SKIP TO MAIN CONTENT

ການຍິງຕອບໂຕ້ກັນລະຫວ່າງ ອາເມຣິກາ ແລະ ອິຣານ

Iran Displays Missiles - Tehran
ຂີປະນາວຸດ Zolfaghar ແລະ Qadr ທີ່ຜລິດໃນ ອິຮານ ທີ່ໃຊ້ໃນສົງຄາມລະຫວ່າງ ອາເມຣິກາ - ອິຣານ. Source: ABACA / Middle East Images/ABACA/PA

Washington ກ່າວວ່າ ການໂຈມຕີຫຼ້າສຸດ ເປັນການຕອບໂຕ້, Tehranກ່າວວ່າ ການຕອບສນອງຍັງບໍ່ສິ້ນສຸດ, ແລະປະເທດຕ່າງໆທົ່ວອ່າວ ກໍາລັງພະຍາຍາມຢຸດການປະເຊີນໜ້ານີ້ ບໍ່ໃຫ້ຮຸນແຮງຂຶ້ນ. ແຕ່ Qatar ຍັງຄົງພະຍາຍາມນໍາ Washington ແລະ Tehran ກັບມາສູ່ໂຕະເຈຣະຈາ ເຖິງແມ່ນວ່າ ທັງສະຫະຣັດອາເມຣິກາ ແລະອິຣານ ກໍາລັງ ແລກປ່ຽນຄຳຂູ່ ແລະການໂຈມຕີ ທີ່ຮ້າຍແຮງຂຶ້ນເລື້ອຍໆ.... ແລະ ຜົນກະທົບຂອງຄວາມຂັດແຍ້ງ ກໍາລັງຮູ້ສຶກໄດ້ທັງໃກ້ແລະໄກ. ແຕ່ໃນຂນະທີ່ ພາສາທາງການທູດຍັງຄົງດໍາເນີນຕໍ່ໄປ, ການເສັຍຫາຍຂອງມະນຸດກໍເພີ່ມຂຶ້ນຕາມ.


Published

By Essam Al-Ghalib

Presented by Sak Phoumirath

Source: SBS


Skip to podcast episode content

Washington ກ່າວວ່າ ການໂຈມຕີຫຼ້າສຸດ ເປັນການຕອບໂຕ້, Tehranກ່າວວ່າ ການຕອບສນອງຍັງບໍ່ສິ້ນສຸດ, ແລະປະເທດຕ່າງໆທົ່ວອ່າວ ກໍາລັງພະຍາຍາມຢຸດການປະເຊີນໜ້ານີ້ ບໍ່ໃຫ້ຮຸນແຮງຂຶ້ນ. ແຕ່ Qatar ຍັງຄົງພະຍາຍາມນໍາ Washington ແລະ Tehran ກັບມາສູ່ໂຕະເຈຣະຈາ ເຖິງແມ່ນວ່າ ທັງສະຫະຣັດອາເມຣິກາ ແລະອິຣານ ກໍາລັງ ແລກປ່ຽນຄຳຂູ່ ແລະການໂຈມຕີ ທີ່ຮ້າຍແຮງຂຶ້ນເລື້ອຍໆ.... ແລະ ຜົນກະທົບຂອງຄວາມຂັດແຍ້ງ ກໍາລັງຮູ້ສຶກໄດ້ທັງໃກ້ແລະໄກ. ແຕ່ໃນຂນະທີ່ ພາສາທາງການທູດຍັງຄົງດໍາເນີນຕໍ່ໄປ, ການເສັຍຫາຍຂອງມະນຸດກໍເພີ່ມຂຶ້ນຕາມ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວ ຈາກເອສບີເອສລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ການຍິງຕອບໂຕ້ກັນລະຫວ່າງ ອາເມຣິກາ ແລະ ອິຣານ.

ສະຫະຣັດອາເມຣິກາ ແລະອິຣານ ກໍາລັງສົນທະນາເລື້ອງການທູດ, ໃນ ຂນະທີ່ ແລກປ່ຽນຄຳຂູ່ ແລະການໂຈມຕີ ທີ່ຮ້າຍແຮງຂຶ້ນເລື້ອຍໆ.

Washington ກ່າວວ່າ ການໂຈມຕີຫຼ້າສຸດ ເປັນການຕອບໂຕ້, Tehran ກ່າວວ່າ ການຕອບສນອງຍັງບໍ່ສິ້ນສຸດ, ແລະປະເທດຕ່າງໆທົ່ວອ່າວ ກໍາລັງພະຍາຍາມຢຸດການປະເຊີນໜ້ານີ້ ບໍ່ໃຫ້ຮຸນແຮງຂຶ້ນ.

ແຕ່ໃນຂນະທີ່ ພາສາທາງການທູດຍັງຄົງດໍາເນີນຕໍ່ໄປ, ການເສັຍຫາຍຂອງມະນຸດກໍເພີ່ມຂຶ້ນຕາມ.

Essam Al-Ghalib ລາຍງານ.

ມັນຄວນຈະເປັນວັນທີ່ດີທີ່ສຸດ ໃນຊີວິດຂອງພວກເຂົາ.

ແຕ່ສໍາລັບຄູ່ຮັກທີ່ກໍາລັງແຕ່ງງານໃນເມືອງ Kuhestak ທາງພາກໃຕ້ຂອງອີຣານ, ມັນອາດຈະກາຍເປັນເຫດການທີ່ໂຫດຮ້າຍທີ່ສຸດ ເມື່ອການໂຈມຕີຂອງສະຫະຣັດອາເມຣິກາ ໄດ້ໂຈມຕີບ້ານທີ່ກໍາລັງຈັດງານແຕ່ງງານຂອງພວກເຂົາ.

Ahmad Nafisi ຮອງເຈົ້າແຂວງ Hormozgan ກ່າວວ່າ ມີຄົນເສັຍຊີວິດຫຼາຍຄົນ.

"ດ້ວຍຄວາມເສັຍໃຈ, ຄືນນີ້ພວກເຮົາໄດ້ເຫັນອາຊະຍາກັມອີກຄັ້ງ ຂອງສະຫະຣັດໃນປະເທດອີຣານ, ໂດຍສະເພາະໃນແຂວງ Hormuzgan. ນັ້ນແມ່ນການໂຈມຕີ ການຊຸມນຸມຂອງປະຊາຊົນໃນ Kuhestak ແຂວງ Sirik, ໃນຂນະທີ່ປະຊາຊົນ ກໍາລັງວຸ່ນວາຍກັບເຫດການທີ່ມີຄວາມສຸກ, ຫມາຍເຖິງງານແຕ່ງງານ. ດ້ວຍຄວາມເສັຍໃຈ, ມີປະຊາຊົນ 4 ຄົນເສັຍ ຊີວິດ, ໃນນັ້ນ ມີຜູ້ຍິງຄົນຫນຶ່ງ ແລະເດັກນ້ອຍຄົນຫນຶ່ງ."

ສະພາກາດແດງອິຣານ ໄດ້ລາຍງານຈໍານວນຜູ້ເສັຍຊີວິດເປັນ 5 ຄົນ ແລະມີຜູ້ບາດເຈັບ 50 ຄົນ.

ການໂຈມຕີນີ້ ເປັນສ່ວນຫນຶ່ງຂອງປະຕິບັດການ ຂອງສະຫະຣັດອາເມຣິກາ ທີ່ກວ້າງຂວາງ ທົ່ວພາກໃຕ້ຂອງອີຣານ.

ມີລາຍງານການລະເບີດຢູ່ຮອບ Bandar Abbas, ເກາະ Qeshm ແລະ Jask, ພ້ອມທັງແຂວງ Sistan ແລະ Baluchestan.

ກອງບັນຊາການກາງ ຂອງສະຫະຣັດກ່າວວ່າ ກໍາລັງແນເປົ້າໄປທີ່ ກອງກໍາລັງປະຕິວັດອິສລາມຂອງອີຣານ (Islamic Revolutionary Guard Corps).

ໃນຊ່ວງເວລາດຽວກັນ, ໃນ Washington D.C. ອີກຟາກໜຶ່ງຂອງໂລກ, ປະທານາທິບໍດີສະຫະຣັດອາເມຣິກາ Donald Trump ໄດ້ຂຽນລົງໃນສື່ສານມວນຊົນ ວ່າ:

"ຂນະນີ້, ສະຫະຣັດອາເມຣິກາ ກໍາລັງໂຈມຕີເປົ້າຫມາຍຂອງອີຣານ ໃກ້ຊ່ອງແຄບ Hormuz. ການໂຈມຕີເຫຼົ່ານີ້ ມີຂນາດໃຫຍ່ ແລະຊົງພະລັງ, ແລະເປັນການຕອບໂຕ້ ຕໍ່ຄວາມພະຍາຍາມທີ່ລົ້ມເຫຼວຂອງອີຣານ ໃນການເພີ່ມລະເບີດໃນຊ່ອງແຄບ, ຊຶ່ງປັດຈຸບັນບໍ່ມີລະເບີດແລ້ວ (ລະເບີດໄດ້ຖືກກູ້ອອກຫມົດຫຼືລະເບີດຫມົດແລ້ວ!), ແລະອີຣານຍິງຂີປະນາວຸດ 8 ລູກ, ທັງຫມົດຖືກທໍາລາຍໄດ້ສໍາເຣັດ, ທີ່ຖານທັບຂອງພວກເຮົາໃນ Jordan."

ລາວຍັງຂຽນຕໍ່ ອີກວ່າ:

"ຖ້າປະເທດອີຣານທີ່ລົ້ມເຫຼວ ຕອບໂຕ້ຕໍ່ການໂຈມຕີທີ່ມີເຫດຜົນນີ້, ພວກເຂົາຈະຖືກໂຈມຕີອີກຄັ້ງ ໃນລະດັບທີ່ຫນັກ ແລະສູງກວ່ານັ້ນ, ແຕ່ມັນຈະບໍ່ແມ່ນການໂຈມຕີທີ່ໃຫຍ່ທີ່ສຸດ ທີ່ກໍາລັງລໍຢູ່ເບື້ອງຫຼັງ ແລະເມື່ອມັນສິ້ນສຸດ, ສາທາຣະນະຣັດອິສລາມອີຣານ ຈະເຫຼືອຢູ່ຫນ້ອຍດຽວ!"

Tehran ໄດ້ຕອບໂຕ້ ດ້ວຍການຍິງຂີປະນາວຸດ ແລະໂດຣນໃສ່ຜົນ ປໂຍດຂອງສະຫະຣັດ ໃນພູມີພາກ.

ແຕ່ຕາມການລາຍງານ ຂອງກອງທັບອີຣານ, ຕາມທີ່ລາຍງານທາງໂທຣະພາບຂອງຣັດ, ຈະມີການໂຈມຕີຕອບໂຕ້ຫນັກຂຶ້ນ.

"ກອງບັນຊາການຂອງກອງທັບ ແລະສໍານັກງານກາງຂອງ Khatam al-Anbiya ໄດ້ປະກາດ: ເພື່ອຕອບສນອງການຮຸກຮານທາງອາກາດຂອງກອງທັບສະຫະຣັດ ຕໍ່ສະຖານທີ່ໃນ Sistan, Baluchestan ແລະ Hormozgan, ກອງທັບຂອງສາທາຣະນະຣັດອິສລາມອິຣານ ຈະສົ່ງການໂຈມຕີທີ່ຮ້າຍແຮງ ແລະທໍາລາຍທີ່ຮ້າຍແຮງ ຕໍ່ສັດຕູອາເມຣິກາທີ່ຊົ່ວຮ້າຍ ແລະໜ້າລັງກຽດ....ບໍ່ວ່າກອງທັບອາເມຣິກາ ທີ່ເປັນຜູ້ກໍ່ການຮ້າຍ ຈະຢືນຢັນຄວາມຊົ່ວຮ້າຍ ໃນພູມີພາກນີ້ຫຼາຍພຽງໃດ, ມັນຕ້ອງປະເຊີນກັບການສູນເສັຍທີ່ຫຼາຍຂຶ້ນ ແລະຫນັກກວ່າເກົ່າ.”

