ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌:
ການຊຸມນຸມຕໍ່ຕ້ານການຍ້າຍຖິ່ນຖານ.
ຄື້ນຂອງການຊຸມນຸມ ຕໍ່ຕ້ານການຍ້າຍຖິ່ນຖານ (Anti-immigration) ທົ່ວປະເທດ ໄດ້ແພ່ໄປທົ່ວເມືອງຫລວງ ຂອງອອສເຕຣເລັຍ, ໂດຍມີຫລາຍພັນຄົນ ໄດ້ເຂົ້າຮ່ວມການເດີນຂະບວນ ແລະປະທະກັບຕໍາຫລວດ ແລະຜູ້ປະທ້ວງການຕໍ່ຕ້ານທົ່ວປະເທດ.
ຜູ້ຈັດງານກ່າວວ່າ ເຫດການນັ້ນໄດ້ຮຽກຮ້ອງ ໃຫ້ຍຸດຕິສິ່ງທີ່ເຂົາເຈົ້າກ່າວວ່າເປັນ "ການຍ້າຍຖິ່ນຖານຢ່າງໃຫຍ່ຫລວງ (Mass migration)" ເຂົ້າສູ່ອອສເຕຣເລັຍ, ໃນຂນະທີ່ກຸ່ມ neo-Nazi ໄດ້ແຊກຊຶມເຂົ້າໄປໃນເຫດການຫລາຍຄັ້ງ ເພື່ອກໍ່ໃຫ້ເກີດຄວາມວຸ້ນວາຍ.
Sam Dover ລາຍງານ.
ມີການປະທະກັນ ລະຫວ່າງຜູ້ເຂົ້າຮ່ວມການຊຸມນຸມ ຕໍ່ຕ້ານການຍ້າຍຖິ່ນຖານ, ຜູ້ຕໍ່ຕ້ານການປະທ້ວງ ແລະຕໍາຫລວດຢູ່ຕາມຖນົນ ໃນເມືອງ Melbourne.
ມື້ແຫ່ງການປະທ້ວງທົ່ວປະເທດ, ຊຶ່ງຜູ້ຈັດງານເອີ້ນວ່າ the March for Australia, ໄດ້ຂຍາຍໄປທົ່ວປະເທດ ໃນວັນອາທິດ (31 ສິງຫາ) ໂດຍມີຜູ້ເຂົ້າຮ່ວມຫລາຍພັນຄົນ ທີ່ຊຸມນຸມກັນຢູ່ໃນເມືອງຫລວງ ແລະສູນກາງພູມີພາກ, ຖືທຸງຂອງອອສເຕຣເລັຍ ແລະຮຽກຮ້ອງ ໃຫ້ຍຸດຕິສິ່ງທີ່ເຂົາເຈົ້າເອີ້ນວ່າ "ການຍ້າຍຖິ່ນຖານຢ່າງໃຫຍ່ຫລວງ (Mass migration)" ເຂົ້າສູ່ອອສເຕຣເລັຍ.
ແລະຈາກຜູ້ກ່າວປາສັຍໃຫມ່ບາງຄົນເຊັ່ນ Thomas Sewell, ມີການຮຽກຮ້ອງ ໃຫ້ປົກປ້ອງສິ່ງທີ່ເອີ້ນວ່າ ເຊື້ອຊາດຜິວຂາວ (White Race) ໃນອອສເຕຣເລັຍ, ລາວເຈາະຈົງ ໃສ່ຊຸມຊົນອິນເດັຍ ແລະຊາວຈີນ-ອອສເຕຣເລັຍໂດຍສະເພາະ.
ເມື່ອການກົດຂີ່ ກາຍເປັນກົດຫມາຍ, ແລ້ວການຕໍ່ຕ້ານ ກໍກາຍເປັນຫນ້າທີ່!Bob Katter ສະມາຊິກສະພາຜູ້ແທນ
"ອອສເຕຣເລັຍ ຖືກອ້ອມຮອບໂດຍອານາຈັກອັນໃຫຍ່ ຂອງໂລກທີສາມ ແລະຖ້າຫາກເຮົາປ່ອຍໃຫ້ຕົວເອງຖືກທົດແທນ ແລະພັດຖິ່ນໃນແຜ່ນດິນນີ້, ຫາກເຮົາບໍ່ຮັກສາຈໍານວນພົນລະເມືອງຂອງເຮົາ, ຖ້າຫາກເຮົາບໍ່ຢຸດການຍ້າຍຖິ່ນຖານ, ແລ້ວຈະເປັນການສິ້ນສຸດຂອງເຮົາແນ່ນອນ."
Mr Sewell ໄດ້ກ່າວປາສັຍ ຕໍ່ຝູງຊົນຢູ່ນອກຣັຖສະພາຂອງ Victoria, ສົ່ງເສີມທິດສະດີ ການທົດແທນທີ່ຍິ່ງໃຫຍ່ (the Great Replacement) ທີ່ຖືກນຳເຂົ້າຈາກກຸ່ມ White Supremacist ໃນສະຫະຣັດອາເມຣິກາ.
ລາວຖືກຈັບກຸມຫລາຍເທື່ອ ແລະຖືກຕັດສິນວ່າ ມີຄວາມຜິດຖານທໍາຮ້າຍນັກເດີນປ່າ ໃນສວນສາທາຣະນະ Cathedral Ranges ຣັດ Victoriaໃນປີ 2023.
ລາວເບິ່ງຄືວ່າ ຍິນດີກັບຄວາມສົນໃຈ ຂອງການຊຸມນຸມຢູ່ Melbourne, ໂດຍກ່າວວ່າ ລາວເຫັນວ່າ ມັນເປັນໂອກາດ ສໍາລັບການເຄື່ອນໄຫວ ທີ່ຈະເຕີບໂຕ.
"ເມື່ອທ່ານຕໍ່ສູ້ ກັບຜູ້ຄົນທີ່ກຽດຊັງປະເທດນີ້ ບາງເທື່ອທ່ານຕ້ອງຮຽນຮູ້ ທີ່ຈະຫາມິດ."
ຜູ້ປະທ້ວງຝ່າຍຂວາຈັດ ກໍຍົກຂບວນໄປໂຈມຕີ ຄ້າຍປະທ້ວງຂອງ First Nations, ທີ່ຮູ້ຈັກກັນໃນຊື່ Camp Sovereignty, ຊຶ່ງໄດ້ເຮັດໃຫ້ ມີສີ່ຄົນໄດ້ຮັບບາດເຈັບ ໃນສິ່ງທີ່ຣັຖມົນຕີຕໍາຫລວດ Victoria ເອີ້ນວ່າ ການກະທໍາທີ່ "ຫນ້າອັບອາຍ".
ລູງ Crow ຜູ້ອາວຸໂສຊາວພື້ນເມືອງທ້ອງຖິ່ນ ກ່າວວ່າ ມີພຽງແຕ່ຜູ້ຍິງເທົ່ານັ້ນ ຢູ່ໃນຄ້າຍ ໃນລະຫວ່າງການໂຈມຕີ ແລະກຸ່ມ neo-Nazis ໄດ້ເຮັດໃຫ້ຫລາຍຄົນ ຕ້ອງໄປໂຮງຫມໍ.
"ນາງໄດ້ບອກເຂົາເຈົ້າວ່າ 'ມັນເປັນດິນແດນຂອງຊາວ Aboriginal, ໃຫ້ອອກໄປຈາກບ່ອນນີ້!' ນາງໄດ້ຢືນຂຶ້ນ ແລະເຂົາເຈົ້າໄດ້ເຕະນາງ ແລະຕີເຂົ່າໃສ່ນາງ...for Christ's sake. ແລະຕາມປົກກະຕິແລ້ວ ນາງຈະມີລູກນ້ອຍຢູ່ນໍາ. ເຂົາເຈົ້າຕົກໃຈຫຼາຍ. ສອງສາມຄົນໄດ້ຖືກທຸບຕີ, ແລະໄດ້ຮັບບາດເຈັບ. ເຂົາເຈົ້າໄດ້ຖອຍອອກໄປ ເມື່ອເຂົາເຈົ້າຮູ້ວ່າ ບໍ່ມີຜູ້ຊາຍຢູ່ທີ່ນີ້ ແລະເຂົາເຈົ້າເບິ່ງຄືວ່າໂງ່ຈ້າ ເພາະເຂົາເຈົ້າເປັນຄົນໜ້າສົມເພດຫຼາຍ."
ຜູ້ເດີນຂະບວນຫົກຄົນ ຖືກຈັບກຸມ ຈາກການເດີນຂະບວນ ໃນMelbourne ແລະມີລານງານວ່າ ຕໍາຫລວດສອງຄົນ ກໍໄດ້ຮັບບາດເຈັບ ຫລັງຈາກຖືກຕີດ້ວຍຂວດ.
ເຖິງຢ່າງໃດກໍຕາມ, ຜູ້ປະທ້ວງປະມານ 5000 ຄົນໃນ Melbourne ບອກກັບ SBS ວ່າເຂົາເຈົ້າ ບໍ່ເຫັນພ້ອມ ກັບຄວາມຄິດເຫັນ ແລະພຶດຕິກັມທີ່ຮຸນແຮງ ຂອງກຸ່ມ neo-Nazi.
"ຫນ້າເສັຍໃຈ ທີ່ມີພວກທີ່ຈະເຮັດຮຸນແຮງເກີນໄປ, ພວກເຮົາສ່ວນຫລາຍ ບໍ່ຢືນຄຽງຂ້າງພວກເຂົາ."
"ຂ້ອຍບໍ່ໄດ້ຕໍ່ຕ້ານການຍ້າຍຖິ່ນຖານ. ພຽງແຕ່ພວກເຮົາ ປ່ອຍໃຫ້ຄົນເຂົ້າມາຫຼາຍໂພດ ໃນເວລາດຽວ ແລະຜູ້ຄົນໃນອອສເຕຣເລັຍ ກໍກຳລັງດີ້ນລົນຢູ່."
ຈໍານວນການຍ້າຍຖິ່ນຖານ ໃນ ມີແນວໂນ້ມຫລຸດລົງໂດຍຂໍ້ມູນຫຼ້າສຸດ ຈາກສຳນັກງານ ສະຖິຕິຂອງອອສເຕຣເລັຍ ສະແດງໃຫ້ເຫັນວ່າ ຈໍານວນຄົນຍ້າຍຖິ່ນຖານ ໄດ້ຫລຸດລົງ 10 ເປີເຊັນໃນປີ 2023-24 ເຖິງ 667,000 ຄົນ ຈາກ 739,000 ຄົນໃນປີທີ່ຜ່ານມາ.
ການຊຸມນຸມນັ້ນ ຖືກປະນາມໂດຍຣັຖບານຂອງຣັດ ແລະຣັຖບານກາງ, ໂດຍທີ່ Anika Wells ຣັຖມົນຕີກະຊວງສື່ສານ ຂອງຣັຖບານກາງ ກ່າວວ່າ ມັນເປັນ "ພາບທີ່ຫນ້າຢ້ານກົວ" ທີ່ກ່ຽວຂ້ອງກັບ "ຜູ້ຢຽດເຊື້ອຊາດທີ່ຮູ້ກັນດີ".
ຜູ້ປະທ້ວງ Anti-fascist ກໍໄດ້ເດີນໄປຕາມຖນົນໃນ Melbourne ເພື່ອຕໍ່ຕ້ານຜູ້ຊຸມນຸມ, ໂດຍທີ່ຜູ້ປະທ້ວງຄົນຫນຶ່ງ ໄດ້ຈັບ microphone ໃນລະຫວ່າງການກ່າວປາສັຍ.
"ເຄີຍເປັນມາຕລອດ, ຈະເປັນຕລອດໄປ, ແຜ່ນດິນຊາວ Aboriginal!"
ເຫດການນັ້ນ ໄດ້ເກີດຂຶ້ນພ້ອມກັບການເດີນຂະບວນ ທີ່ສນັບສນູນຊາວ Palestinian ທຸກອາທິດ, ໂດຍທີ່ຜູ້ປະທ້ວງ ຢືນຕໍ່ຕ້ານ ສິ່ງທີ່ເຂົາເຈົ້າເຫັນວ່າ ເປັນການສະແດງການຢຽດເຊື້ອຊາດ ແລະວິຈານທັດສະນະຄະຕິ ຂອງຣັຖບານທີ່ມີຕໍ່ອົບພະຍົບ.
"ຍິນດີຕ້ອນຮັບຜູ້ລີ້ພັຍ, ບໍ່ຕ້ອນຮັບຜູ້ຢຽດເຊື້ອຊາດ! ຍິນດີຕ້ອນຮັບຜູ້ລີ້ພັຍ, ບໍ່ຕ້ອນຮັບຜູ້ຢຽດເຊື້ອຊາດ! ຍິນດີຕ້ອນຮັບຜູ້ລີ້ພັຍ, ບໍ່ຕ້ອນຮັບຜູ້ຢຽດເຊື້ອຊາດ!"
"Labor ໄດ້ມາມີອໍານາດ. ເຂົາເຈົ້າໄດ້ສັນຍາວ່າ ຈະເຫັນອົກເຫັນໃຈ ແຕ່ສິ່ງທີ່ເຮົາໄດ້ເຫັນໃນສາມປີຜ່ານມານີ້ ແມ່ນຄວາມໂຫດຮ້າຍ. ຄວາມໂຫດຮ້າຍຕໍ່ ຜູ້ລີ້ພັຍ ແລະຊາວ Palestinians."
ໃນ Sydney, ມີຜູ້ຄົນປະມານ 8,000 ຄົນໄດ້ອອກມາແກວ່ງທຸງ ຂອງອອສເຕຣເລັຍ ແລະຮ້ອງສຽງດັງ.
ບາງຄົນໂຕ້ແຍ້ງວ່າ ຄວາມຈໍາເປັນທີ່ຈະຕັດຈໍານວນຄົນຍ້າຍຖິ່ນຖານ ແມ່ນຍ້ອນວິກິດທາງດ້ານຄ່າຄອງຊີບ ແລະທີ່ຢູ່ອາສັຍ.
"ມັນກ່ຽວກັບການຍ້າຍຖິ່ນຖານຈຳນວນໃຫຍ່ຫລວງ, ມັນບໍ່ແມ່ນການຍ້າຍຖິ່ນຖານເອງ. ມັນພຽງແຕ່ ກ່ຽວກັບການຢຸດຊົ່ວຄາວ ເພື່ອວ່າເຮົາຈະສາມາດກ້າວທັນ ການສ້າງທີ່ຢູ່ອາສັຍ, ໂຄງສ້າງພື້ນຖານ."
"ພວກເຮົາ ບໍ່ມີບໍຣິການ ທີ່ພວກເຮົາຕ້ອງການ ,ຄ່າເຊົ່າເຮືອນກໍແພງຫລາຍ. ພວກເຮົາບໍ່ມີໂຮງຫມໍ, ພວກເຮົາບໍ່ມີຕຳຫຼວດ. ພໍແລ້ວ. ມັນເຖິງເວລາ ທີ່ຈະດູແລຕົວເຮົາເອງແລ້ວ."
"ການສ້າງຄວາມຢ້ານກົວທັງຫມົດນີ້ ກໍາລັງເອີ້ນພວກເຮົາວ່າ neo-Nazis, Alt-rights, ບໍ່ວ່າພວກເຂົາຈະເອີ້ນພວກເຮົາວ່າແນວໃດກໍຕາມ ມັນເປັນພຽງແຕ່ການໃສ່ຮ້າຍ."
ເຖິງແມ່ນຈະມີຄວາມຄິດເຫັນເທື່ອສຸດທ້າຍ, ແຕ່ກຸ່ມ neo-Nazis ຂອງ National Socialist Network ກໍໄດ້ສະແດງໃຫ້ເຫັນ ການປາກົດໂຕຂອງເຂົາເຈົ້າ ໃນການຊຸມນຸມທີ່ Sydney ດ້ວຍການຮ້ອງວ່າ "Heil Australia" ແລະ "ສົ່ງພວກເຂົາຄືນ (Send them back)" ແລະໃບປິວທີ່ມີຄໍາຂວັນທີ່ຄ້າຍຄືກັນ.
ຂ້ອຍບໍ່ໄດ້ຕໍ່ຕ້ານການຍ້າຍຖິ່ນຖານ. ພຽງແຕ່ພວກເຮົາ ປ່ອຍໃຫ້ຄົນເຂົ້າມາຫຼາຍໂພດ ໃນເວລາດຽວ ແລະຜູ້ຄົນໃນອອສເຕຣເລັຍ ກໍກຳລັງດີ້ນລົນຢູ່.ຜູ້ເຂົ້າຮ່ວມປະທ້ວງຄົນໜຶ່ງ
ເຖິງຢ່າງໃດກໍຕາມ, Scott Tanner ຜູ້ກຳກັບການຕໍາຫລວດ New South Wales ກ່າວວ່າ ໃນທີ່ສຸດ ລາວກໍພໍໃຈ ກັບພຶດຕິກັມຂອງຜູ້ປະທ້ວງສ່ວນໃຫຍ່ ຊຶ່ງມີປະມານ 8,000 ຄົນ.
"ຄົນຫນຶ່ງຖືກຈັບກຸມ ໃນຂໍ້ຫາລະເມີດຄວາມສງົບໃນ Hyde Park ໃນຕອນບ່າຍຂອງມື້ນີ້. ຕໍາຫລວດພໍໃຈຫລາຍ ກັບພຶດຕິກັມ ຂອງຝູງຊົນໃນຕອນບ່າຍນີ້. ທຸກຄົນໄດ້ເຮັດຕາມຄໍາແນະນໍາ ຂອງຜູ້ຈັດງານ ແລະຕໍາຫລວດໃນເຫດການ ແລະພູມໃຈຫລາຍ ກັບຄວາມພະຍາຍາມຂອງຕໍາຫລວດ New South Wales."
Jane Salmon ຜູ້ສນັບສນູນຜູ້ລີ້ພັຍ ເປັນໜຶ່ງໃນບັນດາຜູ້ປະທ້ວງ ຕໍ່ຕ້ານ ການຊຸມນຸມກັນທີ່ Sydney.
ນາງບອກກັບ SBS ວ່າ ອອສເຕຣເລັຍ ເປັນປະເທດຂອງຜູ້ອົບພະຍົບ ນັບຕັ້ງແຕ່ການຕັ້ງຖິ່ນຖານ ແລະກ່າວວ່າ ການຍ້າຍຖິ່ນຖານຢ່າງຕໍ່ເນື່ອງ ເປັນແຫລ່ງຂອງຄວາມເຂັ້ມແຂງ ສໍາລັບເສດຖະກິດ ຂອງອອສເຕຣເລັຍ.
"ພວກເຮົາມາທີ່ນີ້ ໃນມື້ນີ້ ເພື່ອປົກປ້ອງຄວາມແຕກຕ່າງ, ເພື່ອຄວາມຮັ່ງມີຂອງວັດທະນະທັມ, ເພື່ອເສດຖະກິດທີ່ດີ ແລະສິນລະປະ ຊຶ່ງຈະເລີນຮຸ່ງເຮືອງ ເພາະອອສເຕຣເລັຍ ທີ່ມີວັດທະນະທັມທີ່ເຂັ້ມແຂງ."
ຂ້າພະເຈົ້າພູມໃຈ ກັບມໍລະດົກຂອງຂ້າພະເຈົ້າ ແລະຂ້າພະເຈົ້າຄິດວ່າ ຊາວ South Australia ສ່ວນຫລາຍກໍພູມໃຈ ກັບມໍລະດົກຂອງເຂົາເຈົ້າ.Peter Malinauskas ນາຍົກຣັຖມົນຕີຂອງ South Australia
ໃນ Brisbane, ຫລາຍພັນຄົນ ໄດ້ເດີນຂະບວນຜ່ານໂຕເມືອງ, ຫລາຍຄົນ ໄດ້ສະແດງຄວາມບໍ່ພໍໃຈ ຕໍ່ນາຍົກຣັຖມົນຕີ, Anthony Albanese.
ມີການຮ້ອງໃຫ້ໄລ່ Anthony Albanese ອອກຈາກຕຳແໜ່ງ.
ຜູ້ຈັດງານກ່າວວ່າ ເຫດການນັ້ນ ມີຈຸດປະສົງທີ່ຈະຊຸກຍູ້ ຊາວອອສເຕຣເລັຍໃຫ້ "ເອົາປະເທດຂອງເຮົາກັບຄືນມາ (Take our Country Back)" ຈາກກຸ່ມອົບພະຍົບ.
ມີການພົບ neo-Nazis ຫລາຍຂຶ້ນ, ຮວມເຖິງ Jacob Hersant ທີ່ເປັນWhite Supremacist, ຜູ້ທີ່ເປັນຊາວ Victorian ຄົນທໍາອິດ ທີ່ຖືກຕັດສິນວ່າມີຄວາມຜິດ ຖານທຳຄວາມເຄົາຣົບ Nazi ທີ່ຜິດກົດຫມາຍ ໃນບ່ອນສາທາຣະນະ ແລະຮ້ອງວ່າ "Heil Hitler" ໃນເດືອນພະຈິກປີແລ້ວນີ້.
ມີລາຍງານວ່າ ໄດ້ຍິນສຽງຮ້ອງວ່າ "ອອສເຕຣເລັຍຂາວເທົ່ານັ້ນ (White Australia only)" ແລະ "ຢຸດການຮຸກຮານ (Stop the Invasion)" ນຳອີກ.
Bob Katter ສະມາຊິກສະພາຜູ້ແທນ ກໍໄປຮ່ວມ.
"ເມື່ອການກົດຂີ່ ກາຍເປັນກົດຫມາຍ, ແລ້ວການຕໍ່ຕ້ານ ກໍກາຍເປັນຫນ້າທີ່!"
ໃນ Adelaide, ຈໍານວນຝູງຊົນທີ່ໃຫຍ່ທີ່ສຸດ ຊຶ່ງຕໍາຫລວດທຳການປະເມີນວ່າ ມີ 15 ພັນຄົນ ທີ່ເດີນຂະບວນຕໍ່ຕ້ານ ການຍ້າຍຖິ່ນຖານໃນເມືອງ.
ຜູ້ປະທ້ວງຄົນຫນຶ່ງ ໄດ້ຈັບປ້າຍທີ່ສນັບສນູນ Dezi Freeman ຜູ້ຖືກກ່າວຫາວ່າ ເປັນຄາດຕະກອນຕໍາຫລວດ, ຜູ້ທີ່ຍັງຫຼົບຫນີ ຫລັງຈາກຖືກກ່າວຫາວ່າ ໄດ້ຍິງເຈົ້າໜ້າທີ່ສອງຄົນຕາຍ ແລະຄົນທີສາມໄດ້ຮັບບາດເຈັບ.
Peter Malinauskas ນາຍົກຣັຖມົນຕີຂອງ South Australia ເອີ້ນຜູ້ປະທ້ວງວ່າ ບໍ່ຮູ້ປວັດສາດທີ່ຮຸ່ງເຮືອງ ຂອງອອສເຕຣເລັຍ ໃນການມີຫຼາຍວັດທະນະທັມ ທີ່ແຕກຕ່າງກັນ.
"2.4 ເປີເຊັນ ຂອງຈໍານວນພົນລະເມືອງ ຂອງ South Australia ເປັນຊາວພື້ນເມືອງ. ນັ້ນຫມາຍຄວາມວ່າ 97.6 ເປີເຊັນ ຂອງ South Australian ມີມໍລະດົກຜູ້ອົບພະຍົບ. ຂ້າພະເຈົ້າພູມໃຈ ກັບມໍລະດົກຂອງຂ້າພະເຈົ້າ ແລະຂ້າພະເຈົ້າຄິດວ່າ ຊາວ South Australia ສ່ວນຫລາຍກໍພູມໃຈ ກັບມໍລະດົກຂອງເຂົາເຈົ້າ. ຜູ້ຄົນທີ່ປະທ້ວງໃນມື້ນີ້ ບໍ່ມີຄວາມຮູ້ກ່ຽວກັບ ປວັດສາດຂອງຣັດ ແລະຂອງປະເທດນີ້. ຂ້າພະເຈົ້າຂໍບອກຢ່າງຊັດແຈ້ງວ່າ ຊາວ South Australian ສ່ວນຫລາຍ ບໍ່ພຽງແຕ່ອົດທົນກັບຄວາມແຕກຕ່າງ ແລະຄວາມແຕກຕ່າງທາງວັດທະນະທັມເທົ່ານັ້ນ, ແຕ່ພວກເຮົາຍັງສເລີມສລອງມັນ."
ເນື້ອເລື່ອງໂດຍ Sam Dover ຂ່າວ SBS News,
ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ.
ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌ sbs.com.au/lao