ແຜ່ນດິນໄຫວຂນາດ 7.4 ໃນປະເທດ Colombia ໄດ້ເຮັດໃຫ້ ມີຢ່າງ ໜ້ອຍ 111 ຄົນເສັຍຊີວິດ, ແລະອາຄານ 1,600 ຫຼັງ ໄດ້ຮັບຄວາມເສັຍຫາຍ ຫຼືພັງທະລາຍ ໃນຫຼາຍເມືອງທົ່ວພາກຕະເວັນຕົກຂອງປະເທດ Colombia, ລວມທັງ Pereira, Quibdo, Cali ແລະ Manizales. ແຜ່ນດິນໄຫວນີ້ ຮູ້ສຶກໄດ້ຢ່າງແຮງໃນນະຄອນຫຼວງ ແລະໄປຮອດປະເທດເພື່ອນບ້ານ Ecuador ແລະ Panama ທີ່ມີລາຍງານຄວາມເສັຍຫາຍພຽງເລັກນ້ອຍ. ຫຼາຍປະເທດກຳລັງກຽມພ້ອມທີ່ຈະສົ່ງທີມມາຊ່ອຍເຫຼືອ ແມ່ນແຕ່ Venezuela ທີ່ໄດ້ຜ່ານເຫດການແຜ່ນດິນໄຫວສອງຄັ້ງ ທີ່ຮ້າຍແຮງ ໃນອາທິດຜ່ານມາ, ຊຶ່ງເຮັດໃຫ້ມີການສູນເສັຍຊີວິດ ຫຼາຍກວ່າ 6,300 ຄົນ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ເກີດແຜ່ນດິນໄຫວໃນປະເທດ Colombia.
ທີມກູ້ພັຍ ກໍາລັງແຂ່ງຂັນ ເພື່ອຄົ້ນຫາຜູ້ລອດຊີວິດ, ຫຼັງຈາກເກີດແຜ່ນດິນໄຫວຂນາດ 7.4 ໃນພາກຕະວັນຕົກຂອງປະເທດ Colombia.
ເຈົ້າຫນ້າທີ່ກ່າວວ່າ ມີຜູ້ເສັຍຊີວິດຢ່າງໜ້ອຍ 111 ຄົນ ທົ່ວປະເທດ, ແລະມີອາຄານຫຼາຍກວ່າ 1,600 ຫຼັງທີ່ໄດ້ຮັບຄວາມເສັຍຫາຍ ຫຼືຖືກທໍາລາຍ, ມີຄວາມກັງວົນວ່າ ຫຼາຍຄົນຍັງຕິດຢູ່ໃຕ້.
Angelica Waite ລາຍງານ.
ຜູ້ລອດຊີວິດ ກໍາລັງຄົ້ນຫາຕາມຊາກຫັກພັງຂອງອາຄານທີ່ພັງທະລາຍ ໃນເມືອງທີ່ໃຫຍ່ອັນດັບສາມຂອງ Colombia, Cali, ຫຼັງຈາກເກີດແຜ່ນດິນໄຫວຮຸນແຮງ ຢູ່ທາງຕາເວັນຕົກຂອງປະເທດ.
ໃກ້ໆນັ້ນ, ມີອາສາສມັກແຖວຫນຶ່ງ ກໍາລັງເຮັດວຽກເພື່ອເກັບເສດຂີ້ເຫຍື້ອ, ໂດຍສົ່ງກ້ອນຄອນກຣີດຂນາດໃຫຍ່ ຈາກຄົນຫນຶ່ງໄປຫາອີກຄົນໜຶ່ງ.
Yuri Bedoya ພະຍາບານສຸກເສີນຂອງ Cali ກ່າວວ່າ ສະຖານະການ ຍັງຄົງຢູ່ໃນຂັ້ນວິກິດ, ໃນຂນະທີ່ພະນັກງານສຸກເສີນ ກໍາລັງຮີບຄົ້ນຫາ ຄົນທີ່ຍັງຕິດຢູ່ໃຕ້ຊາກຫັກພັງ.
"ນີ້ແມ່ນສະຖານະການທີ່ລະອຽດອ່ອນ ເພາະຍັງມີຄົນຕິດຢູ່... ມີຄົນປະມານສີ່ຄົນຕິດຢູ່ໃນອາຄານນີ້. ພວກເຂົາດຶງອອກມາແລ້ວຄົນຫນຶ່ງ, ພວກເຂົາກໍາລັງຈະດຶງອີກຄົນຫນຶ່ງ, ແລະອີກຄົນຫນຶ່ງຫຼັງຈາກນັ້ນ."
