SKIP TO MAIN CONTENT

ລາຍງານຈາກ ເນປານ ວັນທີ 1 ກັນຍາ 2026

Nepal Flood School Teacher
Rajendra Dawadi ຫົວໜ້າຄູທີ່ໂຮງຮຽນ Tribhuvan Trishuli ໃນປະເທດເນປານ. Source: AP / Rajesh Kumar Singh/AP Photo/Rajesh Kumar Singh

ຄວາມພະຍາຍາມ ໃນການກູ້ພັຍ ແລະການຟື້ນຟູ ຍັງຄົງດໍາເນີນຕໍ່ໄປໃນ Nepal, ເຊິ່ງມີຄູຄົນຫນຶ່ງ ໄດ້ຮັບການສັນລະເສີນ ສໍາລັບການຕັດສິນໃຈຢ່າງວ່ອງໄວ ທີ່ຊ່ວຍຊີວິດນັກຮຽນຫຼາຍຮ້ອຍຄົນ. ເມື່ອຈໍານວນຜູ້ເສັຍຊີວິດ ແລະລາຍຊື່ຄົນທີ່ສູນຫາຍ ໃນພື້ນທີ່ນ້ຳຖ້ວມເພີ່ມຂຶ້ນ, ການຄົ້ນຫາຜູ້ລອດຊີວິດ ຍິ່ງທະວີມີຄວາມໝົດຫວັງຫຼາຍຂຶ້ນ. ຣັດຖະບານອອສເຕຣເລັຍ ໃຫ້ການສນັບສນູນດ້ານມະນຸດສະທັມ ມູນຄ່າ 8 ລ້ານໂດລາໃຫ້ Nepal, ຮວມທັງອຸປະກອນທີ່ສົ່ງໂດຍ ADF. ສະຫະປະຊາຊາດກ່າວວ່າ ຜູ້ລອດຊີວິດໃນພື້ນທີ່ ທີ່ໄດ້ຮັບຄວາມເສັຍຫາຍນີ້ ຕ້ອງການຄວາມຊ່ວຍເຫຼືອສຸກເສີນ ແລະການສນັບສນູນທາງຈິດໃຈ ໃນຂນະທີ່ພວກເຂົາກໍາລັງຮັບມື ກັບຜົນກະທົບຫຼັງເຫດການ.


Published

By Sydney Lang

Presented by Sak Phoumirath

Source: SBS


Skip to podcast episode content

ຄວາມພະຍາຍາມ ໃນການກູ້ພັຍ ແລະການຟື້ນຟູ ຍັງຄົງດໍາເນີນຕໍ່ໄປໃນ Nepal, ເຊິ່ງມີຄູຄົນຫນຶ່ງ ໄດ້ຮັບການສັນລະເສີນ ສໍາລັບການຕັດສິນໃຈຢ່າງວ່ອງໄວ ທີ່ຊ່ວຍຊີວິດນັກຮຽນຫຼາຍຮ້ອຍຄົນ. ເມື່ອຈໍານວນຜູ້ເສັຍຊີວິດ ແລະລາຍຊື່ຄົນທີ່ສູນຫາຍ ໃນພື້ນທີ່ນ້ຳຖ້ວມເພີ່ມຂຶ້ນ, ການຄົ້ນຫາຜູ້ລອດຊີວິດ ຍິ່ງທະວີມີຄວາມໝົດຫວັງຫຼາຍຂຶ້ນ. ຣັດຖະບານອອສເຕຣເລັຍ ໃຫ້ການສນັບສນູນດ້ານມະນຸດສະທັມ ມູນຄ່າ 8 ລ້ານໂດລາໃຫ້ Nepal, ຮວມທັງອຸປະກອນທີ່ສົ່ງໂດຍ ADF. ສະຫະປະຊາຊາດກ່າວວ່າ ຜູ້ລອດຊີວິດໃນພື້ນທີ່ ທີ່ໄດ້ຮັບຄວາມເສັຍຫາຍນີ້ ຕ້ອງການຄວາມຊ່ວຍເຫຼືອສຸກເສີນ ແລະການສນັບສນູນທາງຈິດໃຈ ໃນຂນະທີ່ພວກເຂົາກໍາລັງຮັບມື ກັບຜົນກະທົບຫຼັງເຫດການ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ລາຍງານຈາກ ເນປານ ວັນທີ 1 ກັນຍາ 2026

ຄວາມພະຍາຍາມ ໃນການກູ້ພັຍ ແລະການຟື້ນຟູ ຍັງຄົງດໍາເນີນຕໍ່ໄປໃນ Nepal, ເຊິ່ງມີຄູຄົນຫນຶ່ງ ໄດ້ຮັບການສັນລະເສີນ ສໍາລັບການຕັດສິນໃຈຢ່າງວ່ອງໄວ ທີ່ຊ່ວຍຊີວິດນັກຮຽນຫຼາຍຮ້ອຍຄົນ.

