SKIP TO MAIN CONTENT

ສລຸບຂ່າວປະຈຳອາທິດ 03 ກັນຍາ 2026

Flooding in Nepal after Bangladesh cyclone
ພາບນ້ຳຖ້ວມ ປະເທດເນປານ. Credit: RSS

ສລຸບຂ່າວປະຈຳອາທິດ 03 ກັນຍາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ມີຄວາມກັງວົນຢ່າງຫນັກ ສໍາລັບຜູ້ສູນຫາຍຫຼາຍສິບຄົນ ໃນເຂດ ຖ້ວມ ເນປານ-ທິເບດ... ** ຕາມລາຍງານຂອງສະຫະປະຊາຊາດ ຊຶ່ງຄາດການວ່າ ອຸນຫະພູມໂລກຈະສູງກວ່າ 1.8 ອົງສາໃນອີກບໍ່ເທົ່າໃດປີຂ້າງໜ້າ... ແລະໃນຂ່າວກິລາ......... ຕໍານານບານເຕະ Lionel Messi ອໍາລາການແຂ່ງຂັນລະດັບສາກົນ...


Published

By Camille Bianchi

Presented by Sak Phoumirath

Source: SBS


Skip to podcast episode content

ສລຸບຂ່າວປະຈຳອາທິດ 03 ກັນຍາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ມີຄວາມກັງວົນຢ່າງຫນັກ ສໍາລັບຜູ້ສູນຫາຍຫຼາຍສິບຄົນ ໃນເຂດ ຖ້ວມ ເນປານ-ທິເບດ... ** ຕາມລາຍງານຂອງສະຫະປະຊາຊາດ ຊຶ່ງຄາດການວ່າ ອຸນຫະພູມໂລກຈະສູງກວ່າ 1.8 ອົງສາໃນອີກບໍ່ເທົ່າໃດປີຂ້າງໜ້າ... ແລະໃນຂ່າວກິລາ......... ຕໍານານບານເຕະ Lionel Messi ອໍາລາການແຂ່ງຂັນລະດັບສາກົນ...


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດຈາກອອສເຕຣເລັຍແລະທົ່ວໂລກເປັນພາສາລາວຈາກເອສບີເອສລາວໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ສລຸບຂ່າວປະຈຳອາທິດ 03 ກັນຍາ 2026

ຣັດຖະບານກ່າວວ່າ ມີຄວາມກັງວົນຢ່າງຫນັກ ສໍາລັບຊາວອອສເຕຣເລັຍຈໍານວນຫຼາຍທີ່ຍັງສູນຫາຍ ໃນເຂດຜົນກະທົບນ້ຳຖ້ວມ ເນປານ-ທິເບດ.

ກ່ອນໜ້ານີ້, ກະຊວງການຕ່າງປະເທດ ແລະການຄ້າ (the Department of Foreign Affairs and Trade) ກ່າວວ່າ ມີຄົນອອສເຕຣເລັຍອີກ 5 ຄົນທີ່ຖືກຢືນຢັນວ່າປອດພັຍ ຫຼັງຈາກນໍ້າຖ້ວມທີ່ຮ້າຍແຮງ, ແລະໄດ້ປັບຈໍານວນຜູ້ສູນຫາຍຈາກ 43 ຄົນລົງເປັນ 38 ຄົນ.

ໂຄສົກສະຫະປະຊາຊາດ, Stephane Dujarric, ກ່າວວ່າ ໃນຂນະທີ່ເຈົ້າໜ້າທີ່ສຸກເສີນ ຍັງຄົງປະເມີນສະພາບການໃນພື້ນທີ່, ຂອບເຂດຂອງຄວາມເສັຍຫາຍ ແລະສິ່ງທີ່ຈໍາເປັນກໍາລັງຊັດເຈນຂຶ້ນ.

"ມີປະມານ 65,000 ຄົນທີ່ຕ້ອງການຄວາມຊ່ອຍເຫຼືອສຸກເສີນດ້ານນ້ຳ, ສຸຂາພິບານ, ແລະການສນັບສນູນດ້ານສຸຂະອານາມັຍ. ມີເດັກນ້ອຍຫຼາຍກວ່າ 22,000 ຄົນທີ່ຕ້ອງການການປົກປ້ອງ. ມີເດັກນ້ອຍຫຼາຍກວ່າ 2,600 ຄົນທີ່ອາຍຸຕໍ່າກວ່າ 5 ປີ ຄາດວ່າຈະຕ້ອງໄດ້ຮັບການຮັກສາ ເນື່ອງຈາກການອ່ອນແຮງຢ່າງຮ້າຍແຮງ. ແລະ ຜູ້ຍິງປະມານ 10,500 ຄົນທີ່ກໍາລັງຖືພາ ແລະ ກໍາລັງໃຫ້ນົມລູກ ຕ້ອງການການຊ່ວຍເຫຼືອດ້ານອາຫານ. ໂຮງຮຽນ 19 ແຫ່ງໄດ້ຮັບຄວາມເສັຍຫາຍ, ໃນນັ້ນ 9 ແຫ່ງຖືກທໍາລາຍຢ່າງໝົດສິ້ນ ແລະອີກ 8 ແຫ່ງ ກໍາລັງໃຊ້ເປັນທີ່ຢູ່ອາສັຍ ໃຫ້ຄອບຄົວຜູ້ອົບພະຍົບ."

******************************

ຜູ້ຊາຍຊາວ New South Wales ໄດ້ຖືກຢືນຢັນໂດຍຄອບຄົວຂອງເຂົາວ່າເປັນຄົນອອສເຕຣເລັຍຄົນທໍາອິດ ທີ່ເສັຍຊີວິດໃນເຫດການນ້ຳຖ້ວມ ໃນເນປານ.

Michael Keats ຈາກ Mollymook ຈາກ South Coast ກຳລັງເດີນທາງ ສແວງບຸນ ໄປທີ່ພູ Kailash ໃນທິເບດ.

ມີການເຂົ້າໃຈວ່າ ກຸ່ມທີ່ຜູ້ຊາຍອາຍຸ 37 ປີຢູ່ກັບເຂົາ ໄດ້ມາຮອດເຂດແດນ ເນປານ-ທິເບດ ໃນເວລາພຽງ 10 ນາທີກ່ອນນ້ຳຈະມາຮອດ.

ຄູ່ຮ່ວມຊີວິດຂອງລາວ, Emily Boyd, ກ່າວວ່າ ເປັນເວລາທີ່ເຈັບປວດແລະຫນັກໃຈທີ່ສຸດ ໃນຊີວິດຂອງນາງ ແລະນາງກໍາລັງພະຍາຍາມໄປອິນເດັຍ ເພື່ອໄວ້ອາລັຍຕໍ່ລາວ.

"ຂ້າພະເຈົ້າກໍາລັງວຸ້ນວາຍ, ພະຍາຍາມອັບເດດໜັງສືເດີນທາງ ແລະຂໍວີຊ່າ, ແລະຫາຖ້ຽວບິນ ແລະອື່ນໆ, ພ້ອມກັບພະຍາຍາມຈັດການຄວາມເສັຍໃຈ ແລະຂໍ້ຄວາມຈາກຄົນຫຼາຍຮ້ອຍທົ່ວໂລກ, ນັກຂ່າວ ແລະສື່ມວນຊົນ, ແລະ ມັນເປັນເວລາທີ່ຫຍຸ້ງຍາກທີ່ສຸດ ໃນຊີວິດຂອງຂ້າພະເຈົ້າ."

ຢ່າງເປັນທາງການ, ມີຄົນອອສເຕຣເລັຍ 43 ຄົນ ທີ່ຍັງບໍ່ຖືກລາຍງານ, ຮວມເຖິງພົນລະເມືອງ New Zealand 1 ຄົນທີ່ອາສັຍໃນອອສເຕຣເລັຍ.

******************************

ລາຍງານຂອງສະຫະປະຊາຊາດເຕືອນວ່າ ໂລກມີແນວໂນ້ມຈະເກີນເປົ້າຫມາຍ ການປ່ອຍແກັສ 1.5 ອົງສາ ໃນອີກບໍ່ເທົ່າໃດປີຂ້າງໜ້າ.

ສິ່ງນີ້ຈະເຮັດໃຫ້ຊຸມຊົນ ຕ້ອງປະເຊີນຕໍ່ເຫດການສະພາບອາກາດຮ້າຍແຮງ ແລະລະດັບນ້ຳທະເລທີ່ສູງຂຶ້ນ.

ເຖິງແມ່ນໃນສະຖານະການທີ່ດີທີ່ສຸດ, ອຸນຫະພູມໂລກຖືກຄາດວ່າ ຈະສູງສຸດຢູ່ທີ່ 1.8 ອົງສາ ເກີນລະດັບກ່ອນຍຸກອຸດສາຫະກັມ.

ເຈົ້າຫນ້າທີ່ສະຫະປະຊາຊາດ ໄດ້ຮຽກຮ້ອງຣັດຖະບານຕ່າງໆ ໃຫ້ຮີບຫຼຸດການປ່ອຍແກັສ ໃຫ້ໄວຂຶ້ນ, ໂດຍກ່າວວ່າ ຄວາມທ້າທາຍບໍ່ແມ່ນພຽງແຕ່ ການຫລີກເວັ້ນການລະເມີດ 1.5 ອົງສາອີກຕໍ່ໄປ ແຕ່ເປັນການຈໍາກັດຂອບເຂດ ແລະໄລຍະເວລາຂອງມັນ.

Richard Betts ນັກວິທະຍາສາດດ້ານສະພາບອາກາດ ຈາກມະຫາວິທະຍາໄລ Exeter ກ່າວວ່າ ໂລກບໍ່ຄວນຍອມຮັບຜົນ ທີ່ໜ້າຜິດຫວັງນີ້ຢ່າງງ່າຍໆ.

"ຂໍ້ຄວາມໃຫມ່ຄື ສິ່ງທີ່ພວກເຮົາຈະເຮັດກັບສິ່ງນີ້. ມັນແມ່ນການກວດສອບຄວາມເປັນຈິງ, ພວກເຮົາຕ້ອງຢູ່ກັບໂລກທີ່ຮ້ອນຂຶ້ນນີ້ ແລະຕ້ອງມີການປັບຕົວ ແລະຄວາມຍືດຍຸ່ນ, ແຕ່ຍັງມີອີກຫຼາຍຢ່າງ ທີ່ພວກເຮົາສາມາດເຮັດໄດ້ ເພື່ອຈໍາກັດການເພີ່ມຂຶ້ນຂອງອຸນຫະພູມ. ພວກເຮົາຍັງຕ້ອງຫຼຸດການປ່ອຍແກັສ ເພື່ອຈໍາກັດຈໍານວນການເກີນຂອບເຂດ ແລະເລີ່ມເອົາຄາບອນ ອອກຈາກຊັ້ນບັນຍາກາດ (Atmosphere) ເພື່ອຫຼຸດອຸນຫະພູມລົງອີກຄັ້ງ. ດັ່ງນັ້ນ, ມັນກ່ຽວກັບການຮັບມື ແທນທີ່ຈະເວົ້າວ່າມັນກໍາລັງເກີດຂຶ້ນ."

ກຸ່ມສິ່ງແວດລ້ອມກ່າວວ່າ ຜົນການຄົ້ນພົບນີ້ ຄວນເປັນສັນຍານເຕືອນລະດັບໂລກ

********************************

ອອສເຕຣເລັຍກ່າວວ່າ ມັນເຄົາລົບການຕັດສິນໃຈຢ່າງອິດສຣະ ຂອງປະເທດໃນພາຊິຟິກ, ຫຼັງຈາກຈີນໄດ້ອອກຄໍາເຕືອນຢ່າງຮຸນແຮງຕໍ່ Taiwan ໃນການປະຊຸມກອງປະຊຸມໝູ່ເກາະພາຊິຟິກໃນ Palau

ທູດພິເສດຂອງ Beijing ດ້ານກິດຈະການປະເທດໝູ່ເກາະປາຊິຟິກ Qian Bo [[chee-EN BWOH]] ກ່າວວ່າ ຈະມີ "ຜົນກະທົບ" ຈາກການທີ່ Taiwan ມີບົດບາດຢ່າງເຂັ້ມແຂງໃນການປະຊຸມຄັ້ງນີ້.

Beijing ປະຕິເສດວ່າຄໍາເວົ້າເຫຼົ່ານີ້ ບໍ່ແມ່ນການຂົ່ມຂູ່ - ເນື່ອງຈາກມັນກໍາລັງປ້ອງກັນຕົນເອງ ຈາກການຖືກກ່າວຫາວ່າ ທຳການແຊກແຊງຈາກຕ່າງປະເທດ ໃນການປະຊຸມສຸດຍອດ.

ໃນຂນະທີ່ປະເທດຕ່າງໆ ຮວມເຖິງ ສະຫະຣັດອາເມຣິກາ ແລະ ຈີນ ເຂົ້າຮ່ວມກອງປະຊຸມ ໃນຖານະຄູ່ເຈຣະຈາ, Taiwan ກໍເຂົ້າຮ່ວມເປັນພັນທະມິດດ້ານພັດທະນາ ແລະໄດ້ສົ່ງຄນະຜູ້ແທນຈຳນວນຫຼາຍ.

Palau ເປັນຫນຶ່ງໃນສາມປະເທດໃນພາກພື້ນ Pacific ທີ່ມີຄວາມສໍາພັນທາງການທູດກັບ Taiwan, ແລະຣັດຖະມົນຕີ Wong ກ່າວວ່າ ເຖິງແມ່ນອອສເຕຣເລັຍ ຈະຍຶດໝັ້ນຕໍ່ນະໂຍບາຍຈີນດຽວ, ແຕ່ກໍເຄົາລົບການມີຈຸດຍືນທີ່ແຕກຕ່າງ ຂອງປະເທດອື່ນ.

"ຂ້າພະເຈົ້າຄິດວ່າ ພາກພື້ນ Pacific ຄວນຈະສາມາດກໍານົດຄວາມສໍາພັນຂອງຕົນເອງໄດ້. ແນ່ນອນວ່າ ອອສເຕຣເລັຍມີນະໂຍບາຍຈີນດຽວ, ພວກເຮົາມີຄວາມສໍາພັນທາງການທູດກັບ Beijing ແລະພວກເຮົາຮັກສາ ການມີສ່ວນຮ່ວມທາງເສດຖະກິດກັບ Taiwan. ປະເທດໝູ່ເກາະພາກພື້ນ Pacific ທີ່ມີຕໍາແຫນ່ງຕ່າງກັນ ແລະພວກເຮົາເຄົາລົບສິດຂອງພວກເຂົາ ໃນການຕັດສິນໃຈຢ່າງອິດສຣະ."

*********************************** 

ຕໍາຫຼວດໄດ້ສໍາພາດຜູ້ຊາຍ Sydney 4 ຄົນ ຊຶ່ງເປັນສ່ວນຫນຶ່ງ ຂອງການສືບສວນການລ່ວງລະເມີດທາງເພດ ທີ່ກ່ຽວຂ້ອງກັບທີມ Sydney Swans.

ການສືບສວນນີ້ ເກີດຂຶ້ນຈາກການກ່າວຫາ ຂອງຜູ້ຍິງທີ່ຢູ່ໂຮງແຮມ Pullman ຫຼັງຈາກການແຂ່ງຂັນຂອງ Sydney ກັບ Essendon ເມື່ອເດືອນກ່ອນ.

ຕໍາຫຼວດ Victorian ໄດ້ເດີນທາງໄປ NSW ໃນອາທິດນີ້ ເພື່ອສົນທະນາກັບຜູ້ຊາຍເຫຼົ່ານັ້ນ, ໃນຂນະທີ່ອີກ 3 ຄົນ ໄດ້ຖືກສໍາພາດໃນຖານະພະຍານ.

ຍັງບໍ່ມີການຕັ້ງຂໍ້ກ່າວຫາຕໍ່ຜູ້ຫຼິ້ນ Sydney Swans ແລະພວກເຂົາປະຕິເສດການກະທໍາຜິດໃດໆ.

ໜ່ວຍຄວບຄຸມຂອງ AFL ກໍາລັງດໍາເນີນການສືບສວນ ທີ່ແຍກຕ່າງຫາກ, ຊຶ່ງຈະບໍ່ດໍາເນີນການ ຈົນກວ່າການສືບສວນຂອງຕໍາຫຼວດຈະສໍາເຣັດ.

***********************************

Chanel Contos, ຜູ້ກໍ່ຕັ້ງ Teach Us Consent, ກ່າວວ່າຖານ (Platforms) ເທັກໂນໂລຈີຂນາດໃຫຍ່ ກໍາລັງກະຕຸ້ນຜູ້ຊາຍຫນຸ່ມ ໃຫ້ມີພຶດຕິກັມທາງເພດທີ່ເປັນອັນຕະຣາຍ ໂດຍການສົ່ງເສີມເນື້ອຫາ ທີ່ດູຖູກຜູ້ຍິງ ແລະຮຸນແຮງທາງອອນໄລນ໌.

ໃນການປາຖະກະຖາ ທີ່ສະໂມສອນສື່ມວນຊົນແຫ່ງຊາດ (the National Press Club), ນາງໄດ້ອ້າງວ່າ Algorithms ກໍາລັງຂັບເຄື່ອນ ຄື້ນຄວາມຮຸນແຮງທາງເພດແບບໃຫມ່ ແລະກໍາລັງທໍາລາຍການສຶກສາຄວາມຍິນຍອມ (Consent Education) ໃນໂຮງຮຽນ.

"ຫຼັກສູດປະຈໍາປີ ກ່ຽວກັບຄວາມຍິນຍອມ (Consent Education) ບໍ່ມີຄວາມຫວັງ ທີ່ຈະສ້າງການປ່ຽນແປງ ເມື່ອເຄື່ອງຈັກຜລິດເນື້ອຫາທີ່ເສບຕິດ, ແນໃສ່ໄວລຸ້ນ ທີ່ເສບມັນເປັນເວລາຫຼາຍຊົ່ວໂມງຕໍ່ມື້, ກໍາລັງສອນຂໍ້ຄວາມທີ່ຂັດແຍ່ງກັນ. ການເພີ່ມຂຶ້ນ ຂອງການປຸກລະດົມ ຂອງຊາຍໜຸ່ມ ໃຫ້ເຂົ້າສູ່ການຢຽດເພດທາງອອນໄລນ໌ ແມ່ນຄວາມທ້າທາຍດ່ວນ ທີ່ຕ້ອງໄດ້ຮັບການແກ້ໄຂ. ຫາກບໍ່ມີການດໍາເນີນການທັນທີ, ອອສເຕຣເລັຍອາດຈະສ່ຽງຕໍ່ຄົນລຸ້ນໃໝ່ ຈະຖືກຝັງຮາກເລິກ ໃນອຸດົມການທີ່ຂັດແຍ່ງກັນ ກັບເປົ້າຫມາຍຂອງຣັດຖະບານ ໃນແຜນການລະດັບປະເທດ ເພື່ອຍຸດຕິຄວາມຮຸນແຮງຕໍ່ຜູ້ຍິງ ແລະເດັກນ້ອຍ ແລະຮວມເຖິງການສ້າງຄວາມສັມພັນທາງສັງຄົມ ຢ່າງກວ້າງຂວາງ."

ຄໍາເຫັນຂອງນາງ ເກີດຂຶ້ນຫຼັງຈາກມີລາຍງານ ທີ່ເຊື່ອມໂຍງການເສັຍຊີວິດຂອງເດັກໄວລຸ້ນ ໃນ Sydney ກັບການຖືກສົງໄສວ່າ ເປັນການບີບຄໍທາງເພດ.

Contos ຮຽກຮ້ອງໃຫ້ມີການຄວບຄຸມທີ່ເຂັ້ມງວດຕໍ່ Algorithms ແລະ Feeds ຂອງສື່ສານມວນຊົນ ທີ່ສະແດງແຕ່ຂໍ້ຄວາມ ຈາກຜູ້ທີ່ໃຊ້ຕິດຕາມ - ຍົກເວັ້ນຜູ້ໃຊ້ຈະປະຕິເສດຢ່າງຊັດເຈນ.

****************************

ມາຮອດຂ່າວກິລາ........

ນັກກິລາບານເຕະຊາວ  Argentina ທີ່ມີຊື່ສຽງ Lionel Messi ໄດ້ປະກາດການເລີກຫຼິ້ນບານເຕະທີມຊາດແລ້ວ

Lionel Messi ອາຍຸ 39 ປີ ຜູ້ຊນະລາງວັນ Ballon d'Or 8 ຄັ້ງ ໄດ້ນໍາ Argentina ໄປສູ່ການແຂ່ງຂັນຊິງຊນະຟຸດບອນໂລກ ເປັນຄັ້ງທີສອງຕິດຕໍ່ກັນ ໃນເດືອນກໍລະກົດ.

ໃນຂໍ້ຄວາມທີ່ລົງໃນສື່ມວນຊົນ , Messi ຂຽນວ່າການຕັດສິນນີ້ ເຈັບປວດ, ແຕ່ລາວກ່າວວ່າ ເວລາໄດ້ມາເຖິງແລ້ວ.

Jose Aramburu ເປັນຫນຶ່ງໃນແຟນ ທີ່ສເລີມສລອງອາຊີບທີ່ຍາວນານຂອງນັກເຕະບານທີ່ຍິ່ງໃຫຍ່ ແລະຄວາມເຂັ້ມແຂງຂອງລາວ ໃນຖານະຄົນຜູ້ໜຶ່ງ.

"ສິ່ງທີ່ສໍາຄັນທີ່ສຸດທີ່ Messi ຖິ້ມໄວ້ ຄືຄວາມມຸ່ງໝັ້ນ, ຄວາມອົດທົນ, ການໄລ່ຕາມຄວາມຝັນ, ເປົ້າຫມາຍ, ຈຸດປະສົງ, ແລະກໍບໍ່ສໍາຄັນວ່າຄົນອື່ນຈະເວົ້າຢ່າງໃດ, ມັນແມ່ນເລື່ອງຂອງຄວາມພະຍາຍາມ ຈົນກວ່າຈະບັນລຸມັນ ແລະບໍ່ຍອມແພ້."

ລາຍງານໂດຍ  Camille Bianchi  ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now