ທາງການກ່າວວ່າ ແຜ່ນດິນໄຫວຂນາດ 7.4 ໄດ້ເຮັດໃຫ້ ມີຢ່າງໜ້ອຍ 111 ຄົນເສັຍຊີວິດ, ແລະອາຄານ 1,600 ຫຼັງ ໄດ້ຮັບຄວາມເສັຍຫາຍ ຫຼືພັງທະລາຍ ໃນຫຼາຍເມືອງທົ່ວພາກຕະເວັນຕົກຂອງປະເທດ Colombia, ລວມທັງ Pereira, Quibdo, Cali ແລະ Manizales.
Sandra ຊາວເມືອງ Cali ເລົ່າເຖິງຊ່ວງເວລາ ທີ່ອາຄານຂອງນາງຖືກກະທົບ.
"ເມື່ອແຜ່ນດິນໄຫວເລີ່ມຕົ້ນ ມັນກໍຮຸນແຮງຫຼາຍແລ້ວ. ມັນຮູ້ສຶກວ່າມັນຈະບໍ່ຈົບຈັກເທື່ອ. ຂອບໃຈພຣະເຈົ້າ ທີ່ພວກເຮົາບໍ່ເປັນຫຍັງ ເມື່ອມັນຜ່ານພົ້ນໄປ, ແຕ່ມັນເຫີງ ແລະແຮງຫຼາຍ. ສິ່ງຂອງກໍຕົກແຕກ. ໃນອາຄານຂອງພວກເຮົານ້ຳກໍຮົ່ວ. ເມື່ອພວກເຮົາລົງມາ, ອາຄານຂ້າງໆພວກເຮົາພັງລົງຫມົດ."
ຈຸດສູນກາງຂອງແຜ່ນດິນໄຫວຢູ່ໃກ້ San Jose del Palmar, ໃນ Chocó ແຂວງທີ່ມີປະຊາກອນບໍ່ໜາແໜ້ນ ຢູ່ແຄມຝັ່ງມະຫາສະມຸດ Pacific ຂອງ Colombia, ຫ່າງຈາກນະຄອນຫຼວງ Bogota ປະມານ 400 ກິໂລແມັດ ທາງຕາເວັນຕົກ.
ແຜ່ນດິນໄຫວນີ້ ຮູ້ສຶກໄດ້ຢ່າງແຮງໃນນະຄອນຫຼວງ ແລະໄປຮອດປະເທດເພື່ອນບ້ານ Ecuador ແລະ Panama ທີ່ມີລາຍງານຄວາມເສັຍຫາຍພຽງເລັກນ້ອຍ.
ຈໍານວນຜູ້ເສັຍຊີວິດຫຼາຍທີ່ສຸດ ເບິ່ງຄືວ່າ ຢູ່ໃນແຂວງ Risaralda ໃນພື້ນທີ່ປູກກາເຟຂອງປະເທດ, ທີ່ມີຜູ້ເສັຍຊີວິດຢ່າງນ້ອຍ 40 ຄົນ.
ຜູ້ສ້າງເນື້ອຫາ José Gallego ໄດ້ບັນທຶກເຫດການທີ່ໜ້າຕົກໃຈ ທີ່ເດີ່ນ ບິນນານາຊາດ Matecaña ໃນເມືອງ Pereira ຂອງພື້ນທີ່ ໃນຂນະທີ່ແຜ່ນດິນໄຫວເກີດຂຶ້ນ.
Bárbara Melo ໂຄສົກຂອງ World Vision Colombia ກ່າວວ່າ ຊຸມຊົນໃນພື້ນທີ່ປູກກາເຟນີ້ ມີຄວາມສ່ຽງເປັນພິເສດ ເນື່ອງຈາກລະດັບຄວາມທຸກຍາກສູງ.
