ຢາໃຫມ່ ສຳລັບໂຣກຄວາມຈໍາເສື່ອມ (Alzheimer).

Alzheimer's Drug

ຮູບຈຳລອງຂອງຈຸລັງ ທີ່ໄດ້ຮັບຜົນກະທົບຈາກໂຣກຄວາມຈຳເສື່ອມ. Credit: AP

ອົງການຄວບຄຸມ ຢາຮັກສາໂຣກ (Therapeutic Drug Administration) ຂອງອອສເຕຣເລັຍ ໄດ້ອະນຸມັດຢາໃຫມ່ Donanemab ທີ່ສາມາດໃຫ້ຄວາມຫວັງ ແກ່ຄົນທີ່ເປັນໂຣກຄວາມຈໍາເສື່ອມ (Alzheimer). ປະຈຸບັນນີ້ ມັນບໍ່ໄດ້ຖືກບັນຈຸ ຢູ່ໃນໂຄງການຜົນປໂຍດທາງຢາ(Pharmaceutical Benefits Scheme), ແລະມີຄ່າໃຊ້ຈ່າຍ ປະມານ 4,700ໂດລາຕໍ່ເດືອນ, ໂດຍການປິ່ນປົວ ໃຊ້ເວລາ 12 ເຖິງ 18 ເດືອນ.


ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:

ຢາໃຫມ່ ສຳລັບໂຣກຄວາມຈໍາເສື່ອມ (Alzheimer).

ໜ່ວຍງານສາທາຣະນະສຸກ ອອສເຕຣເລັຍ ໄດ້ອະນຸມັດຢາໃຫມ່ ທີ່ສາມາດ ຊ່ອຍເຮັດໃຫ້ຄວາມລຸກລາມ ຂອງຄວາມຈໍາເສື່ອມ (Alzheimer's) ນັ້ນຊ້າລົງ.

ລາຍງານໂດຍ Asha Abdi ແລະ Tee Mitchell.

ອົງການຄວບຄຸມ ຢາຮັກສາໂຣກ (Therapeutic Drug Administration) ຂອງອອສເຕຣເລັຍ ໄດ້ອະນຸມັດຢາໃຫມ່ ທີ່ສາມາດໃຫ້ຄວາມຫວັງ ແກ່ຄົນທີ່ເປັນໂຣກຄວາມຈໍາເສື່ອມ (Alzheimer).

ໂຣກຄວາມຈໍາເສື່ອມ (Alzheimer) ເປັນໂຣກ ທີ່ພົບເຫັນຫລາຍທີ່ສຸດ ແລະສົ່ງຜົນກະທົບ ຕໍ່ຊາວອອສເຕຣເລັຍ ປະມານ 600,000 ຄົນ.

ນັກຄົ້ນຄວ້າກ່າວວ່າ ຢາໃຫມ່ ເປັນກ້າວສໍາຄັນ ໃນເສັ້ນທາງ ທີ່ນໍາໄປສູ່ການປິ່ນປົວທີ່ດີກວ່າ.

"ຂ້າພະເຈົ້າຄິດວ່າ ສິ່ງທີ່ເຮົາກໍາລັງເຫັນ ກັບໂຣກຄວາມຈໍາເສື່ອມ ດັ່ງທີ່ເຮົາໄດ້ເຫັນ ໃນການຄົ້ນຄວ້າ ເລື່ອງໂຣກມະເຮັງ ເມື່ອ 50 ປີກ່ອນ; ບໍ່ແມ່ນວ່າ ເຮົາບໍ່ມີຢາສໍາລັບອາການພຽງຢ່າງດຽວເທົ່ານັ້ນ, ເຮົາມີຢາ ທີ່ແນໃສ່ຂັ້ນຕອນ ຂອງໂຣກ Alzheimer."
ເຖິງຢ່າງໃດກໍຕາມ, ຢານີ້ ມີປະສິດທິພາບ ພຽງແຕ່ສໍາລັບຄົນທີ່ເປັນໂຣກ Alzheimer ເລັກນ້ອຍເທົ່ານັ້ນ. ນັ້ນຮວມເຖິງ ຄວາມບົກພ່ອງທາງສະຕິປັນຍາ ທີ່ບໍ່ແຮງ ແລະຄວາມຈໍາເສື່ອມ ໃນຕອນຕົ້ນ ເນື່ອງຈາກໂຣກ Alzheimer.
ຮອງສາດສະດາຈານ Michael Woodward
ຮອງສາດສະດາຈານ Michael Woodward ຜູ້ອໍານວຍການ ຝ່າຍຄົ້ນຄວ້າ ເລື່ອງການດູແລຜູ້ສູງອາຍຸ ແລະຄະລີນິກຄວາມຈໍາ (Aged Care Research and Memory Clinic) ທີ່ Austin Health.

ລາວເວົ້າວ່າ ຢາ Donanemab ທໍາງານ ເພື່ອກໍາຈັດ ການສະສົມ ຂອງໂປຣຕີນ ທີ່ເອີ້ນວ່າ Amyloid Plaque, ຊຶ່ງກ່ຽວຂ້ອງ ກັບການສູນເສັຍຄວາມຈໍາ ແລະຄວາມບົກພ່ອງຂອງການຄິດ.

ເຖິງແມ່ນວ່າ ສິ່ງນີ້ສາມາດເຮັດໃຫ້ການລຸກລາມ ຂອງໂຣກຄວາມຈໍາເສື່ອມນັ້ນຊ້າລົງ, ແຕ່ຮອງສາດສະດາຈານ Michael Woodward ກ່າວວ່າ ຢານັ້ນ ບໍ່ໄດ້ເປັນຢາທີ່ປິ່ນປົວໄດ້ທຸກຢ່າງ.

"ເຖິງຢ່າງໃດກໍຕາມ, ຢານີ້ ມີປະສິດທິພາບ ພຽງແຕ່ສໍາລັບຄົນທີ່ເປັນໂຣກ Alzheimer ເລັກນ້ອຍເທົ່ານັ້ນ. ນັ້ນຮວມເຖິງ ຄວາມບົກພ່ອງທາງສະຕິປັນຍາ ທີ່ບໍ່ແຮງ ແລະຄວາມຈໍາເສື່ອມ ໃນຕອນຕົ້ນ ເນື່ອງຈາກໂຣກ Alzheimer. ມັນບໍ່ເຫມາະສົມ ສໍາລັບຜູ້ທີ່ໄດ້ຮັບຜົນກະທົບ ຈາກໂຣກ Alzheimer ຢ່າງຫຼາຍ, ຜູ້ທີ່ຕ້ອງການ ການດູແລປະຈໍາວັນ, ຜູ້ທີ່ບໍ່ສາມາດອາບນ້ຳ, ໃສ່ເຄື່ອງນຸ່ງດ້ວຍຕົນເອງໄດ້. ດ້ວຍຄວາມຮຸນແຮງ ໃນລະດັບນັ້ນ, ຫນ້າເສັຍໃຈ ທີ່ຢານີ້ ຈະບໍ່ມີປະສິດທິພາບ. ມັນມີປະສິດທິພາບ ພຽງແຕ່ໃນຄົນ ທີ່ມີອາການໃນຕອນຕົ້ນ ເຊັ່ນການສູນເສັຍຄວາມຈໍາຢ່າງຫລວງຫລາຍ ແລະບາງທີ ອາດສູນເສັຍຄວາມສາມາດ ໃນການດູແລຕົນເອງ ແຕ່ລະມື້ ຫນ້ອຍຫນຶ່ງ."

Joel Fulton ອາຍຸ 67 ປີ ຖືກພົບວ່າ ເປັນໂຣກຈໍາເສື່ອມ (Alzheimer) ເມື່ອສາມປີກ່ອນ.

Diane ເມັຍຂອງລາວເວົ້າວ່າ ຢານັ້ນໃຫ້ຄວາມຫວັງ.

"ຖ້າຫາກຢານີ້ ສາມາດເຮັດຕາມທີ່ມັນເວົ້າ ແລະໃຫ້ເວລາ ທີ່ມີຄຸນນະພາບແກ່ເຮົາ, ນັ້ນຈະເປັນທຸກຢ່າງ. ມັນຈະເປັນແນວນັ້ນແທ້ໆ."

Frank Freschi ອາຍຸ 77 ປີ ກໍາລັງໄດ້ຮັບການປິ່ນປົວ ດ້ວຍຢາທີ່ຄ້າຍຄືກັນນີ້ ທີ່ມີເປົ້າຫມາຍໃສ່ Amyloid Plaque.

ລາວເປັນສ່ວນຫນຶ່ງ ຂອງການທົດລອງທາງຄະລີນິກ ທີ່ເລີ່ມຂຶ້ນເມື່ອສາມປີກ່ອນ.

"ຄວາມຄຶດຂອງຂ້ອຍແມ່ນວ່າ ຖ້າຫາກຂ້ອຍສາມາດຊ່ອຍເຫລືອໄດ້ ແລະບາງທີ ຂ້ອຍຈະໄດ້ຮັບຜົນປໂຍດບາງຢ່າງ ບາງທີໃນຕອນທ້າຍ, ເຖິງແມ່ນວ່າ ມັນເປັນພຽງຫນຶ່ງປີ ທີ່ຈະຊັກຊ້າຄວາມເສື່ອມໂຊມນັ້ນ, ນັ້ນກໍກຸ້ມຄ່າທີ່ຈະເຮັດ."

Donanemab ອາດມີຜົນກະທົບຂ້າງຄຽງ ທີ່ສໍາຄັນບາງຢ່າງ ລວມທັງ ສມອງບວມພອງ ແລະເລືອດຕົກ.

ຜູ້ຊ່ຽວຊານກ່າວວ່າ ອາການຂອງຜົນຂ້າງຄຽງ ບໍ່ຄ່ອຍເກີດຂຶ້ນປານໃດ.

ສາດສະດາຈານ Christopher Rowe ເປັນຜູ້ອໍານວຍການ ຂອງເຄືອຂ່າຍຄວາມຈໍາເສື່ອມ ອອສເຕຣເລັຍ (the Australian Dementia Network).

"ມັນເກີດຂຶ້ນ ປະມານສອງເປີເຊັນ ຂອງຄົນໄຂ້ທີ່ໄດ້ຮັບຢານີ້, ແຕ່ນັ້ນເປັນເພາະ ມັນໄດ້ຮັບການສັງເກດເບິ່ງຢ່າງໃກ້ຊິດ, ດ້ວຍ MRI scan-ທ່ານຕ້ອງມີປະມານຫ້າ-ຫົກເດືອນທໍາອິດ-ແລະຖ້າຫາກ ທ່ານເຫັນສັນຍານທໍາອິດ ຂອງການພອງໃນສມອງ ຫລືເລືອດໄຫລຫນ້ອຍຫນຶ່ງ ໃນສມອງ, ທ່ານຕ້ອງຢຸດໃຊ້ຢາ ຊົ່ວໄລຍະຫນຶ່ງ."

Donanemab ກໍບໍ່ມີລາຄາບໍ່ຖືກເຊັ່ນກັນ.

ປະຈຸບັນນີ້ ມັນບໍ່ໄດ້ຖືກບັນຈຸ ຢູ່ໃນໂຄງການຜົນປໂຍດທາງຢາ(Pharmaceutical Benefits Scheme), ແລະມີຄ່າໃຊ້ຈ່າຍ ປະມານ 4,700ໂດລາຕໍ່ເດືອນ, ໂດຍການປິ່ນປົວ ໃຊ້ເວລາ 12 ເຖິງ 18 ເດືອນ.

ມີຄວາມເປັນໄປໄດ້ ທີ່ອາດຈະປ່ຽນແປງ ຫລັງຈາກຂັ້ນຕອນການທົບທວນ ໃນເດືອນກໍລະກົດ ,ແຕ່ Professor Rowe ກ່າວວ່າ ການຮວມເອົາຢາ ໃສ່ໃນໂຄງການ ຜົນປໂຍດທາງຢາ (Pharmaceutical Benefits Scheme ) ອາດນໍາໄປສູ່ ຄວາມຕ້ອງການທີ່ເພີ່ມຂຶ້ນ ຢ່າງຫລວງຫລາຍ.
Donanemab ມີຄ່າໃຊ້ຈ່າຍ ປະມານ 4,700ໂດລາຕໍ່ເດືອນ, ໂດຍການປິ່ນປົວ ໃຊ້ເວລາ 12 ເຖິງ 18 ເດືອນ.
"ນີ້ຈະເປັນເລື່ອງທີ່ຫນ້າຕົກໃຈຫນ້ອຍຫນຶ່ງ ສໍາລັບລະບົບສາທາຣະນະສຸກ. ມີການລໍຖ້າ ທີ່ດົນນານ ໃນການຈະໄປຫາຜູ້ຊ່ຽວຊານເລື່ອງຄວາມຈໍາ, ແລະພວກເຮົາຄາດວ່າ ສິ່ງນີ້ ຈະນໍາໄປສູ່ການເພີ່ມຂຶ້ນ ສໍາລັບການບໍຣິການ ທີ່ບໍ່ພໍຕໍ່ຄວາມຕ້ອງການເຫລົ່ານັ້ນ."

ແຕ່ສໍາລັບຜູ້ທີ່ສາມາດເຂົ້າເຖິງຢາ ແລະຄົນອື່ນໆທີ່ຄ້າຍຄືກັນ, ມັນອາດຫມາຍຄວາມວ່າ ຈະມີເວລາທີ່ມີຄຸນນະພາບ ກັບຄົນທີ່ເຂົາເຈົ້າຮັກ ຫຼາຍຂຶ້ນ.

ເນື້ອເລື່ອງໂດຍ Asha Abdi ແລະ Tee Mitchell ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service