ໄຟໄຫມ້ ກໍາລັງແພ່ລາມໄປທົ່ວຢູໂຣບ ແລະອາເມຣິກາເຫນືອ ແລະສົ່ງຜົນກະທົບທີ່ຮ້າຍແຮງ. ໃນຂນະທີ່ Greece ຍັງຄົງເປັນພື້ນທີ່ໄຟໄຫມ້ ທີ່ເຄື່ອນທີ່ໄວທີ່ສຸດໃນຢູໂຣບ, ປະເທດ France ໄດ້ຄວບຄຸມໄຟປ່າທີ່ໃຫຍ່ທີ່ສຸດ ໃນຮອບຫຼາຍສິບປີ, ແລະໃນຣັດ Washington, ໄຟໄດ້ທໍາລາຍບ້ານເຮືອນ ແລະທຸຣະກິດຫຼາຍຮ້ອຍແຫ່ງ. ອອສເຕຣເລັຍ ກໍາລັງໃຫ້ຢືມທີມງານ ແລະອຸປະກອນສະເພາະ ເພື່ອຊ່ວຍໃນການພະຍາຍາມນີ້, ໂດຍສົ່ງເຮລິໂຄບເຕີ Chinook, ເຮືອບິນລາດຕະເວນ ແລະບຸກຄະລາກອນຊ່ຽວຊານພິເສດ 25 ຄົນ ໄປຍັງປະເທດ France.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao
ບົດບາດຂອງອອສເຕຣເລັຍ ຕໍ່ໄຟໄໝ້ປ່າໃນ ຢູໂຣບ.
ນັກດັບໄຟສອງຄົນ ໄດ້ເສັຍຊີວິດ ຫຼັງຈາກເຮລິຄອບເຕີ ຂອງພວກເຂົາຕຳກັນ ໃນຂນະທີ່ກໍາລັງຕໍ່ສູ້ກັບໄຟປ່າ ທາງຕາເວັນຕົກຂອງ Athens, ໃນຂນະທີ່ ທີມງານທົ່ວຢູໂຣບ ແລະອາເມຣິກາເຫນືອ ກໍາລັງປະສົບກັບລະດູໄຟປ່າທີ່ຮຸນແຮງທີ່ສຸດ ໃນຊີກໂລກເຫນືອ.
ອອສເຕຣເລັຍ ກໍາລັງເຂົ້າຮ່ວມການຕອບສນອງ ລະຫວ່າງປະເທດຄັ້ງນີ້, ໂດຍສົ່ງເຮືອນບິນ ແລະທີມງານພິເສດໄປທີ່ France ພ້ອມກັບຊ່ວຍເຫຼືອການດັບໄຟ ໃນທົ່ວອາເມຣິກາເຫນືອ.
Essam Al-Ghalib ລາຍງານ.
ໄຟໄຫມ້ ກໍາລັງແພ່ລາມໄປທົ່ວຢູໂຣບ ແລະອາເມຣິກາເຫນືອ ແລະສົ່ງຜົນກະທົບທີ່ຮ້າຍແຮງ.
ໃນຂນະທີ່ Greece ຍັງຄົງເປັນພື້ນທີ່ໄຟໄຫມ້ ທີ່ເຄື່ອນທີ່ໄວທີ່ສຸດໃນຢູໂຣບ, ປະເທດ France ໄດ້ຄວບຄຸມໄຟປ່າທີ່ໃຫຍ່ທີ່ສຸດ ໃນຮອບຫຼາຍສິບປີ, ແລະໃນຣັດ Washington, ໄຟໄດ້ທໍາລາຍບ້ານເຮືອນ ແລະທຸຣະກິດຫຼາຍຮ້ອຍແຫ່ງ.
ອອສເຕຣເລັຍ ກໍາລັງໃຫ້ຢືມທີມງານ ແລະອຸປະກອນສະເພາະ ເພື່ອຊ່ວຍໃນການພະຍາຍາມນີ້, ໂດຍສົ່ງເຮລິໂຄບເຕີ Chinook, ເຮືອບິນລາດຕະເວນ ແລະບຸກຄະລາກອນຊ່ຽວຊານພິເສດ 25 ຄົນ ໄປຍັງປະເທດ France.
ນີ້ແມ່ນຄັ້ງທໍາອິດ ທີ່ເຮືອບິນຂອງ New South Wales Rural Fire Service ໄດ້ຖືກສົ່ງໄປຢູໂຣບ.
ນັກດັບໄຟອອສເຕຣເລັຍ ກໍາລັງຊ່ວຍເຫຼືອໃນສະຫະຣັດອາເມຣິກາແລ້ວ, ແລະຄາດວ່າ ຈະມີການສົ່ງອີກທີມໜຶ່ງ ໄປທີ່ປະເທດ Canada.
Trent Curtin ຜູ້ອໍານວຍການ RFS ຂອງ New South Wales ໄດ້ບອກກັບ Channel Nine ວ່າ ນີ້ແມ່ນການລະດົມກຳລັງໄປຕ່າງປະເທດ ທີ່ໃຫຍ່ທີ່ສຸດ.
"ຖ້າພວກເຮົານໍາເຄື່ອງບິນນີ້ລົງທີ່ France, ພວກເຮົາ ຈະປະຕິບັດການໃນ 4 ປະເທດທົ່ວ 3 ທະວີບພ້ອມກັນ."
Kristy McBain ຣັດຖະມົນຕີ ການຈັດການສຸກເສີນກ່າວວ່າ ປະເທດFrance ຕ້ອງການຄວາມຊ່ວຍເຫຼືອ ແລະອອສເຕຣເລັຍ ຍິນດີທີ່ຈະຊ່ວຍເຫຼືອ.
ຕອນເຮລິຄອບເຕີສອງລໍາຕຳກັນ, ພວກເຮົາໄດ້ຍິນຂ່າວທາງວິທະຍຸ.... ທ່ານສາມາດເຂົ້າໃຈໄດ້ວ່າ ມີບາງຢ່າງທີ່ເຈັບປວດໃນໃຈທ່ານ ເພາະວ່າພວກເຂົາແມ່ນເພື່ອນຮ່ວມງານຂອງທ່ານ...ນັກດັບໄຟອາສາສມັກ Nikos Pagiotellis
"ພວກເຮົາເຮັດວຽກຢ່າງໃກ້ຊິດ ກັບພາກສ່ວນສາກົນຫຼາຍປະເທດ ໃນການຈັດການກັບເຫດສຸກເສີນ. ພວກເຮົາ ໄດ້ຮັບຄໍາຮ້ອງຂໍການ ສນັບສນູນຈາກ France ໃນຕົ້ນອາທິດນີ້. ສິ່ງທີ່ພວກເຂົາຕ້ອງການຄວາມຊ່ວຍເຫຼືອ ຄືເຮລິຄອບເຕີ Chinook ແລະເຄື່ອງບິນສໍາຫຼວດ, ເພາະມັນມີຄວາມສາມາດ ໃນການຕໍ່ສູ້ໄຟໄຫມ້ ໃນການປະຕິບັດການຕອນກາງຄືນໄດ້ດ້ວຍ. ດັ່ງນັ້ນ, ພວກເຮົາຈະສົ່ງເຄື່ອງບິນສອງລໍານັ້ນໃນມື້ນີ້, ພ້ອມກັບເຈົ້າໜ້າທີ່ 25 ຄົນ."
Ms McBain ກ່າວວ່າ ເມື່ອອອສເຕຣເລັຍ ປະສົບກັບໄຟປ່າ Black Summer, ຝຣັ່ງໄດ້ມາຊ່ວຍ ແລະອອສເຕຣເລັຍກໍບໍ່ລັງເລ.
ຄວາມຕ້ອງການນີ້ແພ່ຫຼາຍ.
"ພວກເຮົາມີການສົ່ງກໍາລັງໄປ Canada ໃນອາທິດນີ້ດ້ວຍ. ດັ່ງນັ້ນ, ພວກເຮົາມີຊັບພະຍາກອນ ແລະບຸກຄະລາກອນ ໃນສະຫະຣັດ, Canada, ແລະໃນ France ໃນໄວໆນີ້."
ໃນຂນະທີ່ ທີມງານອອສເຕຣເລັຍ ກໍາລັງກຽມພ້ອມສຳລັບພາລະກິດ, ປະເທດ Greece ຍັງຄົງເປັນຈຸດກາງ ຂອງເຫດສຸກເສີນໄຟປ່າໃນຢູໂຣບ.
ລົມແຮງ ຍັງຄົງພັດໄຟຜ່ານປ່າທາງຕາເວັນຕົກຂອງ Athens ໄປຫາຊຸມຊົນຕາມຊາຍຝັ່ງ.
ຊາວເມືອງຫຼາຍຮ້ອຍຄົນ ຖືກອົບພະຍົບທາງທະເລ ຫຼັງຈາກຖນົນຖືກຕັດຂາດ ໂດຍຄວັນ ແລະໄຟ, ໃນຂນະທີ່ເຮືອບິນ ຍັງພະຍາຍາມຊ່ວຍໃຫ້ໄຟໄຫມ້ຊ້າລົງ.
ໃນລະຫວ່າງການປະຕິບັດການທາງອາກາດນັ້ນ ເຮລິຄອບເຕີດັບໄຟສອງລໍາໄດ້ຕຳກັນ, ເຮັດໃຫ້ສະມາຊິກທີມງານສອງຄົນເສັຍຊີວິດ.
ນັກດັບໄຟອາສາສມັກ Nikos Pagiotellis ບອກ SBS Greek ວ່າ ລາວກໍາລັງເຮັດວຽກໃກ້ໆ ເມື່ອໄດ້ຍິນຂ່າວທາງວິທະຍຸ.
ລາວກ່າວວ່າ ຄວາມຕົກໃຈເກີດຂຶ້ນທັນທີ, ແຕ່ທີມງານຮູ້ວ່າ ຕ້ອງເດີນໜ້າຕໍ່ໄປ.
"ພວກເຮົາຢູ່ໃນປ່າ, ໃຊ້ພະລັງງານທັງຫມົດ ເພື່ອຊ່ວຍຄົນທີ່ມີເຮືອນໃກ້ Villa ແລະ Porto Germeno. ຕອນເຮລິຄອບເຕີສອງລໍາຕຳກັນ, ພວກເຮົາໄດ້ຍິນຂ່າວທາງວິທະຍຸ.... ທ່ານສາມາດເຂົ້າໃຈໄດ້ວ່າ ມີບາງຢ່າງທີ່ເຈັບປວດໃນໃຈທ່ານ ເພາະວ່າພວກເຂົາແມ່ນເພື່ອນຮ່ວມງານຂອງທ່ານ... ມີເຫດການບໍ່ດີ ທີ່ນໍາໄປສູ່ການເສັຍຊີວິດຂອງສອງຄົນ. ທ່ານຢຸດຢູ່ຄາວຫນຶ່ງ... ແລ້ວທ່ານກໍສືບຕໍ່ເຮັດວຽກຂອງທ່ານ. ທ່ານສືບຕໍ່ຊ່ວຍເຫຼືອຜູ້ຄົນ ຊຶ່ງເປັນການເຄົາລົບຕໍ່ຊີວິດຂອງສອງສະຫາຍ ທີ່ສູນເສັຍໄປ."
ໄຟປ່າທີ່ໃຫຍ່ທີ່ສຸດ ໃນຮອບຫຼາຍທົດສະວັດຂອງ France ໄດ້ຢູ່ພາຍໃຕ້ການຄວບຄຸມແລ້ວ, ແຕ່ຍັງມີນັກດັບໄຟຫຼາຍກວ່າ 1,500 ຄົນ ຢູ່ໃນສະຖານທີ່ ເພື່ອປົກປ້ອງການລຸກລາມຫຼັງຈາກໄຟໄຫມ້ ທີ່ມີພື້ນທີ່ ຂນາດປະມານຫົກເທົ່າຂອງ Paris.
ຢູ່ຝັ່ງຕາເວັນຕົກຂອງສະຫະຣັດ, ທົ່ວຣັດ Washington, ບ້ານ ແລະທຸຣະກິດຫຼາຍຮ້ອຍຫຼັງຖືກທໍາລາຍ. ມີຫຼາຍພັນຄົນ ຖືກບັງຄັບໃຫ້ອອກຈາກພື້ນທີ່ ໃນເວລາທີ່ພື້ນທີ່ກວ່າ 250,000 ເອເຄີ ຖືກເຜົາໄໝ້ຈາກໄຟປ່າ 15 ແຫ່ງ.
ບໍ່ວ່າໄຟປ່າແພ່ກະຈາຍໄປທົ່ວທວີບໃດໃນໂລກ, ນັກດັບໄຟທີ່ມີປະສົບການຂອງອອສເຕຣເລັຍ ກໍຈະໄປໃຫ້ຄວາມຊ່ອຍເຫຼືອໃນທີ່ນັ້ນດ້ວຍ.
Dave Upthegrove ຜູ້ອໍານວຍການທີ່ດິນສາທາຣະນະ ຂອງຣັດ Washington, ກ່າວວ່າ ນີ້ແມ່ນລະດູໄຟປ່າທີ່ຜິດປົກກະຕິຫຼາຍ.
"ພວກເຮົາມີບຸກຄົນຫຼາຍກວ່າ 900 ຄົນ ຢູ່ໃນຫຼາຍຫນ່ວຍງານຕ່າງໆ ທີ່ກໍາລັງຕໍ່ສູ້ກັບໄຟໄຫມ້ທີ່ the Spokane Complex. ໜ້າສັງເກດວ່າ ນີ້ແມ່ນຫນຶ່ງໃນ 15 ໄຟໄໝ້ໃຫຍ່ ທີ່ກໍາລັງໄຫມ້ທົ່ວຣັດ Washington ໃນຕອນນີ້. ມີພື້ນທີ່ຫຼາຍກວ່າ 250,000 ເອັກເກີ ທີ່ໄຟກຳລັງໄຫມ້ໃນຣັດນີ້. ນີ້ແມ່ນລະດູໄຟປ່າ ທີ່ຜິດປົກກະຕິ ໃນປາຊີຟິກຕາເວັນຕົກສຽງເຫນືອ. ນີ້ບໍ່ແມ່ນລະດູປົກກະຕິ."
ຈາກ Greece ໄປຫາ France ແລະສະຫະຣັດອາເມຣິກາ, ນັກດັບໄຟກໍາລັງປະເຊີນກັບຄວາມທ້າທາຍຫຼາຍຢ່າງ: ຄວາມຮ້ອນຕໍ່ເນື່ອງ, ພືດພັນແຫ້ງ, ລົມແຮງ ແລະໄຟໄຫມ້ທີ່ເຄື່ອນທີ່ຢ່າງໄວ.
ໄຟໄຫມ້ ກໍາລັງກາຍເປັນຄວາມທ້າທາຍລະດັບໂລກທີ່ເພີ່ມຂຶ້ນ ແລະອອສເຕຣເລັຍ ຢູ່ໃນຕໍາແຫນ່ງພິເສດໃ ນການຊ່ວຍເຫຼືອ: ມີເຮືອບິນ, ທີມງານຜູ້ຊ່ຽວຊານ ແລະຄວາມຊ່ຽວຊານ ເພື່ອສົ່ງໄປຊ່ວຍເຫຼືອ ໃນທຸກສະຖານທີ່ ທີ່ຈໍາເປັນ.
ບໍ່ວ່າໄຟປ່າແພ່ກະຈາຍໄປທົ່ວທວີບໃດໃນໂລກ, ນັກດັບໄຟທີ່ມີປະສົບການຂອງອອສເຕຣເລັຍ ກໍຈະໄປໃຫ້ຄວາມຊ່ອຍເຫຼືອໃນທີ່ນັ້ນດ້ວຍ.
ລາຍງານໂດຍ Essam Al-Ghalib ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao
ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao






