກນ້ຳມັນ ອີຣານ 5 ລໍາ.
Mr Trump ອ້າງວ່າ Tehran ກໍາລັງພະຍາຍາມມີອິດທິພົນ ຕໍ່ການເລືອກຕັ້ງກາງວາຣະ (Midterm Elections) ແລະກໍາລັງປະສົບຄວາມລໍາບາກຫຼາຍຂຶ້ນ ພາຍໃຕ້ຄວາມກົດດັນທາງທະຫານ ແລະເສດຖະກິດຂອງສະຫະຣັດ.
"ຂ້າພະເຈົ້າຄິດວ່າ ສົງຄາມຈະສິ້ນສຸດທັນທີ ຫຼັງຈາກການເລືອກຕັ້ງ. ເນື່ອງຈາກພວກເຂົາ ບໍ່ສາມາດຢູ່ຕໍ່ໄປໄດ້ອີກແລ້ວ. ພວກເຂົາພະຍາຍາມຢ່າງຫນັກ ທີ່ຈະມີຜົນກະທົບຕໍ່ການເລືອກຕັ້ງ ເພື່ອໃຫ້ພວກເຮົາ ມີກຸ່ມຄົນທີ່ອ່ອນເຂົ້າໄປໃນສະພາ ແລະປ່ອຍໃຫ້ພວກເຂົາມີອາວຸດນິວເຄລັຍຂອງພວກເຂົາ. ສິ່ງທີ່ພວກເຂົາຕ້ອງການ ຄືອາວຸດນິວເຄລັຍ."
*******************************************
ໃນຂນະດຽວກັນ, ກອງກຳລັງ Revolutionary Guards ຂອງ ອິຣານກ່າວວ່າ ພວກເຂົາໄດ້ຈັບເຮືອມຸດນ້ຳທີ່ບໍ່ມີຄົນຂັບ ຂອງສະຫະຣັດ ທີ່ທາງເຂົ້າຊ່ອງແຄບ Hormuz (9 ກັນຍາ).
ເຫດການນີ້ ເກີດຂຶ້ນຫຼັງຈາກກອງບັນຊາການກາງຂອງສະຫະຣັດ ກ່າວວ່າ ໄດ້ທໍາລາຍເຮືອບັນທຸກນ້ຳມັນດິບຂອງອີຣານ 5 ລໍາ ຫຼັງຈາກພະຍາຍາມໂຈມຕີ ດ້ວຍຂີປະນາວຸດ ໃສ່ເຮືອຮົບຂອງກອງທັບເຮືອສະຫະຣັດ, ແລະອີຣານ ໄດ້ໂຈມຕີຖານທະຫານສະຫະຣັດໃນ Jordan.
ກະຊວງການປ້ອງກັນປະເທດສະຫະຣັດ ກ່າວວ່າ ການຈັບໂດຣນໃຕ້ນ້ຳໂດຍອີຣານ ເກີດຂັດຂ້ອງຫຼາຍກວ່າຫນຶ່ງມື້ກ່ອນ.
ນັກວິເຄາະທາງທະຫານ ສາດສະດາຈານ Kevin Rowlands ກ່າວວ່າ ການຈັບໂດຣນໃຕ້ນ້ຳນີ້ ອາດຈະເຮັດໃຫ້ອີຣານ ເຂົ້າເຖິງເທັກໂນໂລຈີທີ່ມີຄ່າຂອງສະຫະຣັດ.
"ມັນແມ່ນຄວາມອັບອາຍ ທີ່ອາດຈະເກີດຂຶ້ນຕໍ່ຝ່າຍກົງກັນຂ້າມ, ແຕ່ສຳລັບສະຫະຣັດອາເມຣິກາ ແລະມັນຈະເຮັດໃຫ້ຄົນເວົ້າເຖິງມັນ. ດັ່ງນັ້ນ, ມີມຸມມອງທາງການທູດ ແລະມຸມມອງທາງສື່ມວນຊົນດ້ວຍ. ອີກວິທີຫນຶ່ງ ທີ່ຂ້າພະເຈົ້າຄິດວ່າ ມັນອາດຈະເປັນປໂຍດຕໍ່ອີຣານ ຄືວ່າ ຈະມີເທັກໂນໂລຈີໃນ USV ເຮືອໃຕ້ນ້ຳທີ່ບໍ່ມີຄົນຂັບ, ທີ່ອາດຈະເປັນປໂຍດຕໍ່ອີຣານ ແລະພັນມິດຂອງມັນ."
******************************************
Oxford Economics ກ່າວວ່າ ການໃຊ້ A-I ໃນທຸຣະກິດອອສເຕຣເລັຍ ອາດຈະເພີ່ມຂຶ້ນປະມານ 50 ເປີເຊັນ ໃນທົດສະວັດຫນ້າ, ກ່ອນຈະເຖິງປະມານ 80 ເປີເຊັນ (8 ກັນຍາ).
ແຕ່ການຂຍາຍໂຕຢ່າງໄວ ຂອງເທັກໂນໂລຈີທົ່ວໂລກ ກໍເຮັດໃຫ້ເກີດຄວາມກັງວົນ ກ່ຽວກັບຄວາມປອດພັຍ, ຄວາມເປັນສ່ວນຕົວ ແລະການຄວບຄຸມຂອງມະນຸດ.
Volker Türk ຫົວຫນ້າສິດທິມະນຸດຂອງສະຫະປະຊາຊາດ ກ່າວວ່າ A-I ຂັ້ນສູງ ອາດຈະເປັນພັຍຄຸກຄາມຕໍ່ມະນຸດຊາດ ແລະຈໍາເປັນ ຕ້ອງມີການບໍຣິຫານ A-I ທີ່ເຂັ້ມແຂງຂຶ້ນຢ່າງໄວ.
"ການລ່າຊ້າ ເປັນປໂຍດສໍາລັບບໍຣິສັດເທັກໂນໂລຈີຂນາດໃຫຍ່, ເຈົ້າຂອງ ແລະຜູ້ສນັບສນູນຂອງພວກເຂົາ. ຜູ້ຊາຍບໍ່ເທົ່າໃດຄົນ ມີອໍານາດຢ່າງບໍ່ມີຂອບເຂດເໜືອ AI ທີ່ພວກເຮົາຖືກບອກຢ່າງຊ້ຳໆວ່າ ມີຄວາມສາມາດໃນການຄຳນວນ ທີ່ບໍ່ສາມາດຄາດຄະເນໄດ້. ພວກເຂົາເວົ້າເຖິງອິດສຣະ, ແຕ່ເມື່ອພິຈາຣະນາຢ່າງລະອຽດ, ມັນກໍເປັນພຽງອິດສຣະ ໃນການນໍາໃຊ້ຂໍ້ມູນຂອງພວກເຮົາເທົ່ານັ້ນ."
*********************************
ມີການຊຸກຍູ້ ໃຫ້ປະກາດຄວາມປອດພັຍສາທາຣະນະ ແກ່ຜູ້ເດີນທາງມາຮອດໃຫມ່, ຄ້າຍກັບຄຳເຕືອນ ດ້ານຄວາມປອດພັຍທາງຊີວະພາບ ທີ່ສະແດງໃນເຮືອບິນ ຕອນເຂົ້າມາຮອດອອສເຕຣເລັຍ (9 ກັນຍາ).
ຄໍາເຕືອນນີ້ ຈະອະທິບາຍວ່າ Triple-zero (000) ແມ່ນເລກໂທຣະສັບ ບໍຣິການສຸກເສີນແຫ່ງຊາດຟຣີ ທີ່ມີບໍຣິການແປພາສາ ແລະສາມາດສະແດງໃຫ້ຜູ້ໂດຍສານເຫັນ ເປັນພາສາອັງກິດ ແລະພາສາຂອງປະເທດຕົ້ນທາງຂອງຖ້ຽວບິນ.
ສະມາຊິກສະພາຜູ້ແທນຣັດຖະບານກາງ Claire Clutterham ກໍາລັງສົ່ງເສີມເລື້ອງນີ້.
ນາງໄດ້ເລົ່າເລື່ອງຂອງຜູ້ລົງຄະແນນຄົນຫນຶ່ງ ທີ່ໄດ້ຮັບການແຈ້ງຈາກຄູ່ຄອງຄົນໃຫມ່ວ່າ ການໂທຣະສັບຫາ Triple-0 ແຕ່ລະເທື່ອ ມີຄ່າໃຊ້ຈ່າຍ $5,000 ເພື່ອປ້ອງກັນນາງ ຈາກການຮ້ອງຂໍຄວາມຊ່ວຍເຫຼືອ ເມື່ອນາງເປັນຄົນຍ້າຍມາຢູ່ໃຫມ່ໃນປະເທດ.
"ຂ້ອຍຖາມນາງວ່າ ມີຫຍັງຈະຊ່ວຍເຈົ້າໄດ້? ມີຫຍັງທີ່ສາມາດເຮັດເພື່ອໃຫ້ສະຖານະການຂອງເຈົ້າ ດີຂຶ້ນໄດ້ບໍ່? ແລະຕອນນັ້ນ ນາງກ່າວວ່າ ມັນຈະດີຫຼາຍ ຖ້າຄົນທີ່ມາປະເທດນີ້ຮູ້ວ່າ ການໂທຫາ Triple-Zero ແມ່ນຟຣີ. ນີ້ແມ່ນສາຍຕໍາຫຼວດ, ດັບໄຟ ແລະຣົດພາຍາບານແຫ່ງຊາດ."
********************************
ລະດູໃບໄມ້ປົ່ງກໍາລັງມາຮອດ, ອາກາດທີ່ອົນອຸ່ນ ກໍເປັນຈຸດເລີ່ມຕົ້ນຂອງລະດູຂອງງູ (8 ກັນຍາ).
ອອສເຕຣເລັຍ ເປັນບ້ານຂອງງູຫຼາຍກວ່າ 210 ສາຍພັນ, ລວມທັງສັດເລືອຄານທີ່ມີພິດຮ້າຍແຮງ ແລະງູເຫຼືອມທີ່ບໍ່ມີພິດ, ຕາມຂໍ້ມູນຈາກອົງການອະນຸຮັກສັດປ່າອອສເຕຣເລັຍ (Australian Wildlife Conservancy).
John Grant, ໂຄສົກຝ່າຍບໍຣິການຂໍ້ມູນ, ການຊ່ວຍເຫຼືອ ແລະການສຶກສາສັດປ່າ (WIRES), ກ່າວວ່າ ຖ້າຜູ້ຄົນເຫັນງູໃນບ້ານ ຫຼື ຣົດຂອງຕົນ, ບໍ່ຄວນແຕະຕ້ອງ ຫຼືພະຍາຍາມຄວບຄຸມມັນ.
ແຕ່ລາວແນະນຳ ໃຫ້ຜູ້ຄົນໂທຫາຜູ້ຈັດການງູ ທີ່ມີໃບອະນຸຍາດ ເພື່ອຮັບຄໍາແນະນໍາ ແລະໃຫ້ການຊ່ວຍເຫຼືອ.
"ມີວິດີໂອກ່ຽວກັບງູຢ່າງຫຼາຍ, ວິດີໂອຈັບງູໃນ YouTube ແລະຊ່ອງອື່ນໆ ຮວມເຖິງຊ່ອງສື່ສານມວນຊົນໃນປັດຈຸບັນ. ແລະນັ້ນ ກໍາລັງເຮັດໃຫ້ຄົນເຂົ້າໃຈຜິດວ່າ ພວກເຂົາສາມາດເຮັດເອງໄດ້. ຄົນທີ່ມີກ່ຽວຂ້ອງ ຕ້ອງໄດ້ຮັບການຝຶກອົບຮົມ; ພວກເຂົາຕ້ອງໄດ້ຮັບການຮັບຮອງ ຈາກຣັດຖະບານ ເພື່ອສາມາດຊ່ວຍຊີວິດງູໄດ້ ແລະພວກເຂົາຮູ້ວ່າ ກໍາລັງເຮັດຫຍັງຢູ່. ດັ່ງນັ້ນ, ມັນອາດຈະເບິ່ງງ່າຍ.....ແຕ່ມັນບໍ່ງ່າຍ, ມັນອັນຕະຣາຍຫຼາຍ ແລະແມ່ນແຕ່ຜູ້ຈັດການງູມືອາຊີບ ແລະອາສາສມັກສັດປ່າ ກໍຍັງຖືກງູກັດເປັນບາງເທື່ອ ເພາະງູເຫຼົ່ານີ້ໄວຫຼາຍ."
*******************************
ຂ່າວກິລາ ແລະໃນການແຂ່ງຣົດຖີບ,
Matthew Brennan ໄດ້ໄຊຊນະດ່ານທີ 17 ຂອງ Vuelta a Espana, ເປັນຄັ້ງທີ 5 ໃນ Grand Tour, ໃນຂນະທີ່ຜູ້ນໍາໂດຍຮວມ Enric Mas ຮັກສາເສື້ອສີແດງໄວ້ເປັນດ່ານທີ 9 ຕິດຕໍ່ກັນ.
Brennan - ນັກແຂ່ງຣົດຖີບຊາວອັງກິດຈາກທີມ Visma Lease a Bike - ໄດ້ເປັນຄົນດຽວ ທີ່ຜ່ານຫຼາຍຮ້ອຍແມັດສຸດທ້າຍ, ຄວ້າໄຊຊນະດ່ານທີ 7 ໃຫ້ທີມ ໃນການແຂ່ງຂັນຄັ້ງນີ້.
Brennan ກ່າວວ່າ ລາວຫວັງວ່າຜົນງານທີ່ແຂງແຮງໃນປີນີ້ ຈະເປັນກ້າວສໍາຄັນ ໃນການມຸ່ງໄປສູ່ຄວາມສໍາເຣັດທີ່ຍິ່ງໃຫຍ່ ໃນວົງການກິລານີ້.
"ການປະສົບຄວາມສໍາເຣັດທີ່ນີ້ ແລະກັບທີມ, ຂ້ອຍສາມາດບອກໄດ້ວ່າ ຂ້ອຍຕື່ນເຕັ້ນຫຼາຍ ກັບແຜນການປີຫນ້າ ຖ້າຂ້ອຍສາມາດເຂົ້າສູ່ລະດູການແບບດຽວກັນ ແລະເປົ້າໝາຍສູງເຊັ່ນເດີມ ແລະມັນຈະດີຫຼາຍ ຖ້າໄດ້ເຂົ້າສູ່ລະດູການຄລາສສິກ ແລະບາງການແຂ່ງຂັນ Grand Tours ທີ່ຈະມີໃນປີຫນ້າດ້ວຍ."
ຮວບຮວມໂດຍ Camille Bianchi ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






