ແທັກຊີອາກາດໄຟຟ້າ ໃນອະນາຄົດ

Second day of Dubai Airshow 2025

ແທັກຊີອາກາດໄຟຟ້າ (Electric Air Taxi) ກຳລັງສະແດງທີ່ the 2025 Dubai Airshow. Source: EPA / ALI HAIDER/EPA

ບໍຣິສັດ ໃນປະເທດອັງກິດ ໄດ້ເປີດໂຕແທັກຊີອາກາດໄຟຟ້າ (Electric Air Taxi) ແບບໃຫມ່, ແລະສັນຍາວ່າ ຈະນໍາການຂົນສົ່ງທາງອາກາດ ໃນເມືອງ ມາສູ່ຄົນທົ່ວໄປ. ມັນເປັນກ້າວໃໝ່ ທີ່ກໍາລັງເຕີບໂຕທົ່ວໂລກ, ຊຶ່ງອົງການຄວບຄຸມການບິນ ອອສເຕຣເລັຍ ກໍາລັງວາງແຜນຢູ່ແລ້ວ. ແຕ່ກໍຍັງມີ ຄວາມທ້າທາຍຫລາຍຢ່າງ ທີ່ຍັງລໍຢູ່ຂ້າງຫນ້າ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌: www.sbs.com.au/language/lao/lo/podcast/sbs-lao

ແທັກຊີອາກາດໄຟຟ້າ ໃນອະນາຄົດ.

ບໍຣິສັດ ໃນປະເທດອັງກິດ ໄດ້ເປີດໂຕແທັກຊີອາກາດໄຟຟ້າ (Electric Air Taxi) ແບບໃຫມ່, ແລະສັນຍາວ່າ ຈະນໍາການຂົນສົ່ງທາງອາກາດ ໃນເມືອງ ມາສູ່ຄົນທົ່ວໄປ.

ມັນເປັນຂັ້ນຕອນຕໍ່ໄປ ໃນອຸດສະຫະກັມ ທີ່ກໍາລັງເຕີບໂຕທົ່ວໂລກ, ຊຶ່ງອົງການຄວບຄຸມການບິນ ອອສເຕຣເລັຍ ກໍາລັງວາງແຜນຢູ່ແລ້ວ.

ແຕ່ຕາມທີ່ Edwina Guinan ລາຍງານ, ຄວາມທ້າທາຍຫລາຍຢ່າງ ຍັງລໍຢູ່ຂ້າງຫນ້າ.

ດ້ວຍແວ່ນບັງລົມທີ່ຫຸ້ມຫໍ່ດ້ວຍສີດໍາ ແລະໃບພັດ (Rotors) ຫຼາຍເຄື່ອງທີ່ສູງຂຶ້ນໃນທ້ອງຟ້າ, ມັນເບິ່ງຄືວ່າ ເປັນການປະສົມກັນລະຫວ່າງ ຍົນເຮລິຄອບເຕີ ໃນອະນາຄົດ ແລະ Drone ຂນາດໃຫຍ່.

ແທ້ຈິງແລ້ວ, ມັນເປັນແທັກຊີອາກາດໄຟຟ້າ (Electric Air Taxi) ທີ່ເອີ້ນວ່າ the Valo-ຊຶ່ງຫາກໍຖືກເປີດໂຕໂດຍ Vertical Aerospace ຊຶ່ງເປັນບໍຣິສັດອັງກິດ ໃນລອນດອນ.

"ພາລະກິດຂອງພວກເຮົາ ທີ່ Vertical Aerospace ແມ່ນທີ່ຈະສົ່ງມອບ(ຍານທີ່) ຂຶ້ນ ແລະລົງເດີ່ນໃນທາງຕັ້ງ (Vertical) ໃຫ້ແກ່ຄົນທົ່ວໄປ. ເພື່ອໃຫ້ບໍຣິການຂົນສົ່ງ ແບບຈຸດຕໍ່ຈຸດ."

ນັ້ນແມ່ນ David King ຫົວຫນ້າວິສະວະກອນ ຂອງ Vertical Aerospace, ທີ່ໄດ້ວາງວິສັຍທັດ ທີ່ທະເຍີທະຍານ ຂອງບໍຣິສັດ ຢູ່ຂ້າງຫລັງຕົ້ນແບບ(Prototype) ທີ່ຫນ້າປະທັບໃຈ ຂອງບໍຣິສັດ.

Valo ເປັນພຽງລຸ້ນຫນຶ່ງ ຂອງຍົນທີ່ເອີ້ນວ່າ ຍົນຂຶ້ນແລະລົງ ໃນທາງຕັ້ງໄຟຟ້າ (Electric Vertical Take-Off and Landing)-ຫລື evTOL.

ຕາມທີ່ຊື່ ແລະວິດີໂອໂຄສະນາ ສະແດງໃຫ້ເຫັນ, ມັນມີຄວາມສາມາດ ທີ່ຈະບິນຂຶ້ນ ຄືກັນກັບຍົນເຮລິຄອບເຕີ, ແຕ່ບໍ່ມີສຽງດັງ ແລະມົນລະພິດ.

ຜູ້ທີ່ຢູ່ໃນອຸດສະຫະກັມ, ເຊັ່ນ Mr King, ເຊື່ອວ່າ ມັນອາດເປັນແທັກຊີ ໃນອະນາຄົດ.

"ຕອນນີ້, ສິ່ງຫນຶ່ງທີ່ຊ້າກວ່າເມື່ອສິບປີກ່ອນ, 30 ປີກ່ອນ, 50 ປີກ່ອນ, ແລະນັ້ນຄືການເຄື່ອນຍ້າຍ. ການເຄື່ອນຍ້າຍໃນ ແລະບໍລິເວນເຂດທີ່ມີຄົນອາສັຍຢູ່ໜາແໜ້ນ. ແລະທາງແກ້ໄຂກໍຄື ການເປີດຂອບເຂດ ມິຕິທີສາມ, ມັນເປັນການເຄື່ອນຍ້າຍທາງອາກາດ, ແລະສາມາດຈັດຫາສິ່ງນັ້ນ ໃຫ້ແກ່ຄົນທົ່ວໄປ."

Valo ມີບ່ອນນັ່ງທີ່ສວຍງາມ ສໍາລັບຜູ້ໂດຍສານ ເຖິງຫົກຄົນ ແລະຄວາມໄວ 240 ກິໂລແມັດ ຕໍ່ຊົ່ວໂມງ ໃນໄລຍະທາງເຖິງ 160 ກິໂລແມັດ.

Simon Davies ນັກບິນທົດສອບ Vertical Aerospace ກ່າວວ່າ, ມັນຂັບງ່າຍ.

"ແທ້ຈິງແລ້ວມັນງ່າຍແທ້ໆ. ທ່ານຍູ້ຄັນຈັບນີ້ໄປຂ້າງຫນ້າ. ມັນເຮັດໃຫ້ທ່ານຍ້າຍໄປທາງຫນ້າ. ທ່ານດຶງຄັນຄວບຄຸມມາ. ມັນເຮັດໃຫ້ທ່ານຂຶ້ນໄປ. ແລະທ່ານພຽງແຕ່ຊີ້ໄປຫາເຄື່ອງມື ທີ່ທ່ານມີ ແລະຫລຽວອອກໄປຈາກປ່ອງຢ້ຽມ. ແລະຍົນກໍຊອກຫາວິທີ ທີ່ຈະເຮັດໃຫ້ທຸກສິ່ງເກີດຂຶ້ນ ສໍາລັບທ່ານ."

ໃນອອສເຕຣເລັຍ, ເຈົ້າຫນ້າທີ່ຄວາມປອດພັຍ ການບິນພົນລະເຮືອນ (the Civil Aviation Safety Authority-CASA) ກ່າວວ່າ ມັນຄາດວ່າ ຈະເຫັນການບໍຣິການຂົນສົ່ງຜູ້ໂດຍສານ ຫຼືແທັກຊີອາກາດ ເປີດບໍຣິການ ໃນເຂດເມືອງ ລະຫວ່າງປີ 2027 ແລະ 2029.

Clem Newton-Brown ເປັນ CEO ຂອງ Skyportz, ທີ່ເປັນບໍຣິສັດຢູ່ Melbourne ທີ່ໄດ້ພັດທະນາໜ້າດິນ ຂອງເດີ່ນລົງ ທີ່ຈົດທະບຽນ ສໍາລັບແທັກຊີອາກາດໄຟຟ້າ (Electric Air Taxi) ທີ່ຊ່ວຍຈັດການ ກັບຂໍ້ກັງວົນ ໃນທາງປະຕິບັດ ເຊັ່ນສຽງຣົບກວນ ແລະຄວາມປອດພັຍ.

ລາວເວົ້າວ່າ ຍຸກສມັຍຂອງການເດີນທາງໃນອາກາດ ກໍາລັງຈະມາເຖິງ, ແຕ່ໂຄງສ້າງພື້ນຖານທີ່ຊັບຊ້ອນ ແລະການຄວບຄຸມທີ່ຈໍາເປັນ ກໍຍັງນຳບໍ່ທັນເທື່ອ.

"ມັນເປັນວິວັດທະນາການ ຂອງຍົນເຮລິຄອບເຕີ, ຊຶ່ງກາຍເປັນການປະຕິວັດ ທີ່ເຂົາເຈົ້າກໍາລັງເວົ້າເຖິງ ເມື່ອມີເດີ່ນລົງໃຫມ່ ຢ່າງຫລວງຫລາຍ, ສະຖານທີ່ເຊັ່ນ ສູນການຄ້າ ແລະຫ້ອງການ ແລະສະຖານທີ່ທ່ອງທ່ຽວເປັນຕົ້ນ. ແລະບັນຫາກໍຄື ການລົງໃນເດີ່ນ ໃນເຂດເມືອງທີ່ຄັບແຄບ ຈະສ້າງບັນຫາຫລາຍຢ່າງ ກ່ຽວກັບຄວາມປອດພັຍ ແລະສິ່ງອຳນວຍຄວາມສະດວກ."

ບາງຄົນກໍມີຄວາມສົງສັຍ ກ່ຽວກັບຄວາມເປັນໄປໄດ້ ທາງການຄ້າ ຂອງອຸດສະຫະກັມ ແທັກຊີທາງອາກາດ.

Richard Aboulafia, ຈາກ Aero Dynamic Advisory, ກ່າວວ່າ ມັນເປັນ ຕລາດທີ່ມີການແຂ່ງຂັນສູງ ແລະມີທຸນຈໍາກັດ.

"ຂ້າພະເຈົ້າ ຢາກຢູ່ໃນໂລກບ່ອນທີ່ຂ້າພະເຈົ້າ ສາມາດຂັບຍົນເຮລິຄອບເຕີໄປທຸກບ່ອນ. ຂ້າພະເຈົ້າຄິດວ່າ ສັງຄົມສ່ວນຫລາຍຈະເວົ້າວ່າ: 'ແນ່ນອນ, ໃຫ້ເຈົ້າຢູ່ເທິງເສັ້ນທາງ ທີ່ມີຣົດຕິດນັ້ນ, ໃຫ້ຂ້າພະເຈົ້າໄປບ່ອນນັ້ນໄວໆ.' ຫນ້າເສັຍໃຈ ທີ່ເສດຖະກິດຂອງການບິນ ໃນທາງຕັ້ງ ຍັງເປັນຄືເກົ່າ ເປັນເວລາດົນນານ. ແລະໃນຂນະທີ່ Vertical ໄດ້ຜລິດເຄື່ອງຈັກທີ່ຫນ້າສົນໃຈ, ມີວຽກງານທີ່ຫນ້າປະທັບໃຈ ຫລາຍຢ່າງຢູ່ທີ່ນັ້ນ, ແຕ່ເສດຖະກິດກໍຍັງຄືເກົ່າ, ບາງທີອາດຮ້າຍກວ່າເກົ່າ-ເຮົາບໍ່ຮູ້- ຫລາຍກວ່າ ການຂັບຍົນເຮລິຄອບເຕີ. ສະນັ້ນ, ມັນຈຶ່ງເປັນຄວາມທ້າທາຍແບບດຽວກັນ ຈາກທັດສະນະຂອງທຸຣະກິດ."

Vertical Aerospace, ຊຶ່ງໄດ້ຮັບໃບສັ່ງຊື້ ປະມານ 1,500 ລໍາສໍາລັບຍົນValo ໃຫມ່ຂອງມັນ, ບໍ່ໄດ້ຖືກກີດກັນ ຈາກຄວາມທ້າທາຍ.

Clem Newton-Brown, CEO ຂອງ Skyportz ກ່າວວ່າ ປະເທດຈີນແລະຕາເວັນອອກກາງ ກໍາລັງດໍາເນີນໄປຢ່າງວ່ອງໄວ ໃນການຄວບຄຸມອາກາດ ສໍາລັບອຸດສະຫະກັມ ທີ່ກໍາລັງເຕີບໂຕນີ້.

ລາວເວົ້າວ່າ ເຖິງແມ່ນວ່າ ຍົນຈຳນວນຫລາຍ ຈະເຂົ້າບໍ່ເຖິງຕລາດ, ແຕ່ຜູ້ພັດທະນາລະດັບແນວຫນ້າ ຈະສ້າງຜົນກະທົບໃນບໍ່ຊ້ານີ້.

"ເບິ່ງຄືວ່າບໍ່ ມີຄວາມສົງສັຍໃນຕອນນີ້ ວ່າເຂົາເຈົ້າຈະມາແທນ ຍົນເຮລິຄອບເຕີ ແລະສາມາດສ້າງອຸດສະຫະກັມໃຫມ່ ກ່ຽວກັບການບິນປະເພດອື່ນ."

ລາຍງານໂດຍ    Edwina Guinan    ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service