ການຍົກລະດັບຄວາມຮຸນແຮງຫຼ້າສຸດ ເກີດຂຶ້ນຫຼັງຈາກສອງປະເທດ ມີຄວາມສງົບ ມາເປັນເວລາໜຶ່ງເດືອນ.

ສະຖານະການໄດ້ປ່ຽນໄປໃນວັນອາທິດ (30 ເດືອນສິງຫາ), ເມື່ອສະຫະຣັດອາເມຣິກາ ໄດ້ໂຈມຕີແທ່ນຍິງຂອງອິຣານ ຢູ່ເກາະ Larak ໂດຍກ່າວວ່າ ກອງກໍາລັງປະຕິວັດ (Revolutionary Guard forces) ກໍາລັງກຽມໂຈມຕີ ໂດຍການໃຊ້ລະເບີດທະເລ ໃນຊ່ອງແຄບ Hormuz.

ອີຣານ ໄດ້ຕອບໂຕ້ດ້ວຍຂີປະນາວຸດ ໃສ່ຖານອາເມຣິກາໃນ Jordan.

ພາຍໃນວັນອັງຄານ (1 ເດືອນກັນຍາ), ການຕໍ່ສູ້ ໄດ້ທະວີຄວາມຮຸນແຮງຂຶ້ນອີກຄັ້ງ, ດ້ວຍການໂຈມຕີຫຼ້າສຸດ ຂອງສະຫະຣັດອາເມຣິກາ ຕໍ່ມາດ້ວຍການຕອບໂຕ້ອີກຄັ້ງ ຂອງອິຣານ.

ທັງຫມົດນີ້ ໄດ້ເຮັດໃຫ້ຄວາມພະຍາຍາມທີ່ຊັບຊ້ອນ ໃນການໃຫ້ທັງສອງຝ່າຍ ກັບຄືນສູ່ການເຈຣະຈາ.

ບັດນີ້, ໂຄສົກກະຊວງການຕ່າງປະເທດອີຣານ Esmail Baghaei ກ່າວວ່າ Tehran ຈະບໍ່ຍອມໃຫ້ການໂຈມຕີຫຼ້າສຸດ ຂອງສະຫະຣັດ ຜ່ານໄປໂດຍບໍ່ມີການຕອບໂຕ້, ແລະກໍຈະບໍ່ຍອມຮັບ ວິທີການເຈຣະຈາຂອງWashington.

"ອາເມຣິກາ ເຂົ້າໃຈຜິດລະຫວ່າງແນວຄິດການເຈຣະຈາ ກັບການອອກຄໍາສັ່ງ. ແລະເມື່ອໃຊ້ກັບອິຣານແລ້ວ, ນັ້ນຈະໃຊ້ບໍ່ໄດ້. ຖ້າພວກເຂົາຍັງຄົງເຮັດເຊັ່ນນັ້ນຕໍ່ໄປ, ພວກເຂົາ ຈະບໍ່ໄດ້ຮັບຜົນທີ່ດີກວ່າ ທີ່ພວກເຂົາໄດ້ຮັບມາແລ້ວຈົນເຖິງດຽວນີ້. ພວກເຮົາ ເນັ້ນຢ່າງແນ່ນອນວ່າພວກເຮົາຕ້ອງ ຕິດຕາມການເຄື່ອນໄຫວຂອງສັດຕູ ດ້ວຍຄວາມລະມັດລະວັງ ແລະດ້ວຍກໍາລັງຢ່າງເຕັມທີ່, ແລະດັ່ງທີ່ໄດ້ສະແດງໃຫ້ເຫັນໃນມໍ່ໆນີ້, ກອງທັບຂອງພວກເຮົາ ຈະບໍ່ປ່ອຍໃຫ້ການຮຸກຮານໃດໆໂດຍບໍ່ໄດ້ຮັບການຕອບໂຕ້."

ໃນຂນະດຽວກັນ, ຜົນກະທົບທາງເສດຖະກິດ ຈາກການປະເຊີນໜ້ານີ້ກໍກໍາລັງເພີ່ມຂຶ້ນ.

ການປິດຊ່ອງແຄບ Hormuz ຢ່າງມີປະສິດທິພາບຂອງອີຣານ ໄດ້ສ້າງຄວາມວຸ້ນວາຍ ໃຫ້ກັບການຂົນສົ່ງທາງເຮືອ, ມີລາຍງານວ່າເຮືອບັນທຸກນ້ຳມັນສອງລໍາ ຖືກຍິງໃນຂນະທີ່ອອກຈາກເສັ້ນທາງນ້ຳ ໃນວັນຈັນ (31 ສິງຫາ).

ແລະລາຄານ້ຳມັນກໍສູງຂຶ້ນ.

ແຕ່ Qatar ຍັງບໍ່ລົດລະ.

ຕັ້ງຢູ່ຫ່າງຈາກອິຣານບໍ່ເຖິງ 200 ກິໂລແມັດ, ເປັນຫນຶ່ງໃນຫຼາຍປະເທດ ທີ່ຍັງຄົງພະຍາຍາມນໍາ Washington ແລະ Tehran ກັບມາສູ່ໂຕະເຈຣະຈາ

ໂຄສົກກະຊວງການຕ່າງປະເທດ Majid al-Ansari ກ່າວວ່າ ຜົນກະທົບຂອງຄວາມຂັດແຍ້ງ ກໍາລັງຮູ້ສຶກໄດ້ທັງໃກ້ແລະໄກ.

"ພວກເຮົາບໍ່ສາມາດຍອມຮັບສະຖານະການ ດັ່ງທີ່ເປັນຢູ່ໃນປັດຈຸບັນໄດ້. ຜົນກະທົບຈາກຄວາມຮຸນແຮງໃນປະຈຸບັນ ບໍ່ໄດ້ກະທົບສະເພາະແຕ່ໃນພູມີພາກນີ້ເທົ່ານັ້ນ. ມັນກະທົບທົ່ວໂລກ: ຜົນຜລິດທີ່ຫຼຸດລົງຈາກພືດຜົໃນຊຸມຊົນທີ່ຂາດແຄນ; ຜົນກະທົບຕໍ່ອຸດສາຫະກັມການແພດເມື່ອກ່ຽວກັບ Helium; ຜົນກະທົບຕໍ່ອຸດສາຫະກັມຕ່າງໆ ເມື່ອເວົ້າເຖິງຜລິດຕະພັນອື່ນໆ; ການຂາດແຄນຜລິດຕະພັນພະລັງງານ ທີ່ຈະເກີດຂຶ້ນ. ທັງໝົດນີ້ ສົ່ງຜົນກະທົບທົ່ວໂລກ. ມັນກະທົບຕໍ່ບ້ານເຮືອນ ໃນພື້ນທີ່ທີ່ຫ່າງໄກ ທີ່ພວກເຂົາບໍ່ມີສ່ວນກ່ຽວຂ້ອງ ກັບວິກິດທີ່ເກີດຂຶ້ນຢູ່ທີ່ນີ້ເລີຍ."

ແລະໃນຂນະທີ່ນັກການທູດໃນ Qatar ກໍາລັງຊອກຫາວິທີຢຸດການສູ້ຣົບ, ໃນ Kuhestak, ຄອບຄົວທີ່ມາຮວມກັນ ເພື່ອສເລີມສລອງການຮ່ວມຊີວິດຂອງສອງຄົນ ບັດນີ້ກໍາລັງໄວ້ອາລັຍ ໃຫ້ກັບຊີວິດທີ່ສູນເສັຍໄປຫ້າຊີວິດ.

ລາຍງານໂດຍ Essam Al-Ghalib ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao        

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now