SKIP TO MAIN CONTENT

ສິດທິຂອງຂ້ອຍແມ່ນຫຍັງ ຖ້າຖືກຕໍາຫຼວດສັ່ງໃຫ້ຢຸດ ໃນອອສເຕຣເລັຍ?

Australia Explained - Police Powers
It's common to see police officers patrolling public spaces. Credit: imamember/Getty Images

ເຈົ້າໜ້າທີ່ຕໍາຫຼວດ ມີອໍານາດໃນການດໍາເນີນງານຫຼາຍຢ່າງ ທີ່ສາມາດໃຊ້ໄດ້ຕາມກົດຫມາຍ, ຮວມເຖິງການຖາມຄໍາຖາມ, ໃຫ້ຄໍາສັ່ງ 'ໄປຕໍ່ (Move on) ' ແລະດໍາເນີນການກວດຄົ້ນ. ນີ້ແມ່ນສິ່ງທີ່ທ່ານຈໍາເປັນຕ້ອງຮູ້ ກ່ຽວກັບສິດທິ ແລະໜ້າທີ່ພື້ນຖານຂອງທ່ານ ໃນການປະຕິສໍາພັນກັບຕໍາຫຼວດ.


Published

By Zoe Thomaidou

Presented by Sak Phoumirath

Source: SBS



Skip to podcast episode content

ເຈົ້າໜ້າທີ່ຕໍາຫຼວດ ມີອໍານາດໃນການດໍາເນີນງານຫຼາຍຢ່າງ ທີ່ສາມາດໃຊ້ໄດ້ຕາມກົດຫມາຍ, ຮວມເຖິງການຖາມຄໍາຖາມ, ໃຫ້ຄໍາສັ່ງ 'ໄປຕໍ່ (Move on) ' ແລະດໍາເນີນການກວດຄົ້ນ. ນີ້ແມ່ນສິ່ງທີ່ທ່ານຈໍາເປັນຕ້ອງຮູ້ ກ່ຽວກັບສິດທິ ແລະໜ້າທີ່ພື້ນຖານຂອງທ່ານ ໃນການປະຕິສໍາພັນກັບຕໍາຫຼວດ.


ຈຸດສຳຄັນ:

  • ອໍານາດຕໍາຫຼວດ ອາດຈະແຕກຕ່າງກັນໃນແຕ່ລະຣັດ ແລະເຂດປົກຄອງ.
  • ການບໍ່ປະຕິບັດ ຕາມການທົດສອບລົມຫາຍໃຈ (Breath Test) ແມ່ນຜິດກົດຫມາຍ.
  • ທ່ານອາດຈະຖືກບັງຄັບ ໃຫ້ລະບຸລາຍລະອຽດການຢືນຢັນຕົວຕົນຕາມກົດຫມາຍ ແຕ່ທ່ານສາມາດ ເລືອກທີ່ຈະບໍ່ຕອບຄໍາຖາມເພີ່ມເຕີມ.
  • ຂໍຄໍາແນະນໍາທາງກົດຫມາຍ ຖ້າທ່ານມີຄວາມກັງວົນ ກ່ຽວກັບການຕິດຕໍ່ກັບຕໍາຫຼວດ.
  • ຕໍາຫຼວດສາມາດໃຊ້ກໍາລັງ ຕໍ່ຂ້ອຍໄດ້ເມື່ອໃດ?
  • ສິດທິ ແລະໜ້າທີ່ພື້ນຖານຂອງຂ້ອຍ ເມື່ອຖືກຕໍາຫຼວດເຂົ້າມາຫາ ແມ່ນຫຍັງ?
  • ຄໍາສັ່ງຍ້າຍອອກ (Move-on Orders) ແມ່ນຫຍັງ?
  • ຕໍາຫຼວດ ສາມາດຂໍກວດບັດປະຈໍາຕົວຂ້ອຍໄດ້ເມື່ອໃດ?
  • ຂ້ອຍສາມາດຖ່າຍວິດີໂອຕໍາຫຼວດໄດ້ ຫຼືບໍ່?
  • ຖ້າຂ້ອຍກັງວົນ ກ່ຽວກັບການພົບກັບຕໍາຫຼວດ ເດ?

ທ່ານຮູ້ສິດທິພື້ນຖານຂອງທ່ານບໍ່ ຖ້າທ່ານຖືກຕໍາຫຼວດຢຸດໃນອອສເຕຣເລັຍ?