"ຕອນນີ້, ຄວາມຕ້ອງການຫຼັກ ຄືການຮູ້ວ່າເກີດຫຍັງຂຶ້ນ, ພວກເຮົາຈະຊ່ວຍໄດ້ແນວໃດ, ແລະຈະປົກປ້ອງຄອບຄົວໄດ້ແນວໃດ, ໂດຍສະເພາະເດັກນ້ອຍທີ່ຈໍາເປັນຫຼາຍທີ່ສຸດໃນຕອນນີ້ ແລະເດັກນ້ອຍທີ່ສູນເສັຍພໍ່ແມ່ ຫຼືກໍາລັງຄົ້ນຫາພວກເຂົາ. ໃນຂນະນີ້, ຂ່າວສະແດງໃຫ້ເຫັນວ່າ ຮູບພາບເຫຼົ່ານັ້ນໜ້າຕົກໃຈຫຼາຍ. ອາຄານທີ່ພັງທະລາຍ. ເດີ່ນບິນປິດ. ດັ່ງນັ້ນ ມັນຍາກທີ່ຈະເຫັນສິ່ງນີ້. ແລະຈຸດກາງຂອງແຜ່ນດິນໄຫວ ຢູ່ທີ່ Chocó ຊຶ່ງເປັນທີ່ຮູ້ຈັກດີ ໃນເລື້ອງຄວາມຍາກຈົນ. ດັ່ງນັ້ນ, ຄົນຈຳນວນຫຼາຍ ກໍາລັງຕ້ອງການຄວາມຊ່ວຍເຫຼືອໃນຂນະນີ້."
ປະທານາທິບໍດີ Colombia, Alberardo De La Espriella ໄດ້ປະກາດພາວະສຸກເສີນແຫ່ງຊາດ ເພື່ອເຮັດໃຫ້ການຈັດສັນງົບປະມານ ສໍາລັບການຟື້ນຟູໄວຂຶ້ນ.
ລາວກ່າວວ່າ ຣັດຖະບານຂອງລາວ ກໍາລັງເຮັດທຸກຢ່າງ ເພື່ອຊ່ວຍເຫຼືອຊຸມຊົນທີ່ຖືກກະທົບ ແລະຄົ້ນຫາຜູ້ລອດຊີວິດ.
"ພວກເຮົາ ຈະບໍ່ປ່ອຍໃຫ້ພວກເຂົາຢູ່ຄົນດຽວ; ພວກເຂົາຢູ່ໃນໃຈຂອງພວກເຮົາ, ແລະພວກເຮົາ ຈະພະຍາຍາມເຂົ້າຫາພວກເຂົາ ດ້ວຍຄວາມມຸ່ງໝັ້ນທີ່ບໍ່ຫວັ່ນໄຫວ. ຣັດຖະບານແຫ່ງຊາດ ຍັງຄົງໃຊ້ຊັບພະຍາກອນທັງໝົດ ເພື່ອປົກປ້ອງຊີວິດ, ຊ່ວຍເຫຼືອຊຸມຊົນທີ່ຖືກກະທົບ, ແລະສົ່ງມອບຄວາມຊ່ວຍເຫຼືອ ໃຫ້ທຸກພື້ນທີ່ ທີ່ຕ້ອງການ."
ສະຫະຣັດອາເມຣິກາ ໄດ້ປະກາດວ່າ ຈະສົ່ງເງິນຊ່ວຍເຫຼືອ ຈຳນວນ 22 ລ້ານໂດລາອອສເຕຣເລັຍ ($15.5 ລ້ານໂດລາ US) ເພື່ອຊ່ວຍເຫຼືອ ແລະຟື້ນຟູ Colombia.
ໃນຄໍາແຖງການຜ່ານສື່ສານມວນຊົນ, ກະຊວງການຕ່າງປະເທດ ສະຫະຣັດກ່າວວ່າ ເງິນນີ້ຈະຊ່ວຍເສີມສ້າງທີ່ຢູ່ອາສັຍ, ອາຫານ, ການປົກປ້ອງ ແລະການປະເມີນເຫດແຜ່ນດິນໄຫວ.
ຮອງໂຄສົກ ຂອງເລຂາທີການສະຫະປະຊາຊາດ Farhan Haq ກ່າວວ່າ ສະຫະປະຊາຊາດ ກໍກໍາລັງຕິດຕາມສະຖານະການຢ່າງໃກ້ຊິດ ແລະພ້ອມທີ່ຈະຊ່ວຍເຫຼືອ.
"ພວກເຮົາ ກໍາລັງຕິດຕາມຄວາມຄືບຫນ້າ ຫຼັງຈາກແຜ່ນດິນໄຫວ ຂນາດ 7.4 ທີ່ເກີດຂຶ້ນໃນ Colombia ເຊົ້ານີ້. ການເຊື່ອມຕໍ່ໃນພື້ນທີ່ຊົນນະບົດໄດ້ຖືກຈໍາກັດ. ຣັດຖະບານ ໄດ້ເລີ່ມການອົບພະຍົບ ເພື່ອຄວາມປອດພັຍ ແລະກໍາລັງນໍາພາການປະເມີນຄວາມເສັຍຫາຍ ແລະຜູ້ເສັຍຊີວິດ."
Venezuela ຍັງໄດ້ສເນີການຊ່ວຍເຫຼືອດ້ານມະນຸດສະທັມ ແລະການຊ່ວຍເຫຼືອດ້ານກູ້ພັຍ ໃຫ້ກັບປະເທດເພື່ອນບ້ານດ້ວຍ.
ຮັກສາການປະທານາທິບໍດີ ຂອງປະເທດ Delcy Rodríguez ກ່າວວ່າ ນາງໄດ້ໃຫ້ສະມາຊິກຂອງກອງກໍາລັງກູ້ພັຍ ລະຫວ່າງປະເທດ ຂອງ Venezuela ເພື່ອຊ່ວຍໃນການຄົ້ນຫາ.
ນາງກ່າວວ່າ ທີມກູ້ພັຍເພີ່ມເຕີມ ໃນຣັດທາງຕາເວັນຕົກ ແລະຣັດAndean ຂອງ Venezuela ກໍພ້ອມທີ່ຈະສົ່ງກໍາລັງເຊັ່ນກັນ.
"ຂ້າພະເຈົ້າ ຍັງໄດ້ຮັບໂທຣະສັບຈາກຜູ້ປົກຄອງຣັດ ໃນພາກຕາເວັນຕົກຂອງປະເທດ, ຈາກຣັດ Andean, ທີ່ມີທີມກູ້ພັຍ ທີ່ກຽມພ້ອມແລ້ວ, ປະສານງານກັບຣັດຖະບານແຫ່ງຊາດ ແລະກໍາລັງລໍຖ້າໃຫ້ Colombia ອະນຸມັດ ເພື່ອໄປໃຫ້ຄວາມຊ່ອຍເຫຼືອ ຈາກປະຊາຊົນຂອງພວກເຮົາ ໃນຄວາມເປັນນ້ຳໜຶ່ງໃຈດຽວ."
ພາບທີ່ໝົດຫວັງໃນ Colombia ສະທ້ອນເຫດການ ຫຼັງຈາກແຜ່ນດິນໄຫວສອງຄັ້ງ ທີ່ຮ້າຍແຮງໃນ Venezuela ໃນອາທິດຜ່ານມາ, ຊຶ່ງເຮັດໃຫ້ມີການສູນເສັຍຊີວິດ ຫຼາຍກວ່າ 6,300 ຄົນ.
Ms Rodríguez ກ່າວວ່າ ໃນເວລາທີ່ Venezuela ກໍາລັງຟື້ນຟູຕົນເອງ, ຄວາມຄິດຂອງນາງຢູ່ກັບ Colombia.
"ພວກເຮົາຮູ້ວ່າ ມັນເຈັບປວດຫຼາຍປານໃດ. ແລະຈາກທີ່ນີ້, ພວກເຮົາຂໍແສງຄວາມເສັຽໃຈ ຕໍ່ຄອບຄົວທີ່ໄດ້ສູນເສັຍຄົນທີ່ຮັກ ແລະຫມູ່ເພື່ອນ, ຄວາມເສັຽໃຈຈາກປະຊາຊົນ Venezuela ແລະຢ່າງເລິກເຊິ່ງຂອງພວກເຮົາ. ທ່ານບໍ່ໄດ້ຢູ່ຄົນດຽວ. ຂ້າພະເຈົ້າໄດ້ເຫັນຄວາມເປັນນ້ຳໜຶ່ງໃຈດຽວ ຂອງປະຊາຊົນລາຕິນອາເມຣິກາ, the Caribbean, ແລະຂອງໂລກ, ຜູ້ທີ່ໄດ້ສະແດງການສນັບສນູນ ຕໍ່ປະເທດພີ່ນ້ອງຂອງເຮົາ, Colombia "
ລາຍງານໂດຍ Angelica Waite ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