ເມື່ອຈໍານວນຜູ້ເສັຍຊີວິດ ແລະລາຍຊື່ຄົນທີ່ສູນຫາຍ ໃນພື້ນທີ່ນ້ຳຖ້ວມເພີ່ມຂຶ້ນ, ການຄົ້ນຫາຜູ້ລອດຊີວິດ ຍິ່ງທະວີມີຄວາມໝົດຫວັງຫຼາຍຂຶ້ນ.

Sydney Lang ລາຍງານ.

Rajendra Dawadi, ຜູ້ອໍານວຍການໂຮງຮຽນມັດທະຍົມ Tribhuvan Trishuli ໃນປະເທດ Nepal, ກຳລັງຢູ່ໃນຫ້ອງຮຽນ ເມື່ອລາວໄດ້ຮັບການເຕືອນ.

"ມື້ນັ້ນ, ເປັນມື້ທົ່ວໄປທັມມະດາ. ໃນຕອນນັ້ນ, ຂ້ອຍຢູ່ໃນຫ້ອງຮຽນຂອງຂ້ອຍ. ຫນຶ່ງໃນເພື່ອນຮ່ວມງານຂອງຂ້ອຍ, ນັກບັນຊີຄົນຫນຶ່ງ ໄດ້ມາທີ່ນັ້ນ ແລະເຂົາກ່າວວ່ານ້ຳຖ້ວມກໍາລັງມາ, ນ້ຳຖ້ວມກໍາລັງມາ, ທຸກພື້ນທີ່ຖືກນ້ຳພັດຫາຍໄປແລ້ວ."

ມີນັກສຶກສາ 900 ຄົນຢູ່ໃນໂຮງຮຽນໃນມື້ນັ້ນ, ລາວຈໍາເປັນຕ້ອງຮີບດໍາເນີນການຢ່າງໄວ.

"ແລ້ວຂ້ອຍຕັດສິນໃຈວ່າ ຖ້າວ່າຂ້ອຍຢຸດສອນນັກຮຽນຕອນນັ້ນ, ຖ້າຂໍ້ມູນນັ້ນຜິດ, ມື້ຫນຶ່ງຂອງການສຶກສາຈະສູນເສັຍໄປ. ຖ້າຂໍ້ມູນນັ້ນຖືກຕ້ອງ, ຊີວິດທັງຫມົດກໍຈະສູນເສັຍ."

ໂດຍບໍ່ລັງເລ, ລາວກົດສຽງສັນຍານຂອງໂຮງຮຽນ, ອົພພະຍົບນັກຮຽນອອກຈາກຫ້ອງຮຽນທັນທີ ແລະໂທຣະສັບຫາຄົນຂັບຣົດບັສ ທີ່ກໍາລັງຈະມາຮອດ - ເຕືອນໃຫ້ພວກເຂົາຂັບກັບຄືນໂດຍດ່ວນ.

"ແລະຂ້ອຍໄດ້ໂທຣະສັບຫາຄົນຂັບຣົດບັສບາງຄົນ ເພື່ອຢຸດຣົດບັສທີພວກເຂົາຢູ່, ໃຫ້ໄປໃນສະຖານທີ່ປອດພັຍ. ເພື່ອນໍາຣົດບັສໄປທີ່ສະຖານທີ່ເດີມ. ໃນເວລານັ້ນ, ຣົດບັສຄັນຫນຶ່ງໄດ້ເຂົ້າມາໃນໂຮງຮຽນ ພ້ອມນັກຮຽນເຕັມຣົດ. ແລ້ວຂ້ອຍບອກຄົນຂັບຣົດບັສວ່າ ຖ້າມີຄົນກໍາລັງມາ ເຈົ້າຕ້ອງຟ້າວກັບມາທັນທີ. "

ຂນະທີ່ນັກຮຽນ ແລະພະນັກງານປະມານ 900 ຄົນ ໄດ້ຂຶ້ນສູ່ພື້ນທີ່ສູງໃນມື້ນັ້ນ, ນ້ຳກໍຖ້ວມຂຶ້ນມາຕາມຫຼັງພວກເຂົາ - ຖ້ວມໂຮງຮຽນທີ່ Rajendra ເຄີຍເປັນນັກຮຽນມາກ່ອນ.

"ເມື່ອຂ້ອຍມາຮອດບ່ອນສູງ ແລ້ວຂ້ອຍຫັນກັບມາ, ແລ້ວຂ້ອຍກໍພົບວ່າ ໂຮງຮຽນຖືກນ້ຳພັດໄປຫມົດ. ແລ້ວຂ້ອຍນັ່ງຢູ່ທີ່ນີ້. ຂ້ອຍບໍ່ມີຄໍາເວົ້າໃດໆທີ່ຈະອະທິບາຍ ເພາະມັນເປັນຄວາມຜູກພັນທາງຈິດໃຈກັບໂຮງຮຽນນີ້, ເພາະຂ້ອຍເຄີຍຮຽນຢູ່ໂຮງຮຽນນີ້, ຂ້ອຍໄດ້ຮັບການສຶກສາຈາກໂຮງຮຽນນີ້, ແລະຂ້ອຍໃຫ້ການສຶກສາແກ່ໂຮງຮຽນນີ້, ແລະຂ້ອຍກໍເປັນຫົວຫນ້າຄູຂອງໂຮງຮຽນນີ້."

ເລື່ອງລາວຂອງ Rajendra Dawadi ໄດ້ກາຍເປັນຕົວຢ່າງ ຂອງວິສັຍທັດ ແລະຄວາມກ້າຫານ ທ່າມກາງຄວາມສູນເສັຍຈາກນ້ຳຖ້ວມໃນ Nepal, ແຕ່ການທໍາລາຍຂອງໂຮງຮຽນລາວ ບໍ່ແມ່ນການສູນເສັຍທີ່ເກີດຂຶ້ນຢ່າງດຽວ.

ທົ່ວພາກເຫນືອຂອງ Nepal, Save the Children ກ່າວວ່າ ໂຮງຮຽນຢ່າງນ້ອຍ 69 ແຫ່ງຖືກທໍາລາຍ ແລະນັກຮຽນເກືອບ 19,000 ຄົນບໍ່ມີຫ້ອງຮຽນໃຫ້ຮຽນ.

ເຖິງແມ່ນບໍ່ເຕັມໃຈ ຮັບຕໍາແຫນ່ງວີຣະບຸຣຸດ, Mr Dawadi ກ່າວວ່າ ລາວຫວັງວ່າ ຣັດຖະບານຈະໃຫ້ຄວາມສໍາຄັນ ກັບການສ້າງໂຮງຮຽນຄືນໃຫມ່.

"ຂ້ອຍຂໍຮ້ອງຕໍ່ຣັດຖະບານ Nepal, ຕໍ່ປະຊາຊົນ Nepal, ຕໍ່ປະຊາຊົນທົ່ວໂລກ ວ່າພວກເຮົາມາຈາກຝ່າຍການສຶກສາ ແລະພວກເຮົາເປັນຫນຶ່ງໃນຜູ້ໃຫ້ການສຶກສາ, ແລະຄໍາຂວັນຂອງພວກເຮົາຄື ໃຫ້ການສຶກສາແກ່ປະຊາຊົນ ດັ່ງນັ້ນຈົງກໍ່ຕັ້ງໂຮງຮຽນ."

ໃນຂນະທີ່ການຊ່ວຍເຫຼືອ ຍັງຄົງດໍາເນີນຕໍ່ໄປ, ຈໍານວນຜູ້ເສັຍຊີວິດທີ່ຢືນຢັນຫຼ້າສຸດ ຈາກນ້ຳຖ້ວມ ເກືອບເຖິງ 940 ຄົນ, ໂດຍຍັງມີຜູ້ສູນຫາຍອີກເກືອບ 4,500 ຄົນ.

ນອກຈາກການສົ່ງເຈົ້າໜ້າທີ່ກູ້ພັຍ 18 ຄົນໄປຍັງພື້ນທີ່ນັ້ນ, ຣັດຖະບານອອສເຕຣເລັຍ ຍັງໃຫ້ການສນັບສນູນດ້ານມະນຸດສະທັມ ມູນຄ່າ 8 ລ້ານໂດລາໃຫ້ Nepal, ຮວມທັງອຸປະກອນທີ່ສົ່ງໂດຍ ADF.

ໃນຈຳນວນຜູ້ສູນຫາຍ ມີຊາວອອສເຕຣເລັຍ 43 ຄົນ, ດ້ວຍການເສັຍຊີວິດກໍຣະນີທຳອິດ ຂອງຜູ້ຊາຍອອສເຕຣເລັຍຖືກຢືນຢັນໂດຍຄູ່ຄອງ ຂອງເຂົາ.

Michael Keats ຈາກ South Coast ຂອງ New South Wales ກໍາລັງເດີນປ່າໃນພື້ນທີ່ນັ້ນ ເມື່ອພັຍພິບັດເກີດຂຶ້ນ.

ຄູ່ຄອງຂອງລາວ, Emily, ກ່າວວ່າ ນາງຍັງກໍາລັງພະຍາຍາມຮັບມືກັບຂ່າວນີ້.

"ຂ້ອຍກໍາລັງວຸ້ນວາຍ, ພະຍາຍາມອັບເດດໜັງສືເດີນທາງ ແລະຂໍວີຊ່າ, ແລະຫາຖ້ຽວບິນ ແລະອື່ນໆ, ພ້ອມກັບພະຍາຍາມຈັດການຄວາມເສັຍໃຈ ແລະຂໍ້ຄວາມຈາກຄົນຫຼາຍຮ້ອຍທົ່ວໂລກ, ນັກຂ່າວ ແລະສື່ມວນຊົນ, ແລະ ມັນເປັນເວລາທີ່ຫຍຸ້ງຍາກທີ່ສຸດ ໃນຊີວິດຂອງຂ້ອຍ."

ໃນຂນະດຽວກັນ, ເຈົ້າໜ້າທີ່ກູ້ພັຍ ຍັງກໍາລັງແຂ່ງຂັນ ເພື່ອຊ່ວຍຄົນງານຫຼາຍຮ້ອຍຄົນ ທີ່ເຊື່ອວ່າຕິດຢູ່ໃນອຸໂມງ ທີ່ສະຖານີໄຟຟ້າພະລັງງານນ້ຳ.

ສະມາຄົມພາກສ່ວນເອກກະຊົນ ທີ່ເປັນໂຕແທນຂອງບໍຣິສັດພະລັງງານໃນ Nepal ກ່າວວ່າ ຍັງມີພະນັກງານຢ່າງນ້ອຍ 900 ຄົນ ທີ່ຍັງບໍ່ຖືກລາຍງານ ໃນໂຄງການພະລັງງານນ້ຳ 12 ແຫ່ງ.

ໂດຍທີ່ຍັງມີປະມານ 500 ຄົນທີ່ເຊື່ອວ່າ ຍັງຕິດຢູ່ຫຼັງຈາກນ້ຳຖ້ວມ 6 ມື້, ຄວາມກັງວົນກໍາລັງເພີ່ມຂຶ້ນວ່າ ພວກເຂົາອາດຈະຂາດອອກຊິເຈນ.

Professor Arnold Dix ຜູ້ຊ່ຽວຊານການຂຸດອຸໂມງຊາວອອສເຕຣເລັຍ ກໍາລັງຊ່ວຍເຫຼືອ ພາລະກິດນີ້ຈາກທາງໄກ.

ລາວໄດ້ບອກກັບ Channel Nine ວ່າ ລາວຫວັງວ່າຈະສາມາດຊ່ອຍຄົນໃຫ້ລອດຊີວິດຫຼາຍຂຶ້ນ.

"ພວກເຮົາຍັງມີເວລາເຫຼືອຢູ່, ແຕ່ແນ່ນອນວ່າ ພວກເຮົາຢາກໄປຮອດທີ່ນັ້ນໃຫ້ໄວທີ່ສຸດ. ຫນຶ່ງໃນບັນຫາເມື່ອຢູ່ໃຕ້ດິນຄືນ້ຳ ແລະນ້ຳກໍາລັງສະສົມຢູ່. ດັ່ງນັ້ນ, ພວກເຮົາກໍາລັງສູບນ້ຳອອກ ເພື່ອປ້ອງກັນລະດັບນ້ຳທີ່ຈະສູງຂຶ້ນ ໃນພື້ນທີ່ທີ່ຄົນຕິດຢູ່. ແຕ່ພວກເຮົາກໍາລັງຈັດການເລື້ອງນີ້. ມີວິທີແກ້ໄຂງ່າຍໆບໍ່? ບໍ່. ມີປື້ມຮຽນບໍ່? ແນ່ນອນບໍ່ມີ. ແລະໃນແຕ່ລະຊົ່ວໂມງ, ພວກເຮົາໄດ້ຮັບຂໍ້ມູນໃຫມ່, ເຮົາຕ້ອງປັບຕົວເອງ, ແລະພະຍາຍາມຕໍ່ໄປ."

ດ້ວຍຖນົນສາຍສໍາຄັນທີ່ຍັງຖືກປິດ ແລະຂົວຖືກທໍາລາຍ, ບາງພື້ນທີ່ ທີ່ຖືກກະທົບຫນັກທີ່ສຸດ ຍັງຄົງຖືກຕັດຂາດຈາກໄຟຟ້າ ແລະການສນັບ ສນູນ.

Lok Bahadur Poudel ໂຄສົກການຕ່າງປະເທດ Nepal ກ່າວວ່າ ການຟື້ນຟູນີ້ ມີຄວາມຊັບຊ້ອນຫຼາຍກວ່າທີ່ຄົນເຂົ້າໃຈ.

"ຣັດຖະມົນຕີການຕ່າງປະເທດ ທ່ານ Shisir Khanal ໄດ້ໄປຢ້ຽມຢາມພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ ເພື່ອສັງເກດຄວາມເປັນຈິງຂອງການຄົ້ນຫາ, ກູ້ພັຍ ແລະການຊ່ວຍເຫຼືອ. ເມື່ອວານນີ້ ທ່ານໄດ້ກ່າວວ່າ ຄວາມເປັນຈິງທາງພາກພື້ນດິນມີຄວາມຊັບຊ້ອນ ແລະຄວາມສູນເສັຍ ຫຼາຍກວ່າສິ່ງທີ່ພວກເຮົາເຄີຍເຫັນ ແລະເຂົ້າໃຈຜ່ານສື່ຕ່າງໆ. ແມ່ນແຕ່ຄໍາວ່າ 'ນ້ຳຖ້ວມ' ກໍຍາກທີ່ຈະສະທ້ອນປະສົບການ ແລະຄວາມເປັນຈິງ ໃນເວລາທີຍາກລຳບາກນີ້."

ສະຫະປະຊາຊາດກ່າວວ່າ ຜູ້ລອດຊີວິດໃນພື້ນທີ່ ທີ່ໄດ້ຮັບຄວາມເສັຍຫາຍນີ້ ຕ້ອງການຄວາມຊ່ວຍເຫຼືອສຸກເສີນ ແລະການສນັບສນູນທາງຈິດໃຈ ໃນຂນະທີ່ພວກເຂົາກໍາລັງຮັບມື ກັບຜົນກະທົບຫຼັງເຫດການ.

ເນື່ອງຈາກຫ້ອງເກັບສົບ ເຕັມໄປດ້ວຍສົບຂອງຜູ້ທີ່ຖືກກູ້ຈາກນ້ຳຖ້ວມ, ທາງການ Nepal ກໍາລັງຮ້ອງຂໍໃຫ້ມີຕູ້ແຊ່ແຂງ ເພື່ອເກັບຮັກສາສົບເຫຼົ່ານັ້ນ.

ສາຣະວັດຕໍາຫຼວດ Anil Thapa ກ່າວວ່າ ພວກເຂົາຕ້ອງການຊຸດກວດ DNA ເພີ່ມເຕີມ ເພື່ອລະບຸຮ່າງຂອງຜູ້ເຄາະຮ້າຍ.

"ພວກເຮົາພົບສົບ, ແລະສົບເຫຼົ່ານັ້ນກໍຢູ່ໃນສະພາບເນົ່າເປື່ອຍແລ້ວ, ດັ່ງນັ້ນ, ມັນຍາກຫຼາຍທີ່ຈະນໍາເຂົ້າໃນພື້ນທີ່ໃນເມືອງ. ນັ້ນແມ່ນເຫດຜົນທີ່ພວກເຮົາຕ້ອງເຮັດແບບນີ້."

ລາຍງານໂດຍ Sydney Lang ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now