ຕາມທີ່ Samantha Lee, ຜູ້ຊ່ວຍທະນາຍຄວາມຫຼັກທີ່ Redfern Legal Centre, ຫຼາຍຄົນ, ບໍ່ວ່າຈະເກີດໃນອອສເຕຣເລັຍ ຫຼືເປັນຄົນໃຫມ່ໃນປະເທດ, ບໍ່ຮູ້ຂອບເຂດຂອງອໍານາດຕໍາຫຼວດ.

ຕໍາຫຼວດ ສາມາດໃຊ້ກໍາລັງຕໍ່ຂ້ອຍ ໄດ້ເມື່ອໃດ?

ຄວາມເຂົ້າໃຈຜິດທົ່ວໄປ ກ່ຽວກັບອໍານາດຕໍາຫຼວດ ຄືການໃຊ້ກໍາລັງ.

"ມັນສໍາຄັນ ທີ່ຄົນຈະຮູ້ວ່າ ເພາະວ່າພວກເຂົາເປັນຕໍາຫຼວດ, ພວກເຂົາບໍ່ມີສິດໃຊ້ກໍາລັງ."

ພວກເຂົາສາມາດໃຊ້ກໍາລັງໃນບາງສະຖານະການໄດ້, ແຕ່ຈະເຮັດໄດ້ກໍຕໍ່ເມື່ອ ມັນຈໍາເປັນຢ່າງສົມເຫດສົມຜົນ ໃນສະຖານະການນັ້ນ.
Samantha Lee

ການໃຊ້ກໍາລັງ 'ທີ່ເຫມາະສົມ' ເປັນທາງເລືອກສຸດທ້າຍຕ້ອງມີຄວາມສົມເຫດສົມຜົນ; ບໍ່ເກີນຄວາມຈໍາເປັນ.

ມີກົດຫມາຍ ຄ້າຍຄືກັນທົ່ວປະເທດ ກ່ຽວກັບກໍຣະນີ ທີ່ຕໍາຫຼວດສາມາດໃຊ້ກໍາລັງໄດ້ ຢ່າງຖືກກົດໝາຍ.

“ດັ່ງນັ້ນ, ທ່ານຈໍາເປັນຕ້ອງກວດກົດຫມາຍຂອງຣັດ ແລະເຂດປົກຄອງຂອງທ່ານ."

Australia Explained - Police Powers
ຕໍາຫຼວດສາມາດຢຸດຄົນຂັບຣົດ ຫຼື ເຮືອ, ຄົນທີ່ຢູ່ທາງຖນົນ, ສະຖານີຂົນສົ່ງສາທາຣະນະ ຫຼື ໃນພື້ນທີ່ສາທາຣະນະອື່ນໆ. Credit: ozgurcankaya/Getty Images

ສິດທິ ແລະໜ້າທີ່ພື້ນຖານຂອງຂ້ອຍ ເມື່ອຖືກຕໍາຫຼວດເຂົ້າມາຫາ ແມ່ນຫຍັງ?

ໃນບາງກໍຣະນີ, ທ່ານຈໍາເປັນຕ້ອງສະແດງລາຍລະອຽດການຢືນຢັນຕົວຕົນຕາມກົດຫມາຍ, ແຕ່ບໍ່ມີຂໍ້ບັງຄັບທົ່ວໄປໃນການພົກບັດປະຈໍາຕົວໃນອອສເຕຣເລັຍ.

ແຕ່ໃນຫຼາຍຣັດ ແລະເຂດປົກຄອງຂອງອອສເຕຣເລັຍ, ທ່ານຈໍາເປັນຕ້ອງມີໃບຂັບຂີ່ທີ່ຖືກຕ້ອງ ເມື່ອທ່ານຂັບຣົດ. ໃນບາງພື້ນທີ່, ທ່ານອາດຈະຖືກອະນຸຍາດໃຫ້ສະແດງໃບຂັບຂີ່ຂອງທ່ານ ທີ່ສະຖານີຕໍາຫຼວດໄດ້ສູງສຸດ ສອງມື້ ຖ້າທ່ານບໍ່ສາມາດສະແດງໄດ້ເມື່ອຖືກຮ້ອງຂໍ.

ຖ້າຕໍາຫຼວດຖາມຊື່ ແລະທີ່ຢູ່ຂອງທ່ານ, ພວກເຂົາຈະຕ້ອງບອກເຫດຜົນ ທີ່ຢຸດທ່ານ ແລະຂໍເບິ່ງບັດປະຈໍາຕົວ.

ໃນການສື່ສານກັບຕໍາຫຼວດ, Ms Lee ກ່າວວ່າ ຄວນຂໍໃຫ້ຕໍາຫຼວດເປີດກ້ອງຕິດຕົວ (Body-worn Camera).

"ແລະເມື່ອເປີດກ້ອງຕິດຕົວ (Body-worn Camera) ແລ້ວ, ຖາມພວກເຂົາວ່າ ເປັນເພາະຫຍັງຕຳຫຼວດຈຶ່ງຢຸດທ່ານ."

ມີຂໍ້ຍົກເວັ້ນ, ແຕ່ໂດຍກົດຫມາຍທົ່ວໄປແລ້ວ ທ່ານບໍ່ຈຳເປັນ ຕ້ອງຕອບຄໍາຖາມເພີ່ມເຕີມ ນອກຈາກການຢືນຢັນຕົວຕົນ, Klaire Coles, ຜູ້ອໍານວຍການການປະຕິບັດກົດຫມາຍທີ່ Brisbane’s Caxton Legal Centre, ອະທິບາຍ.

"ເຮົາຄວນຮ່ວມມືໃຫ້ໄດ້ຫຼາຍທີ່ສຸດ [...] ເຮົາສາມາດມີຄວາມສຸພາບແລະປະຕິບັດຕາມຄຳຂໍໄດ້, ແຕ່ກໍບໍ່ຈຳເປັນຕ້ອງໃຫ້ຂໍ້ມູນເກີນກວ່າທີ່ຕໍາຫຼວດຕ້ອງການເພື່ອປະຕິບັດໜ້າທີ່ຂອງພວກເຂົາ.

ພວກເຂົາມີສິດທີ່ຈະງຽບ ແລະບໍ່ເວົ້າຫຍັງ ທີ່ອາດຈະເຮັດໃຫ້ພວກເຂົາຖືກກ່າວຫາໃນຄະດີອາຍາ," Ms Coles ກ່າວ.

Australia Explained - Police Powers
ຕໍາຫຼວດສາມາດກວດຄົ້ນຣົດຂອງທ່ານໄດ້ຢ່າງຖືກກົດຫມາຍ ດ້ວຍໃບອະນຸຍາດ, ຖ້າທ່ານໃຫ້ຄວາມຍິນຍອມ, ຫຼືຖ້າພວກເຂົາມີຄວາມສົງໃສຢ່າງມີເຫດຜົນ ກ່ຽວກັບການກະທໍາຜິດ. Credit: imamember/Getty Images

ຄໍາສັ່ງຍ້າຍອອກ (Move-on Orders) ແມ່ນຫຍັງ?

ຕໍາຫຼວດສາມາດອອກຄໍາສັ່ງຕາມກົດຫມາຍໄດ້ທັນທີ, ຂໍໃຫ້ທ່ານອອກຈາກພື້ນທີ່ສາທາຣະນະ ແລະຢູ່ຫ່າງອອກໄປ ໃນໄລຍະເວລາຈໍາກັດ, ຊຶ່ງປົກກະຕິບໍ່ເກີນ 24 ຊົ່ວໂມງ.

ກົດຫມາຍໃນແຕ່ລະພື້ນທີ່ ກໍານົດເຫດຜົນທີ່ອະນຸຍາດໃຫ້ຕໍາຫຼວດ ໃຊ້ອໍານາດການຍ້າຍອອກ.

ນັ້ນຮວມເຖິງ ກໍຣະນີທີ່ພວກເຂົາມີຄວາມເຊື່ອຢ່າງມີເຫດຜົນ ວ່າທ່ານກໍາລັງຂັດຂວາງການຈະຣາຈອນ, ລົບກວນຄົນອື່ນ ຫຼື ສ້າງຄວາມສ່ຽງດ້ານຄວາມປອດພັຍ.

ທ່ານມີສິດທີ່ຈະຖາມວ່າ ເປັນຫຍັງພວກເຂົາຈຶ່ງອອກຄໍາສັ່ງໃຫ້ຍ້າຍ.

"ຖ້າທ່ານຖືກຂໍໃຫ້ອອກຈາກສະຖານທີ່ຫນຶ່ງ ຫຼືຍ້າຍອອກຈາກພື້ນທີ່ຫນຶ່ງ, ການເຂົ້າໃຈວ່າເປັນເພາະຫຍັງ, ນານເທົ່າໃດ, ຕ້ອງໄປໃສ, ຕໍາຫຼວດຂໍໃຫ້ທ່ານເຮັດຫຍັງ ແມ່ນສິ່ງສໍາຄັນຫຼາຍ," Ms Coles ກ່າວ.

ຕໍາຫຼວດສາມາດຂໍບັດປະຈໍາຕົວຈາກຂ້ອຍ ໄດ້ເມື່ອໃດ?

ຕໍາຫຼວດ ຈໍາເປັນຕ້ອງມີເຫດຜົນທີ່ຖືກຕ້ອງ ເພື່ອຂໍກວດເບິ່ງບັດປະຈໍາຕົວຂອງທ່ານ ໃນສະຖານະການ ທີ່ກໍານົດໄວ້ໃນກົດຫມາຍຂອງຣັດ ແລະເຂດປົກຄອງ.

Marlene Dixon, ຜູ້ອໍານວຍການຝ່າຍກົດຫມາຍທີ່ Inner Melbourne Community Legal, ໄດ້ອະທິບາຍເຫດການຫຼັກໆ:

  • ຖ້າຕໍາຫຼວດເຊື່ອວ່າ ມີຄົນໄດ້ກະທໍາ ຫຼືກໍາລັງຈະກໍ່ອາຊະຍາກັມ
  • ຖ້າມີຄົນຂັບຣົດ, ເຮືອ ຫຼື ຍານພາຫະນະອື່ນໆ
  • ຖ້າພວກເຂົາໃຊ້ ຂົນສົ່ງສາທາຣະນະ
  • ໃນສະຖານທີ່ ທີ່ມີການຈຳໜ່າຍເຄື່ອງດື່ມປະເພດເຫຼົ້າ
  • ຖ້າຕໍາຫຼວດເຊື່ອວ່າ ພວກເຂົາມີຂໍ້ມູນ ທີ່ສາມາດຊ່ວຍສືບສວນອາຊະຍາກັມຮ້າຍແຮງໄດ້.
Australia Explained - Police Powers
ຖ້າຕໍາຫຼວດຂໍກວດເບິ່ງບັດປະຈໍາຕົວ, ຈົ່ງຢູ່ຢ່າງສງົບ ແລະຖາມເຫດຜົນຢ່າງສຸພາບ. Credit: Joel Carillet/Getty Images

ທົ່ວອອສເຕຣເລັຍ, ຜູ້ຂັບຂີ່ ມີໜ້າທີ່ຕາມກົດໝາຍ ຖ້າຕໍາຫຼວດເລີ່ມເປີດສຽງເຕືອນ (siren) ຫຼືມີການທົດສອບລົມຫາຍໃຈແບບສຸ່ມ ຢູ່ຂ້າງທາງ.

"ຕໍາຫຼວດມີອໍານາດກວ້າງຂວາງ ໃນການສັ່ງໃຫ້ຜູ້ຄົນຢຸດຣົດ ແລະຂໍໃຫ້ພວກເຂົາ ຮັບການທົດສອບການຫາຍໃຈ.

ທ່ານຈໍາເປັນ ຕ້ອງປະຕິບັດຕາມການທົດສອບການຫາຍໃຈ. ຖ້າທ່ານບໍ່ເຮັດ, ທ່ານອາດຈະຖືກຕັ້ງຂໍ້ຫາຄວາມຜິດໄດ້.
Marlene Dixon

ຂ້ອຍສາມາດຖ່າຍວິດີໂອ ຕໍາຫຼວດໄດ້ຫຼືບໍ່?

ການຖ່າຍວິດີໂອການໂຕ້ຕອບກັບຕໍາຫຼວດໃນພື້ນທີ່ສາທາຣະນະໄດ້ຮັບອະນຸຍາດທົ່ວອອສເຕຣເລັຍ ໂດຍມີເງື່ອນໄຂວ່າ ຜູ້ຖ່າຍທໍາບໍ່ໄດ້ລົບກວນຕໍາຫຼວດ.

"ຜູ້ຄົນສາມາດຖ່າຍວິດີໂອຕໍາຫຼວດໄດ້, ແຕ່ພວກເຂົາພຽງແຕ່ຕ້ອງແນ່ໃຈວ່າ ມັນຖືກຖ່າຍທໍາໃນລະຍະຫ່າງ ແລະດ້ວຍຄວາມເຄົາລົບ, ເພື່ອບໍ່ໃຫ້ມັນຂັດຂວາງຫນ້າທີ່ຂອງຕໍາຫຼວດ," Ms Dixon ກ່າວ.

ຕໍາຫຼວດບໍ່ສາມາດຍຶດອຸປະກອນບັນທຶກຂອງບຸກຄົນໄດ້ຢ່າງຖືກຕ້ອງຕາມກົດຫມາຍ ພຽງເພາະວ່າພວກເຂົາກໍາລັງຖ່າຍວິດີໂອ.

"ຖ້າພວກເຂົາຢາກຈະເຮັດແນວນັ້ນ, ພວກເຂົາຈໍາເປັນຕ້ອງເອົາອຸບປະກອນນີ້ຜ່ານຂັ້ນຕອນຢ່າງເປັນທາງການ."

Australia Explained - Police Powers
ທ່ານຕ້ອງຈອດຣົດເມື່ອຖືກສັ່ງໂດຍຕໍາຫຼວດ ເພື່ອກວດຢາເສບຕິດຂ້າງທາງ ແລະຕ້ອງໃຫ້ຕົວຢ່າງນ້ຳລາຍ (Saliva sample). Credit: Ashley Cooper/Getty Images

ຖ້າຂ້ອຍກັງວົນກ່ຽວກັບການພົບກັບຕໍາຫຼວດ ເດ?

ຕໍາຫຼວດມີໜ້າທີ່ຕ້ອງປະຕິບັດຕາມກົດຫມາຍ ແລະຂັ້ນຕອນ.

"ຖ້າທ່ານຄິດວ່າຕໍາຫຼວດໄດ້ກະທໍາຜິດກົດຫມາຍ, ພຽງແຕ່ກະທໍາຢ່າງບໍ່ສຸພາບ ຫຼືໄດ້ໃຊ້ຄໍາຫຍາບດ້ານເຊື້ອຊາດ, ທ່ານຄວນຂຽນລົງທັນທີ ຫຼືເມື່ອກັບຮອດບ້ານວ່າເກີດຫຍັງຂຶ້ນ," Ms Lee ຈາກ Redfern Legal Centre ກ່າວ.

ທ່ານຄວນ:

  • ເກັບບັນທຶກວີດີໂອໄວ້ ຖ້າທ່ານໄດ້ຖ່າຍການປະຕິສໍາພັນນັ້ນ
  • ຂໍລາຍງານຈາກນາຍແພດ ແລະຮູບພາບຕ່າງໆ ຖ້າທ່ານໄດ້ຮັບບາດເຈັບ
  • ຂໍຄໍາແນະນໍາທາງກົດຫມາຍ.

ຂໍ້ມູນນີ້ເປັນຂໍ້ມູນທົ່ວໄປ ແລະບໍ່ຄອບຄຸມທຸກສະຖານະການ ແລະກົດຫມາຍທີ່ແຕກຕ່າງກັນໃນແຕ່ລະພື້ນທີ່. ທ່ານຄວນຂໍຄໍາແນະນໍາທາງກົດຫມາຍ ເພື່ອຮັບຂໍ້ມູນທີ່ເຫມາະສົມ ກັບສະຖານະການຂອງທ່ານ.

ສມັກເປັນສະມາຊິກ (Subscribe) ຫຼືຕິດຕາມ Podcast Australia Explained ສໍາລັບຂໍ້ມູນທີ່ມີຄຸນຄ່າ ແລະຄໍາແນະນໍາ ກ່ຽວກັບການຕັ້ງຖິ່ນຖານ ໃນຊີວິດໃຫມ່ຂອງທ່ານ ໃນອອສເຕຣເລັຍ.

ທ່ານມີຄໍາຖາມ ຫລືແນວຄິດແນວໃດກ່ຽວກັບຫົວຂໍ້ບໍ່? ສົ່ງອີເມວເຖິງພວກເຮົາທີ່ : australiaexplained@sbs.com.au

ລາຍງານໂດຍ Zoe Thomaidou ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ http://sbs.com.au/lao         

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ http://facebook.com/sbslao


Latest podcast episodes

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Stream now