ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ໂຣກພູມແພ້ (Allergy) ໃນອອສເຕຣເລັຍ.
ຈໍານວນຊາວອອສເຕຣເລັຍ ທີ່ໃຊ້ຊີວິດຢູ່ກັບໂຣກພູມແພ້ (Allergy) ໄດ້ເພີ່ມຂຶ້ນເປັນສອງເທົ່າ ໃນເກືອບ 20 ປີ, ອີງຕາມລາຍງານໃຫມ່ ຊຶ່ງກວດສອບຄ່າໃຊ້ຈ່າຍທາງດ້ານການເງິນ ແລະດ້ານສ່ວນຕົວຂອງໂຣກຊໍາເຮື້ອນີ້.
ຄວາມຕ້ອງການ ສໍາລັບການບໍຣິການນັ້ນ ບໍ່ເຄີຍມີມາກ່ອນ ແລະຜູ້ຊ່ຽວຊານໄດ້ເຕືອນວ່າ ໂຣກພູມແພ້ (Allergy) ນັ້ນ ບໍ່ພຽງແຕ່ຈະກະທົບຕໍ່ສຸຂະພາບເທົ່ານັ້ນ-ມັນຍັງສາມາດປ່ຽນຊີວິດຂອງຜູ້ເປັນໂຣກນີ້ໄດ້.
Bec Gillespie ໃຊ້ຊີວິດຢູ່ກັບຄວາມຢ້ານກົວຕລອດເວລາ.
ພະນັກງານສັງຄົມສົງເຄາະ ຈາກ ACT ທີ່ເປັນແມ່ຂອງລູກສາວຝາແຝດສອງຄົນ, Abigail ແລະ Eloise, ຊຶ່ງເກີດໃນປີ 2022.
ໃນປີ 2023, Abigail ໄດ້ປະສົບກັບປະຕິກິຣິຍາ (Anaphylaxis) ທີ່ຮ້າຍແຮງຕໍ່ໄຂ່, ໃນຂນະທີ່ກິນເຂົ້າຢູ່ຮ້ານທີ່ອາຫານ ໃນຕອນໄປທ່ຽວຕ່າງຣັດເທື່ອທໍາອິດ ຂອງຄອບຄົວ.
"ແລະນັບແຕ່ນັ້ນມາ, ມັນກໍສົ່ງຜົນກະທົບ ຕໍ່ທຸກສ່ວນຂອງຊີວິດປະຈໍາວັນຂອງເຮົາ, ການກິນອາຫານຜິດໜ້ອຍດຽວ, ຄວາມຜິດພາດເທື່ອຫນຶ່ງ, ແລະຊີວິດຂອງລູກຂອງທ່ານ ອາດຕົກຢູ່ໃນອັນຕະຣາຍ ພາຍໃນສອງສາມນາທີ. ສະນັ້ນ, ໃນຖານະທີ່ເປັນພໍ່ແມ່, ທ່ານຈະມີຄວາມຢ້ານກົວນັ້ນ ຢູ່ທຸກບ່ອນທີ່ທ່ານໄປ."
Eloise ນ້ອງສາວຂອງນາງ ກໍມີປະຕິກິຣິຍາເລັກນ້ອຍ ຕໍ່ອາຫານຄືກັນ, ແລະການຄົ້ນຄວ້າ ໄດ້ສະແດງໃຫ້ເຫັນວ່າ Abigail-ຜູ້ມີປະຕິກິຣິຍາ Anaphylaxis ເປັນເທື່ອທີສອງ ບໍ່ເທົ່າໃດເດືອນ ຫລັງຈາກເທື່ອທໍາອິດ- ອາດມີອາການແພ້ຕໍ່ຫອຍ ແລະຫມາກຖົ່ວຫິມະພານ (Cashews).
Bec ເວົ້າວ່າ ການຈັດການກັບໂຣກພູມແພ້ ຂອງລູກສາວຂອງນາງ ສົ່ງຜົນເສັຍທາງຈິດໃຈ ແລະໃນທາງປະຕິບັດຢ່າງຫລາຍ.
"ມັນຫຍຸ້ງຍາກຫລາຍ. ຂ້ອຍຫມາຍຄວາມວ່າ, ມັນມີຜົນກະທົບ ຕໍ່ຊີວິດປະຈໍາວັນຂອງທ່ານ. ທ່ານຕ້ອງອ່ານລາຍລະອຽດທຸກຢ່າງ, ທ່ານຕ້ອງຖາມຄໍາຖາມທັງຫມົດ, ທ່ານຕ້ອງຈື່ທີ່ຈະເອົາ Adrenaline ໄປນຳທຸກບ່ອນທີ່ທ່ານໄປ, ແມ່ນແຕ່ສິ່ງງ່າຍໆ ເຊັ່ນການອອກໄປກິນເຂົ້າແລງ, ງານລ້ຽງວັນເກີດ, ການເດີນທາງ ຕ້ອງໃຊ້ການວາງແຜນຢ່າງລະມັດລະວັງ ແລະຮອບຄອບ. ຂ້ອຍຍັງກັງວົນຫລາຍ ທີ່ຈະໃຫ້ເຂົາເຈົ້າໄປບ່ອນດູແລເດັກ ແລະແມ່ນແຕ່ ປະໃຫ້ເຂົາເຈົ້າຢູ່ກັບຄອບຄົວ, ເພາະເຮົາຕ້ອງອາສັຍຄົນອື່ນ ທີ່ຮູ້ເລື້ອງນີ້ ແລະຕຽມພ້ອມຄືກັນ."
ຈໍານວນຊາວອອສເຕຣເລັຍ ທີ່ໃຊ້ຊີວິດຢູ່ກັບໂຣກພູມແພ້ (Allergy) ໄດ້ເພີ່ມຂຶ້ນເປັນສອງເທົ່າ ໃນເກືອບ 20 ປີ
ການຄົ້ນຄວ້າໃຫມ່ ໂດຍ Deloitte Access Economics ພົບວ່າ ເກືອບຫນຶ່ງໃນສາມຄົນ ຂອງອອສເຕຣເລັຍ ໃຊ້ຊີວິດຢູ່ກັບໂຣກພູມແພ້ (Allergy).
ຕົວເລກນັ້ນ ໄດ້ເພີ່ມຂຶ້ນເປັນສອງເທົ່າ ໃນໄລຍະ 18 ປີທີ່ຜ່ານມາ-ຈາກ4.1 ລ້ານຄົນ ໃນປີ 2007 ເປັນ 8.2 ລ້ານຄົນ.
ສາດສະດາຈານ Kirsten Perrett ເປັນຜູ້ອໍານວຍການຂອງ National Allergy Centre of Excellence ແລະທີ່ the Murdoch Children’s Research Institute.
ນາງເວົ້າວ່າ ສາເຫດຂອງການເພີ່ມຂຶ້ນຢ່າງຫລວງຫລາຍ ແມ່ນມາຈາກຫລາຍສາເຫດ.
"ເຮົາຮູ້ວ່າ ພັນທຸກັມ ແລະອົງປະກອບທາງພັນທຸກັມ ຂອງເຮົາ ເປັນປັດຈັຍຫນຶ່ງ. ແຕ່ມັນແມ່ນສະພາບແວດລ້ອມ ທີ່ປ່ຽນແປງຢ່າງຫລວງຫລາຍ. ສະນັ້ນ, ເຮົາມີການປ່ຽນແປງ ຂອງເກສອນດອກໄມ້(Pollen), ເຮົາມີການປ່ຽນແປງ ຂອງມົນລະພິດ. ພວກເຮົາມີສານລະຄາຍເຄືອງ (Irritants) ແລະສານເຄມີຫລາຍຢ່າງໃນຊຸມຊົນ, ໃນສະພາບແວດລ້ອມ. ແຕ່ຂ້າພະເຈົ້າຄິດວ່າ ສິ່ງທີ່ເຮົາເຫັນຄື ວິຖີຊີວິດໃນສມັຍໃຫມ່. ສະນັ້ນ, ການອະນາໄມ, ການໃຊ້ຢາປະຕິຊີວະນະ (Antibiotics), ແລະເຮົາກໍາລັງປ່ຽນວິຖີຊີວິດ ໃນໂລກສມັຍໃຫມ່, ແລະນັ້ນຄືຜົນ ທີ່ເຮົາເຫັນ ຄືການເພີ່ມຂຶ້ນຢ່າງໄວ ຂອງໂຣກພູມແພ້ (Allergy) ໃນໄລຍະ 30ເຖິງ 40 ປີທີ່ຜ່ານມາ."
ກາານຄົ້ນຄວ້າໃຫມ່ ໃນປະມານ 17,000 ຄອບຄົວໂດຍ the National Allergy Centre of Excellence ພົບວ່າ ACT ມີອັດຕາການມີໂຣກພູມແພ້ສູງທີ່ສຸດ ໃນອອສເຕຣເລັຍ.
Hay fever ມີຜົນກະທົບ ຕໍ່ຊາວອອສເຕຣເລັຍ ປະມານ 24 ເປີເຊັນ, ການແພ້ອາຫານ ປະມານ 7 ເປີເຊັນ ແລະແພ້ຢາປະມານ 5 ເປີເຊັນ.
ເຮົາຮູ້ວ່າ ພັນທຸກັມ ແລະອົງປະກອບທາງພັນທຸກັມ ຂອງເຮົາ ເປັນປັດຈັຍຫນຶ່ງ. ແຕ່ມັນແມ່ນສະພາບແວດລ້ອມ ທີ່ປ່ຽນແປງຢ່າງຫລວງຫລາຍ.ສາດສະດາຈານ Kirsten Perrett
"ອອສເຕຣເລັຍ ເປັນທີ່ຮູ້ຈັກກັນວ່າ ເປັນເມືອງຫລວງຂອງໂຣກພູມແພ້ (Allergy) ຂອງໂລກ, ແລະນັ້ນບໍ່ ແມ່ນຕໍາແຫນ່ງ ທີ່ປະເທດໃດຢາກມີ, ແຕ່ນັ້ນ ແມ່ນອີງຕາມອັດຕາການແພ້ອາຫານ, ບ່ອນທີ່ເຮົາມີອັດຕາສູງທີ່ສຸດ ຂອງການແພ້ອາຫານ ໃນວັຍເດັກທົ່ວໂລກ, ແລະອັດຕານັ້ນ ແມ່ນປະມານ 10 ເປີເຊັນ ຂອງເດັກນ້ອຍ ທີ່ມີອາການແພ້ອາຫານ ໃນອອສເຕຣເລັຍ.
ລາຍງານໃຫມ່ ຂອງ Deloitte ຍັງໃຫ້ຕົວເລກ ກ່ຽວກັບຄ່າຈ່າຍ ຂອງຄົນທີ່ເປັນໂຣກພູມແພ້ (Allergy) ແລະຄອບຄົວຂອງເຂົາເຈົ້າ, ພົບວ່າ ປ້າຍລາຄາ ຂອງການຈັດການກັບໂຣກນີ້ ແມ່ນຢ່າງຫນ້ອຍ 2,400 ໂດລາຕໍ່ຄົນ ແລະ 18.9 ພັນລ້ານໂດລາ ທົ່ວປະເທດ.
ສິ່ງນີ້ ຮວມທັງຄ່າດູແລສຸຂະພາບ ແລະການສູນເສັຍດ້ານຜົນຜລິດ (Productivity).
ແຕ່ຕົວຢ່າງຈຳລອງ ຍັງພົບວ່າ ຄ່າຈ່າຍທີ່ບໍ່ແມ່ນທາງການເງິນ-ທີ່ວັດແທກຄວາມເຈັບປວດ ແລະຄວາມທຸກທໍຣະມານ, ສວັດດີພາບ ແລະຄຸນນະພາບຂອງຊີວິດ-ແມ່ນສູງກວ່າ ຊຶ່ງປະມານ 44 ພັນລ້ານໂດລາ.
Maria Said ຜູ້ອໍານວຍການ National Allergy Council ແລະ CEO ຂອງ Allergy & Anaphylaxis Australia ກ່າວວ່າ ການຄົ້ນພົບຂອງລາຍງານນັ້ນ ບໍ່ເປັນເລື່ອງແປກໃຈເລີຍ ເນື່ອງຈາກຄວາມຕ້ອງການທີ່ບໍ່ເຄີຍມີ ມາກ່ອນ ສໍາລັບການບໍຣິການ ເລື່ອງໂຣກພູມແພ້ (Allergy).
"ຄວາມຕ້ອງການ ສໍາລັບການບໍຣິການຂອງເຮົາ, ຄວາມຕ້ອງການ ຂໍ້ມູນເພີ່ມເຕີມ, ຄວາມທ້າທາຍທີ່ຜູ້ຄົນມີ-ມັນເປັນການເພີ່ມຂຶ້ນ ໃນການເຂົ້າໂຮງຫມໍ, ການເພີ່ມຂຶ້ນ ໃນປະຕິກິຣິຍາ, ການເພີ່ມຂຶ້ນ ຂອງຜູ້ຄົນ ທີ່ພະຍາຍາມຈັດການ ກັບຮູດັງອັກເສບ, ການແພ້ແມງໄມ້ ແລະອື່ນໆ. ຈໍານວນຜູ້ຄົນ ທີ່ຊອກຫາ ແລະການຮຽກຮ້ອງ ໃຫ້ມີການດູແລທີ່ດີຂຶ້ນ ແລະການເຂົ້າເຖິງການດູແລ ແມ່ນເປັນຈິງ."
ສໍາລັບ Bec Gillespie, ການຄົ້ນຄວ້າຫາລະບົບ ການດູແລສຸຂະພາບ ແລະການຊອກຫາ ຄວາມຊ່ອຍເຫລືອ ເປັນເລື່ອງຫຍຸ້ງຍາກ.
ນາງເວົ້າວ່າ ນາງຜິດຫວັງກັບການຂາດຄຳແນະນໍາ ໃນຕອນຕົ້ນ ຈາກໂຮງຫມໍ, GPs ແລະທ່ານຫມໍເດັກນ້ອຍ (Paediatricians).
"ອາການແພ້ ບໍ່ໄດ້ຖືກເອົາຈິງຈັງ ເທົ່າທີ່ຂ້ອຍຫວັງໄວ້ຕັ້ງແຕ່ຕອນຕົ້ນ ແລະພວກເຮົາ ພຽງແຕ່ເຮັດໃນປີນີ້ເທົ່ານັ້ນ ເມື່ອເຂົາເຈົ້າມີອາຍຸສາມປີ ໃນຄວາມທ້າທາຍ ກ່ຽວກັບການແພ້ ແລະໄປຫາຜູ້ຊ່ຽວຊານ ດ້ານພູມແພ້ ແລະອື່ນໆ. ແຕ່ມີຜູ້ຊ່ຽວຊານຈໍານວນຫນ້ອຍ ໃນ Canberra. ສະນັ້ນ, ລາຍຊື່ຂອງການລໍຖ້າຈຶ່ງຍາວ. ແລະແມ່ນແລ້ວ, ມັນກໍມີຄ່າໃຊ້ຈ່າຍແພງຄືກັນ."
ຜູ້ສນັບສນູນກ່າວວ່າ ລາຍງານຫຼ້າສຸດນີ້ ພິສູດເຖິງຄວາມຈໍາເປັນ ຂອງການລົງທຶນຫຼາຍຂຶ້ນ ໃນການຄົ້ນຄວ້າ ແລະບໍຣິການຕ່າງໆ ເພື່ອປິ່ນປົວ ແລະປ້ອງກັນອັດຕາການເພີ່ມຂຶ້ນ ຂອງໂຣກພູມແພ້ (Allergy) ໃນອອສເຕຣເລັຍ.
ຈໍານວນຊາວອອສເຕຣເລັຍ ທີ່ໃຊ້ຊີວິດຢູ່ກັບໂຣກພູມແພ້ (Allergy) ໄດ້ເພີ່ມຂຶ້ນເປັນສອງເທົ່າ ໃນເກືອບ 20 ປີthe National Allergy Centre of Excellence
"ໂຣກພູມແພ້ (Allergy) ບໍ່ໄດ້ຮັບການເອົາໃຈໃສ່ເທົ່າທີ່ຄວນ. ແລະລາຍງານນີ້ ສະແດງໃຫ້ເຫັນວ່າ ໂຣກພູມແພ້ ເປັນບັນຫາທີ່ສໍາຄັນຫລາຍ ສໍາລັບຊາວອອສເຕຣເລັຍ, ຊຶ່ງມີຜົນກະທົບ ຕໍ່ຫນຶ່ງໃນສາມຄົນ ຂອງອອສເຕຣເລັຍ, ຊຶ່ງແມ່ນເກືອບທຸກຄອບຄົວ. ແລະຂ້າພະເຈົ້າຄິດວ່າ ລາຍງານນີ້ສະແດງໃຫ້ເຫັນວ່າ ຈໍາເປັນຕ້ອງເອົາໃຈໃສ່ ຫລາຍກວ່າເກົ່າ, ແລະແນ່ນອນວ່າ ການລົງທຶນຢ່າງຕໍ່ເນື່ອງໃນ the National Allergy Council ແລະ the National Allergy Centre of Excellence ເພື່ອຊ່ວຍປ້ອງກັນໂຣກພູມແພ້, ຊ່ວຍພັດທະນາຄວາມປອດພັຍ ຂອງຄົນທີ່ມີໂຣກພູມແພ້, ເພື່ອເລັ່ງການຄົ້ນຄວ້າ ແລະໃຫ້ການດູແລທີ່ດີກວ່າ. ນັ້ນຄືສິ່ງທີ່ເຮົາຕ້ອງການແທ້ໆ."
ເນື້ອເລື່ອງໂດຍ Edwina Guinan ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao